“ກອງປະຊຸມ ຈຸດປະສານງານ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ຄັ້ງທີ 8” ໄດ້ຈັດຂື້ນ ໃນວັນທີ 31 ກໍລະກົດ 2018, ທີ່ ໂຮງແຮມ ລາວພາຊາ ນະຄອນຫຼວງວຽງຈັນ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ   ພາຍໃຕ້ທຶນສະໜັບສະໜູນ ຈາກໂຄງການຊ່ວຍເຫຼືອລ້າຫຼາຍຝ່າຍ ເພື່ອການພັດທະນາດ້ານການຄ້າ (TDF2). ກອງປະຊຸມນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ບຸນມີ ມະນີວົງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງມີຜູ້ເຂົ້າຮ່ວມທີ່ເປັນຈຸດປະສານງານຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (LTP) ທີ່ມາຈາກຂະແໜງການ ກ່ຽວຂ້ອງ ເຊັ່ນ: ກະຊວງສາທາລະນະສຸກ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອື່ນໆ ທັງໝົດຈໍານວນຫຼາຍກວ່າ 40 ທ່ານ.

ທ່ານ ບຸນມີ ມະນີວົງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ

 

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນ ສະພາບການຈັດຕັ້ງປະຕິບັດແຜນວຽກ ຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ (LTP) ໃນໄລຍະ 06 ເດືອນຜ່ານມາ (ມັງກອນ - ມິຖຸນາ 2018). ພ້ອມດຽວກັນນັ້ນ, ເປັນການປຶກສາຫາລືແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ແຜນການຈັດຕັ້ງປະຕິບັດໃນ 06 ເດື່ອນຕໍ່ໜ້າ. ທ່ານ ບຸນມີ ມະນີວົງ ໄດ້ກ່າວວ່າ “ LTP ເປັນເໝືອນດັ່ງຫ້ອງສະໝຸດເຄື່ອນທີ່ຊຶ່ງບັນຈຸຂໍ້ມູນຂ່າວສານທາງດ້ານການຄ້າ ຢ່າງອຸດົມສົມບູນພໍສົມຄວນ ທີ່ບັນດາທ່ານ ສາມາດເຂົ້າເຖິງໄດ້ທຸກທີ່ທຸກເວລາ ເພື່ອດາວໂຫຼດເອົາຂໍ້ມູນທີ່ທ່ານຕ້ອງການ ເວລາທ່ານໄປປະຊຸມຢູ່ພາຍໃນ ຫຼື ຕ່າງປະເທດ. ພວກເຮົາທຸກຄົນຕ້ອງໄດ້ພ້ອມພຽງກັນບຸກທະລຸ ເພື່ອສືບຕໍ່ພັດທະນາ ທັງປະລິມານ ແລະ ຄຸນນະພາບ ໃນການສະໜອງຂໍ້ມູນຂ່າວສານ ເພື່ອຮັກສາຄວາມຍືນຍົງຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ສືບໄປ.

ສຳລັບສະພາບການປະສານງານລະຫວ່າງທີມງານບໍລິຫານ LTP ກັບ ຈຸດປະສານງານ LTP ໃນໄລຍະ  06 ເດືອນຜ່ານມານີ້ ເຫັນວ່າ ໄດ້ຮັບການຮ່ວມມືຈາກບັນດາຈຸດປະສານງານເປັນຢ່າງດີ ໂດຍສະເພາະແມ່ນການສະໜອງນິຕິກຳ ແລະ ການຕອບຄຳຖາມທີ່ຖືກຖາມເຂົ້າມາຜ່ານເວັບໄຊທ໌. ຄຽງຄູ່ກັນນັ້ນ ກໍຍັງມີບາງຂໍ້ຄົງຄ້າງຄື ຜູ້ປະສານງານຫຼັກຂອງ LTP ບາງທີກໍຕິດພາລະກິດ ຫຼື ປ່ຽນບ່ອນປະຈຳການໂດຍບໍ່ແຈ້ງລ່ວງໜ້າ ຈຶ່ງເປັນການບໍ່ເອື້ອອໍານວຍພຽງພໍສໍາລັບການປະສານງານ ເຮັດໃຫ້ການສະໜອງຂໍ້ມູນມີຄວາມຊັກຊ້າ ແລະ ໃຊ້ເວລາພໍສົມຄວນ.ໃນຕອນທ້າຍຂອງກອງປະຊຸມ, ທີ່ປະຊຸມໄດ້ຕົກລົງເຫັນດີເອົາແຜນການຈັດຕັ້ງປະຕິບັດຕໍ່ໜ້າແຕ່ເດືອນ ກໍລະກົດ ຫາ ທັນວາ 2018 ມີບັນດາໜ້າວຽກທີ່ສໍາຄັນຄື: ການສ້າງຄວາມສາມາດ, ການໂຄສະນາເຜີິຍແຜ່, ການປັບປຸງທາງດ້ານເຕັກນິກ ແລະ ເນື້ອໃນ,​ ການປະສານງານສະໜອງຂໍ້ມູນ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.