ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ
ສັນ​ຕິ​ພາບ ເອ​ກະ​ລາດ ປະ​ຊາ​ທິ​ປະ​ໄຕ ເອ​ກະ​ພາບ ວັດ​ທະ​ນະ​ຖາ​ວອນ

ກະຊວງສາທາລະນະສຸກ         ເລກທີ 1166/ສທ
ນະຄອນຫຼວງວຽງຈັນ, ວັນທີ 21 ມິຖຸນາ 2018

ຂໍ້ຕົກລົງ

ວ່າດ້ວຍການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ

  • ອີງຕາມ ກົດໝາຍວ່າດ້ວຍອາຫານ (ສະບັບປັບປຸງ) ເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013;
  • ອີງຕາມ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກະຊວງສາທາລະນະສຸກ,ສະ​ບັບເລກທີ 96/ນຍ, ລົງວັນທີ 09 ມີນາ 2017;
  • ອີງຕາມ ການຄົ້ນຄວ້າ ແລະ ການສະເໜີຂອງກົມອາຫານ ແລະ ຢາ.

 

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1     ຈຸດປະສົງ

      ຂໍ້ຕົກລົງສະບັບນີ້ກໍານົດຫຼັກການ, ລະບຽບການ, ວິທີການ ແລະ ມາດຕະການໃນການຄຸ້ມຄອງ, ກວດກາ ແລະ ຕິດຕາມການສົ່ງອອກ-ນໍາເຂົ້າ, ນຳເຂົ້າຊົ່ວຄາວ ແລະ ສົ່ງຜ່ານອາຫານ ແລະ ທາດເພີ່ມອາຫານ ເພື່ອຮັບປະກັນໃຫ້ອາຫານ​ມີຄຸນນະພາບ, ປອດໄພ ແລະ ມີຄຸນຄ່າທາງດ້ານໂພຊະນາການ ແນໃສ່ປົກປ້ອງສຸຂະພາບຂອງຜູ້ບໍລິໂພກ, ທັງເປັນການອໍານວຍຄວາມສະ ດວກທາງດ້ານການຄ້າອາຫານ ແລະ ມີຄວາມຍຸດຕິທຳ.

ມາດຕາ 2     ການຄຸ້ມຄອງ ແລະ ກວດກາການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ

      ການຄຸ້ມຄອງ ແລະ ກວດກາການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ ແມ່ນການອອກອະນຸຍາດ, ການກວດກາ ແລະ ການຕິດຕາມອາຫານສົ່ງອອກ, ນໍາເຂົ້າ ແລະ ສົ່ງຜ່ານ.

 

ມາດຕາ 3      ການອະທິບາຍຄໍາສັບ

        ບັນດາຄໍາສັບທີ່​ນຳໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍດັ່ງນີ້:

  1. ອາຫານ ໝາຍເຖິງ ວັດຖຸ ຫຼື ສານໃດໜຶ່ງ ຊຶ່ງຢູ່ໃນຮູບແບບ ສໍາເລັດຮູບ, ​​ເຄິ່ງສໍາ​ເລັດ​ຮູບ ຫຼື ບໍ່​ທັນ​ໄດ້​ປຸງ​ແຕ່ງເຊັ່ນ: ອາ​ຫານ​ສົດ, ດິບ ເພື່ອ​ການ​ບໍ​ລິ​ໂພກ​ຂອງ​ຄົນລວມ​ທັງ​ເຄື່ອງ​ດື່ມ, ຜະ​ລິດ​ຕະ​ພັນ​ອື່ນ ແລະ ສານ​ໃດ​ໜຶ່ງທີ່​ນຳ​ໃຊ້​ໃນ​ການ​ຜະ​ລິດ, ການ​ກະ​ກຽມ​ປຸງ​ແຕ່ງ ຫຼື ການ​ບຳ​ບັດອາ​ຫານ ແຕ່ບໍ່​ລວມ​ເອົາ​ເຄື່ອງ​ສຳ​ອາງ, ຢາ​ສູບ ແລະ ສານ​ທີ່​ນຳ​ໃຊ້​ເປັນ​ຢາ​ປົວ​ພະ​ຍາດ;
  2. ການສົ່ງອອກ-ນຳເຂົ້າ ໝາຍເຖິງການນຳເອົາອາຫານອອກ ຫຼື ນຳເຂົ້າມາ ໃນ ສປປ ລາວ ລວມທັງການນໍາເຂົ້າຊົ່ວຄາວ ແລະ ນຳເຂົ້າເພື່ອວາງສະແດງ;
  3. ການສົ່ງຜ່ານ ໝາຍເຖິງການຂົນສົ່ງອາຫານໄປຍັງປະເທດທີ່ສາມ ທີ່ຜ່ານດິນແດນຂອງ ສປປ ລາວ;
  4. ການນຳເຂົ້າຊົ່ວຄາວ ໝາຍເຖິງ ການນຳເຂົ້າອາຫານເພື່ອມາຜະລິດ, ແປຮູບ, ແບ່ງບັນຈຸ, ແນໃສ່ເພື່ອສົ່ງອອກຄືນ ຊຶ່ງບໍ່ອະນຸຍາດໃຫ້ຈຳໜ່າຍໃນ ສປປ ລາວ;
  5. ອາຫານທີ່ນໍາເຂົ້າມາເພື່ອວາງສະແດງ ໝາຍເຖິງອາຫານທີ່ອະນຸຍາດໃຫ້ນໍາເຂົ້າສະເພາະການ ວາງສະແດງ ໃນປະລິມານຕາມທີ່ໄດ້ກຳນົດໃນກົດໝາຍພາສີ (ມາດຕາ 47);
  6. ທາດເພີ່ມອາຫານ ໝາຍເຖິງສານໃດໜຶ່ງທີ່ເພີ່ມໃສ່ອາຫານ ເພື່ອຈຸດປະສົງທາງດ້ານເຕັກນິກ ລວມທັງຮູບຮ່າງ, ລົດຊາດ, ກິ່ນ, ສີ ແລະ ອື່ຶນໆ ທີ່ນຳໃຊ້ໃນການຜະລິດ, ການກະກຽມປຸງແຕ່ງ, ການບຳບັດ, ການຫຸ້ມຫໍ່, ການຂົນສົ່ງ ແລະ ການເກັບຮັກສາອາຫານ ຊຶ່ງອາດເປັນຜົນທາງກົງ ຫຼື ທາງອ້ອມ ຕໍ່ຄຸນລັກສະນະສະເພາະຂອງອາຫານ;
  7. ອົງການຄຸ້ມຄອງຄວາມປອດໄພອາຫານ ໝາຍເຖິງອົງການທີ່ມີອໍານາດຄຸ້ມຄອງກ່ຽວກັບຄວາມປອດໄພອາຫານທີ່ໄດ້ກໍານົດ​ໄວ້ໃນກົດໝາຍ​ວ່າ​ດ້ວຍອາຫານ (ຊຶ່ງເອີ້ນເປັນພາສາສາກົນວ່າ: Food Safety Authority (FSA));
  8. ການຮັບຮອງເອົາອົງກອນທີສາມ ໝາຍເຖິງອົງກອນໃດໜຶ່ງ ທີ່ໄດ້ຮັບອະນຸຍາດ ໂດຍອົງການຄຸ້ມຄອງຄວາມປອດໄພອາຫານ ຂອງ ສປປ ລາວ ຫຼື ຈາກອົງການຄຸ້ມຄອງຄວາມປອດໄພອາຫານຂອງປະເທດສົ່ງອອກອາຫານ ເພື່ອປະຕິບັດກິດຈະກໍາໃດໜຶ່ງທີ່ກ່ຽວຂ້ອງກັບການຄວບຄຸມຄວາມປອດໄພອາຫານ;
  9. ການຢັ້ງຢືນ ໝາຍເຖິງການຮັບຮອງຢ່າງເປັນທາງການທາງດ້ານຄຸນນະພາບ ແລະ ຄວາມປອດໄພອາຫານ ໂດຍອົງການຄຸ້ມຄອງຄວາມປອດໄພອາຫານ ຫຼື ອົງກອນທີ່ສາມທີ່ຖືກຮັບຮູ້ເປັນທາງການ;
  10. ຫ້ອງວິໄຈອາຫານທີ່ເປັນທາງການ ໝາຍເຖິງຫ້ອງວິໄຈອາຫານໃດໜຶ່ງທີ່ຖືກຮັບຮູ້ ແລະ ອະນຸຍາດຈາກກະຊວງສາທາລະນະສຸກ.

ມາດຕາ 4     ຂອບເຂດການນໍາໃຊ້  

    ຂໍ້ຕົກລົງສະບັບນີ້ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະ ເທດ ທີ່ດຳເນີນທຸລະກິດກ່ຽວກັບການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ ແລະ ທາດເພີ່ມອາຫານ, ຊຶ່ງບໍ່ລວມເອົາການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານຜະລິດຕະພັນກະສິກຳເບື້ອງຕົ້ນທີ່ຄຸ້ມຄອງໂດຍຂະແໜງການກະສິກຳ ແລະ ປ່າໄມ້.

ມາດຕາ 5     ຫຼັກການການປະຕິບັດທາງດ້ານການຄ້າ

      ການປະຕິບັດທາງດ້ານການຄ້າ ຕ້ອງປະຕິບັດຕາມຫຼັກການດັ່ງນີ້:

  1. ການຮັບຮູ້ຊຶ່ງກັນ ແລະ ກັນ

ກົມອາຫານ ແລະ ຢາ ຫຼື ອົງການຄຸ້ມຄອງຄວາມປອດໄພອາຫານ ຕ້ອງໄດ້ມີການຮັບຮູ້ຊຶ່ງກັນແລະ ກັນກັບບັນດາປະເທດຄູ່ຄ້າ ທີ່ມີລະບົບຄຸ້ມຄອງຄວາມປອດໄພອາຫານ ຫຼື ເງື່ອນໄຂຕ່າງໆ ທີ່ມີຄວາມເທົ່າທຽມກັນ ຫຼື ມີການຕົກລົງສະເພາລະຫວ່າງ ສປປ ລາວ ແລະ ປະເທດຄູ່ຄ້າ ທີ່ສອດຄ່ອງກັບຂໍ້ຕົກລົງສະບັບນີ້;

  1. ການບໍ່ຈຳແນກປະຕິບັດ

ການສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານອາຫານ ຕ້ອງປະຕິບັດມາດຕະການໃນລັກສະນະເທົ່າທຽມກັນກັບທຸກປະເທດຄູ່ຄ້າ ແລະ ມີຄວາມສະເໝີພາບທັງພາຍໃນ ແລະ ຕ່າງປະເທດ;

  1. ຄວາມໂປ່ງໃສ

ກົມອາຫານ ແລະ ຢາ ຕ້ອງສະໜອງຂໍ້ມູນກ່ຽວກັບລະບຽບການ ແລະ ມາດຕະການ ກ່ຽວກັບການສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານອາຫານ ທີ່ມີຢູ່ໃນປັດຈຸບັນ ຫຼື ຖ້າມີການປ່ຽນແປງ ຕ້ອງມີການປະກອບສ່ວນຮ່ວມກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ໂດຍເຜີຍແຜ່ຜ່ານສື່ມວນຊົນ, ໃນຈົດໝາຍເຫດທາງລັດຖະການ ແລະ ຢູ່ທີ່ດ່ານນຳເຂົ້າຢ່າງທັນການວ່ອງໄວເພື່ອອໍານວຍຄວາມສະດວກທາງດ້ານການຄ້າ, ຍົກເວັ້ນໃນກໍລະນີສຸກເສີນ.

ກົມອາຫານ ແລະ ຢາ ຕ້ອງຮັບປະກັນໃຫ້ມີເວລາ ຫົກສິບວັນ ສຳລັບການອອກຄຳເຫັນ ກ່ຽວກັບລະບຽບການທີ່ໄດ້ນຳສະເໜີ ເພື່ອການປ່ຽນແປງ.

ພາກທີ II
ການ
ອະນຸຍາດສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ

ມາດຕາ 6     ຫຼັກການທົ່ວໄປກ່ຽວກັບການສົ່ງອອກ - ນໍາເຂົ້າ ແລະ ສົ່ງຜ່ານອາຫານ

     ທຸລະກິດການສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານອາຫານ ຕ້ອງໄດ້ຈົດທະບຽນນຳ ກົມອາຫານ ແລະ ຢາ ຫຼື ຂະແໜງອາຫານ ແລະ ຢາ ແຂວງ, ນະຄອນ ຕາມການມອບໝາຍ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດກ່ຽວກັບການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ ແມ່ນສາມາດຂໍອະນຸຍາດສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານ ຢູ່ແຂວງໃດກໍໄດ້ ແລະ ປະຕິບັດການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານ ຕົວຈິງຢູ່ດ່ານທີ່ກໍານົດໄວ້ໃນຂອບເຂດທົ່ວປະເທດ.

