ກຊອຄ ກໍາລັງສຶກສາຄວາມເປັນໄປໄດ້ໃນການຈັດຕັ້ງປະຕິບັດ ວ່າດ້ວຍ ການໃຫ້ສິດຕໍ່ພໍ່ຄ້າທີ່ຢູ່ຕ່າງປະ ເທດ ໃນການນຳເຂົ້າ-ສົ່ງອອກສິນຄ້າໃນ ສປປ ລາວ ເຊິ່ງເປັນພັນທະຂອງລັດຖະບານແຫ່ງ ສປປ ລາວ ໃນການເຂົ້າເປັນສະມາຊິກອົງການການຄ້າໂລກ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຮ່າງ “ຂໍ້ຕົກລົງ ວ່າດ້ວຍ ການນຳເຂົ້າ-ສົ່ງອອກຂອງຜູ້ຄ້າຕ່າງປະເທດ” ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ ຫຼື ລະບຽບກົດໝາຍຂອງ ສປປ ລາວ ມັນຈໍາເປັນທີ່ຕ້ອງຜ່ານການສືກສາຄວາມເປັນໄປໄດ້ທາງດ້ານຫຼັກການ, ມາດຕະການ, ຄາດຄະເນຜົນກະທົບທາງບວກ ແລະ ທາງລົບ ຕໍ່ສັງຄົມ, ພາກລັດ ແລະ ພາກທຸລະກິດ ທັງຄົ້ນຄວ້າຊອກຫາທິດທາງໃນການແກ້ໄຂບັນຫາທີ່ຈະຕາມມາ.
ກຊອຄ ສົມທົບກັບບໍລິສັດ EMC ຈັດກອງປະຊຸມປຶກສາຫາລື ແລະ ເຜີຍແຜ່ກ່ຽວກັບບົດປະເມີນຜົນກະທົບທາງດ້ານລະບຽບການຂອງຮ່າງຂໍ້ຕົກລົງດັ່ງກ່າວ ໃນວັນທີ ວັນທີ 25 ເດືອນກໍລະກົດ ປີ 2018 ທີ່ຜ່ານມາ, ຢູ່ທີ່ກະຊວງອຸດສາຫະກຳ ແລະ ການຄ້າ. ຈຸດປະສົງ ແມ່ນສ້າງຄວາມເຂົ້າໃຈໃຫ້ແກ່ບັນດາຂະແໜງການກ່ຽວຂ້ອງ ກ່ຽວກັບ Trading Rights. ທັງເປັນການເປີດເວທີໃຫ້ບັນດາຂະແໜງການກ່ຽວຂ້ອງໄດ້ປະກອບຄໍາຄິດເຫັນຕໍ່ກັບບົດປະເມີນຜົນກະທົບທາງດ້ານລະບຽບການຂອງຮ່າງຂໍ້ຕົກລົງດັ່ງກ່າວ ເຊິ່ງຮັບກຽດເປັນປະທານໂດຍ: ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ແລະ ມີຜູ້ເຂົ້າຮ່ວມຫຼາຍກ່ວາ 30 ທ່ານ ທັງພາກລັດ ແລະ ຄູ່ຮ່ວມພັດທະນາ.
ທ່ານ ສຸລິຍົນ ພິລາວົງ ໄດ້ກ່າວວ່າ: “Trading Rights ແມ່ນໜຶ່ງໃນພັນທະຂອງການເຂົ້າເປັນສະມາ ຊິກອົງການການຄ້າໂລກ ວ່າດ້ວຍການໃຫ້ສິດໃຫ້ຜູ້ຄ້າທີ່ຢູ່ຕ່າງປະເທດໃນການນຳເຂົ້າ-ສົ່ງອອກສິນຄ້າໃນ ສປປ ລາວ, ຊຶ່ງ ມາດຕາ 13 ຂອງ ດໍາລັດວ່າການນຳເຂົ້າ ແລະ ສົ່ງອອກສິນຄ້າ ເລກທີ 114/ລບ, ລົງວັນທີ 6 ເມສາ 2011 ກໍໄດ້ລະບຸແຈ້ງກ່ຽວກັບສິດດັ່ງກ່າວນີ້ໄວ້. ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຄົ້ນຄວ້າມາໄດ້ໄລຍະໜຶ່ງ, ຊຶ່ງໄດ້ຮ່າງຂໍ້ຕົກລົງເບື້ອງຕົ້ນ ເພື່ອຜັນຂະຫຍາຍມາດຕາ 13 ຂອງດໍາລັດ 114/ລບ ແລະ ຜ່ານມາກໍໄດ້ມີການປຶກສາຫາລືລະຫວ່າງຂະແໜງການທີ່ກ່ຽວຂ້ອງໂດຍສະເພາະແມ່ນພາກລັດ, ພ້ອມທັງໄດ້ມີການຈັດຝຶກອົບຮົມຈຳນວນໜຶ່ງ”
