ສັນຍາອໍານວຍຄວາມສະດວກທາງດ້ານການຄ້າແມ່ນຫຍັງ ແລະ ມີມາດຕະການຄືແນວໃດແດ່?

ນີຍາມພື້ນຖານ:

ສັນຍາອຳນວຍຄວາມສະດວກທາງດ້ານການຄ້າ (ສັນຍາ ອຄ)ແມ່ນສັນຍາຫຼາຍຝ່າຍທີ່ຮັບຮອງໂດຍບັນດາປະເທດສະມາຊິກອົງການການຄ້າໂລກ (WTO)ໃນເດືອນ ທັນວາ 2013 ພາຍຫຼັງມີການເຈລະຈາກັນເປັນເວລາດົນຫຼາຍປີ ແລະ ປະຈຸບັນສັນຍາດັ່ງກ່າວມີຜົນບັງຄັບໃຊ້ຢ່າງເປັນທາງການ.

 

ມາດຕະການພື້ນຖານ:

ສັນຍາ ອຄ ໄດ້ກຳນົດ ບັນດາມາດຕະການທີ່ທຸກປະເທດສະມາຊິກຕ້ອງໄດ້ຈັດຕັ້ງປະຕິບັດເພື່ອເຮັດໃຫ້ການຄ້າສາກົນມີປະສິດຕິພາບຍິ່ງຂື້ນ ໂດຍຜ່ານການຫຼຸດຜ່ອນຕົ້ນທຶນທາງດ້ານການຄ້າ.ມາດຕະການເຫຼົ່ານີ້ ແມ່ນແນ່ໃສ່ເຮັດໃຫ້ສາມາດເຄື່ອນຍ້າຍ ແລະ ກວດປ່ອຍສິນຄ້າຜ່ານດ່ານສາກົນໄດ້ຢ່າງວ່ອງໄວລວມທັງການອຳນວຍຄວາມສະດວກສິນຄ້າຜ່ານແດນ.

ຮູບການການຈັດຕັ້ງປະຕິບັດໃນກອບອົງການການຄ້າໂລກ:

ສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ ມີຜົນບັງຄັບໃຊ້ໃນວັນທີ 22 ກຸມພາ 2017 ພາຍຫຼັງ ທີ 2/3 ຂອງຈໍານວນ ປະເທດສະມາຊິກອົງການການຄ້າໂລກ ໃຫ້ສັດຕະຍາບັນຕໍ່ສັນຍາດັ່ງກ່າວ.

ເນື້ອໃນສຳຄັນຂອງສັນຍາອຳນວຍຄວາມສະດວກທາງດ້ານການຄ້າ:

