ເດືອນ ມີຖຸນາ ປີ 2018 ຜ່ານມາ ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ສາມາດບັນລຸໄດ້ທັງໝົດ US$ 796.7 ລ້ານ, ຫຼຸດລົງ 17.8% ​ເມື່ອ​ທຽບ​ໃສ່​ເດືອນຜ່ານມາ. ໃນນີ້:ການສົ່ງອອກປະຕິບັດໄດ້ US$ 400.7 ລ້ານ, ຫຼຸດລົງ 10.8% ​ເມື່ອ​ທຽບ​ໃສ່​ເດືອນຜ່ານມາ. ສິນຄ້າ ສົ່ງອອກຫຼັກປະກອບມີ: ທອງ ແລະ ແຮ່ທອງ US$ 93 ລ້ານ, ໄຟຟ້າ ມູນຄ່າ US$ 89.8 ລ້ານເຄື່ອງໃຊ້ ໄຟຟ້າ US$ 21.1 ລ້ານ, ຄຳປະສົມ US$ 19.1 ລ້ານ, ໂຄງຮ່າງກ້ອງບັນທຶກພາບ ມູນຄ່າ US$ 17.7 ລ້ານ, ເຄື່ອງນຸ່ງຫົ່ມ US$ 15.6 ລ້ານ, ປະ​ເທດ​ສົ່ງ​ອອກ​ຕົ້ນຕໍ​ແມ່ນ: ​ໄທ ມູນຄ່າ US$ 179 ລ້ານ, ຈີນ US$ 105.1 ລ້ານ, ຫວຽດນາມ US$ 59 ລ້ານ, ອິນເດຍ US$ 19 ລ້ານ ແລະ ​ເຢຍລະ​ມັນ US$ 4.9 ລ້ານ.

ແຫຼ່ງຂໍ້ມູນພາບ: https://answersafrica.com/

ສ່ວນການນໍາເຂົ້າບັນລຸໄດ້ US$ 396 ລ້ານ​, ຫຼຸດລົງ 23.9% ​ເມື່ອ​ທຽບ​ໃສ່​ເດືອນຜ່ານມາ, ສິນຄ້າທີ່ນຳເຂົ້າຕົ້ນຕໍ ແມ່ນ: ນໍ້າມັນ​ເຊຶ້ອ​ໄຟ (ນໍ້າມັນ​ແອັດ​ຊັງ, ກາ​ຊວນ ​ແລະ ກາດ) ມູນຄ່າ US$ 61.4 ລ້ານ, ພາຫະນະທາງບົກ ແລະ ຊິ້ນສ່ວນອາໄຫຼ່ ມູນຄ່າ US$ 45.8 ລ້ານ, ​ເຄື່ອງໃຊ້ໄຟຟ້າ US$ 26 ລ້ານ, ອຸປະກອນກົນຈັກ ມູນຄ່າ US$ 27.8 ລ້ານ, ເຫຼັກ ​ແລະ ອຸປະກອນ​ທີ່​ເຮັດ​ດ້ວຍ​ເຫຼັກ US$ 17.6 ລ້ານ. ປະ​ເທດ​ທີ່ ສປປ ລາວ​ ນໍາ​ເຂົ້າສ່ວນ​ໃຫຍ່ ຍັງ​ແມ່ນ​ບັນດາ​ປະ​ເທດ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ ​ເຊັ່ນ: ​ໄທມູນຄ່າ US$ 256 ລ້ານ, ຈີນ US$ 57 ລ້ານ ແລະ ຫວຽດນາມ ມູນຄ່າ US$ 49 ລ້ານ. ນອກ​ນັ້ນ, ຍັງ​ນໍາ​ເຂົ້າ​ມາ​ຈາກປະເທດ ​ຍີ່ປຸ່ນ US$ 6.3 ລ້ານ, ສ.​ເກົາຫຼີ US$ 3 ລ້ານ, ແບນຊິກ US$ 3 ລ້ານ ແລະ ຮົງກົງ US$ 2.2 ລ້ານ.

ແຫຼ່ງຂໍ້ມູນພາບ: http://varnamfm.com

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.