ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງສາທາລະນະສຸກ              ເລກທີ 899/ສທ
ນະຄອນຫຼວງວຽງຈັນ,ວັນທີ 12 JUN 2014

ຄຳສັ່ງ
ຂອງລັດຖະມົນຕີວ່າການກະຊວງສາທາລະນະສຸກ

  • ອີງຕາມ ກົດໝາຍ ວ່າດ້ວຍ ການເສບຕິດ ສະບັບ ເລກທີ 10/ສພຊ, ລົງວັນທີ 25 ທັນວາ 2007;
  • ອີງຕາມ ກົດໝາຍ ວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ ສະບັບ ເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011;
  • ອີງຕາມ ສົນທິສັນຍາ ຂອງອົງການສະຫະປະຊາຊາດ ປີ 1961 ວ່າດ້ວຍຢາເສບຕິດ, ປີ 1971 ວ່າດ້ວຍວັດຖຸອອກລິດຕໍ່ຈິດປະສາດ, ປີ 1988 ວ່າດ້ວຍການຕ້ານການລັກລອບຄ້າຢາເສບຕິດ, ວັດຖຸອອກລິດຕໍ່ຈິດປະສາດ (ມາດຕາ12 ວ່າດ້ວຍສານເຄມີຕົ້ນ);
  • ອີງຕາມ ດຳລັດຂອງນາຍຍົກ ລັດຖະມົນຕີ ສະບັບ ເລກທີ 178/ນຍ, ລົງວັນທີ 5 ເມສາ 2012 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງສາທາລະນະສຸກ;
  • ອີງຕາມ ທິດຊີ້ນຳ ຂອງ ພະນະທ່ານ ຮອງນ່າຍຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ຄັ້ງວັນທີ 23 ພຶດສະພາ 2014.

ເພື່ອເຮັດໃຫ້ການຄຸ້ມຄອງການນຳເຂົ້າ ແລະ ນຳໃຊ້ຢາປິ່ນປົວປະເພດຢາເສບຕິດ ແລະ ວັດຖຸອອກລິດຕໍ່ຈິດ-ປະສາດ ຮັບປະກັນ ແລະ ຫຼີກເວັ້ນການສວຍໃຊ້ໃນທາງທີ່ຜິດກົດໝາຍ.

ລັດຖະມົນຕີ ວ່າການກະຊວງສາທາລະນະສຸກ ອອກຄຳສັ່ງ:

ເກືອດຫ້າມຢ່າງເດັດຂາດການນຳເຂົ້າ, ສົ່ງອອກ, ຈຳໜ່າຍ, ຊື້ຂາຍ, ຄອບຄອງ, ຂົນສົ່ງ, ນຳຜ່ານປຸງແຕ່ງ ແລະ ນຳໃຊ້ສານຊູໂດອີຟີດຣີນ (Pseudoephedrine) ຢູ່ ສປປ ລາວ .

ດັ່ງນັ້ນ,ຈຶ່ງມອບໃຫ້ພາກສ່ວນທີ່ກjຽວຂ້ອງຈົ່ງພ້ອມກັນຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ຢ່າງເຂັ້ມງວດ. ຄຳສັ່ງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົົ້ນໄປ.

ລັດຖະມົນຕີ ວ່າການກະຊວງສາທາລະນະສຸກ.
ສາດສະດາຈານ ດຣ. ເອກສະຫວ່າງ ວົງວິຈິດ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?