  1. ສັນຍາ ອຄໄດ້ກຳນົດບັນດາມາດຕະການອຳນວຍຄວາມສະດວກທາງດ້ານການຄ້າ ທີ່ບັນດາປະເທດສະມາຊິກຕ້ອງໄດ້ຈັດຕັ້ງປະຕິບັດ ເຊັ່ນ: ການສ້າງສື່ສິ່ງພິມ ແລະ ເຜີຍແຜ່ຂໍ້ມູນທາງດ້ານການຄ້າ, ການສ້າງຈຸດສອບຖາມ, ການແຈ້ງເອກະສານພາສີລ່ວງໜ້າ ແລະ ການນໍາໃຊ້ລະບົບການບໍລິຫານຄວາມສ່ຽງເປັນຕົ້ນ.
  2. ສັນຍາ ອຄມີທັງໝົດ 3 ພາກ ແລະ ໃນນັ້ນມີ 24 ມາດຕາ.
  3. ພາກທີ I ຂອງສັນຍາ ອຄ ກໍານົດບັນດາມາດຕະການອໍານວຍຄວາມສະດວກທາງດ້ານການຄ້າ(ມາດຕາ 1-12).
  4. ພາກທີ II ກຳນົດການປະຕິບັດແບບພິເສດ ແລະ ແຕກຕ່າງ ແລະ ກຳນົດເວລາໃນການຈັດຕັ້ງປະຕິບັດ (ມາດຕາ 13-22).
  5. ພາກທີ III ກຳນົດຂໍ້ຕົກລົງທາງດ້ານສະຖາບັນ ແລະ ບົດບັນຍັດສຸດທ້າຍຂອງສັນຍາ (ມາດຕາ 23-24).
  6. ເມື່ອສັນຍາມີຜົນບັງຄັບໃຊ້, ບັນດາບົດບັນຍັດໃນສັນຍາແມ່ນມີຜົນບັງຄັບກັບທຸກໆປະເທດສະມາຊິກອົງການການຄ້າໂລກ.
  7. ແຕ່ພາຍໃຕ້ບົດບັນຍັດ ກ່ຽວກັບວິທີການປະຕິບັດແບບພິເສດ ແລະ ແຕກຕ່າງ, ປະເທດກຳລັງພັດທະນາ ແລະ ດ້ອຍພັດທະນາ ຈະໄດ້ຮັບຄວາມຢຶດຢຸ່ນ ດ້ານກຳນົດເວລາໃນການຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆໃນສັນຍາ.
  8. ບົດບັນຍັດກ່ຽວກັບວິທີການປະຕິບັດແບບພິເສດ ແລະ ແຕກຕ່າງກຳນົດ 3 ໝວດ (ໝວດ A, B ແລະ C) ມາດຕະການອຳນວຍຄວາມສະດວກທາງດ້ານການຄ້າ ທີ່ມີກຳນົດເວລາໃນການຈັດຕັ້ງປະຕິບັດທີ່ແຕກຕ່າງກັນ.
  9. ສັນຍາ ອຄ ບໍ່ໄດ້ມີການຈັດໝວດມາດຕະການຕ່າງໆ, ແຕ່ເປີດໃຫ້ປະເທດສະມາຊິກ ສາມາດຈັດໝວດມາດຕະການເອງຕາມຄວາມຕ້ອງການ, ຄວາມສາມາດ ແລະ ຄວາມພ້ອມໃນການຈັດຕັ້ງປະຕິບັດຂອງແຕ່ລະປະເທດ.
  10. ສັນຍາ ອຄໄດ້ກຳນົດບົດບັນຍັດກ່ຽວກັບການໃຫ້ຊ່ວຍເຫຼືອທາງດ້ານວິຊາການ ແລະ ສ້າງຂີດຄວາມສາມາດທີ່ຈຳເປັນໃນການຈັດຕັ້ງປະຕິບັດມາດຕະການໃນສັນຍາດັ່ງກ່າວ.

ສັນຍາອໍານວຍຄວາມສະດວກທາງດ້ານການຄ້າປະກອບມີ 03 ໝວດສໍາຄັນ ດັ່ງລຸ່ມນີ້:

ໝວດ A ປະກອບມີ 02 ມາດຕະການ ດັ່ງນີ້:

  1. ມາດຕະການໃນໝວດ Aແມ່ນມາດຕະການອຳນວຍຄວາມສະດວກທາງດ້ານການຄ້າ ທີ່ໄດ້ຮັບການຈັດຕັ້ງປະຕິບັດ/ມີຜົນບັງຄັບໃຊ້ແລ້ວ ຫຼື ຄາດວ່າຈະສາມາດຈັດຕັ້ງປະຕິບັດໄດ້ ໂດຍບໍ່ມີຂໍ້ຫຍຸ້ງຍາກຫຼາຍ.
  2. ພາຍໃຕ້ພັນທະຂອງສັນຍາ ອຄ, ມາດຕະການດັ່ງກ່າວຕ້ອງໄດ້ຮັບການຈັດຕັ້ງປະຕິບັດຊ້າສຸດພາຍໃນວັນທີ 21 ກຸມພາ 2018.

ໝວດ B ປະກອບມີ 03 ມາດຕະການ ດັ່ງນີ້:

  1. ມາດຕະການໃນ ໝວດ B ຈະຖືກຈັດຕັ້ງປະຕິບັດຫຼັງໄລຍະຂ້າມຜ່ານ, ໃນໄລຍະເວລາທີ່ໄດ້ກໍານົດຕາມການປະເມີນຕົນເອງຂອງບັນດາປະເທດສະມາຊິກ.
  2. ກໍານົດໄລຍະເວລາໃນການຈັດຕັ້ງປະຕິບັດມາດຕະການໃນໝວດ B ຕ້ອງໄດ້ແຈ້ງໃຫ້ອົງການການຄ້າໂລກຊາບພາຍໃນໄລຍະເວລາ ໜຶ່ງປີພາຍຫຼັງທີ່ສັນຍາ ອຄ ມີຜົນບັງຄັບໃຊ້ ຄື ພາຍໃນວັນທີ 21 ກຸມພາ 2018.
  3. ຕ້ອງມີການຢັ້ງຢືນ ໄລຍະເວລາທີ່ແນ່ນອນໃນການຈັດຕັ້ງປະຕິບັດມາດຕະການໃນໝວດ Bພາຍຫຼັງສອງປີນັບແຕ່ມື້ແຈ້ງກຳນົດໄລຍະເວລາເບື້ອງຕົ້ນ.

