ເດືອນ ພຶດສະພາ ປີ 2018 ຜ່ານມາ ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ສາມາດບັນລຸໄດ້ທັງໝົດ US$ 969.1 ລ້ານ, ເພີ່ມ​ຂຶ້ນ 11.5% ​ເມື່ອ​ທຽບ​ໃສ່​ເດືອນຜ່ານມາ. ໃນນີ້: ການສົ່ງອອກປະຕິບັດໄດ້ US$ 449.1 ລ້ານ, ​ເພີ່ມ​ຂຶ້ນ 11.9% ​ເມື່ອ​ທຽບ​ໃສ່​ເດືອນຜ່ານມາ. ສິນຄ້າສົ່ງອອກຫຼັກປະກອບ ມີ: ໄຟຟ້າ ມູນຄ່າ US$ 114.5 ລ້ານ, ທອງ ແລະ ແຮ່ທອງ US$ 104.5 ລ້ານ, ໂຄງຮ່າງກ້ອງບັນທຶກ ພາບມູນຄ່າ US$ 24.6 ລ້ານ, ເຄື່ອງໃຊ້ໄຟຟ້າ US$ 19.3 ລ້ານ, ເຄື່ອງນຸ່ງຫົ່ມ US$ 18.9 ລ້ານ, ປະ​ເທດ​ສົ່ງ​ອອກ​ຕົ້ນຕໍ​ແມ່ນ: ​ໄທ ມູນຄ່າ US$ 217.4 ລ້ານ, ຈີນ US$ 108.2 ລ້ານ, ຫວຽດນາມ US$ 66.4 ລ້ານ, ອິນເດຍ US$ 13.2 ລ້ານ ແລະ ​ເຢຍລະ​ມັນ US$ 8.1 ລ້ານ.

ແຫຼ່ງຂໍມູນພາບ: http://www.afconsult.com

 

ສ່ວນການນໍາເຂົ້າບັນລຸໄດ້ US$ 520.1 ລ້ານ​, ເພີ່ມ​ຂຶ້ນ 11.2% ​ເມື່ອ​ທຽບ​ໃສ່​ເດືອນຜ່ານມາ, ສິນຄ້າທີ່ນຳເຂົ້າຕົ້ນຕໍ ແມ່ນ: ນໍ້າມັນ​ເຊຶ້ອ​ໄຟ (ນໍ້າມັນ​ແອັດ​ຊັງ, ກາ​ຊວນ ​ແລະ ກາດ) ມູນຄ່າ US$ 63 ລ້ານ, ພາຫະນະທາງບົກ ແລະ ຊິ້ນສ່ວນອາໄຫຼ່ ມູນຄ່າ US$ 61.7 ລ້ານ, ​ເຄື່ອງໃຊ້ໄຟຟ້າ US$ 38.2 ລ້ານ, ອຸປະກອນກົນຈັກ ມູນຄ່າ US$ 35.7 ລ້ານ, ເຫຼັກ ​ແລະ ອຸປະກອນ​ທີ່​ເຮັດ​ດ້ວຍ​ເຫຼັກ US$ 24.3 ລ້ານ. ປະ​ເທດ​ທີ່ ສປປ ລາວ​ ນໍາ​ເຂົ້າສ່ວນ​ໃຫຍ່ ຍັງ​ແມ່ນ​ບັນດາ​ປະ​ເທດ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ ​ເຊັ່ນ: ​ໄທມູນຄ່າ US$ 297 ລ້ານ, ຈີນ US$ 96.2 ລ້ານ ແລະ ຫວຽດນາມ ມູນຄ່າ US$ 69.1 ລ້ານ. ນອກ​ນັ້ນ, ຍັງ​ນໍາ​ເຂົ້າ​ມາ​ຈາກປະເທດ ​ສ.​ເກົາຫຼີ US$ 8.8 ລ້ານ, ຍີ່ປຸ່ນ US$ 8.7 ລ້ານ, ອິນ​ໂດ​ເນ​ເຊຍ US$ 7.4 ລ້ານ ແລະ ອົດສະຕາລີ US$ 5.6 ລ້ານ.

ແຫຼ່ງຂໍມູນພາບ: https://www.lykinsenergy.com/commercial

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.