ອາຫານນຳເຂົ້າທີ່ມີຄວາມສ່ຽງສູງ ແລະ ອາຫານໃໝ່ ຕ້ອງໄດ້ຮັບການຂຶ້ນທະບຽນຈາກກົມອາຫານ ແລະ ຢາ ກ່ອນການຂໍອະນຸຍາດນຳເຂົ້າ (ເອກະສານຊ້ອນທ້າຍ 5).

ການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ ຕ້ອງແຈ້ງ​ເອກະສານ​ຕໍ່ເຈົ້າໜ້າທີ່ກວດກາອາຫານ ແລະ ຢາ ປະຈຳດ່ານ.

ອາຫານ ​ຕ້ອງສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານຕາມດ່ານສາກົນ, ດ່ານປະເພນີ ແລະ ດ່ານທ້ອງຖິ່ນ ຕາມບັນຊີ ທີ່ກະຊວງສາທາລະນະສຸກກໍານົດ.

ມາດຕາ 7     ເງື່ອນໄຂຂອງຜູ້ສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານອາຫານ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີ​ຈຸດປະສົງ ສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານໃນ ສປປ ລາວ ຕ້ອງ​ປະຕິບັດ​ຕາມກົດໝາຍວ່າດ້ວຍອາຫານ (ສະບັບປັບປຸງ), ມາດຕາ 34, 35, 36, 40, 41 ແລະ  ຂໍ້ຕົກລົງສະບັບນີ້, ຍົກເວັ້ນການນຳເຂົ້າອາຫານເພື່ອການບໍລິໂພກສ່ວນຕົວ.

       ຜູ້ສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ ຕ້ອງ​ແມ່ນບໍລິສັດຂາອອກ-ຂາເຂົ້າອາຫານ, ໂຮງງານຜະລິດອາຫານ, ອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງ ທີ່ບໍ່ແມ່ນລັດຖະບານ ແລະ ມູນນິທິ​ຕ່າງໆ ຊຶ່ງຕ້ອງມີເງື່ອນ​ໄຂດັ່ງນີ້:

  1. ຕ້ອງມີສະຖານທີ່ເໝາະສົມໃນການເກັບຮັກສາ ແລະ ແຈກຢາຍອາຫານຕາມມາດຕະຖານທີ່ໄດ້ກໍານົດໄວ້ເຊັ່ນ: ສາງ, ຫ້ອງເຢັນສໍາລັບອາຫານທີ່ຕ້ອງຮັກສາ​ຢູ່ໃນຄວາມເຢັນ, ພາຫະນະຂົນສົ່ງ ແລະ ອຸປະກອນທີ່ເໝາະສົມ ເພື່ອຮັບປະກັນຄວາມປອດໄພ ແລະ ຄຸນນະພາບຂອງອາຫານ ໃຫ້ຄົງຢູ່ໃນສະພາບເດີມ;
  2. ມີວິຊາການທີ່ໄດ້ຜ່ານການຝຶກອົບຮົມຂັ້ນພື້ນຖານ ດ້ານຄວາມປອດໄພອາຫານ;
  3. ມີລະບົບຕິດຕາມ ແລະ ຮຽກຄືນຜະລິດຕະພັນອາຫານ ທີ່ມີບັນຫາທາງດ້ານຄຸນນະພາບ ແລະ ຄວາມປອດໄພ;
  4. ຕ້ອງຮັບປະກັນວ່າອາຫານທີ່ນໍາເຂົ້າມາຮອດ ສປປ ລາວ ຕ້ອງມີອາຍຸການບໍລິໂພກໃຫ້ເຫຼືອຢ່າງນ້ອຍ 60 ເປີເຊັນ ກ່ອນໝົດອາຍຸ, ບັນລຸມາດຕະຖານ, ມີ​ຄຸນ​ນະພາ​ບ ແລະ ມີຄວາມປອດ​ໄພ ຍົກເວັ້ນອາຫານສົ່ງຜ່ານ.
  5. ຜູ້ສົ່ງຜ່ານອາຫານ ຕ້ອງຍື່ນເອກະສານຕາມແບບຟອມທີ່ໄດ້ກຳນົດໄວ້ ຢ່າງໜ້ອຍ 05 ວັນລັດຖະການ ກ່ອນວັນທີຈະສົ່ງຜ່ານ ຢູ່ກົມອາຫານ ແລະ ຢາ ຫຼື ຂະແໜງອາຫານ ແລະ ຢາ ແຂວງ, ນະຄອນ ທີ່ໄດ້​ຮັບການມອບໝາຍ ເພື່ອພິຈາລະນາ ພ້ອມທັງເສຍຄ່າທຳນຽມ.

ມາດຕາ 8     ຄ່າທຳນຽມການ ສົ່ງອອກ -ນຳເຂົ້າ ແລະ ສົ່ງຜ່ານ       

   ຜູ້ດໍາເນີນທຸລະກິດອາຫານ ຕ້ອງໄດ້ຈ່າຍຄ່າທຳນຽມການບໍລິການຕ່າງໆທີ່ພົວພັນເຖິງການກວດກາ, ການເກັບຕົວຢ່າງ, ການກວດສອບ ແລະ ການຢັ້ງຢືນ ອາຫານສົ່ງອອກ-ນໍາເຂົ້າແລະ ສົ່ງຜ່ານຕາມລະບຽບການທີ່ໄດ້ກໍານົດໃນລັດຖະດໍາລັດຂອງປະທານປະເທດໃນແຕ່ລະໄລຍະ.

ໝວດທີ 1
ການສົ່ງອອກອາຫານ

ມາດຕາ 9     ຫຼັກການຢັ້ງຢືນການສົ່ງອອກ

  1. ອາຫານໃດໜຶ່ງ ທີ່ສົ່ງອອກຈາກ ສປປ ລາວ ຕ້ອງບັນລຸມາດຕະຖານ, ຄຸນນະພາບ ແລະ ຄວາມປອດໄພຕາມທີ່ກໍານົດໄວ້ໃນ ກົດໝາຍວ່າດ້ວຍອາຫານ ມາດຕາ 34, ຕ້ອງປະຕິບັດຕາມລະບຽບການຂອງປະເທດຜູ້ນຳເຂົ້າ.
  2. ໃບຢັ້ງຢືນການສົ່ງອອກອາຫານ ຕ້ອງອອກໃຫ້ໂດຍກົມອາຫານ ແລະ ຢາ ຫຼື ຂະແໜງອາຫານ ແລະ ຢາ ແຂວງ, ນະຄອນ ທີ່ໄດ້ຮັບມອບໝາຍ.

ມາດຕາ 10    ການປະກອບເອກະສານຂໍໃບຢັ້ງຢືນການສົ່ງອອກອາຫານ

   ຜູ້ສົ່ງອອກອາຫານ ທີ່ຕ້ອງການໃບຢັ້ງຢືນການສົ່ງອອກ ແມ່ນໃຫ້ສະເໜີເຖິງ ກົມອາຫານ ແລະ ຢາ ຫຼື ຂະແໜງອາຫານ ແລະ ຢາ ແຂວງ, ນະຄອນ ຕາມແບບຟອມ, ພ້ອມກັບການເສັຍຄ່າທໍານຽມ ທີ່ໄດ້ກໍານົດໄວ້.

   ເອກະສານທີ່ປະກອບ ເພື່ອຂໍໃບຢັ້ງຢືນການສົ່ງອອກມີດັ່ງນີ້:

  1. ໃບຄຳຮ້ອງຂອງບໍລິສັດ/ໂຮງງານ (ເອກະສານຊ້ອນທ້າຍ 1)
  2. ໃບແຈ້ງລາຄາ;
  3. ໃບຢັ້ງຢືນຄວາມປອດໄພອາຫານ ຫຼື ລະບົບຄຸ້ມຄອງຄວາມປອດໄພອາຫານໃດໜຶ່ງເຊັ່ນ:

ໃບທະບຽນອາຫານ, ໃບຢັ້ງຢືນຄຸນນະພາບຂອງຜະລິດຕະພັນອາຫານ, GMP/HACCP, ISO 22000 ແລະ ໃບຢັ້ງຢືນອື່ນໆ;

  1. ໃບທະບຽນວິສາຫະກິດ;
  2. ໃບອະນຸຍາດດຳເນີນທຸລະກິດ.

ມາດຕາ 11    ຂັ້ນຕອນຂໍໃບຢັ້ງຢືນການສົ່ງອອກອາຫານ

   ຜູ້ສົ່ງອອກອາຫານ ຕ້ອງຍື່ນເອກະສານຕາມແບບຟອມທີ່ໄດ້ກຳນົດໄວ້ ຢ່າງໜ້ອຍ 05 ວັນລັດຖະການ ກ່ອນວັນທີຈະສົ່ງອອກ ຢູ່ກົມອາຫານ ແລະ ຢາ ຫຼື ຂະແໜງອາຫານ ແລະ ຢາ ແຂວງ, ນະຄອນ ທີ່ໄດ້​ຮັບການມອບໝາຍ ເພື່ອພິຈາລະນາ ພ້ອມທັງເສຍຄ່າທຳນຽມ.

ມາດຕາ 12    ການອອກໃບຢັ້ງຢືນການສົ່ງອອກ

  1. ກົມອາຫານ ແລະ ຢາ ຫຼື ຂະແໜງອາຫານ ແລະ ຢາ ແຂວງ, ນະຄອນ ຈະອອກໃບຢັ້ງຢືນໃຫ້ຜູ້ສົ່ງອອກ ພາຍໃນ 03 ວັນ ລັດຖະການພາຍຫຼັງໄດ້ຮັບເອກະສານຄົບຖ້ວນ;
  2. ໃບຢັ້ງຢືນການສົ່ງອອກ ແມ່ນໃຊ້ໄດ້ຄັ້ງດຽວເທົ່ານັ້ນ;
  3. ຜູ້ສົ່ງອອກອາຫານຕ້ອງແຈ້ງໃບຢັ້ງຢືນສົ່ງອອກຕໍ່ເຈົ້າໜ້າທີ່ກວດກາອາຫານ ແລະ ຢາ ທີ່ປະຈຳດ່ານ.

 

ໝວດທີ 2​
ການນໍາເຂົ້າອາຫານ

ມາດຕາ 13    ຫຼັກການທົ່ວໄປກ່ຽວກັບການນຳເຂົ້າອາຫານ

   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດກ່ຽວກັບການ ນໍາເຂົ້າ ອາຫານເພື່ອຈຳໜ່າຍຈະຕ້ອງໄດ້ຈົດທະບຽນນຳກົມອາຫານແລະຢາ ຫຼື ພະແນກສາທາລະນະສຸກແຂວງຕາມການມອບໝາຍ ແລະສະຖານທີ່ຕັ້ງຂອງທຸລະກິດ.

   ການນຳເຂົ້າອາຫານຕ້ອງປະຕິບັດຕາມກົດໝາຍ, ລະບຽບການ ແລະ ມາດຕະຖານອາຫານຂອງ ສປປ ລາວ ແລະ ຕ້ອງຮັບປະກັນອາຫານມີຄວາມປອດໄພ ແລະເໝາະສົມແກ່ການບໍລິໂພກ

   ອາຫານທີ່ມີຄວາມສ່ຽງສູງຈະຕ້ອງໄດ້ຈົດທະບຽນກ່ອນການອະນຸຍາດນຳເຂົ້າ, ອາຫານຄວາມສ່ຽງກາງ ແລະ ຕໍ່າ ແມ່ນສາມາດຂໍອະນຸຍາດນຳເຂົ້າໄດ້ເລີຍ (ເອກກະສານຊ້ອນທ້າຍລາຍ ການອາຫານຕາມຄວາມສ່ຽງ).