ໝວດ C ປະກອບມີ 05 ມາດຕະການ ດັ່ງນີ້:

  1. ສຳລັບມາດຕະການໃນໝວດ Cຊຶ່ງປະເທດດ້ອຍພັດທະນາ ອາດຕ້ອງການການຊ່ວຍເຫຼືອທາງດ້ານວິຊາການ ຫຼື ດ້ານການສ້າງຂີດຄວາມສາມາດ, ສັນຍາອຄໄດ້ກຳນົດໄລຍະເວລາດົນກວ່າ ໃນການຈັດຕັ້ງປະຕິບັດສັນຍາ.
  2. ບັນດາມາດຕະການເຫຼົ່ານີ້ ຈະໄດ້ຮັບການຈັດຕັ້ງປະຕິບັດເມື່ອບັນດາປະເທດດ້ອຍພັດທະນາທີ່ເປັນສະມາຊິກໄດ້ຮັບການສ້າງຂີດຄວາມສາມາດທີ່ຈຳເປັນໃນການຈັດຕັ້ງປະຕິບັດສັນຍາ.
  3. ອີງຕາມບົດບັນຍາຂອງສັນຍາອຄ, ສະມາຊິກທີ່ເປັນປະເທດດ້ອຍພັດທະນາ ຕ້ອງແຈ້ງຕໍ່ ອົງການການຄ້າໂລກ ກ່ຽວກັບມາດຕະການທີ່ກໍານົດໄວ້ໃນໝວດ Cພາຍຫຼັງໜຶ່ງປີທີ່ສັນຍາ ອຄ ມີຜົນບັງຄັບໃຊ້, ຄື ພາຍໃນວັນທີ 21 ກຸມພາ 2018.
  4. ຕ້ອງແຈ້ງຕໍ່ອົງການການຄ້າໂລກກ່ຽວກັບ ກຳນົດໄລຍະເວລາໃນການຈັດຕັ້ງປະຕິບັດ ມາດຕະການໃນໝວດ Cພາຍໃນສອງປີ ຫຼັງຈາກທີ່ໄດ້ມີການກໍານົດ ແລະ ຈັດສັນການຊ່ວຍເຫຼືອທາງດ້ານວິຊາການທີ່ຈໍາເປັນຈາກບັນດາຄູ່ຮ່ວມພັດທະນາ.
  5. ສາມາດຂະຫຍາຍໄລຍະເວລາດັ່ງກ່າວ, ຖ້າວ່າສະມາຊິກທີ່ເປັນປະເທດດ້ອຍພັດທະນາ ເຫັນວ່າມີຄວາມຫຍຸ້ງຍາກໃນການຈັດຕັ້ງບັນດາມາດຕະການໃນໝວດນີ້.

ໄລຍະການຈັດຕັ້ງປະຕິບັດ ມາດຕະການອຳນວຍຄວາມສະດວກທາງດ້ານການຄ້າ

ສັນຍາວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າ ກຳນົດຂອບການປ່ຽນແປງມາດຕະການລະຫວ່າງ ໝວດ B ແລະ  ໝວດ C. ບາງມາດຕະການ ຕ້ອງການໃຫ້ເອົາໃຈໃສ່ທັນທີ. ຕົວຢ່າງ: ອີງຕາມການສຶກສາຂອງ OECD, ການຫັນເປັນເອກະພາບ ແລະ ສ້າງຄວາມສະດວກງ່າຍດາຍທາງດ້ານເອກະສານ ມີຜົນກະທົບຫຼາຍທີ່ສຸດ ຕໍ່ກັບການເພີ່ມຂຶ້ນຂອງການຄ້າໃນບັນດາປະເທດທີ່ມີລາຍໄດ້ຕໍ່າ. ມາດຕະການດ້ານການອໍານວຍຄວາມສະດວກທາງດ້ານການຄ້າເຫຼົ່ານີ້ ຖືກກໍານົດໄວ້ໃນໝວດ C. ເຖິງຢ່າງໃດກໍຕາມ, ເນື່ອງຈາກຄວາມສໍາຄັນໃນດ້ານຜົນກະທົບຕໍ່ກັບການຫຼຸດລົງຂອງຕົ້ນທຶນຫຼື ຄ່າໃຊ້ຈ່າຍທາງດ້ານການຄ້າ,ເຊິ່ງມີກໍລະນີທີ່ໜັກແໜ້ນໃນການຍ້າຍມາດຕະການຈາກໝວດ Cມາຢູ່ໝວດ B.

