ໃນວັນທີ 23 ພຶດສະພາ 2018, ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຍົກເລີກ ອອກໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ທີ່ຂະແໜງອຸດສາຫະກໍາ ແລະ ການຄ້າ ເປັນຜູ້ຄຸ້ມຄອງ (ເຫຼັກ, ຊີມັງ ແລະ ເຂົ້າກິນ), ພາຍໃນກອງປະຊຸມແມ່ນໄດ້ມີການປຶກສາຫາລືກັບພາກລັດ ແລະ ພາກທຸລະກິດ. ພາຍໃຕ້ການເປັນການເປັນປະທານ ຂອງ ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອຕົກລົງເປັນເອກະພາບກັນ ວ່າຈະຍົກເລີກລາຍການສິນຄ້າໃດ (ເຫຼັກ, ຊີມັງ ແລະ ເຂົ້າກິນ) ອອກຈາກບັນຊີລາຍການສິນຄ້າທີ່ຕ້ອງຂໍອະນຸຍາດນໍາເຂົ້າ ແລະ ສົ່ງອອກແບບອັດຕະໂນມັດ.

ໃນໄລຍະຜ່ານມາ, ຂະແໜງອຸດສາຫະກຳ ແລະ ການຄ້າ ເປັນຜູ້ຄຸ້ມຄອງສິນຄ້າ (ເຫຼັກ, ຊີມັງ ແລະ ເຂົ້າກິນ) ຈຸດປະສົງເພື່ອເກັບກຳຂໍ້ມູນສະຖິຕິນຳເຂົ້າ ແລະ ສົ່ງອອກຜ່ານການອອກໃບອະນຸຍາດປະເພດສິນຄ້າດັ່ງກ່າວ. ແຕ່ໃນປັດຈຸບັນ, ຂະແໜງອຸດສາຫະກຳ ແລະ ການຄ້າ ສາມາດເອົາສະຖິຕິ ຈາກກົມພາສີ ທີ່ສັງລວມໄດ້ຈາກບັນດາດ່ານພາສີສາກົນໃນທົ່ວປະເທດ ຜ່ານລະບົບ ASYCUDA ໂດຍບໍ່ຈຳເປັນອອກໃບອະນຸຍາດ ເພື່ອການເປັນຫຼຸດຂັ້ນຂອດໃນການດຳເນີນທຸລິລະກິດ.

ດັ່ງນັ້ນ, ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ປຶກສາຫາລືຄວາມເປັນໄປໄດ້ໃນການຍົກເລີກການອອກໃບອະນຸຍາດນຳເຂົ້າເຫຼັກ ແລະ ຊີມັງ ແລະ ການອອກໃບອະນຸຍາດນຳເຂົ້າ ແລະ ສົ່ງອອກເຂົ້າກິນ ອອກຈາກບັນຊີລາຍການສິນຄ້າທີ່ຕ້ອງຂໍອະນຸຍາດນໍາເຂົ້າ ແລະ ສົ່ງອອກ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.