ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ        ເລກທີ 1324/ກພສ
ກົມພາສີ          ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2010

ແຈ້ງການເພີ່ມເຕີມ

ເຖິງ: ບັນດາທ່ານຫົວໜ້າພາສີປະຈໍາເຂດ, ດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ
ເລື່ອງ: ການສົ່ງອອກໄມ້ທ່ອນ, ໄມ້ເລື່ອຍ (ແປຮູບ), ຕໍໄມ້, ປູດໄມ້ ແລະ ໄມ້ເຄິ່ງສໍາເລັດຮູບ (ໄມ້ເຄື່ອງເຮືອນ) ໃຫ້ມາສັງລວມຢູ່ກົມພາສີ ເພື່ອອອກແຈ້ງການແນະນໍາໃນການຈັດຕັ້ງປະຕິບັດ.

  • ອີງຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ເລກທີ 23/ນຍ, ລົງວັນທີ 24/02/2009 ວ່າດ້ວຍການອະນຸຍາດໃຫ້ທາງແຂວງ ແລະ ນະຄອນຫຼວງວຽງຈັນຂອງໄມ້ແປຮູບ ທີ່ເປັນໄມ້ຄຸ້ມຄອງ 1, 2, 3 ແລະ ຕໍໄມ້ອອກຕ່າງປະເທດ.
  • ອີງຕາມ ຄໍາສັ່ງນາຍົກລັດຖະມົນຕີ ສະບັບເລກທີ 17/ນຍ, ລົງວັນທີ 22/9/2009 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະ ການປະສານງານໃນການຄຸ້ມຄອງປ່າໄມ້ ແລະ ທຸລະກິດໄມ້.

   ປະຈຸບັນລັດຖະບານໄດ້ອອກຄໍາສັ່ງເລກທີ 23/ນຍ, ລົງວັນທີ 24/02/2009 ໂດຍກໍານົດໃນຂໍ້ 23 ‘‘ມີແຕ່ລັດຖະບານເທົ່ານັ້ນ ມີສິດໃນການພິຈາລະນາ ແລະ ຕົກລົງເປັນກໍລະນີພິເສດກ່ຽວກັບການສົ່ງໄມ້ທ່ອນ, ໄມ້ເລື່ອຍ, ຕໍໄມ້, ປູດໄມ້ ແລະ ໄມ້ເຄິ່ງສໍາເລັດຮູບອອກໄປຕ່າງປະເທດ’’, ຊຶ່ງຜ່ານມາຍັງມີບາງດ່ານພາສີຊາຍແດນ ບ່ອນໄມ້ສົ່ງອອກບໍ່ທັນເອົາໃຈໃສ່ຂອດການປະສານງານ ຕາມແຈ້ງການກົມພາສີ ສະບັບເລກທີ 1743/ກພສ, ລົງວັນທີ 3/7/2009. ເພື່ອສ້າງເງື່ອນໄຂໃຫ້ກົມພາສີ ສາມາດສັງລວມໄດ້ການເຄື່ອນໄຫວສົ່ງອອກໄມ້ ຕາມການອະນຸຍາດຂອງລັດຖະບານໃນທົ່ວປະເທດ.

ກົມພາສີອອກແຈ້ງການຄື:

  1. ທຸກໆການສົ່ງອອກໄມ້ທ່ອນ, ໄມ້ເລື່ອຍ (ແປຮູບ), ຕໍໄມ້, ປູດໄມ້, ໄມ້ເຄິ່ງສໍາເລັດຮູບ (ໄມ້ເຄື່ອງເຮືອນ) ພາຍຫຼັງທີ່ໄດ້ຮັບອະນຸມັດຈາກ ຄະນະເລຂາທິການລັດຖະບານ (ຄບລ) ແລ້ວ ຕ້ອງສົ່ງສໍາເນົາແຈ້ງການດັ່ງກ່າວ ມາສັງລວມຢູ່ກົມພາສີ ເພື່ອອອກແຈ້ງການແນະນໍາການຈັດຕັ້ງປະຕິບັດ ໃຫ້ແກ່ດ່ານພາສີບ່ອນສົ່ງອອກ, ຖ້າບໍ່ມີແຈ້ງການແນະນໍາຂອງກົມພາສີ ເດັດຂາດບໍ່ໃຫ້ດ່ານພາສີບ່ອນໄມ້ສົ່ງອອກ ຈັດຕັ້ງປະຕິບັດໂດຍລໍາພັງ.
  • ໃນກໍລະນີອໍານາດການປົກຄອງແຂວງ ຫາກມີນະໂຍບາຍເປັນກໍລະນີພິເສດ ອະນຸມັດສົ່ງອອກໄມ້ປະເພດດັ່ງກ່າວ ຕ້ອງລາຍງານຂໍຄໍາເຫັນຈາກກົມພາສີ ເພື່ອມີທິດຊີ້ນໍາ.
  1. ການສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບ, ໄມ້ປູກຕາມການອະນຸມັດ ຂອງອໍານາດການປົກຄອງແຂວງ ມອບໃຫ້ດ່ານພາສີຊາຍແດນບ່ອນສົ່ງອອກ ເປັນເຈົ້າການໃນການຄຸ້ມຄອງກວດກາ ຕາມລະບຽບການ. ຖ້າພົບເຫັນບັນຫາກ່ຽວກັບການສົ່ງອອກ ໃຫ້ລາຍງານຂໍຄໍາເຫັນນໍາພາສີປະຈໍາເຂດ.
  2. ມອບໃຫ້ບັນດາພາສີປະຈໍາເຂດ, ດ່ານພາສີຊາຍແດນ ເອົາໃຈໃສ່ພ້ອມທັງການຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ໃຫ້ໄດ້ຮັບຜົນ ຕາມລະດັບຄາດໝາຍ.
  3. ແຈ້ງການສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຫົວໜ້າກົມພາສີ
ສັນຕິພາບ ພົມວິຫານ

ນໍາສົ່ງ:
- ຄະນະກົມພາສີ            1 ສະບັບ ‘‘ເພື່ອຊາບ’’
- ບັນດາພະແນກການກົມພາສີ  1 ສະບັບ ‘‘ເພື່ອຕິດຕາມກວດກາ’’
- ເກັບມ້ຽນສໍາເນົາ           1 ສະບັບ

# ຫົວຂໍ້ ດາວໂຫຼດ
1 Notification on Exportation of timber, saw log (sawn wood), semi-finished wood products (home furniture) shall be consolidated at the Customs Department in order to issue the notification on the implementation No. 1324/CD PDF
2 ແຈ້ງການເພີ່ມເຕີມ ການສົ່ງອອກ ໄມ້ທ່ອນ, ໄມ້ເລືອຍ, ຕໍໄມ້, ປູດໄມ້ ແລະ ໄມ້ເຄິ່ງສຳເລັດຮູບ (ໄມ້ເຄື່ອງເຮືອນ) ໃຫ້ມາສັງລວມຢູ່ ກົມພາສີ ເພື່ອອອກ ແຈ້ງການແນະນໍາ ໃນການຈັດຕັ້ງປະຕິບັດ ເລກທີ 1324/ກພສ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.