ໃນວັນທີ 25 ພຶດສະພາ 2018 ທີ່ ຫ້ອງປະຊຸມຂອງໂຮງແຮມຄຣາວພລາຊາ, ກົມການນຳເຂົ້າ ແລະ ສົ່ງອອກໃນນາມເປັນຫ້ອງການປະຈຳກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າໄດ້ຈັດກອງປະຊຸມກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ຄັ້ງທີ່ VII. ພາຍໃນກອງປະຊຸມໄດ້ນຳສະເໜີກ່ຽວກັບ ຜົນການຈັດຕັ້ງປະຕິບັດແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າ ປີ 2017-2022 ໃນໄລຍະ 06 ເດືອນຜ່ານມາ. ໂດຍລວມແມ່ນສຳເລັດ 04 ກິດຈະກຳ, ກຳລັງດຳເນີນ 21 ກິດຈະກຳ ແລະ 05 ກິດຈະກຳບໍ່ທັນໄດ້ເລີ່ມຈັດຕັ້ງປະຕິບັດ. ໝາກຜົນຂອງການຈັດຕັ້ງປະຕິບັດ ລວມມີທັງໝົດ 7 ດ້ານຄື: ການປະຕິຮູບໂຄງຮ່າງການຈັດຕັ້ງປະຕິບັດແຜນດຳເນີນງານ, ການປະຕິຮູບລະບຽບການ, ການພັດທະນາພື້ນຖານໂຄງລ່າງເພື່ອອຳນວຍຄວາມສະດວກທາງດ້ານການຄ້າ, ການພັດທະນາບຸກຄະລາກອນ, ການແກ້ໄຂບັນຫາຂອງພາກທຸລະກິດ, ການປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍທາງດ້ານການດຳເນີນທຸລະກິດ ແລະ ການຈັດຕັ້ງປະຕິບັດສັນຍາອຳນວຍຄວາມສະດວກທາງດ້ານການຄ້າໃນກອບອົງການການຄ້າໂລກ.

ນອກຈາກນັ້ນ, ຫຼາຍຂະແໜງການທີ່ກ່ຽວຂ້ອງໄດ້ດຳເນີນການປັບປຸງຂັ້ນຂອດພາຍໃນຂອງຕົນ ແລະ ລະບຽບການທີ່ກ່ຽວຂ້ອງ ສໍາລັບການປັບປຸງຂັ້ນຕອນການນຳເຂົ້າຊິ້ນສ່ວນພາຫະນະເພື່ອມາປະກອບຢູ່ໂຮງງານ. ຂະແໜງການທີ່ກ່ຽວຂ້ອງເຊັ່ນ: ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມຂົນສົ່ງ ແລະ ກົມພາສີ ເຮັດວຽກຮ່ວມກັນເພື່ອປັບປຸງການອອກໃບອະນຸຍາດ/ໃບຢັ້ງຢືນທີ່ກ່ຽວຂ້ອງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.