ມາດຕາ 14     ການປະກອບເອກະສານຂໍອະນຸຍາດນຳເຂົ້າ

    ເອກະສານທີ່​ຕ້ອງປະກອບ ເພື່ອຂໍອະນຸຍາດນໍາເຂົ້າມີດັ່ງນີ້:

  1. ໃບຄໍາຮ້ອງຂໍອະນຸຍາດນໍາເຂົ້າອາຫານ (ເອກະສານຊ້ອນທ້າຍ 2) (1 ສະບັບ);
  2. ໃບແຈ້ງລາຄາສິນຄ້າ (2 ສະບັບ);
  3. ໃບມັດ​ຫໍ່ສິນຄ້າ (2 ສະບັບ);
  4. ໃບຢັ້ງຢືນຮັບຮອງຄວາມປອດໄພອາຫານໃດໜຶ່ງຈາກປະເທດສົ່ງອອກເຊັ່ນ: Free sale Certificate), ໃບຢັ້ງຢືນ GHP, GMP, HACCP, ISO 22000 ຫຼື ການຢັ້ງຢືນອື່ນໆຈາກອົງການຄຸ້ມຄອງຄວາມປອດໄພອາຫານຂອງປະເທດສົ່ງອອກ ຢ່າງໜ້ອຍຍັງມີອາຍຸການນຳໃຊ້ໄດ້ 03 ເດືອນ (ເປັນພາສາອັງກິດ ແລະ ສະບັບແທ້, ຖ້າສະບັບສຳເນົາ ໃຫ້ຈ້ຳກາຂອງບໍລິສັດນຳເຂົ້າ) (1 ສະບັບ)
  5. ໃບຢັ້ງຢືນການວິ​ໄຈຈາກອົງການຄຸ້ມຄອງຄວາມປອດໄພອາຫານຂອງປະເທດສົ່ງອອກ ຫຼື ຫ້ອງວິ​ໄຈທີ່ໄດ້ຮັບຮອງຢ່າງ​ເປັນ​ທາງ​ການຢ່າງໜ້ອຍຍັງມີອາຍຸການນຳໃຊ້ໄດ້ສຳລັບຊຸດຜະລິດນັ້ນ (ເປັນພາສາອັງກິດ ແລະ ສະບັບແທ້, ຖ້າສະບັບສຳເນົາໃຫ້ຈໍ້າກາຂອງບໍລິສັດນຳເຂົ້າ) (2 ສະບັບ)
  6. ໃບທະບຽນວິສາຫະກິດ (1 ສະບັບ);
  7. ມີສະຫຼາກ ຫຼື ສະຕິກເກີ ເປັນພາສາລາວ (1 ສະບັບ);
  8. ຕົວຢ່າງຜະລິດຕະພັນອາຫານ (ຊະນິດລະ1 ຕົວຢ່າງ);
  9. ໃບຢັ້ງຢືນການຂຶ້ນທະບຽນອາ​ຫານຂອງ  ສປປ ລາວ (ຖ້າມີ)(1 ສະບັບ).

ມາດຕາ 15    ຂັ້ນຕອນການຂໍອະນຸຍາດນໍາເຂົ້າ

   ຜູ້ນຳເຂົ້າອາຫານ ຕ້ອງຍື່ນເອກະສານຕາມແບບຟອມທີ່ໄດ້ກຳນົດໄວ້ ຢ່າງໜ້ອຍ 05 ວັນລັດຖະການ ກ່ອນວັນທີຈະນຳເຂົ້າ ຢູ່ກົມອາຫານ ແລະ ຢາ ຫຼື ຂະແໜງອາຫານ ແລະ ຢາ ແຂວງ, ນະຄອນ ທີ່ໄດ້​ຮັບການມອບໝາຍ ເພື່ອພິຈາລະນາ ພ້ອມທັງເສຍຄ່າທຳນຽມ.

ມາດຕາ 16    ການພິຈາລະນາອອກໃບອະນຸຍາດນໍາເຂົ້າ

  1. ​ການພິຈາລະນາອອກອະນຸຍາດນຳເຂົ້າອາຫານແມ່ນຈະປະຕິບັດບົນພື້ນອາຫານທີ່ມີຄວາມສ່ຽງ ຊຶ່ງກົມອາຫານ ແລະ ຢາຈະໄດ້ມີຂໍ້ແນະນຳສະເພາະ.
  2. ກົມອາຫານ ແລະ ຢາ ຫຼື ຂະແໜງອາຫານ ແລະ ຢາ ແຂວງ, ນະຄອນ ຈະອອກໃບອະນຸຍາດນຳເຂົ້າອາຫານ ໃຫ້ຜູ້ນຳເຂົ້າ ພາຍໃນກຳນົດ 03 ວັນ ລັດຖະການພາຍຫຼັງໄດ້ຮັບເອກະສານຄົບຖ້ວນ;
  3. ໃບອະນຸຍາດນຳເຂົ້າ ແມ່ນໃຊ້ໄດ້ຄັ້ງດຽວ ພາຍໃນໄລຍະເວລາ 30 ວັນ ລັດຖະການ ແລະ ໃນກໍລະນີໝົດອາຍຸແຕ່ຍັງບໍ່ໄດ້ນຳເຂົ້າ ແມ່ນສາມາດຂໍຕໍ່ໄດ້ອີກໜຶ່ງຄັ້ງ ແລະ ມີອາຍຸການນຳໃຊ້ໄດ້ 30 ວັນ ລັດຖະການ;
  4. ຜູ້ນຳເຂົ້າອາຫານ ຕ້ອງແຈ້ງໃບອະນຸຍາດນຳເຂົ້າ ຕໍ່ເຈົ້າໜ້າທີ່ກວດກາອາຫານ ແລະ ຢາ ທີ່ປະຈຳດ່ານ.

ມາດຕາ 17    ການກວດສອບສະຖານທີ່ຕົ້ນກໍາເນີດຜະລິດຕະພັນອາຫານ

   ເພື່ອປະຕິບັດຕາມການຕົກລົງທາງດ້ານການຄ້າສອງຝ່າຍ ຫຼື ຫຼາຍຝ່າຍ ທີ່ຮັບຮູ້ຊຶ່ງກັນ ແລະ ກັນໃນການອອກອະນຸຍາດນໍາເຂົ້າ,  ອົງການຄຸ້ມຄອງຄວາມປອດໄພອາຫານ ຂອງ ສປປ ລາວ ສາມາດຕິດຕໍ່ປະສານງານກັບອົງການຄຸ້ມຄອງຄວາມປອດໄພອາຫານ ຂອງປະເທດສົ່ງອອກ ເພື່ອດໍາ​ເນີນການກວດສອບສະຖານທີ່ຜະລິດ​ອາ​ຫານ ໃນປະເທດຕົ້ນກໍາເນີດ ບົນພື້ນຖານການຮ່ວມມື ແລະ ລະບຽບການທີ່ກໍານົດໄວ້.

   ກໍລະນີ ການສະເໜີຂໍກວດສອບສະຖານທີ່ຜະລິດ​ອາ​ຫານ ຖືກປະຕິເສດ, ຜະລິດຕະພັນອາຫານນຳເຂົ້າດັ່ງກ່າວ ຈະບໍ່ອະນຸຍາດນຳເຂົ້າ ໃນ ສປປ ລາວ.

ມາດຕາ 18    ການກຳນົດສະຖານະພາບ ແລະ ລະດັບຂອງການກວດກາ

   ກົມອາຫານ ແລະ ຢາ ເປັນຜູ້ກໍານົດສະຖານະພາບ ແລະ ລະດັບການກວດກາຜູ້ນໍາເຂົ້າອາຫານໂດຍອີງໃສ່ຂໍ້ຕົກລົງວ່າດ້ວຍການກວດກາອາຫານ ເລກທີ 297/ກຊສ 2012; ມາດຕາ 5, ມາດຕາ 6 ແລະ ຄູ່ມືການກວດກາ ເພື່ອກໍານົດສະຖານະພາບທີ່ແທ້ຈິງ ແລະ ຄວາມຖີ່ຂອງການກວດກາ.

   ຂະແໜງອາຫານ ແລະ ຢາ ແຂວງ, ນະຄອນ ເປັນຜູ້ສະເໜີກົມອາຫານ ແລະ ຢາ ໃນການຈັດສະຖານະພາບໂດຍການສະໜອງຂໍ້ມູນການກວດກາ, ການປະເມີນຄວາມສ່ຽງ, ປະຫວັດຄວາມເປັນມາຂອງຜູ້ປະກອບການທຸລະກິດອາຫານ.

ມາດຕາ 19    ການມອບໝາຍໜ້າທີ່ ຈາກກົມອາຫານ ແລະ ຢາ ໃຫ້ແກ່ອົງກອນທີສາມ

   ກົມອາຫານ ແລະ ຢາ ເປັນຜູ້ພິຈາລະນາມອບໝາຍ ໃຫ້ອົງກອນ​ທີສາມ ຊຶ່ງລວມທັງ ບຸກ​ຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງພາກລັດ ຫຼື ເອກກະຊົນ ​ໃຫ້ປະຕິບັດ​ໜ້າ​ທີ່ກ່ຽວກັບການຄວບຄຸມອາຫານນຳເຂົ້າແທນຕົນດັ່ງ​ຕໍ່​ໄປນີ້:

1. ປະຕິບັດການກວດກາ;

2.​ ເກັບຕົວຢ່າງ;

3. ​ທົດສອບ ແລະ ວິໄຈອາຫານ;

   ໃນການປະຕິບັດ​ກິດ​ຈະ​ກຳຂ້າງເທິງນີ້, ບຸກຄົນທີ່ສາມ ຫຼື ຜູ້ທີ່ຖືກມອບໝາຍຈະ​ຖືກຕິດຕາມ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດໃຫ້ມີຄວາມສອດຄ່ອງກັບຂອບເຂດຈຸດປະສົງ ແລະ ເປົ້າໝາຍຕາມທີ່ໄດ້ຮັບການມອບໝາຍ.

   ບຸກຄົນທີ່ສາມ ຫຼື ຜູ້ທີ່ຖືກມອບໝາຍຕ້ອງສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດໃຫ້ກົມອາຫານ ແລະ ຢາຕາມທີ່ໄດ້ກຳນົດ.

ມາດຕາ 20    ການຮັບຮູ້ໃບຢັ້ງຢືນ

   ກົມອາຫານ ແລະ ຢາ, ຂະ​ແໜງ​ອາ​ຫານ ແລະ ຢາແຂວງ, ນະ​ຄອນ ຈະຮັບຮູ້ໃບຢັ້່ງຢືນຄວາມປອດໄພອາຫານທີ່ອອກໃຫ້ໂດຍອົງການຄຸ້ມຄອງຄວາມປອດໄພອາຫານຂອງປະເທດ​ຜູ້ສົ່ງອອກ ຫຼື ບຸກຄົນທີສາມທີ່ບັນລຸຕາມເງື່ອນໄຂການນຳເຂົ້າອາຫານຂອງ ສປປ ລາວ.

ມາດຕາ 21    ການນຳເຂົ້າອາຫານຮັບໃຊ້ສ່ວນບຸກຄົນ

   ບຸກຄົນໃດໜຶ່ງທີ່ມີຈຸດປະສົງນຳເຂົ້າອາຫານມາເພື່ອການບໍລິໂພກສ່ວນຕົວ, ຄອບຄົວ ແລະ ອື່ນໆທີ່ບໍ່ແມ່ນການຄ້າ ອາຫານດັ່ງກ່າວຕ້ອງບໍ່ເກີນປະລິມານທີ່ກຳນົດດັ່ງລຸ່ມນີ້:

  1. ຊີ້ນ ແລະ ຜະລິດຕະພັນຊີ້ນທຸກຊະນິດ (ລວມທັງປາ ແລະ ສັດປີກ) ໃນຮູບແບບດິບ ຫຼື ສຸກ ແມ່ນອະນຸຍາດໃຫ້ນຳເຂົ້າມາບໍ່ເກີນ 5 ກິໂລກຼາມຕໍ່ຄົນ;
  2. ອາຫານທະເລທຸກຊະນິດ ໃນຮູບແບບດິບ ຫຼື ສຸກ ແມ່ນອະນຸຍາດໃຫ້ນຳເຂົ້າມາບໍ່ເກີນ 5  ກິໂລກຼາມຕໍ່ຄົນ;
  3. ອາຫານທຸກຊະນິດທີ່ຜ່ານຂະບວນການຜະລິດ ແລະ ປຸງແຕ່ງ ລວມທັງຊີ້ນ, ປາ, ສັດປີກ,ອາຫານທະເລ,  ໝາກໄມ້ ແລະ ຜັກ ແມ່ນອະນຸຍາດນຳເຂົ້າອາຫານແຕ່ລະຊະນິດບໍ່ໃຫ້ເກີນ 5 ກິໂລກຼາມ;
  4. ອາຫານເສີມ, ນົມຜົງສຳລັບເດັກແດງ ແລະ ອາຫານສຳລັບເດັກແດງ ແມ່ນອະນຸຍາດໃຫ້ນຳເຂົ້າມາບໍ່ເກີນ 2 ກິໂລກຼາມຕໍ່ຄົນ.

