ແຈ້ງການດັ່ງກ່າວໄດ້ກຳນົດລາຍລະອຽດດັ່ງນີ້:

1. ມອບໃຫ້ດ່ານພາສີສາກົນຂົວມິດຕະພາບ 1 ເປັນເຈົ້າການແກ້ໄຂປັບປຸງຂັ້ນຕອນການຄຸມຄອງການນຳເຂົ້າຊົ່ວຄາວຕູ້ບັນຈຸສິນຄ້າໃຫ້ມີຄວາມກະທັດຮັດ, ວ່ອງໄວ ແລະ ສອດຄ່ອງກັບກົດໝາຍພາສີ.​​​​​​​​​​​​​​​​​​​​​
2. ການນຳເຂົ້າຊົ່ວຄາວຕູ້ສິນຄ້າເປົ່າຂອງແຕ່ລະບໍລິສັດແມ່ນໃຫ້ປະຕິບັດຕາມ ມາດຕາ 27 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ: 04/ສພຊ, ລົງວັນທີ 20 ທັນວາ 2011 ຊຶ່ງບໍລິສັດນໍາເຂົ້າຕ້ອງສະເໜີຫາດ່ານພາສີສາກົນຂົວມິດຕະພາບ 1 ເພື່ອພິຈາລະນາອະນຸມັດໃຫ້ນຳເຂົ້າຊົ່ວຄາວ ໂດຍມອບສິດໃຫ້ຫົວໜ້າໜ່ວຍງານເປັນຜູ້ຄຸ້ມຄອງ ແລະ ເຊັນອະນຸມັດ ບໍ 7 ໃຫ້ຕູ້ບັນຈຸສິນຄ້ານໍາເຂົ້າຊົ່ວຄາວຕາມລະບຽບການ, ເດັດຂາດບໍ່ໃຫ້ດ່ານພາສີສາກົນຂົວມິດຕະພາບ 1 ຮຽກຮ້ອງໃຫ້ບໍລິສັດຜູ້ນຳເຂົ້າເຮັດໃບສະເໜີເປັນແຕ່ລະຄັ້ງ ຫຼື ຖ້ຽວ ຊຶ່ງເປັນສາເຫດເຮັດໃຫ້ຫຍຸ້ງຍາກ ແລະ ຊັກຊ້າ.

ແຫຼ່ງຂໍ້ມູນພາບ: http://supplychains.com/open-for-business-if-anyone-wants-to-come/

 

3. ດ່ານພາສີສາກົນຂົວມິດຕະພາບ 1 ຕ້ອງລົງຕິດຕາມກວດກາໜ່ວຍງານທີ່ຮັບຜິດຊອບອະນຸຍາດອອກ ບໍ 7, ຖ້າເຫັນວ່າບໍລິມາດໃນການນຳເຂົ້າຕູ້ບັນຈຸສິນຄ້າຫາກມີຈຳນວນຫລາຍ ໃຫ້ເປີດປຶ້ມອະນຸຍາດນຳໃຊ້ ບໍ 7 ເພີ້ມເຕີມເປັນແຕ່ລະບໍສັດ ແລະ ຈັດວາງພະນັກງານວິຊາການຜູ້ທີ່ຮັບຜິດຊອບໃຫ້ພຽງພໍກັບວຽກງານຕົວຈິງ.​​​​​​​
4. ໃຫ້ເອົາໃຈໃສ່ເຜີຍແຜ່ລະບຽບການ ແລະ ຂັ້ນຕອນໃນການຄຸ້ມຄອງການນຳເຂົ້າ-ສົ່ງອອກ, ຖ້າພົບເຫັນການກະທຳຜິດຕ້ອງໄດ້ປະຕິບັດມາດຕະການຕາມກົດໝາຍພາສີຢ່າງເຂັ້ມງວດ.​​​​​​​
5. ໃນການຈັດຕັ້ງປະຕິບັດຕົວຈິງຫາກພົບຄວາມຫຍຸ້ງຍາກ, ໃຫ້ລາຍງານກົມພາສີເພື່ອມີທິດຊີ້ນຳໃນການແກ້ໄຂ.

ຄລິກທີ່ນີ້ເພື່ອເບິ່ງແຈ້ງການສະບັບເຕັມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.