ສປປ ລາວ ແມ່ນປະເທດທີ່ມີທ່າແຮງໃນການພັດທະນາໄຟຟ້າພະລັງງານນໍ້າຕົກ,ມີກໍາລັງການຜະລິດທັງໝົດໄດ້ເຖິງປະມານ 26,500 MW. ການພັດທະນາໃນຂະແໜງການນີ້ແມ່ນມີມາໄດ້ກວ່າ 30 ປີແລ້ວ ໂດຍຖືເອົາ 02 ບຸລິມະສິດຕົ້ນຕໍຄື: ການສະໜອງໄຟຟ້າທີ່ມີລາຄາສົມເຫດສົມຜົນ ແລະ ສ້າງລາຍຮັບເຂົ້າສູ່ປະເທດໂດຍການສົ່ງອອກໄຟຟ້າ.

ຈາກແຫຼ່ງຂ່າວ VOA ລະບຸວ່າການຊົມໃຊ້ພະລັງງານໄຟຟ້າສູງສຸດໃນທົ່ວປະເທດ ລາວ ໃນປີ 2015 ຢູ່ທີ່ລະດັບ 989 MW, ເພີ່ມຂຶ້ນເປັນ 1,180 MW ໃນປີ 2016 ຫຼື  20% ຂອງອັດຕາການເພີ່ມຂື້ນທຽບໃສ່ປີຜ່ານມາ. ອີງຕາມການຄາດຄະເນການຊົມໃຊ້ໄຟຟ້າໃນ ລາວ ຈະເພີ່ມຂຶ້ນເປັນ 2,862 MW ໃນປີ 2020 ແລະ 7,093 MW ໃນປີ 2030. ໃນຕົວຈິງ, ບັນດາປະເທດໃກ້ຄຽງ ແມ່ນມີແຜນການພັດທະນາພະລັງງານໄຟຟ້າ ເພື່ອຕອບສະໜອງຄວາມຕ້ອງການຊົມໃຊ້ໃນອານາຄົດ. ໂດຍອີງຕາມຂໍ້ມູນຈາກວາລະສານອັບເດດສະບັບທີ່ 04 ເດືອນ ກຸມພາ 2018, ສສ ຫວຽດນາມ ຈະສາມາດຜະລິດໄຟຟ້າໄດ້ຫຼາຍກວ່າ 7,000MWເຊິ່ງຄວາມຕ້ອງການພາຍໃນພຽງ 5,000MW ຈະມີິພະລັງງານສໍາຮອງໄວ້ 40%. ສໍາລັບແຜນພັດທະນາພະລັງງານຂອງປະເທດ ໄທແຕ່ປີ 2015-2036 ຄວາມຕ້ອງການປະຈຸບັນແມ່ນ 25,000MW, ປີ 2036 ຄາດຄະເນຄວາມຕ້ອງການບໍ່ຮອດ 50,000MW ແຕ່ຈະສາມາດຜະລິດໄຟຟ້າໄດ້ເຖິງ 70,000MW. ປະເທດ ມາເລເຊຍ ແລະ ສິງກະໂປ ແມ່ນມີກຳລັງສົ່ງເສີມການຜະລິດພະລັງງານທົດແທນ.

ສະນັ້ນ, ການສົ່ງອອກໄຟຟ້າຂອງ ສປປ ລາວ ໄປຍັງປະເທດເພື່ອນບ້ານ ແມ່ນຈະພົບອຸປະສັກຫຼາຍຢ່າງ ເນື່ອງຈາກວ່າບັນປະເທດເພື່ອນບ້ານມີແຜນຜະລິດໄຟຟ້າໃຫ້ກຸ້ມຕົນເອງ. ສປປ ລາວ ມີແຜນການສົ່ງອອກໄຟຟ້າໄປປະເທດໃກ້ຄຽງ ຄື ຮອດປີ 2020 ຈະສົ່ງໄຟຟ້າຍັງ ປະເທດໄທ ໃຫ້ໄດ້ 7,000 MW, ສົ່ງອອກໄປ ສສ ຫວຽດນາມ ໃຫ້ໄດ້ 5,000MW, ແລະ ກໍາປູເຈຍ ໃຫ້ໄດ້ 1,500MW.

ແຫຼ່ງຂໍ້ມູນພາບ: http://www.arizonagreenpower.com/ ແລະ https://laospdrnews.wordpress.com

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.