ໝວດທີ 3
ການສົ່ງຜ່ານອາຫານ

ມາດຕາ 22    ຫຼັກການທົ່ວໄປຂອງການສົ່ງຜ່ານ

       ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຈະຂົນສົ່ງອາຫານ ຈາກປະເທດໃດໜຶ່ງຜ່ານ ສປປ ລາວ ໄປຫາ ປະເທດທີສາມ ຕ້ອງໄດ້ຂໍອະນຸຍາດສົ່ງຜ່ານ ຈາກກົມອາຫານ ແລະ ຢາ  ຂະ​ແໜງ​ອາຫານ ແລະ ຢາ ແຂວງ, ນະ​ຄອນ ຕາມຫຼັກການດັ່ງນີ້:

  1. ແຈ້ງເອກະສານຂໍອະນຸຍາດສົ່ງຜ່ານທາງການ ຕໍ່ເຈົ້າໜ້າກວດກາອາຫານ ແລະ ຢາປະຈໍາດ່ານ     ຂາເຂົ້າ-ຂາອອກ ຂອງ ສປປ ລາວ;
  2. ​ຖ້າ​ມີການຄ່ຽນ​ຖ່າຍສິນຄ້າໃສ່ລົດບັນທຸກອື່ນ ຫຼື ລົງສາງກ່ອນການສົ່ງຜ່ານນັ້ນ ຕ້ອງໄດ້ຜ່ານການກວດກາ ແລະ ຢັ້ງຢືນຈາກເຈົ້າໜ້າທີ່ກວດກາອາຫານ ແລະ ຢາ ຕາມ​ລະ​ບຽບ​ການ​ກ່ຽວກັບການສົ່ງຜ່ານ ທີ່​ໄດ້​ກຳ​ນົດ​ໄວ້​ໃນມາດ​ຕາ 36 ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ອາ​ຫານ;
  3. ຮັບ​ປະ​ກັນ​ວ່າ ການ​ສົ່ງ​​ອາ​ຫານຜ່ານ​ດິນ​ແດນ​ຂອງ ສ​ປ​ປ ລາວ ໄດ້​ດຳ​ເນີນ​ໂດຍວິທີການ ທີ່ຮັບ​ປະ​ກັນບໍ່​ໃຫ້​ເກີດ​ມີ​ຄວາມ​ສ່ຽງ ຫຼື ແຜ່​ກະ​ຈາຍພະ​ຍາດ​ ທີ່​ເກີດ​ມາ​ຈາກ​ອາ​ຫານດັ່ງກ່າວຢູ່ໃນ ສປປ ລາວ.

ມາດຕາ 23    ການປະກອບເອກະສານຂໍອະນຸຍາດສົ່ງຜ່ານ

     ເອກະສານທີ່​ຕ້ອງປະກອບ ເພື່ອຂໍອະນຸຍາດສົ່ງຜ່ານມີດັ່ງນີ້:

  1. ໃບຄໍາຮ້ອງຂໍອະນຸຍາດສົ່ງຜ່ານອາຫານ (ເອກະສານຊ້ອນທ້າຍ 3) (1 ສະບັບ);
  2. ໃບແຈ້ງລາຄາສິນຄ້າ (2 ສະບັບ);
  3. ໃບສັ່ງຊື້ສິນຄ້າ (2 ສະບັບ)
  4. ໃນຂົນສົ່ງສິນຄ້າ (ຖ້າມີ) (1 ສະບັບ)
  5. ໃບທະບຽນວິສາຫະກິດ (ຖ້າບໍລິສັດ ຫຼື ໂຮງງານຕັ້ງຢູ່ ສປປ ລາວ)  (1 ສະບັບ);
  6. ໃບຢັ້ງຢືນຮັບຮອງຄວາມປອດໄພອາຫານໃດໜຶ່ງຈາກປະເທດສົ່ງອອກ​ເຊັ່ນ:ໃບຢັ້ງຢືນການຂຶ້ນທະບຽນ, ໃບຢັ້ງຢືນການຈຳໜ່າຍ, ໃບຢັ້ງຢືນ GHP, GMP, HACCP, ISO 22000 ແລະ ອື່ນໆ (ເປັນພາສາອັງກິດ)(2 ສະບັບ)

ມາດຕາ 24    ຂັ້ນຕອນການຂໍອະນຸຍາດສົ່ງຜ່ານ               

    ຜູ້ສົ່ງຜ່ານອາຫານ ຕ້ອງຍື່ນເອກະສານຕາມແບບຟອມທີ່ໄດ້ກຳນົດໄວ້ຢ່າງໜ້ອຍ 05 ວັນລັດຖະການກ່ອນວັນທີຈະສົ່ງຜ່ານ ຢູ່ກົມອາຫານ ແລະ ຢາ ຫຼື ຂະແໜງອາຫານ ແລະ ຢາ ແຂວງ, ນະຄອນ ທີ່ໄດ້​ຮັບການມອບໝາຍ ເພື່ອພິຈາລະນາ ພ້ອມທັງເສຍຄ່າທຳນຽມ.

ພາກທີ III
ການກວດກາ
ຢູ່ດ່ານ

ມາດຕາ 25    ຂັ້ນຕອນການກວດກາຢູ່ດ່ານ

​     ເມື່ອອາຫານເຂົ້າມາເຖິງດ່ານ, ເຈົ້າໜ້າທີ່ກວດກາອາຫານ ແລະ ຢາປະຈຳດ່ານ ຕ້ອງໄດ້ກວດກາອາຫານສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານ ຢູ່ດ່ານກວດ​ກາທີ່ໄດ້ກຳນົດ​ໄວ້ ຕາມຂັ້ນຕອນ ໃນຄູ່ມື​ແນະ​ນຳການກວດກາ ແລະ ຕ້ອງໄດ້ປະສານ​ສົມ​ທົບກັບ ເຈົ້າໜ້າທີ່​ພາ​ສີ, ເຈົ້າ​ໜ້າ​ທີ່ກວດກາ ສຸຂະພາບສັດ ແລະ ພືດປະຈໍາດ່ານ, ຖ້າ​ມີຄວາມຈໍາເປັນ.

   ການກວດກາອາຫານປະຈຳດ່ານ, ເຈົ້າໜ້າທີ່ກວດກາອາຫານ ແລະ ຢາປະຈຳດ່ານ ຕ້ອງປະຕິບັດດັ່ງນີ້:

  1. ກວດກາຄວາມຖືກຕ້ອງຂອງເອກະສານ;
  2. ກວດກາອາຫານຕົວຈິງສົມທຽບໃສ່ເອກະສານ;
  3. ເກັບຕົວຢ່າງອາຫານ ແລະ ທົດສອບກັບທີ່ ຕາມ​ທີ່ໄດ້ກຳນົດໄວ້​ໃນຄູ່ມືການກວດກາ​ອາ​ຫານ;
  4. ລົງລາຍເຊັນ ແລະ ປະ​ທັບ​ຕາກວດຜ່ານໃສ່​ເອ​ກະ​ສານ ສົ່ງອອກ-​ນຳ​ເຂົ້າ​ ແລະ ສົ່ງຜ່ານ ທີ່ບັນ​ລຸ​ຕາມ​ເງື່ອນ​ໄຂ​;
  5. ກໍລະນີ ອາຫານ​ນຳ​ເຂົ້າ ທີ່ຕ້ອງໄດ້ເກັບຮັກສາ​ໄວ້ໃນອຸນຫະພູມສະເພາະ, ແຕ່ຢູ່​ໃນ​ດ່ານນຳ​ເຂົ້າ ​​ບໍ່​ມີສິ່ງ​ອຳ​ນວຍຄວາມ​ສະ​ດວກ​​​ດັ່ງກ່າວ, ຜູ້ນຳ​ເຂົ້າ​ຕ້ອງ​ຍ້າຍ ແລະ ເກັບ​ຮັກ​ສາ​ອາ​ຫານ​ໄວ້ ຢູ່​ໃນ​ສະ​ຖານ​ທີ່ ທີ່ມີເງື່ອນໄຂເໝາະສົມ, ໂດຍບໍ່​ໃຫ້ແຈກຢາຍ ຫຼື ຈໍາໜ່າຍເດັດຂາດ ຈົນກ່ວາ​ການກວດກາຈາກເຈົ້າ​ໜ້າ​ທີ່ກວດ​ກາປະຈຳດ່ານ ແລະ ເຈົ້າໜ້າທີ່ພາສີ ສຳເລັດ ພາຍໃນ 48 ຊົ່ວໂມງ.
  6. ອາຫານທີ່ມີຄວາມຈຳເປັນກວດກາເພີ່ມເຕີມ, ທົດສອບ ແລະ ວິໄຈ ແມ່ນຕ້ອງໄດ້ກັກໄວ້ຊົ່ວຄາວ ຈົນກວ່າຈະໄດ້ຮັບຜົນການຢັ້ງຢືນການທົດສອບ ແລະ ວິໄຈ;
  7. ການປະ​ຕິ​ເສດ​ ການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາ​ຫານ ຕ້ອງໄດ້ແຈ້ງເຫດຜົນເປັນທາງການ ໃຫ້ເຈົ້າຂອງຜະລິດຕະພັນ ເພື່ອຮັບຮູ້ ແລະ ປະຕິບັດຕາມລະບຽບທີ່ໄດ້ກຳນົດໄວ້.

    ອາຫານຕ້ອງ ສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານ ​ຕາມດ່ານສາກົນ ຫຼື ດ່ານປະເພນີ ຕາມ​ທີ່​ໄດ້​ກຳ​ນົດ​ຈາກກະຊວງສາທາລະນະສຸກ (ເອ​ກະ​ສານ​ຊ້ອນ​ທ້າຍທີ 4​) 

   ດ່ານ​ກວດ​ກາ​ການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ ຕ້ອງໄດ້​ກຳ​ນົດ​ຂຶ້ນເປັນລາຍການໂດຍ​ການປະສານ​ສົມ​ທົບກັບຂະແໜງການ​ອື່ນທີ່ກ່ຽວຂ້ອງ.

ມາດຕາ 26    ການປ່ອຍອາຫານແບບມີເງື່ອນໄຂ - ການກວດການອກສະຖານທີ່

   ໃນກໍລະນີການກວດກາອາຫານຕ້ອງໄດ້ດຳ​ເນີນການກວດກາໃນສະຖານທີ່ອື່ນຕາມທີ່ກໍານົດໄວ້ໃນມາດຕາ 23 ຂໍ້ 5 ເຈົ້າໜ້າທີ່ກວດກາອາຫານ ແລະ ຢາ ຕ້ອງໄດ້ຮ່ວມ​ມືກັບເຈົ້າໜ້າທີ່ພາສີເພື່ອປ່ອຍອາຫານ​ອອກກ່ອນ,ເຈົ້າໜ້າທີ່ພາສີຕ້ອງໄດ້​ບົ່ງ​ບອກໃນແບບຟອມ​ການປ່ອຍອາຫານ​ທີ່ກ່ຽວຂ້ອງວ່າອາຫານນັ້ນຍັງບໍ່​ທັນໄດ້ຮັບການກວດກາຈາກເຈົ້າໜ້າທີ່ກວດກາອາຫານ ແລະ ຢາ​ທີ່ປະຈໍາ​ຢູ່ດ່ານນຳ​ເຂົ້າ, ແຕ່​ການກວດ​ກາຈະໄດ້​ປະຕິບັດ​ໃນສະຖານທີ່ທີ່ໄດ້ຕົກລົງກັນ​ໄວ້.

   ອາຫານທີ່​ໄດ້​ປ່ອຍແບບມີເງື່ອນໄຂຕ້ອງໄດ້ເກັບຮັກສາ ແລະ ກັກໄວ້ບໍ່​ໃຫ້ແຈກຢາຍ ຫຼື ຈໍາໜ່າຍ ຈົນກ່ວາການ​ດຳ​ເນີນ​ການກວດກາສຳເລັດ.

   ເມື່ອ​ໃດອາຫານ​ຫາກໄດ້​ຮັບ​ການກວດກາແລ້ວ,​​ ເຈົ້າ​ໜ້າ​ທີ່ກວດ​ກາອາຫານ ແລະ ຢາ, ພາສີ ແລະ ຜູ້​ນຳ​ເຂົ້າຕ້ອງໄດ້ລົງລາຍເຊັນຮ່ວມກັນທັນທີໃສ່ແບບຟອມການກວດກາ.