ກອງປະຊຸມໃນຄັ້ງນີ້ ໄດ້ຍົກຫຼາຍບັນຫາຂື້ນມາປຶກສາຫາລືກັນຄື: ບັນຫາທີ່ຕິດພັນກັບມາດຕະການທາງດ້ານການຄ້າຕ່າງໆໂດຍສະເພາະມາດຕະການໃນການປົກປ້ອງ ຊຶ່ງບໍ່ສອດຄ່ອງກັບລະບຽບການຂອງອົງການການຄ້າໂລກ. ໂດຍອີງຕາມບົດປະເມີນຜົນກະທົບທາງດ້ານລະບຽບການຂອງຮ່າງຂໍ້ຕົກລົງ Trading rights ໄດ້ຊີ້ໃຫ້ເຫັນວ່າໃນປັດຈຸບັນ, ບຸກຄົນ ຫຼື ນິຕິບຸກຄົນຕ່າງປະເທດທີ່ດຳລົງຊີວິດ ຫຼື ບໍ່ໄດ້ດຳລົງຊີວິດຢູ່ ສ ປປ ລາວ ທີ່ບໍ່ໄດ້ຈົດທະບຽນສຳລັບການອະນຸຍາດດຳເນີນທຸລະກິດ, ສ້າງຕັ້ງທຸລະກິດ, ເປັນຕົວແທນ ຫຼື ສາຂາໃນ ສປປ ລາວ ແມ່ນບໍ່ໄດ້ອະນຸຍາດໃຫ້ດຳເນີນການນຳເຂົ້າ ແລະ ສົ່ງອອກໂດຍກົງ. ແຕ່ພວກເຂົາໃຊ້ຕົວແທນທີ່ເປັນສື່ກາງທາງການຄ້າເຊັ່ນ: ຕົວແທນບໍລິສັດຂົນສົ່ງ, ລວມທັງບໍລິສັດການຄົມມະນາຄົມທົ່ວໄປໃນ ສປປ ລາວ ທີ່ສາມາດຮັບມືກັບການແຈ້ງເສຍພາສີແທນໄດ້.
ປະຈຸບັນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສຶກສາເຖິງຄວາມເປັນໄປໄດ້ໃນການຈັດຕັ້ງປະຕິບັດ “Trading rights” ໃນ ສປປ ລາວ ຕາມຄໍາໝັ້ນສັນຍາທີ່ມີຕໍ່ອົງການການຄ້າໂລກ. ໃນບົດສຶກສາດັ່ງກ່າວໄດ້ປະເມີນຜົນກະທົບທາງດ້ານລະບຽບການຂອງຮ່າງ “ຂໍ້ຕົກລົງ ວ່າດ້ວຍ ການນຳເຂົ້າ-ສົງອອກຂອງຜູ້ຄ້າຕ່າງປະເທດ” ໄດ້ຄົ້ນຄວ້າ ແລະ ພິຈາລະນາ 03 ທາງເລືອກຄື: ຮັບມືຕາມສະພາບການໃນປັດຈຸບັນ, ວິທີແກ້ໄຂທີ່ບໍ່ແມ່ນນິຕິກຳ, ການສ້າງ ຫຼື ປັບປຸງນິຕິກຳ. ອີງຕາມການປະເມີນຜົນຊີ້ໃຫ້ເຫັນວ່າ ມີຜົນກະທົບໂດຍກົງໃນລະດັບໜຶ່ງ ຕໍ່ກັບຜູ້ປະກອບການພາຍໃນ ແລະ ຕ່າງປະເທດ ໂດຍສະເພາະຂະແໜງການນຳເຂົ້າ ແລະ ສົ່ງອອກສິນຄ້າ. ນອກຈາກນັ້ນ, ບັນດາຂະແໜງການລັດຖະບານທີ່ມີສ່ວນພົວພັນໃນການອະນຸຍາດນຳເຂົ້າ ແລະ ສົ່ງອອກສິນຄ້າ ແມ່ນຍັງປຶກສາຫລື ກ່ຽວກັບສິດ ແລະ ໃບຢັ້ງຢືນການໃຫ້ສິດການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຜູ້ຄ້າຕ່າງປະເທດ ທັງລະດັບສູນກາງ ແລະ ທ້ອງຖິ່ນ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.