ໃນລະຫວ່າງກອງປະຊຸມປຶກສາຫາລືກ່ຽວກັບການອໍານວຍຄວາມສະດວກທາງດ້ານການຄ້າຮ່ວມກັບບັນດາກົມທີ່ກ່ຽວຂ້ອງໃນ ເດືອນ ທັນວາ 2016, ມີເຖິງ 7 ມາດຕະການໄດ້ຖືກແນະນໍາໃຫ້ຍ້າຍຈາກ ໝວດ ໄປເປັນ ໝວດ B.ເຊິ່ງມາດຕະການເຫຼົ່ານັ້ນ ລວມມີການເຜີຍແຜ່ເວລາສະເລ່ຍໃນການປ່ອຍສິນຄ້າ, ກົນໄກການອຳນວຍຄວາມສະດວກໃຫ້ແກ່ຜູ້ດຳເນີນງານທີ່ໄດ້ຮັບສິດ, ສິນຄ້າທີ່ຖືກປະຕິເສດ, ການຍອມຮັບສໍາເນົາເອກະສານ,  ການຮ່ວມມືຂອງຂະແໜງພາສີ, ຂັ້ນຕອນທີ່ດ່ານຊາຍແດນທົ່ວໄປ ແລະ ຂໍ້ກໍານົດດ້ານເອກະສານທີ່ຄືກັນ ແລະ ການສະໜອງລະບົບແຈ້ງພາສີປະຕູດຽວແຫ່ງຊາດ. 

 

ຜົນປະໂຫຍດຈາກການຈັດຕັ້ງປະຕິບັດ ສັນຍາ ອຳນວຍຄວາມສະດວກທາງດ້ານການຄ້າ ແລະ ຂົງເຂດບູລິມາສິດ

ຕາມການຄາດຄະເນຂອງ OECDໃນປີ 2015, ການຈັດຕັ້ງປະຕິບັດ ສັນຍາອຄຢ່າງເຕັມສ່ວນ ຈະຊ່ວຍຫຼຸດຜ່ອນຕົ້ນທຶນ ຫຼື ຄ່າໃຊ້ຈ່າຍທາງດ້ານການຄ້າ ສໍາລັບ ສປປ ລາວ ເຖິງ 19.7%.ບົດລາຍງານໄດ້ຊີ້ໃຫ້ເຫັນວ່າສໍາລັບປະເທດອາຊຽນ, ຜົນປະໂຫຍດສູງສຸດທີ່ຈະໄດ້ຮັບຈາກການປະຕິຮູບດັ່ງກ່າວ ແມ່ນການຫຼຸດຜ່ອນຕົ້ນທຶນ/ຄ່າໃຊ້ຈ່າຍທາງດ້ານການຄ້າ ໃນຂົງເຂດການຫຼຸດຜ່ອນຂອດຂັ້ນ (3.8%), ການນຳໃຊ້ລະບົບອີເລັກໂຕຼນິກ (3.2%), ການສ້າງຄວາມສະດວກງ່າຍດາຍ ແລະ ຄວາມກົມກຽວທາງດ້ານເອກະສານການຄ້າ (3%), ການເຂົ້າເຖິງຂໍ້ມູນ (2.4%), ການອະນຸມັດການແຈ້ງພາສີລ່ວງໜ້າ (2.1%), ແລະ ຄ່າທໍານຽມ ແລະ ຄ່າຊັກຕ່າງໆ (1.1%).

