ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ       ເລກທີ 02 /ສພຊ
ນະຄອນຫຼວງວຽງຈັນ, ວັນທີ 25 ກໍລະກົດ 2008

ກົດໝາຍ
ວ່າດ້ວຍຫັດຖະກໍາ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1.  ຈຸດປະສົງ    

ກົດໝາຍວ່າດ້ວຍຫັດຖະກໍາ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການສົ່ງເສີມ ແລະ ການພັດທະນາ ວຽກງານຫັດຖະກໍາ ເພື່ອເຮັດໃຫ້ ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານດັ່ງກ່າວ ມີການຂະຫຍາຍຕົວ, ສ້າງຜະລິດຕະພັນຫັດຖະກໍາ ໃຫ້ກາຍເປັນສິນຄ້າ ທີ່ມີຄຸນນະພາບສູງ ແນໃສ່ສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າ ທັງເປັນການອະນຸລັກມູນເຊື້ອ, ສີໄມ້ລາຍມືທີ່ມີຄຸນຄ່າທາງດ້ານສິນລະປະ ວັດທະນະທໍາ ແລະ ເສດຖະກິດ ຊື່ງມີມາແຕ່ບູຮານນະການໃຫ້ຍືນຍົງຄົງຢູ່ຕະຫຼອດໄປ.

ມາດຕາ 2.  ຫັດຖະກໍາ

ຫັດຖະກໍາ ແມ່ນ ຂະບວນການຜະລິດ ຂອງຂະແໜງເສດຖະກິດໜື່ງທີ່ສຳຄັນ ຊື່ງນໍາໃຊ້ແຮງງານທີ່ມີຄວາມຊຳນານງານ ແລະ ພູມປັນຍາ ຂອງຄົນເປັນຕົ້ນຕໍ ເພື່ອສ້າງເປັນຜະລິດຕະພັນທີ່ມີຄວາມປານີດງົດງາມ, ມີຄຸນຄ່າສູງທາງດ້ານສິນລະປະວັດທະນະທໍາ, ເສດຖະກິດ ແລະ ມີເອກະລັກສະເພາະຕົວ.

ມາດຕາ 3.  ຄຸນລັກສະນະຕົ້ນຕໍຂອງຜະລິດຕະພັນຫັດຖະກໍາ

ຄຸນລັກສະນະຕົ້ນຕໍຂອງຜະລິດຕະພັນຫັດຖະກໍາ ມີ ດັ່ງນີ້:

1.ນໍາໃຊ້ແຮງງານຄົນເປັນຕົ້ນຕໍ ແລະ ສາມາດນໍາໃຊ້ເຄື່ອງຈັກຊ່ວຍແຮງຈໍານວນໜື່ງ;

2. ມີຄຸນຄ່າສູງທາງດ້ານສິນລະປະ ວັດທະນະທໍາ ແລະ ເສດຖະກິດ;

3. ມີເອກະລັກສະເພາະຕົວ;

4. ຜະລິດເພື່ອຊົມໃຊ້ ແລະ ເປັນສິນຄ້າ;

5. ມີເອກະລັກຂອງຊາດ, ຂອງທ້ອງຖິ່ນ ແລະ ບັນດາເຜົ່າ;

6. ມີລັກສະນະປະຫວັດສາດຂອງແຕ່ລະຍຸກ ແຕ່ລະສະໄໝ.

ມາດຕາ 4.  ການອະທິບາຍຄຳສັບ

ຄຳສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ຜູ້ປະກອບການ ໝາຍເຖີງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງລວມໝູ່ຂອງປະຊາຊົນ ທີ່ລົງທຶນ, ດຳເນີນການຜະລິດ ແລະ ບໍລິການຈໍາໜ່າຍ ສິນຄ້າຫັດຖະກໍາ;

2. ຊາວຊ່າງຫັດຖະກໍາ ໝາຍເຖີງ ຊ່າງຫັດຖະກໍາ ແລະ ນາຍຊ່າງຫັດຖະກໍາ ຊື່ງເປັນ ຜູ້ຜະລິດ ຫຼື ຜູ້ດຳເນີນການ ກ່ຽວກັບການຜະລິດຫັດຖະກໍາ;

3. ກິດຈະການ ໝາຍເຖີງ ບັນດາວຽກງານທີ່ດຳເນີນຢູ່ໃນໂຮງງານຫັດຖະກໍາ ແລະ ໂຮງຊ່າງຫັດຖະກໍາຄອບຄົວ;