ມາດຕາ  27   ການຕິດສະຫຼາກອາຫານນຳເຂົ້າ

       ອາຫານທີ່​​ນຳເຂົ້າ ຕ້ອງຕິດສະຫຼາກເປັນພາສາລາວຕາມເງື່ອນໄຂທີ່ກຳນົດໄວ້ ໃນຂໍ້ຕົກລົງວ່າດ້ວຍສະຫຼາກອາຫານ ສະບັບເລກທີ 519/ກຊສ ລົງວັນທີ 18/3/2009, ສຳລັບອາຫານທີ່ຜູ້ນຳເຂົ້າ ມີຈຸດປະສົງຈະເອົາມາຕິດສະຫຼາກຢູ່ໃນ ສປປ ລາວ ແມ່ນຕ້ອງດຳເນີນການຕິດສະຫຼາກໃຫ້ສຳເລັດພາຍໃນໄລຍະເວລາທີ່ເຈົ້າໜ້າທີ່ກວດກາອາຫານ ແລະ ຢາ ໄດ້ກຳນົດໄວ້ ຈະ​​ແມ່ນໃນກໍລະນີໃດໆກໍຕາມ.

ມາດຕາ 28    ການດໍາເນີນງານໃນກໍລະນີສຸກເສີນ

ອາຫານນໍາເຂົ້າທີ່ມີຄວາມສ່ຽງຫຼືເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ, ກົມ​ອາ​ຫານ ແລະ ຢາ, ຂະແໜງອາຫານ ແລະ ຢາ ແຂວງ, ນະຄອນ ຕ້ອງໄດ້ປະຕິບັດມາດຕະການຕອບໂຕ້​ຢ່າງຮິີບດ່ວນ ໂດຍການປະ​ສານສົມທົບກັບຂະແໜງການທີ່ກ່ຽວຂ້ອງເພື່ອ​ປະ​ຕິ​ບັດ​ມາດ​ຕະການແບບ​ສຸກ​ເສີນ​ທີ່​ໄດ້​ລະ​ບຸ​ໄວ້, ໃນ​ນັ້ນ​ລວມ​ມີການ​ກັກ, ການອາຍັດ ແລະ ຢືດສິນ​ຄ້າ​ທີ່​ສົງ​ໃສ,  ​ການຮຽກເກັບຄືນ ແລະ ທໍາລາຍ​ຖິ້ມ.

ການປະຕິບັດມາດຕະການດັ່ງກ່າວຕ້ອງ​ແຈ້ງໃຫ້ລະບົບການເຕືອນ​ໄພກ່ຽວກັບຄວາມປອດໄພອາຫານ ໃນລະດັບຊາດ, ພາກພື້ນ (ARASFF) ແລະ ສາກົນ (INFOSAN) ແລະ ແຈ້ງການຫາປະເທດ​ຜູ້ສົ່ງອອກ ໂດຍທາງໂທລະ​ຄົມ​ມະນາ​ຄົມ.

ມາດຕາ 29    ມາດຕະການຕໍ່ອາຫານທີ່ມີຄວາມສ່ຽງ

ອາຫານ​ທີ່ມີການຢັ້ງຢືນວ່າ ມີຄວາມສ່ຽງຕໍ່ສຸຂະພາບ, ບໍ່ບັນລຸມາດຕະຖານດ້ານຄຸນນະພາບ ແລະ ຄວາມປອດໄພຂອງອາຫານ ຕ້ອງໄດ້ສົ່ງກັບຄືນປະເທດຜູ້ສົ່ງອອກ.

ຄ່າໃຊ້ຈ່າຍຕ່າງໆ ໃນການບໍລິການອື່ນໆ ແມ່ນເຈົ້າຂອງຜະລິດຕະພັນອາຫານເປັນຜູ້ຮັບຜິດ ຊອບທັງໝົດ.

ພາກທີ IV
ຄວາມຖີ່ ແລະ
ປະເພດຂອງການກວດກາການນໍາເຂົ້າ

ມາດຕາ 30    ຄວາມຖີ່ຂອງການກວດກາ

ຄວາມຖີ່ຂອງການກວດກາອາຫານນໍາເຂົ້າຕ້ອງ​ອີງ​ໃສ່ຄວາມສ່ຽງ ແລະ ປະຫວັດການເຄື່ອນ ໄຫວທຸລະກິດຂອງຜູ້ນໍາເຂົ້າ ​ແລະ ຕ້ອງປະຕິບັດຕາມເນື້ອໃນ​ຂອງ ມາດຕາ 6 ຂອງຂໍ້ຕົກລົງວ່າດ້ວຍການກວດກາອາຫານ ​ສະ​ບັບເລກທີ 297/ກຊສ, ລົງວັນທີ 24 ​ກຸມ​ພາ 2012.

ອາ​ຫານ​ທີ່​ມີ​ຄວາມ​ສ່ຽງ​ສູງ ຫຼື ຜູ້ທີ່ນໍາເຂົ້າໃໝ່ ຫຼື ບໍ່ເຄີຍຮູ້ມາກ່ອນ ຕ້ອງເກັບຕົວຢ່າງທຸກຄັ້ງ ຈົນກວ່າ​ຈະບັນລຸ​ຕາມ​ມາດຕະຖານ​ທີ່​ກຳນົດ, ຫຼັງຈາກນັ້ນ ການ​ຂົນ​ສົ່ງ​ສິນ​ຄ້າຈະປະຕິບັດການເກັບ​ຕົວ​ຢ່າງຕາມປົກກະຕິ.

ປະລິມານຕົວຢ່າງທີ່ເກັບ ຕ້ອງປະ​ຕິ​ບັດຕາມຄູ່ມືການກວດກາ ຫຼື ຕາມ​ຄວາມ​ຕ້ອງ​ການຂອງ​ການວິໄຈ.

ມາດຕາ 31    ການກວດກາດ້ວຍຕາເປົ່າ

ເຈົ້າໜ້າທີ່ກວດກາອາຫານ ແລະ ຢາ ປະຈໍາ​ການຢູ່​ດ່ານ ຕ້ອງ​ດຳ​ເນີນການກວດກາດ້ວຍຕາເປົ່າດັ່ງນີ້:

  1. ກວດກາຄວາມຖືກຕ້ອງຂອງເອກະສານໂດຍ​ສົມ​ທຽບ​ໃສ່ກັບອາຫານທີ່ນໍາເຂົ້າຕົວຈິງ:

(1)   ຄວາມຖືກຕ້ອງລະຫວ່າງໃບແຈ້ງລາຄາ ແລະ ​ໃບ​ບິນ, ໃບມັດຫໍ່ ແລະ ຈໍານວນລາຍການ, ເລກ​ທີຊຸດຜະລິດ ແລະ ອາຫານຕົວຈິງ ແລະ ແຫຼ່ງທີ່ມາຂອງອາຫານ;

(2)   ຄວາມຖືກຕ້ອງລະ​ຫວ່າງໃບຢັ້ງຢືນຄວາມປອດໄພ​ອາຫານທີ່​ໄດ້​ຮັບ​ການຢັ້ງ​ຢືນກັບອາຫານທີ່ນໍາເຂົ້າຕົວຈິງ.

  1. ພິ​ສູດເບິ່ງສະຫຼາກ​ຂອງອາຫານວ່າ ບັນ​ລຸ​ຕາມ​ລະ​ບຽບ​ການກ່ຽວກັບສະຫຼາກອາຫານ ຫຼື ບໍ່

(1)  ສະຫຼາກກົງກັບ ຮູບ​ປະ​ພັນຂອງອາຫານ;

(2)  ເລກ​ທີຊຸດຜະລິດ;

(3)  ຂໍ້ມູນທີ່ສາມາດຮຽກເກັບ​ອາ​ຫານຄືນ;

(4)  ຊື່ ແລະ ທີ່ຢູ່ ຂອງຜູ້ຜະລິດ;

(5)  ປະເທດຕົ້ນກໍາເນີດ;

(6)  ບັນ​ຊີລາຍການສ່ວນປະກອບ​ອາ​ຫານ;

(7)  ວັນເດືອນ​ປີໝົດອາຍຸ​ການ​ນຳ​ໃຊ້; ແລະ

(8)  ລາຍລະອຽດອື່ນໆ ອາດກຳນົດ​ໄວ້ໃນຄູ່ມື​ກວດກາອາຫານ.

  1. ພິ​ສູດ​ເບິ່ງວັດຖຸຫຸ້ມຫໍ່​ຂອງອາຫານ​ທີ່​ຂົ​ນ​ສົ່ງ​ມານັ້ນ ວ່າບັນລຸຕາມລະບຽບການກ່ຽວກັບວັດ​ຖຸ

ການຫຸ້ມຫໍ່ອາຫານຂອງ ສປປ ລາວ ຄືດັ່ງທີ່ໄດ້​ກຳນົດຢູ່ໃນນິຕິກຳທີ່ກ່ຽວຂ້ອງ, ​ໃນ​ນັ້ນລວມທັງການ​ພິ​ສູດຢ່າງ​ໜ້ອຍດັ່ງນີ້:

(1)  ເບິ່ງວ່າການຫຸ້ມຫໍ່ນັ້ນຍັງ​ຄົບ​ຖ້ວນ, ບໍ່ມີຄວາມເສຍຫາຍ, ເໝາະ​ສົມ ແລະ ແທດ​ເໝາະ​ກັບ​ຜະ​ລິດ​ຕະ​ພັນ ຫຼື ບໍ່

(2)  ເບິ່ງຮອຍຈອດ ແລະ ຄວາມສົມບູນແບບຂອງພາຊະນະບັນຈຸອາຫານ ວ່າຍັງ​ຄົບ​ຖ້ວນ ຫຼື ບໍ່;

(3)  ມີຂະ​ໜາດ​ຄວາມເສຍຫາຍ ຫຼື ​ເສື່ອມຄຸນ;

(4)  ປະລິມານ ແລະ ປະ​ເພດຂອງບັນຫາອື່ນໆ;

(5)  ລາຍລະອຽດອື່ນໆ ທີ່ໄດ້ກຳນົດໄວ້ໃນຄູ່ມື​ການກວດກາ.

ມາດຕາ 32    ການເກັບຕົວຢ່າງ ແລະ ການວິໄຈ

ການເກັບຕົວຢ່າງ ເພື່ອການທົດສອບ ແມ່ນອີງຕາມຄວາມສ່ຽງຂອງອາຫານ ຫຼື ​ປະ​ເພດຂອງການປົນເປື້ອນ. ວິທີການເກັບຕົວຢ່າງຕ້ອງອີງໃສ່ແຜນການເກັບຕົວຢ່າງ ຂອງກົດລະຫັດ ອາຫານສາກົນ (Codex Alimentarius). 

ການວິໄຈຕົວຢ່າງ ຕ້ອງແມ່ນຫ້ອງວິໄຈທີ່ຮັບຮູ້ຢ່າງເປັນທາງການ ຕາມທີ່​ໄດ້ກຳນົດ​ໄວ້ໃນມາດຕາ 23 ຂອງກົດໝາຍວ່າດ້ວຍອາຫານ.

ຜູ້ນໍາເຂົ້າອາຫານ ອາດ​ສົ່ງ​ຕົວ​ຢ່າງ​ດ້ວຍ​ຕົນ​ເອງ ຫຼື ຕາມ​ການ​​ຮຽກຮ້ອງ​ ໄປ​ຫ້ອງທົດລອງທີ່ເປັນທາງການ​ເພື່ອ​ການ​ວິ​ໄຈ ແລະ ສົ່ງຜົນຂອງການວິໄຈໃຫ້ເຈົ້າໜ້າທີ່ກວດກາອາຫານ ແລະ ຢາ.