 

ທິດທາງຕໍ່ໜ້າຂອງ ສປປ ລາວ
ທຸກກົມທີ່ກ່ຽວຂ້ອງ ຕ້ອງໄດ້ສ້າງຕັ້ງໜ່ວຍງານ ຈັດຕັ້ງປະຕິບັດການອຳນວຍຄວາມສະດວກທາງດ້ານການຄ້າພາຍໃຕ້ການຊີ້ນຳຂອງຄະນະນຳກົມ ແລະ ກະກຽມແຜນປະຕິບັດງານຂັ້ນກົມດ້ານການອຳນວຍຄວາມສະດວກທາງດ້ານການຄ້າ (DAP) ໂດຍສອດຄ່ອງກັບບູລິມາສິດ ແລະ ກໍານົດເວລາ. ເນັ້ນໃສ່ການສື່ສານກັບທ້ອງຖິ່ນ ແລະ ປະສານງານກັບກົມທີ່ກ່ຽວຂ້ອງຢ່າງມີປະສິດທິພາບ ເພື່ອຈັດຕັ້ງປະຕິບັດມາດຕະການການອຳນວຍຄວາມສະດວກທາງດ້ານການຄ້າ ໂດຍມີການຮ່ວມມືຢ່າງໃກ້ຊິດກັບພາກເອກະຊົນ. ແຜນປະຕິບັດງານຂອງກົມຕ້ອງສະແດງໃຫ້ເຫັນວ່າໄດ້ມີການສຸມໃສ່ແກ້ໄຂບັນຫາ ທີ່ເປັນຂົງເຂດບູລິມາສິດໃນການຈັດຕັ້ງປະຕິບັດສັນຍາວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າ ເຊັ່ນ: ການຂະຫຍາຍເວລາຊົ່ວໂມງເຮັດວຽກ ທີ່ດ່ານຊາຍແດນຕົ້ນຕໍ, ບ່ອນກວດກາທີ່ຈຸດດຽວ ແລະ ບ່ອນຈ່າຍເງິນຈຸດດຽວ ຜ່ານບັດສະມາດແທັກ (Smart Tax) ເພື່ອຊໍາລະ ທຸກປະເພດອາກອນ, ພາສີ, ຄ່າທຳນຽມ ແລະ ຄ່າອື່ນໆທີ່ຕິດພັນກັບການນຳເຂົ້າ ແລະ ສົ່ງອອກ.  

ເຖິງວ່າຈະມີການກຳນົດເວລາໃນສັນຍາ ອຄແຕ່ກໍ່ມີຄວາມຈຳເປັນທີ່ຈະຕ້ອງເລັ່ງລັດການຈັດຕັ້ງປະຕິບັດເພື່ອຍົກສູງຂີດຄວາມສາມາດທາງດ້ານການຄ້າຂອງປະເທດ ເມື່ອປຽບທຽບກັບປະເທດອື່ນໃນໂລກ. ດັ່ງນັ້ນ, ແຜນດຳເນີນງານວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ຈຶ່ງໄດ້ກຳນົດເອົາການຈັດຕັ້ງປະຕິບັດມາດຕະການຂອງສັນຍາ ອຄເປັນສ່ວນໜຶ່ງຂອງແຜນ ແລະ ສະເໜີຕາຕະລາງແຜນວຽກແບບເລັ່ງລັດ ເພື່ອຈັດຕັ້ງປະຕິບັດມາດຕະການໃນ ໝວດ Aໃຫ້ສຳເລັດພາຍໃນປີ 2017, ໝວດ B ພາຍໃນປີ 2018 ແລະ ໝວດ C ພາຍໃນປີ 2020. ແຜນດັ່ງກ່າວ ຍັງໄດ້ສະເໜີໃຫ້ມີການຈັດຕັ້ງປະຕິບັດບາງມາດຕະການຫຼັກ ທີ່ຈັດເປັນບູລິມາສິດ ຊຶ່ງຈະນຳໄປສູ່ການຫຼຸດຜ່ອນໄລຍະເວລາ ແລະ ຄ່າໃຊ້ຈ່າຍທາງດ້ານການຄ້າ.

ສະພາບການຈັດຕັ້ງປະຕິບັດ ຂອງສປປ ລາວ

ສຳລັບ ສປປ ລາວ ໄດ້ໃຫ້ສັດຕະຍາບັນສັນຍາ ອຄ ໃນເດືອນ ກັນຍາ 2015 ຊຶ່ງເປັນຂີດໝາຍອັນສຳຄັນ ເພື່ອກ້າວໄປສູ່ການຮ່ວມມື ແລະ ເຊື່ອມໂຍງເສດຖະກິດສາກົນ. ສັນຍາດັ່ງກ່າວໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຈັດຕັ້ງປະຕິບັດບັນດາມາດຕະການອຳນວຍຄວາມສະດວກທາງດ້ານການຄ້າ ຕາມເວລາທີ່ກຳນົດ.

