ກະຊວງ ກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ (ກກປ) ແລະ ອົງການ ບໍລິຫານການຄຸ້ມຄອງ, ກວດກາຄຸນນະພາບ ແລະ ການກັກກັນພືດ ແລະ ສັດ ແຫ່ງ ສປ ຈີນ ໄດ້ ຮ່ວມກັນອອກຂໍ້ກຳນົດເງື່ອນໄຂສຸຂານາໄມພືດ ກ່ຽວກັບ ການສົ່ງອອກເຂົ້າ ຂອງ ສປປ ລາວ ໄປ ສປ ຈີນ. ຂໍ້ກຳນົດເງື່ອນໄຂດັ່ງກ່າວແມ່ນເພື່ອຮັບປະກັນຄວາມປອດໄພໃນການສົ່ງອອກເຂົ້າຂອງ ສປປ ລາວ ໄປ ສປ ຈີນ ແລະ ທັງຮັບປະກັນ ຄວາມປອດໄພຂອງຜົນຜະລິດກະສິກຳ, ອຸດສາຫະກຳປ່າໄມ້ ແລະ ນິເວດວິທະຍາຂອງ ສປ ຈີນ.

ແຫຼ່ງຂໍ້ມູນພາບ: https://eatdrinklaos.com/blog/vientiane-expo

ກ່ອນທີ່ຈະສົ່ງເຂົ້າອອກໄປ ສປ ຈີນ, ແມ່ນມີຂໍ້ກຳນົດເງື່ອນໄຂດັ່ງລຸ່ມນີ້:

- ກກປ ຈະຕ້ອງໄດ້ນຳໃຊ້ມາດຕະການສັດຕູພືດ ແບບປະສົມປະສານ ແລະ ມາດຕະການໃນການຄວບຄຸມສັດຕູພືດ ທີ່ກ່ຽວຂ້ອງກັບ ສປ ຈີນ ຢູ່ໃນເຂດພື້ນທີ່ປູກເຂົ້າ.
- ກກປ ຈະຕ້ອງໄດ້ດຳເນີນການສຳຫຼວດສືບຫາແມງມອດເຈາະເຂົ້າ ແລະ ຕິດຕັ້ງ ອຸປະກອນກັບດັກແມງມອດຢູ່ຕາມໂຮງສີ ແລະ ໂຮງປຸງແຕ່ງເຂົ້າ.
- ໃນການເກັບຮັກສາຂົນສົ່ງເຂົ້າ, ກກປ ຈະຕ້ອງໃຊ້ມາດຕະການປ້ອງກັນເພື່ອບໍ່ໃຫ້ເຂົ້າສານຕົກໂໝກ ຫຼື ມີສິ່ງເຈີປົນຈາກເມັດດິນ, ເສດພືດ, ເມັດຫຍ້າ, ຕະຫຼອດຮອດສິ່ງເຈີປົນອື່ນໆ.
- ສະຖານທີ່ຫຸ້ມຫໍ່ ແລະ ກຳມະວິທີບັນຈຸຫີບຫໍ່ເຂົ້າເພື່ອສົ່ງອອກໄປ ສປ ຈີນ ຈະຕ້ອງໄດ້ຮັກສາໃຫ້ຢູ່ໃນສະພາບທີ່ສະອາດ ແລະ ປັດສະຈາກການຕິດແປດທາງດ້ານຊີວະພາບທີ່ອັນຕະລາຍ. ກ່ອງບັນຈຸເຂົ້າເພື່ອສົ່ງອອກໄປ ສປ ຈີນ ນັ້ນ, ຈະຕ້ອງໄດ້ຂຽນຂໍ້ຄວາມໃສ່ ເປັນພາສາຈີນ ແລະ ພາສາອັງກິດ ທັງສອງພາສາໃຫ້ຂຽນວ່າ: ສົ່ງອອກໄປ ສປ ຈີນ “To the People’s Republic of China”. ພ້ອມທັງໃຫ້ລະບຸແຈ້ງຂໍ້ມູນ ແນວພັນເຂົ້າ, ໂຮງງານປຸງແຕ່ງ, ຊື່ຜູ້ສົ່ງອອກ, ເລກລະຫັດທະບຽນ ແລະ ທີ່ຢູ່ຂອງໂຮງງານດັ່ງກ່າວ.
- ກ່ອນສົ່ງອອກ, ກກປ ຈະຕ້ອງໄດ້ດຳເນີນການກວດ, ການຮົມຢາຂ້າເຊື້ອ ແລະ ເຮັດກັກກັນດ້ານສຸຂານາໄມເຂົ້າ ເພື່ອຮັບປະກັນວ່າເຂົ້່າສຳລັບສົ່ງອອກໄປ ສປ ຈີນ ບໍ່ມີແມງໄມ້ສັດຕູພືດ. ຫຼັງຈາກນັ້ນ, ກປປ ຈະອອກໃບຢັ້ງຢືນສູຂານາໄມພືດ ແລະ ໃບຢັ້ງຢືນກ່ຽວກັບການຮົມຢາຂ້າເຊື້ອ ໃຫ້ເຂົ້າທີ່ຖືກຕ້ອງຕາມຂໍ້ກຳນົດເງື່ອນໄຂ.

ແຫຼ່ງຂໍ້ມູນພາບ:​http://agroasie.blogspot.com

 

ນອກຈາກນັ້ນ, ຂັ້ນຕອນການຊື້-ຂາຍເຂົ້າ ເປັນຂັ້ນຕອນທີ່ຈຳເປັນທີ່ຜູ້ດຳເນີນທຸລະກິດນີ້ຕ້ອງໃຫ້ຄວາມສຳຄັນ ແລະ ລະມັດລະວັງໃນການດຳເນີນງານ ເນື່ອງຈາກເປັນເລື່ອງທີ່ກ່ຽວຂ້ອງໂດຍກົງກັບຜົນຕອບແທນຂອງການດຳເນີນທຸລະກິດ. ລາຍລະອຽດ ແລະ ເງື່ອນໄຂທີ່ຜູ້ຊື້ ແລະ ຜູ້ຂາຍຈະຕ້ອງປະຕິບັດໃຫ້ມີຄວາມເຂົ້າໃຈຖືກຕ້ອງຕົງກັນ ແລະ ຕ້ອງເຈລະຈາໃຫ້ຊັດເຈນດັ່ງລຸ່ມນີ້: ການກຳນົດເມືອງ, ທ່າເຮືອປາຍທາງທີ່ຈະສົ່ງມອບເຂົ້າທີ່ແນ່ນອນ, ຊະນິດ ແລະ ປະລິມານຂອງເຂົ້າທີ່ຕົກລົງຊື້-ຂາຍ, ການກຳນົດຊ່ວງເວລາສົ່ງ-ມອບ, ເງື່ອນໄຂການສົ່ງມອບ, ການກວດກາຄຸນນະພາບ, ເງື່ອນໄຂການຊຳລະເງິນ, ການຕັ້ງຕົວແທນ ແລະ ການກຳນົດລາຄາ-ຊື້ຂາຍ.

ຄລິກທີ່ນີ້ເພື່ອເບິ່ງສະບັບເຕັມຂໍ້ກຳນົດເງື່ອນໄຂສຸຂານາໄມພືດ ກ່ຽວກັບ ການສົ່ງອອກເຂົ້າ ຂອງ ສປປ ລາວ ໄປ ສປ ຈີນ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.