າກທີ V
ການບັນທຶກຂໍ້ມູນ ແລະ ການລາຍງານ

ມາດຕາ 33     ຂໍ້ມູນສົ່ງອອກ - ນໍາເຂົ້າ ແລະ ສົ່ງຜ່ານອາຫານ

ກົມອາຫານ ແລະ ຢາ ຕ້ອງສ້າງຖານຂໍ້ມູນໃນ​ລະ​ດັບ​ຊາດ ຫຼື ເອ​ກະ​ສານ​ສຳ​ຄັນ​ທີ່ກ່ຽວຂ້ອງກັບການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ. ຂໍ້ມູນທີ່​ກ່ຽວ​ຂ້ອງກັບການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານທີ່ໄດ້ມາຈາກກົມອາຫານ ແລະ ຢາ ແລະ ຂະແໜງອາຫານ ແລະ ຢາ ແຂວງ, ນະຄອນ ໃນຂອບເຂດທົ່ວປະເທດ.​

ຂໍ້ມູນທີ່ເຈົ້າ​ໜ້າ​ທີ່ກວດ​ກາອາຫານ ແລະ ຢາໃນ​​ຂັ້ນ​ສູນ​ກາງ ແລະ ​ແຂວງ, ນະຄອນ ຕ້ອງໄດ້ເກັບກໍາ ແລະ ຈັດ​ເຂົ້າໃສ່ຖານຂໍ້ມູນ ຫຼື ລະ​ບົບເອ​ກະ​ສານ​ ສຳ​ຄັນມີດັ່ງນີ້:

(1) ວັນ ເດືອນ ປີ ໃນການກວດກາ;

(2) ປະ​ເພດອາຫານ, ລາຍການ, ນໍ້າໜັກ ແລະ ມູນຄ່າ;

(3) ສະຖານທີ່ທຳ​ການຜະລິດ, ຜູ້ຜະລິດ ຫຼື ຜູ້ສະໜອງ ໃນປະເທດຕົ້ນກໍາເນີດ;

(4) ປະ​ເພດຂອງການກວດກາທີ່ໄດ້ປະຕິບັດ;

(5) ຜົນໄດ້​ຮັບຂອງການກວດກາ;

(6) ວັນ ເດືອນ ປີ ທີ່ໄດ້ປ່ອຍອາຫານ;

(7) ວັນ ເດືອນ ປີ ແລະ ມາດ​ຕະການ​ທີ່​ໄດ້ປະຕິບັດ ສຳລັບກໍລະນີອາຫານກວດບໍ່ຜ່ານ; ​ແລະ

(8) ຂໍ້ມູນອ່ືນໆທີ່ຈຳເປັນ ຫຼື ຮຽກຮ້ອງ ຈາກກົມອາຫານ ແລະ ຢາ.

ການສະຫຼຸບລາຍງານ ກ່ຽວ​ກັບຂໍ້ມູນການສົ່ງອອກ - ນໍາເຂົ້າ ແລະ ສົ່ງຜ່ານອາຫານ ​ຕ້ອງ​ສົ່ງໃຫ້ກົມອາຫານ ແລະ ຢາ ເປັນແຕ່ລະ​ໄລ​ຍະ.

ມາດຕາ 34    ການລາຍງານຂອງຜູ້ນໍາເຂົ້າ ແລະ ສົ່ງອອກອາຫານ

ຜູ້ນໍາເຂົ້າ ຫຼື ​ສົ່ງອອກອາຫານ ຕ້ອງລາຍງານແຜນການນໍາເຂົ້າ ຫຼື ​ສົ່ງອອກອາຫານ ປະຈໍາປີ ​ ແລະ ບົດລາຍງານປະຈຳຫົກເດືອນ ກ່ຽວກັບອາຫານນຳເຂົ້າ ຫຼື ສົ່ງອອກຕົວຈິງ ເຖິງກົມອາຫານ ແລະ ຢາ ຫຼື ຂະແໜງອາຫານ ແລະ ຢາ ແຂວງ, ນະຄອນ ມີດັ່ງນີ້:

  1. ຊະນິດອາຫານ, ລາຍການ, ນໍ້າໜັກ ແລະ ມູນຄ່າ ອາຫານທີ່ໄດ້ນໍາເຂົ້າ ຫຼື ສົ່ງອອກ;
  2. ເລກ​ທີຊຸດຜະລິດ, ວັນ​ ເດືອນ ປີຜະລິດ, ວັນ​ ເດືອນ​ ປີໝົດອາຍຸ​ການ​ນຳ​ໃຊ້ ແລະ ວັນ ເດືອນປີການນໍາເຂົ້າ ຫຼື ສົ່ງອອກ;
  3. ພາຫະນະ ແລະ ເສັ້ນທາງໃນການຂົນສົ່ງ (ທາງບົກ, ທາງນ້ຳ ຫຼື ທາງອາກາດ) ແລະ ດ່ານ​​ການນໍາເຂົ້າ ຫຼື ສົ່ງອອກ;
  4. ປະເທດຕົ້ນກໍາເນີດ;
  5. ຊື່ ແລະ ທີ່ຢູ່ຂອງຜູ້ສົ່ງອອກຈາກປະເທດສົ່ງອອກ, ປາຍທາງ ແລະ ຂອງຜູ້ນໍາເຂົ້າໃນ ສປປ ລາວ;
  6. ຜູ້ຜະລິດ, ລວມທັງເລກ​ທີຂຶ້ນທະບຽນສະຖານທີ່ທຳ​ການຜະລິດທີ່​ໄດ້​ຂຶ້ນ​ທະ​ບຽນ​ໄວ້ແລ້ວ;
  7. ບັນຊີລາຍການອາຫານທີ່ບໍ່ຜ່ານຕາມເງື່ອນໄຂຂອງລະບຽບການການນໍາເຂົ້າຂອງກະຊວງສາທາລະນະສຸກ;
  8. ບົດສະຫຼຸບກ່ຽວກັບເຫດການໃດໜຶ່ງທີ່​ເກີດຂຶ້ນ ແລະ ມາດຕະການທີ່ໄດ້ປະຕິບັດຕໍ່ອາຫານທີ່ບໍ່ມີຄວາມປອດໄພ ສໍາລັບການນໍາເຂົ້າ ຫຼື ການສົ່ງອອກ; ແລະ
  9. ບັນຫາອື່ນໆ ທີ່ກົມອາຫານ ແລະ ຢາ ອາດກໍານົດຂຶ້ນໃນຂໍ້ຕົກລົງຕ່າງໆ ແລະ ຮຽກຮ້ອງເພີ່ມເຕີມຕາມຄວາມຈໍາເປັນ.

ພາກທີ VI
ສິດ ແລະ ໜ້າທີ່ ຂອງເຈົ້າໜ້າທີ່ກວດກາອາຫານ ແລະ ຢາປະຈໍາດ່ານ

ມາດຕາ 35    ເຈົ້າໜ້າທີ່ກວດກາອາຫານ ແລະ ຢາປະຈໍາດ່ານ

     ເຈົ້າໜ້າທີ່ກວດກາອາຫານ ແລະ ຢາປະຈໍາ​ດ່ານ ຕ້ອງແມ່ນພະນັກງານອາຫານ ແລະ ຢາ ທີ່ໄດ້ຖືກແຕ່ງຕັ້ງ ແລະ ຜ່ານການຝຶກອົບຮົມກ່ຽວກັບການກວດກາອາຫານສົ່ງອອກ - ນຳເຂົ້າ ແລະ ສົ່ງຜ່ານ. 

ມາດຕາ 36    ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງເຈົ້າໜ້າທີ່ກວດກາອາຫານ ແລະ ຢາປະຈໍາດ່ານ

   ເຈົ້າໜ້າທີ່ກວດກາອາຫານ ແລະ ຢາປະຈໍາດ່ານ ມີສິດ ແລະ ໜ້າທີ່ດັ່ງນີ້:

  1. ກວດເອກະສານການສົ່ງອອກ - ນໍາເຂົ້າ ແລະ ສົ່ງຜ່ານອາຫານ;
  2. ກວດກາຕົວຈິງອາຫານທີ່ສົ່ງອອກ - ນໍາເຂົ້າ;
  3. ​ອະນຸຍາດ ຫຼື ປະຕິເສດ ການສົ່ງອອກ - ນໍາເຂົ້າ ແລະ ສົ່ງຜ່ານອາຫານ;
  4. ອາຍັດ ຫຼື ຢຶດ ຜະລິດຕະພັນອາຫານ ແລະ ທາດເພີ່ມໃສ່ອາຫານ ທີ່ບໍ່ຖືກຕ້ອງຕາມລະບຽບການດ້ານອາຫານຂອງ ສປປ ລາວ;
  5. ເກັບຕົວຢ່າງອາຫານ ຕາມຫຼັກການທີ່ໄດ້ກໍານົດໄວ້;
  6. ແນະນໍາ ແລະ ກ່າວເຕືອນຜູ້ສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ ທີ່ບໍ່ບັນລຸມາດຕະຖານ;
  7. ສະຫຼຸບລາຍງານຜົນຂອງການເຄື່ອນໄຫວ ກວດກາອາຫານສົ່ງອອກ-ນໍາເຂົ້າ, ສົ່ງຜ່ານ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆໃຫ້ຂະແໜງອາຫານ ແລະ ຢາ ແຂວງ, ນະ​ຄອນ ແລະ ກົມອາຫານ ແລະ ຢາ ທຸກສາມເດືອນ, ຫົກເດືອນ ແລະ ໜຶ່ງປີ.
  8. ປະສານງານກັບຂະແໜງການທີ່ກ່ຽວຂ້ອງ ກັບການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ;
  9. ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ.

ພາກທີ VII
ຂໍ້ຫ້າມ, ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ໝວດທີ 1​
ຂໍ້ຫ້າມ

ມາດຕາ 37    ຂໍ້ຫ້າມສໍາລັບຜູ້ສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ

ຫ້າມຜູ້ສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານປະພຶດດັ່ງນີ້:

  1. ນຳເຂົ້າອາຫານທີ່ບໍ່ໄດ້ຮັບການອະນຸຍາດຈາກກົມອາຫານ ແລະ ຢາ ແລະ ອາຫານ ແລະ ຢາແຂວ, ນະຄອນ;
  2. ນຳເຂົ້າອາຫານທີ່ບໍ່ໄດ້ຮັບການກວດກາ ແລະ ອະນຸຍາດຈາກເຈົ້າໜ້າທີ່ກວດກາອາຫານ ແລະ ຢາປະຈຳດ່ານ;
  3. ປອມແປງເອກະສານ ຫຼື ສະໜອງເອກະສານປອມ
  4. ນໍາເຂົ້າອາຫານທີ່ບໍ່ມີສະຫຼາກ ຫຼື ບໍ່ມີສະຕິກເກີ້ເປັນພາສາລາວ;
  5. ນໍາເຂົ້າອາຫານທີ່ໃກ້ຈະໝົດອາຍຸ ຫຼື ໝົດອາຍຸໃນການບໍລິໂພກ;
  6. ນໍາເຂົ້າອາຫານທີ່ມີລັກສະນະຂັດກັບວັດທະທໍາ ແລະ ຮີດຄອງປະເພນີຂອງ ສປປ ລາວ;
  7. ສົ່ງອອກ-ນໍາເຂົ້າອາຫານ ທີ່ນອນຢູ່ໃນບັນຊີລາຍການອາຫານຕ້ອງຫ້າມ;
  8. ນໍາເຂົ້າອາຫານ ທີ່ບໍ່ບັນລຸມາດຕະຖານຄຸນນະພາບ ແລະ ຄວາມປອດໄພ;
  9. ຈໍາໜ່າຍ ອາຫານສຳລັບສົ່ງຜ່ານ ຢູ່ໃນດິນແດນຂອງ ສປປ ລາວ;
  10.  ນຳເຂົ້າອາຫານທີ່ມີຄວາມສ່ຽງສູງ ແລະ ອາຫານໃໝ່ທີ່ບໍ່ໄດ້ຂຶ້ນທະບຽນນຳ ກົມອາຫານ ແລະ ຢາ.