ປະຈຸບັນ ສປປ ລາວ ໄດ້ກຳນົດເອົາ 36 ມາດຕະການ ອຳນວຍຄວາມສະດວກທາງດ້ານການຄ້າພາຍໃຕ້ 03 ໝວດໃນສັນຍາ ອຄ.ໃນນັ້ນ, ໝວດ A13 ມາດຕະການ,ໝວດ B 06 ມາດຕະການ, ແລະ ໝວດ C 17 ມາດຕະການ ໄດ້ມີການແຈ້ງຕໍ່ອົງການການຄ້າໂລກເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

ໝວດ A:

  1. ການພິມເຜີຍແຜ່ຂໍ້ມູນທັງໝົດທີ່ກ່ຽວຂ້ອງກັບການຄ້າ ແລະ (ມາດຕາ 1);
  2. ສາມາດສະໜອງຂໍ້ມູນທາງດ້ານການຄ້າຜ່ານອິນເຕີເນັດ (ມາດຕາ 1);
  3. ແຈ້ງບັນດາລາຍລະອຽດຂ້າງເທິງນີ້ໃຫ້ຄະນະກໍາມະການອົງການການຄ້າໂລກຮັບຊາບ (ມາດຕາ 1);
  4. ການກໍານົດຈຸດສອບຖາມໃນບັນດາກົມກອງທີ່ກ່ຽວຂ້ອງໃນການສະໜອງຂໍ້ມູນທີ່ກ່ຽວຂ້ອງດ້ານການຄ້າ (ມາດຕາ 1);
  5. ມີຂໍ້ກໍານົດກ່ຽວກັບການຮ້ອງຮຽນ ແລະ ທົບທວນຄືນການຊົດເຊີຍຄວາມບໍ່ພໍໃຈ ໃນກໍລະນີຜູ້ຄ້າ ບໍ່ພໍໃຈຕໍ່ກັບການຕັດສິນໃຈຂອງພາສີ ຫຼື ໜ່ວຍງານອື່ນທີ່ປະຈໍາຢູ່ດ່ານ (ມາດຕາ 4);
  6. ຕ້ອງໄດ້ແຈ້ງການໃນກໍລະນີ ມີການກວດສອບ, ຫາກມີເອກະສານ ຫຼື ຂັ້ນຕອນໃດເພີ່ມຕື່ມ ເພື່ອໃຫ້ຜູ້ຄ້າໄດ້ຕຽມພ້ອມສໍາລັບການຄວບຄຸມປັບປຸງ ຫຼື ການກວດກາ (ມາດຕາ 5);
  7. ການກັກສິນຄ້າຕ້ອງໄດ້ແຈ້ງທັນທີໃຫ້ກັບຜູ້ຂົນສົ່ງ/ຜູ້ນໍາເຂົ້າ/ຜູ້ສົ່ງອອກ (ມາດຕາ 5);
  8. ຄ່າທໍານຽມ ແລະ ຄ່າຊັກຕ່າງໆສໍາລັບຂັ້ນຕອນພາສີຈະຖືກກໍານົດໃຫ້ຢູ່ໃນຄ່າປະມານຂອງການບໍລິການ (ມາດຕາ 6);
  9. ສິ່ງອໍານວຍຄວາມສະດວກຂອງການດໍາເນີນຂັ້ນຕອນກ່ອນການມາຮອດຂອງສິນຄ້າ (ມາດຕາ 7);
  10. ມີຂໍ້ກໍານົດສໍາລັບການເຄື່ອນຍ້າຍສິນຄ້າພາຍໃນປະເທດພາຍໃຕ້ການຄຸ້ມຄອງຂອງພາສີ (ມາດຕາ 9);
  11. ບໍ່ມີການຢັ້ງຢືນການກວດສອບກ່ອນການຂົນສົ່ງ (ມາດຕາ 10);
  12. ການນໍາໃຊ້ນາຍໜ້າແຈ້ງພາສີ ບໍ່ແມ່ນຂໍ້ບັງຄັບ ແລະ ຄຸ້ມຄອງ(ມາດຕາ 10);
  13. ການຮັບເອກະສານຂອງສິນຄ້າທີ່ອະນຸຍາດຊົ່ວຄາວໃຫ້ສໍາລັບການຜະລິດປຸງແຕ່ງພາຍໃນຫຼື ພາຍນອກ (ມາດຕາ 10);

