ອີງຕາມຄຳສັ່ງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ ສະບັບເລກທີ 05/ນຍ ລົງວັນທີ 08 ພຶດສະພາ 2018. ນາຍົກລັດຖະມົນຕີໄດ້ອອກຄຳສັ່ງໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີຄວາມເຂັ້ມງວດ ແລະ ເອົາໃຈໃສ່ປະຕິບັດໜ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບໃຫ້ຖືກຕ້ອງຕາມລະບຽບກົດໝາຍ ໂດຍສະເພາະແມ່ນບັນດາກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງ, ກວດກາ ແລະ ດຳເນີນຄະດີກ່ຽວກັບສັດປ່າ ແລະ ພືດປ່າປະເພດຫວງຫ້າມ.

ນອກຈາກນັ້ນ, ນາຍົກລັດຖະມົນຕີໄດ້ອອກຄຳສັ່ງໃຫ້ຢຸດຕິການລ່າສັດປ່າທຸກປະເທດທີ່ນອນໃນບັນຊີຫວງຫ້າມ (ບັນຊີ I) ແລະ ໃຫ້ຢຸດຕິການນຳເຂົ້າ, ນຳຜ່ານ, ສົ່ງອອກ, ການຊື້-ຂາຍສັດປ່າ ແລະ ພືດປ່າ ປະເພດຫວງຫ້າມທີ່ມີຊີວິດ ແລະ ບໍ່ມີຊີວິດ, ໃຫ້ຢຸດຕິການສ້າງຕັ້ງຟາມສັດປ່າປະເພດຫວງຫ້າມ (ບັນຊີ I) ເພື່ອເປົ້າໝາຍທາງດ້ານທຸລະກິດ ແລະ ຫ້າມບໍ່ໃຫ້ມີການຊື້-ຂາຍ ແລະ ສົ່ງອອກ-ນຳເຂົ້າ ພືດປ່າປະເພດຫວງຫ້າມ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ.

 

 

 

 

 

 

 

 

 

 

 

ແຫຼ່ງຂໍ້ມູນພາບ:
https://programs.wcs.org/laoswildlifephotoexhibition/lo/06Ungulates.html
http://www.mickshippen.com/tag/food-photographer/

ຄລິກທີນີ້ເພື່ອເບິ່ງລາຍລະອຽດ ແລະ ຄຳສັ່ງສະບັບເຕັມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.