ມາດຕາ 38    ຂໍ້ຫ້າມສໍາລັບເຈົ້າໜ້າທີ່ກວດກາອາຫານ ແລະ ຢາປະຈໍາດ່ານ

ຫ້າມເຈົ້າໜ້າທີ່ກວດກາອາຫານ ແລະ ຢາປະຈຳດ່ານປະພຶດດັ່ງນີ້:

  1. ພະນັກງານອາຫານ ແລະ ຢາປະຈຳດ່ານປ່ອຍອາຫານສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານທີ່ບໍ່ໄດ້ຮັບອະນຸມັດຈາກກົມອາຫານ ແລະ ຢາ, ອາຫານ ແລະ ຢາ ແຂວງ, ນະຄອນ;
  2. ປະຕິບັດໜ້າທີ່ ທີ່ຂາດຄວາມຍຸຕິທໍາ, ລໍາອຽງ ແລະ ບໍ່ຖືກຕ້ອງຕາມລະບຽບກົດໝາຍ;
  3. ເປີດເຜີຍຄວາມລັບຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີີ່ພົບເຫັນໃນເວລາປະຕິບັດການກວດກາ;
  4. ກົດໜ່ວງຖ່ວງດຶງ ຂັ້ນຕອນການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານ, ທວງເອົາສິນບົນ, ຮຽກຮ້ອງຄ່າຕອບແທນ, ສວຍໃຊ້ຖານະຕໍາແໜ່ງ, ສິດ ແລະ ໜ້າທີ່ທາງລັດຖະການເພື່ອຜົນປະໂຫຍດສ່ວນຕົວ;
  5. ປອມແປງເອກກະສານ ຫຼື ນຳໃຊ້ເອກກະສານປອມ ຫຼື ສະໜອງຂໍ້ມູນທີ່ເປັນຄວາມລັບຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໂດຍບໍ່ໄດ້ຮັບການອະນຸຍາດ;
  6. ປົກປິດ, ສະໜັບສະໜູນ, ຊ່ວຍເຫຼືອ ແລະ ສົມຮູ້ຮ່ວມຄິດກັບຜູ້ສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ ທີ່ບໍ່ບັນລຸມາດຕະຖານຄຸນນະພາບ ແລະ ຄວາມປອດໄພ;
  7. ລະເມີດຫຼັກການ ການກວດກາສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານ;
  8. ປະຕິບັດພຶດຕິກໍາອື່ນໆ ທີ່ຂັດກັບລະບຽບກົດໝາຍ.

ໝວດທີ 2
ນະໂຍບາຍ
ຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 39    ນະໂຍບາຍຕໍ່ຜູ້ມີຜົນງານ

          ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຈະໄດ້ຮັບການຍ້ອງຍໍ ດ້ວຍຮູບການທີ່ເໝາະສົມ ຈາກກະຊວງສາທາລະນະສຸກ.

ມາດຕາ 40    ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະ​ເມີດຂໍ້ຕົກລົງສະບັບນີ້ ​​ຈະຖືກ​ສຶກສາອົບຮົມ, ກ່າວເຕືອນ, ປັບໃໝ ຫຼື ລົງໂທດ ຕາມກໍລະນີເບົາ ຫຼື ໜັກ ດັ່ງລຸ່ມນີ້:

  1. ການລະເມີດຄັ້ງທີ່ 1 ຕໍ່ມາດຕາຕ່າງໆລຸ່ມນີ້:
  • ມາດຕາ 20 ຂໍ້ 1 ແລະ ຂໍ້ 2, ມາດຕາ 24, ມາດຕາ 25  ແລະ ມາດຕາ 35 ຂໍ້ 4, ຂໍ້ 6  ແລະ ຂໍ້ 10 ຖືກກ່າວເຕືອນ ແລະ ຂຽນ​ຄຳ​ປະ​ຕິ​ຍານເປັນລາຍລັກອັກສອນ;
  • ມາດຕາ 19  ຖືກກ່າວເຕືອນ ແລະ ຂຽນ​ຄຳ​ປະ​ຕິ​ຍານເປັນລາຍລັກອັກສອນ;
  • ມາດຕາ 35 ຂໍ້ 3 ຖືກກ່າວເຕືອນ, ຂຽນ​ຄຳ​ປະ​ຕິ​ຍານເປັນລາຍລັກອັກສອນ ແລະ ປັບ   ໃໝ 2,500,000 ກີບ;
  • ມາດຕາ 35 ຂໍ້ 1-2 ແລະ 5 ຖືກກ່າວເຕືອນ, ຂຽນ​ຄຳ​ປະ​ຕິ​ຍານເປັນລາຍລັກອັກສອນ ແລະ  ປັບໃໝ 5,000,000 ກີບ;
  • ມາດຕາ 35 ຂໍ້ 7-9 ຖືກກ່າວເຕືອນ, ຂຽນ​ຄຳ​ປະ​ຕິ​ຍານເປັນລາຍລັກອັກສອນ, ຖືກ​ປັບ  ໃໝ 5,000,000 ແລະ ຢຶດສິນຄ້າໄວ້.
  1. ການລະເມີດຄັ້ງທີ່ 2 ຕໍ່ມາດຕາຕ່າງໆລຸ່ມນີ້:
  • ມາດຕາ 20 ຂໍ້ 1 ແລະ ຂໍ້ 2, ມາດຕາ 24, ມາດຕາ 25, ແລະ ມາດຕາ 35 ຂໍ້ 4, ຂໍ້ 6  ແລະ ຂໍ້ 10 ຖືກກ່າວເຕືອນ, ຂຽນ​ຄຳ​ປະ​ຕິ​ຍານເປັນລາຍລັກອັກສອນ ແລະ ປັບໃໝ 1,000,000 ກີບ;
  • ມາດຕາ 19  ຖືກກ່າວເຕືອນ, ຂຽນ​ຄຳ​ປະ​ຕິ​ຍານເປັນລາຍລັກອັກສອນ ແລະ ປັບໃໝສອງ ເທົ່າຂອງມູນຄ່າຂອງສິນຄ້າຕາມທ່ອງຕະຫຼາດ;
  • ມາດຕາ 35 ຂໍ້ 3 ຖືກກ່າວເຕືອນ, ຂຽນ​ຄຳ​ປະ​ຕິ​ຍານເປັນລາຍລັກອັກສອນ ແລະ ປັບ   ໃໝ 5,000,000 ກີບ;
  • ມາດຕາ 35 ຂໍ້ 1-2 ແລະ 5 ຖືກກ່າວເຕືອນ, ຂຽນ​ຄຳ​ປະ​ຕິ​ຍານເປັນລາຍລັກອັກສອນ, ປັບໃໝ 10,000,000 ກີບ ແລະ ປິດກິດຈະການຊົ່ວຄາວ ຫົກເດືອນ ຫາ ໜຶ່ງປີ ໂດຍປະສານສົມທົບກັບຂະແໜງການ​ທີ່ກ່ຽວຂ້ອງ;
  • ມາດຕາ 35 ຂໍ້ 7-9 ຂຽນ​ຄຳ​ປະ​ຕິ​ຍານເປັນລາຍລັກອັກສອນ, ​ປັບໃໝ 10,000,000  ກີບ, ຢຶດສິນຄ້າໄວ້ ແລະ  ປິດກິດຈະການຊົ່ວຄາວ ຫົກເດືອນ ຫາ ໜຶ່ງປີ ໂດຍປະສານສົມທົບກັບຂະແໜງການ​ທີ່ກ່ຽວຂ້ອງ.
  1. ​ການລະເມີດຄັ້ງທີ່ 3 ຕໍ່ມາດຕາຕ່າງໆລຸ່ມນີ້:
  • ​ມາດຕາ 20 ຂໍ້ 1 ແລະ ຂໍ້ 2, ມາດຕາ 24, ມາດຕາ 25, ແລະ ມາດຕາ 35 ຂໍ້ 4, ຂໍ້ 6  ແລະ ຂໍ້ 10 ຖືກກ່າວເຕືອນ, ຂຽນ​ຄຳ​ປະ​ຕິ​ຍານເປັນລາຍລັກອັກສອນ, ປັບໃໝ 5,000,000 ກີບ ແລະ ປິດກິດຈະການຊົ່ວຄາວຫົກເດືອນ ຫາ ໜຶ່ງປີ ໂດຍປະສານສົມທົບກັບຂະແໜງ ການ​ທີ່ກ່ຽວຂ້ອງ;
  • ມາດຕາ 19  ຖືກກ່າວເຕືອນ, ຂຽນ​ຄຳ​ປະ​ຕິ​ຍານເປັນລາຍລັກອັກສອນ ແລະ ປັບໃໝ ສີ່ ເທົ່າຂອງມູນຄ່າຂອງສິນຄ້າຕາມທ່ອງຕະຫຼາດ;
  • ມາດຕາ 35 ຂໍ້ 3  ຖືກກ່າວເຕືອນ, ຂຽນ​ຄຳ​ປະ​ຕິ​ຍານເປັນລາຍລັກອັກສອນ, ປັບໃໝ 10,000,000 ກີບ ແລະ ປິດກິດຈະການຊົ່ວຄາວ 6 ເດືອນ ຫາ ໜຶ່ງປີ ໂດຍປະສານສົມທົບກັບຂະແໜງການ​ທີ່ກ່ຽວຂ້ອງ;
  • ມາດຕາ 35 ຂໍ້ 1-2 ລະ ຂໍ້ 5 ປັບໃໝ 15,000,000 ກີບ ແລະ ປິດກິດຈະການຖາວອນ ໂດຍປະສານສົມທົບກັບຂະແໜງການ​ທີ່ກ່ຽວຂ້ອງ;
  • ມາດຕາ 35 ຂໍ້ 7-9 ຖືກ​ປັບໃໝ 15,000,000 ກີບ, ຢຶດສິນຄ້າໄວ້ ແລະ  ປິດກິດຈະການຖາວອນໂດຍປະສານສົມທົບກັບຂະແໜງການ​ທີ່ກ່ຽວຂ້ອງ.

ການລະ​ເມີດ​ບໍ່​ວ່າ​ຈະ​ເປັນຄັ້ງທີ 1, ​2 ​ແລະ 3 ກໍຕາມ, ຖ້າ​ຫາກ​ກໍ່​ໃຫ້​ເກີດ​ອັນຕະລາຍ​ຮ້າຍ​ແຮງ​ຕໍ່​ສຸຂະພາບ ແລະ ​ເສດຖະກິດ ຫຼື​​ ແຕະ​ຕ້ອງເຖິງຊີວິດ​ຂອງ​ຜູ້​ບໍລິ​ໂພ​ກ, ຜູ້​ລະ​ເມີດ​ຈະ​ຖືກ​ດໍາ​ເນີນ​ຄະດີຕາມລະບຽບ​ກົດໝາຍ.

ມາດຕາ 41    ມາດຕະການຕໍ່ພະນັກງານອາຫານ ແລະ ຢາປະຈຳດ່ານ ແລະ ພະນັກງານທີ່ກ່ຽວຂ້ອງ

ພະນັກງານກວກາອາຫານ ແລະ ຢາປະຈຳດ່ານ ແລະ ພະນັກງານທີ່ກ່ຽວຂ້ອງທີ່ໄດ້ລະ​ເມີດຂໍ້ຕົກລົງສະບັບນີ້ ​​ຈະຖືກ​ສຶກສາອົບຮົມ, ກ່າວເຕືອນ, ໂຈະການເລື່ອນຊັ້ນ ແລະ ຖືກລົງວິໄນຕາມລະບຽບລັດຖະກອນສະບັບນຳໃຊ້ປະຈຸບັນ.

ມາດຕາ 42    ການໂຈະ ແລະ ການລົບລ້າງໃບອະນຸຍາດສົ່ງອອກ - ນໍາເຂົ້າ ແລະ ສົ່ງຜ່ານ

ກົມອາຫານ ແລະ ຢາ, ຂະແໜງອາຫານ ແລະ ຢາ ແຂວງ, ນະຄອນ ສາມາດໂຈະ ແລະ ລົບລ້າງໃບອະນຸຍາດສົ່ງອອກ - ນໍາເຂົ້າ ແລະ ສົ່ງຜ່ານອາຫານ ​ຕາມແຕ່ລະກໍລະນີດັ່ງນີ້:

  1. ອາຫານນຳເຂົ້າທີ່ພາໃຫ້ເກີດພະຍາດ ຫຼື ກໍລະນີສຸກເສີນ ຈະຖືກໂຈະ;
  2. ຜູ້​ຖືໃບອະນຸຍາດ ຝ່າຝືນລະບຽບກົດໝາຍ​ວ່າ​ດ້ວຍ​ອາ​ຫານ, ນິ​ຕິ​ກຳ​ໃດ​ໜຶ່ງ​ທີ່ກ່ຽວຂ້ອງ ແລະ​ ຂໍ້ຕົກລົງສະບັບນີ້ ຈະຖືກລົບລ້າງ;
  3. ໃບອະນຸຍາດນຳເຂົ້າຖືກຮັບຮອງ ແຕ່ຜູ້ນຳເຂົ້າບໍ່ມາເອົາພາຍໃນກຳນົດ 90 ວັນ ຈະຖືກລົບລ້າງ;
  4. ການແຈ້ງເຕືອນຈາກພາກພື້ນ ແລະ ສາກົນກ່ຽວກັບຜົນກະທົບ ຫຼື ຄວາມສ່ຽງຂອງອາຫານທີ່ຈະສົ່ງອອກ - ນໍາເຂົ້າ ແລະ ສົ່ງຜ່ານ ຈະຖືກໂຈະ.