ໝວດ B:

  1. ໂອກາດໃນການປະກອບຄໍາຄິດເຫັນ ແລະ ຂໍ້ມູນກ່ອນລະບຽບການມີຜົນບັງຄັບໃຊ້ (ມາດຕາ 2);
  2. ບົດບັນຍັດກ່ຽວກັບການປຶກສາຫາລືກັບບັນດາຜູ້ມີສ່ວນກ່ຽວຂ້ອງ, ຕ.ຢ. ຜູ້ຄ້າ &ນາຍໜ້າ (ມາດຕາ 2);
  3. ວິໄນທົ່ວໄປວ່າດ້ວຍຄ່າທໍານຽມ ແລະ ຄ່າຊັກຕ່າງໆທີ່ເກັບຊຶ່ງຕ້ອງໄດ້ປະຕິບັດຕາມ (ມາດຕາ 6);
  4. ວິໄນໃນການລົງໂທດ (ມາດຕາ 6);
  5. ຂັ້ນຕອນເພື່ອປ່ອຍສິນຄ້າກ່ອນການກໍານົດສຸດທ້າຍກ່ຽວກັບພາສີ, ອາກອນ ແລະ ຄ່າຊັກຕ່າງໆ. (ມາດຕາ 7);
  6. ບົດບັນຍັດວ່າດ້ວຍການປ່ອຍສິນຄ້າທີ່ເນົ່າເປື່ອຍງ່າຍໂດຍໃຫ້ມີເວລາສັ້ນທີ່ສຸດທີ່ເປັນໄປໄດ້ ຫຼື ການເກັບຮັກສາໄວ້(ມາດຕາ 7).

ໝວດ C:

  1. ການຢັ້ງຢືນຮັບຮອງລ່ວງໜ້າ (ມາດຕາ 3);
  2. ທົດສອບຂັ້ນຕອນຕ່າງໆ (ມາດຕາ 5);
  3. ການຄຸ້ມຄອງຄວາມສ່ຽງ (ມາດຕາ 7);
  4. ການກວດສອບພາຍຫຼັງການແຈ້ງພາສີ (ມາດຕາ 7);
  5. ການສ້າງຕັ້ງ ແລະ ພິມເຜີຍແຜ່ເວລາສະເລ່ຍໃນການປ່ອຍສິນຄ້າ* (ມາດຕາ 7);
  6. ມາດຕະການດ້ານການອໍານວຍຄວາມສະດວກທາງດ້ານການຄ້າສໍາລັບໂຄງການຜູ້ປະກອບການມາດຕະຖານເອອີໂອ (AEO)* (ມາດຕາ 7);
  7. ການຂົນສົ່ງທີ່ເຮັດໃຫ້ວ່ອງໄວຂຶ້ນ (ມາດຕາ 7);
  8. ການຮ່ວມມືຂອງໜ່ວຍງານທີ່ດ່ານຊາຍແດນ (ມາດຕາ 8);
  9. ຂໍ້ກໍານົດກ່ຽວກັບຂັ້ນຕອນ ແລະ ເອກະສານທາງການ (ມາດຕາ 10);
  10. ການຍອມຮັບສໍາເນົາເອກະສານ* (ມາດຕາ 10);
  11. ການນໍາໃຊ້ມາດຕະຖານສາກົນ (ມາດຕາ 10);
  12. ລະບົບແຈ້ງພາສີປະຕູດຽວ* (ມາດຕາ 10);
  13. ຂັ້ນຕອນທີ່ດ່ານຊາຍແດນທົ່ວໄປ ແລະ ຂໍ້ກໍານົດກ່ຽວກັບເອກະສານທີ່ຄືກັນ* (ມາດຕາ 10);
  14. ສິນຄ້າທີ່ຖືກປະຕິເສດ* (ມາດຕາ 10);
  15. ອິດສະຫຼະພາບໃນການຜ່ານແດນ (ມາດຕາ 11);
  16. ການຮ່ວມມືຂອງຂະແໜງພາສີ* (ມາດຕາ 12);
  17. ບົດບັນຍັດວ່າດ້ວຍການຈ່າຍເງິນທາງອີເລັກໂທຣນິກ (ມາດຕາ 7).

