ໃນໄລຍະທີ່ຜ່ານມາ ລັດຖະບານແຫ່ງ ສປປ ລາວ ໃຫ້ຄວາມສໍາຄັນທີ່ສຸດໃນການຂຸດຄົ້ນຊັບພະຍາກອນທໍາມະຊາດໄມ້ ແລະ ການປຸງແຕ່ງໄມ້ ເພື່ອສົ່ງອອກຜະລິດຕະພັນໄມ້ໄປຕ່າງປະເທດ. ເພື່ອຄຸ້ມຄອງການຂຸດຄົ້ນໄມ້ແລະ ທຸລະກິດໄມ້ໃຫ້ມີຄວາມຍືນຍົງ ລັດຖະບານແຫ່ງ ສປປ ລາວ ໄດ້ອອກນິຕິກໍາຫຼາຍສະບັບ ເຊັ່ນ: ກົດໝາຍວ່າດ້ວຍປ່າໄມ້ສະບັບເລກທີ 06/ສພຊ, ລົງວັນທີ 24 ທັນວາ 2007; ຄໍາສັ່ງນາຍົກລັດຖະມົນຕີສະບັບເລກທີ15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ແລະ ຍັງມີລະບຽບການ ແລະ ຂໍ້ກໍານົດອື່ນໆ ເປັນຕົ້ນແມ່ນ ຂໍ້ຕົກລົງສະບັບເລກທີ0002/ອຄ.ກອຫ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍ ການຮັບຮອງເອົາລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ (ສະບັບປັບປຸງ).

ການເຈລະຈາເປັນຄູ່ສັນຍາການຄ້າໄມ້ແບບສະໝັກໃຈກັບສະຫະພາບເອີລົບ ເປັນອີກຊ່ອງທາງໜຶ່ງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ່າໄມ້, ການດໍາເນີນທຸລະກິດໄມ້, ການຂຸດຄົ້ນ, ການປຸງແຕ່ງ ແລະ ຊື້-ຂາຍໄມ້ ໃຫ້ສອດຄ່ອງຕາມລະບຽບກົດໝາຍຕ່າງໆ ທີ່ລັດຖະບານໄດ້ວາງອອກ. ເນື່ອງຈາກວ່າ ສັນຍາການຄ້າໄມ້ແບບສະໝັກໃຈໄດ້ກໍານົດບັນດາເງື່ອນໄຂຕ່າງໆໃນການດໍາເນີນທຸລະກິດການສົ່ງອອກຜະລິດຕະພັນໄມ້ ໄປອີຢູ່ແມ່ນມີຄວາມສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ ຕໍ່ກັບການຂຸດຄົ້ນ ແລະ ປຸງແຕ່ງໄມ້ໃຫ້ມີຄວາມຍືນຍົງ ແລະ ໄດ້ຮັບຜົນປະໂຫຍດສູງສຸດ.

ແຫຼ່ງຂໍ້ມູນພາບ http://www.laolandinfo.org/tag/wood-industry/

 

ທ່ານ ພວງປາຣິສັກ ປຣະວົງວຽງຄໍາ, ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ທັງເປັນປະທານຄະນະເຈລະຈາໃນຄັ້ງນີ້ໄດ້ກ່າວວ່າ: “ຝ່າຍລາວໄດ້ປຶກສາຫາລືກັບຝ່າຍອີຢູ ເຖິງຄວາມຄືບໜ້າຂອງການສ້າງແລະ ປັບປຸງລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ ເຊິ່ງເປັນລະບົບທີ່ນໍາໃຊ້ເພື່ອຢັ້ງຢືນກວດກາຄວາມຖືກຕ້ອງຂອງໄມ້ ແລະ ຜະລິດຕະພັນໄມ້ຕາມລະບຽບ ແລະ ກົດໝາຍໃນ ສປປ ລາວ ພາຍຫຼັງກອງປະຊຸມເຈລະຈາສອງໜ້າຄັ້ງທີ 1 ທີ່ຈັດຂຶ້ນໃນເດືອນ ເມສາ 2017, ສປປ ລາວ ໄດ້ສຸມໃສ່ປັບປຸງບັນດາອົງປະກອບຂອງລະບົບດັ່ງກ່າວ ແລະ ເຫັນໄດ້ເຖິງຄວາມຄືບໜ້າຂອງການປັບປຸງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ.

ອີງຕາມແຫຼ່ງຂ່າວໜັງສືພິມເສດຖະກິດ-ການຄ້າ ໃຫ້ຮູ້ວ່າ: ການເຈລະຈາໃນຄັ້ງນີ້ ທັງສອງຝ່າຍໄດ້ຮັບຮອງເອົານິຍາມໄມ້ ຮ່າງສະບັບທີ່ສົມບູນຂອງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ຄື: 1) ປ່າຜະລິດ; 2) ພັນທະແຮງງານ; ແລະ 3) ການປຸງແຕ່ງໄມ້ ແລະ ການຄ້າ. ພາຍຫຼັງທີ່ໄດ້ຮັບຮອງເອົານິຍາມດັ່ງກ່າວແລ້ວ ຈະໄດ້ຈັດຕັ້ງທົດລອງຕົວຈິງ ແລະ ລົງເຜີຍແຜ່ຢູ່ບັນດາແຂວງທົດລອງ ໃນຂອບເຂດທົ່ວປະເທດ ເພື່ອກວດກາຢັ້ງຢືນຄວາມຖືກຕ້ອງທາງດ້ານຄວາມສົມບູນ ແລະ ການດໍາເນີນງານຂອງນິຍາມໄມ້ດັ່ງກ່າວ ເພື່ອເປັນຂໍ້ມູນອ້າງອີງໃນການປັບປຸງກົດໝາຍ ແລະ ລະບຽບການໃຫ້ນິຍາມໄມ້ນີ້ ສາມາດປັບປຸງບັນດານິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ແລະ ລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍໃນຕໍ່ໜ້າ.

ລະບົບການຂຸດຄົ້ນ ແລະ ປຸງແຕ່ງໄມ້ ທີ່ກໍານົດໃນສັນຍາການຄ້າໄມ້ແບບສະໝັກໃຈແມ່ນລະບົບທີ່ມີຄວາມຍືນຍົງ ແລະ ສາມາດສ້າງຜົນປະໂຫຍດສູງສຸດ ໂດຍບໍ່ສ້າງຜົນກະທົບທາງລົບຕໍ່ເສດຖະກິດ,​ ສະພາບແວດລ້ອມ ແລະ ສັງຄົມ. ນອກນັ້ນ, ການຈັດຕັ້ງປະຕິບັດລະບຽບກົດໝາຍຈະມີຄວາມຮັດກຸມຫຼາຍຂື້ນ ເຊິ່ງຊ່ວຍສະກັດກັ້ນການຕັດໄມ້ຢ່າງຊະຊາຍ ແລະ ການຄ້າໄມ້ທີ່ຜິດກົດໝາຍ ທີ່ສ້າງຜົນເສຍຫາຍຕໍ່ທຸລະກິດຂະໜາດນ້ອຍ ແລະ ກາງທີ່ຖືກກົດໝາຍ ແລະ ຍັງສົ່ງຜົນກະທົບຮ້າຍແຮງຕໍ່ລະບົບນິເວດ, ເສດຖະກິດ ແລະ ສັງຄົມ.

ແຫຼ່ງຂໍ້ມູນຂ່າ່ວ: ໜັງສືພິມເສດຖະກິດການຄ້າ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.