ພາກທີ VIII
ການບໍ່ເສຍຄ່າທົດແທນ, ການເກັບຄ່າທຳນຽມ ແລະ ການຮ້ອງຮຽນ

ມາດຕາ 43    ການບໍ່ເສຍຄ່າທົດແທນ

       ກະຊວງສາທາລະນະສຸກ ຫຼື ເຈົ້າໜ້າທີ່ກວດກາອາຫານ ແລະ ຢາປະ​ຈໍາ​​​ດ່ານຈະບໍ່ຮັບຜິດຊອບຕໍ່ການເສຍ​ຫາຍ​ໃດໆທີ່ເກີດຈາກການອາຍັດ ຫຼື ຢຶດ​ອາ​ຫານ, ການສັ່ງຢຸດກິດຈະການທຸລະກິດອາຫານ ຊົ່ວຄາວ ຫຼື ການປິດຢ່າງຖາວອນ, ການດໍາເນີນການ ແລະ ການຕັດສິນໃດໜຶ່ງ ທີ່​ຖືກຕ້ອງ​ຕາມກົດໝາຍວ່າ​ດ້ວຍອາຫານ ຫຼື ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 44     ການເກັບຄ່າທໍານຽມ

ຜູ້ດໍາເນີນທຸລະກິດການສົ່ງອອກ - ນໍາເຂົ້າ ແລະ ສົ່ງຜ່ານອາຫານ ຕ້ອງຈ່າຍຄ່າທຳນຽມ​​ສຳ​ລັບ​ການອະນຸຍາດ​ສົ່ງອອກ - ນໍາເຂົ້າ ແລະ ສົ່ງຜ່ານ ​ແລະ ຄ່າ​ທຳ​ນຽມ​ໃນການບໍລິການ​ອື່ນໆທີ່​ຕິດພັນກັບການກວດກາ, ການ​ເກັບ​ຕົວ​ຢ່າງ ແລະ​ ການວິ​ໄຈຕົວຢ່າງ, ການກວດສອບ ແລະ ການ​ອອກ​ໃບຢັ້ງຢືນ​ຕ່າງໆ ຕາມ​​ລະບຽບການທີ່ໄດ້ກໍານົດໄວ້​ໃນ​ລັດຖະບັນຍັດຂອງປະທານປະເທດ.

ມາດຕາ 45    ການຮ້ອງຮຽນ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດ​ໜຶ່ງທີ່ບໍ່ໄດ້ຮັບຄວາມເປັນທຳຈາກການ​ປະຕິບັດງານ ຂອງເຈົ້າໜ້າທີ່ກວດກາອາຫານ ແລະ ຢາປະຈຳດ່ານໃດ​ໜຶ່ງ, ຜູ້ກ່ຽວມີສິດຍື່ນຄໍາຮ້ອງຮຽນ ທາງບໍລິຫານພ້ອມ​ດ້ວຍ​ເອກະສານ ແລະ ຫຼັກຖານຕ່າງໆທີ່ມີ ເຖິງຂະແໜງການທີ່ກ່ຽວຂ້ອງຕາມແຕ່ລະຂັ້ນ.

ພາກທີ ​​IX
ບົດບັນຍັດສຸດທ້າຍ

ມາດຕາ 46    ການຈັດຕັ້ງປະຕິບັດ

ມອບໃຫ້ກົມອາຫານ ແລະ ຢາ ເປັນເຈົ້າການໃນການຜັນຂະຫຍາຍ ແລະ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດຂໍ້​ຕົກ​ລົງ​ສະ​ບັບ​ນີ້​ໃຫ້ປະກົດຜົນເປັນຈິງ.

ມາດຕາ 47    ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນບັງຄັບໃຊ້ພາຍ​ໃນ 60 ວັນ ນັບແຕ່ມື້ລົງລາຍເຊັນ ​ແລະ ລົງ​ຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການເປັນຕົ້ນໄປ.

ຂໍ້ຕົກລົງ ຫຼື ເນື້ອ​ໃນ​ຂໍ້​ຕົກ​ລົງ ແລະ ລະບຽບການ ສະບັບໃດ​ໜຶ່ງ ທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກລົບລ້າງ.                                          

ລັດຖະມົນຕີ

ຮສ. ດຣ. ບຸນກອງ ສີຫາວົງ

 

# ຫົວຂໍ້ ດາວໂຫຼດ
1 Decision on Export-Import and Transit of Food No 1166/MoH, dated 21 June 2018 PDF
2 ຂໍ້ຕົກລົງວ່າດ້ວຍການສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານອາຫານ ເລກທີ 1166/ສທ, ລົງວັນທີ 21 ມິຖຸນາ 2018 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ຂໍອະນຸຍາດນຳເຂົ້າອາຫານ ຕ້ອງໄດ້ຮັບອະນຸມັດ ກະຊວງ ສາທາລະນະສຸກ ອາຫານທຸກຊະນິດຕ້ອງໄດ້ຮັບອະນຸຍາດນຳເຂົ້າທຸກຄັ້ງ ຈາກກົມອາ ຫານ ແລະ ຢາ ກະຊວງສາທາລະນະສຸກ. ພະແນກສາທາລະນະສຸກ ແຂວງ ແລະ ນະຄອນຫຼວງ
  1. ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການຜະລິດ, ສົ່ງອອກ-ນໍາເຂົ້າ ອາຫານທີ່ປອດໄພ ເລກທີ 856/ກຊສ, ລົງວັນທີ 12 ພຶດສະພາ 2006
  2. ຂໍ້ກໍານົດ ວ່າດ້ວຍ ການຈົດທະບຽນ ອາຫານ ເລກທີ 1600/ກຊສ
  3. ກົດໝາຍ ວ່າດ້ວຍ ອາຫານ (ສະບັບປັບປຸງ) ເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013
  4. ຂໍ້ຕົກລົງວ່າດ້ວຍການສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານອາຫານ ເລກທີ 1166/ສທ, ລົງວັນທີ 21 ມິຖຸນາ 2018
9999-12-31 ALL
2 ຮຽກຮ້ອງໃຫ້ຈົດທະບຽນອາຫານທີ່ມີຄວາມສ່ຽງ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ສາທາລະນະສຸກ ອາຫານທີ່ມີຄວາມສ່ຽງຕ້ອງໄດ້ຈົດທະບຽນ ແລະ ສະເໜີແຜນການນຳເຂົ້າເພື່ອຂໍໃບຢັ້ງຢືນການຂຶ້ນທະບຽນຈາກກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ.
  1. ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການຜະລິດ, ສົ່ງອອກ-ນໍາເຂົ້າ ອາຫານທີ່ປອດໄພ ເລກທີ 856/ກຊສ, ລົງວັນທີ 12 ພຶດສະພາ 2006
  2. ກົດໝາຍ ວ່າດ້ວຍ ອາຫານ (ສະບັບປັບປຸງ) ເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013
  3. ຂໍ້ຕົກລົງວ່າດ້ວຍການສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານອາຫານ ເລກທີ 1166/ສທ, ລົງວັນທີ 21 ມິຖຸນາ 2018
9999-12-31 ALL
3 ຮຽກຮ້ອງໃຫ້ກວດກາອາຫານນຳເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ສາທາລະນະສຸກ ການນໍາເຂົ້າອາຫານ ຕ້ອງໄດ້ຮັບການກວດກາ ໂດຍຫຼັກ ການປະເມີນຄວາມສ່ຽງ ຈາກເຈົ້າ ໜ້າທີ່ອາຫານ ແລະ ຢາ ປະຈໍາດ່ານ.
  1. ຂໍ້ຕົກລົງ ວ່າດ້ວຍ ການກວດກາອາຫານ ເລກທີ 297/ກຊສ
  2. ຂໍ້ຕົກລົງວ່າດ້ວຍການສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານອາຫານ ເລກທີ 1166/ສທ, ລົງວັນທີ 21 ມິຖຸນາ 2018
9999-12-31 ALL
4 ຮຽກຮອ້ງໃຫ້ຜູ້ນຳເຂົ້າອາຫານຕ້ອງໄດ້ຂື້ນທະບຽນ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ສາທາລະນະສຸກ ຜູ້ນຳເຂົ້າອາຫານ ທີ່ຖືກບໍລິໂພກດ້ວຍຄົນເຮົາ ແລະ ຢູ່ໃນຄວາມຮັບຜິດຊອບຂອງກະຊວງສາທາລະນະສຸກ ຕ້ອງໄດ້ຂຶ້ນທະບຽນດໍາເນີນທຸລະກິດກັບກົມອາຫານ ແລະ ຢາF ກະຊວງສາທາລະນະສຸກ
  1. ຂໍ້ຕົກລົງ ວ່າດ້ວຍ ການກວດກາອາຫານ ເລກທີ 297/ກຊສ
  2. ຂໍ້ຕົກລົງວ່າດ້ວຍການສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານອາຫານ ເລກທີ 1166/ສທ, ລົງວັນທີ 21 ມິຖຸນາ 2018
9999-12-31 ALL
5 ຮຽກຮ້ອງໃຫ້ມີການຕິດສະຫຼາກໃສ່ອາຫານທີ່ນຳເຂົ້າ TBT ກະຊວງ ສາທາລະນະສຸກ ອາຫານທຸກປະເພດທີ່ນຳເຂົາ ສປປ ລາວ ຈະຕ້ອງມີການຕິດສະຫຼາກທີ່ລະບຸລາຍລະອຽດ ແລະ ຂໍ້ມູນກ່ຽວກັບອາຫານນັ້ນ
  1. ກົດໝາຍ ວ່າດ້ວຍ ອາຫານ (ສະບັບປັບປຸງ) ເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013
  2. ຂໍ້ຕົກລົງ ວ່າດ້ວຍສະຫລາກຂອງຜະລິດຕະພັນອາຫານ ທີ່ບັນຈຸໃນເຄື່ອງຫຸ້ມຫໍ່ ເລກທີ 519/ກຊສ, ລົງວັນທີ 18 ມີນາ 2009
  3. ຂໍ້ຕົກລົງວ່າດ້ວຍການສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານອາຫານ ເລກທີ 1166/ສທ, ລົງວັນທີ 21 ມິຖຸນາ 2018
9999-12-31 ALL
6 ຮຽກຮ້ອງໃຫ້ມີການກວດກາອາຫານສົ່ງອອກ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ສາທາລະນະສຸກ ການສົ່ງອອກຜະລິດຕະພັນອາຫານ ຈະຕ້ອງໄດ້ຮັບການກວດກາໂດຍເຈົ້າໜ້າທີ່ອາຫານ ແລະ ຢາ ປະຈໍາດ່ານ ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ຄ່ອງຕາມຫຼັກການ ແລະ ເງື່ອນໄຂ ຂອງປະເທດນໍາເຂົ້າ
  1. ກົດໝາຍ ວ່າດ້ວຍ ອາຫານ (ສະບັບປັບປຸງ) ເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013
  2. ຂໍ້ຕົກລົງວ່າດ້ວຍການສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານອາຫານ ເລກທີ 1166/ສທ, ລົງວັນທີ 21 ມິຖຸນາ 2018
9999-12-31 ALL
7 ຕ້ອງນຳເຂົ້າອາຫານ ສະເພາະດ່ານຊາຍແດນທີ່ໄດ້ກຳນົດໄວ້ ທົ່ວໄປ ກະຊວງ ສາທາລະນະສຸກ ອາຫານ ຕ້ອງນຳເຂົ້າສະເພາະດ່ານຊາຍແດນ ທີ່ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ກ່ຽວຂ້ອງໄດ້ກໍານົດໄວ້.
  1. ຂໍ້ຕົກລົງ ວ່າດ້ວຍ ການກວດກາອາຫານ ເລກທີ 297/ກຊສ
  2. ຂໍ້ຕົກລົງວ່າດ້ວຍການສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານອາຫານ ເລກທີ 1166/ສທ, ລົງວັນທີ 21 ມິຖຸນາ 2018
9999-12-31 ALL
8 ຕ້ອງສົ່ງອອກອາຫານ ຜ່ານດ່ານຊາຍແດນທີ່ໄດ້ກຳນົດໄວ້ ທົ່ວໄປ ກະຊວງ ສາທາລະນະສຸກ ອາຫານ ຕ້ອງສົ່ງອອກສະເພາະດ່ານຊາຍແດນ ທີ່ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ກ່ຽວຂ້ອງໄດ້ກໍານົດໄວ້. ຂໍ້ຕົກລົງວ່າດ້ວຍການສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານອາຫານ ເລກທີ 1166/ສທ, ລົງວັນທີ 21 ມິຖຸນາ 2018 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.