ການໃຫ້ສັດຕະຍາບັນ ຕໍ່ສັນຍາວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າໃນປີ 201 5, ສປປ ລາວ ໄດ້ມີພັນທະໃນການຈັດຕັ້ງປະຕິບັດສັນຍາຕາມໄລຍະເວລາທີ່ໄດ້ກຳນົດ. ຂໍ້ຜູກພັນທີ່ຕ້ອງໄດ້ເອົາໃຈໃສ່ປະຕິບັດ ແມ່ນການຈັດຕັ້ງມາດຕະການໃນໝວດ A ພາຍໃນວັນທີ ວັນທີ 21 ກຸມພາ 2018.  ເຖິງຢ່າງໃດກໍ່ຕາມ, ການທົບທວນໄດ້ສະແດງໃຫ້ເຫັນ ວ່າບາງມາດຕະການຍັງບໍ່ທັນຈັດຕັ້ງປະຕິບັດໄດ້ຢ່າງສຳເລັດ. ຕົວຢ່າງ: ຂໍ້ມູນທາງດ້ານນິຕິກໍາ ກ່ຽວກັບການຄ້າສາກົນ ໃນເວັບໄຊ ຍັງບໍ່ທັນຄົບຖ້ວນ, ໂດຍສະເພາະ ຂໍ້ມູນກ່ຽວກັບອັດຕາຄ່າທຳນຽມທີ່ຕ້ອງຈ່າຍ ແລະ ການອຳນວຍຄວາມສະດວກດ້ານການຢັ້ງຢືນຮັບຮອງລ່ວງໜ້າທີ່ບໍ່ທັນຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນ.

ທຸກກົມກອງທີ່ກ່ຽວຂ້ອງ ຕ້ອງໄດ້ສ້າງຕັ້ງໜ່ວຍງານ ຈັດຕັ້ງປະຕິບັດວຽກງານ ອຄ ພາຍໃຕ້ການຊີ້ນຳຂອງຄະນະນຳກົມ ແລະ ກະກຽມແຜນປະຕິບັດງານວຽກ ອຄ ຂັ້ນກົມເພື່ອຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບບູລິມາສິດ ແລະ ກໍານົດເວລຂອງ ແຜນດຳເນີນງານວຽກ ອຄ ສຳລັບ ສປປ ລາວ ປີ 2017-2022. ວຽກດັ່ງກ່າວຕ້ອງເນັ້ນໃສ່ປັບປຸງປະສິດທິພາບການປະສານງານກັບທ້ອງຖິ່ນ ແລະ ກົມກອງທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດມາດຕະການການ ອຄ ໂດຍມີການຮ່ວມມືຢ່າງໃກ້ຊິດກັບພາກທຸລະກິດ.

ແຜນປະຕິບັດງານຂອງກົມແມ່ນແນ່ໃສ່ແກ້ໄຂບັນຫາສຳຄັນທີ່ກຳນົດໃນການຈັດຕັ້ງປະຕິບັດສັນຍາ ອຄ ເຊັ່ນ: ການຂະຫຍາຍຊົ່ວໂມງໃຫ້ບໍລິການຢູ່ດ່ານຊາຍແດນສຳຄັນ, ການກວດກາຈຸດດຽວແລະການຊໍາລະເງິນຈຸດດຽວຜ່ານບັດສະມາດແທັກ (Smart Tax)ເພື່ອຈ່າຍທຸກປະເພດອາກອນ, ພາສີ, ຄ່າທຳນຽມ ແລະ ຄ່າຊັກອື່ນໆທີ່ຕິດພັນກັບການນຳເຂົ້າ ແລະ ສົ່ງອອກ.

ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນຖານະຫ້ອງການກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ເປັນຜູ້ປະສານງານຫຼັກໃນການຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດສັນຍາ ອຄ ຮ່ວມກັບຂະແໜງ ການທີ່ກ່ຽວຂ້ອງ.

ຂໍ້ມູນເພີ່ມເຕີມຕິດຕໍ່

ກົມການນຳເຂົ້າ ແລະ ສົ່ງອອກ

ກະຊວງອຸດສາຫະກຳ ແລະ ການຄ້າ

ໂທ/ແຟັກ: +856-21-454224   Email:[email protected]

 

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.