4. ເຈົ້າໜ້າທີ່ ໝາຍເຖີງ ພະນັກງານວິຊາການທີ່ຖືກແຕ່ງຕັ້ງ ຫຼື ຖືກມອບໝາຍໜ້າທີ່ຈາກການຈັດຕັ້ງຂັ້ນເທີງ ເພື່ອປະຕິບັດວຽກງານຫັດຖະກໍາ;

5. ການບຳບັດສີ່ງເສດເຫຼືອ ໝາຍເຖີງ ການປັບປຸງ, ດັດແປງ ສີ່ງເສດເຫຼືອ ຫຼື ຜົນກະທົບ ຈາກການຜະລິດຫັດຖະກໍາ ໃຫ້ຫຼຸດຜ່ອນລົງ ເຊັ່ນ: ນ້ຳເປື້ອນ, ສຽງ, ກິ່ນ ແລະ ຜົນກະທົບອື່ນ;

6. ລະບົບຄໍ້າປະກັນສິນເຊື່ອທະນາຄານ ໝາຍເຖີງ ການຄ້ຳປະກັນ ດ້ວຍຊັບສິນຂອງຜູ້ກູ້ຢືມ ຫຼື ດ້ວຍ ການຈັດຕັ້ງ ຫຼື ບຸກຄົນອື່ນ;

7. ພາຫະນະສື່ມວນຊົນ ໝາຍເຖິງ ສື່ສີ່ງພິມ ແລະ ສື່ເອເລັກໂຕຣນິກ ລວມທັງ ຜະລິດຕະພັນສື່ມວນ ຊົນ ຊື່ງມີໜັງສືພິມ, ໃບຂ່າວສານ, ຈົດໝາຍເຫດ, ວາລະສານ, ລາຍການວິທະຍຸ, ລາຍການໂທລະ ພາບ, ລາຍການໂທລະໂຄ່ງ, ອິນເຕີເນັດ, ເວບໄຊ, ກາແຊັດ, ຊີດີ, ວີຊີດີ, ດີວີດີ ແລະ ອື່ນໆ;

8. ໂລຫະ ໝາຍເຖິງ ວັດຖຸທີ່ນໍາຜ່ານກະແສໄຟຟ້າ ເຊັ່ນ: ເຫຼັກ, ທອງ, ຄຳ,ເງີນ ແລະ ວັດຖຸອື່ນ;

9. ອະໂລຫະ ໝາຍເຖິງ ວັດຖຸທີ່ບໍ່ນໍາຜ່ານກະແສໄຟຟ້າ ເຊັ່ນ: ແກ້ວ, ຢາງພະລາສະຕິກ, ໄມ້ ແລະວັດຖຸອື່ນ;

10. ກໍາມະວິທີ ໝາຍເຖິງ ວິທີການ ແລະ ຂັ້ນຕອນ ການຜະລິດ ;

11. ເຈ້ຍພື້ນເມືອງ ໝາຍເຖິງ ເຈ້ຍທີ່ເຮັດດ້ວຍ ເປືອກສາ, ໜໍ່ໄມ້, ເຟືອງ ແລະ ພືດອື່ນ. 

ມາດຕາ 5.  ນະໂຍບາຍກ່ຽວກັບວຽກງານຫັດຖະກໍາ

ລັດ ມີນະໂຍບາຍກ່ຽວກັບວຽກງານຫັດຖະກໍາ  ເຊັ່ນ: ນະໂຍບາຍ ການຄຸ້ມຄອງ, ການສົ່ງເສີມ ແລະ ພັດທະ ນາ, ການອະນຸລັກ ແລະ ການສະຫງວນ ເພື່ອໃຫ້ຂະແໜງການຫັດຖະກໍາມີການຂະຫຍາຍຕົວ ຢ່າງຍືນຍົງ.

ມາດຕາ 6.  ຫຼັກການກ່ຽວກັບວຽກງານຫັດຖະກໍາ

ວຽກງານຫັດຖະກໍາ ຕ້ອງດຳເນີນຕາມຫຼັກການ ດັ່ງນີ້:

1. ຄຸ້ມຄອງ ແລະ ພັດທະນາການຜະລິດຫັດຖະກໍາແບບຍືນຍົງ;

2. ຮັບປະກັນການປົກປັກຮັກສາສີ່ງແວດລ້ອມ;

3. ອະນຸລັກ, ປົກປັກຮັກສາຫັດຖະກໍາທີ່ເປັນມູນເຊື້ອ ແລະ ມີເອກະລັກສະເພາະຂອງຊາດ ແລະ ຂອງຊົນເຜົ່າ ;

4. ຮັບປະກັນຄວາມປອດໄພຂອງຜູ້ຊົມໃຊ້ສິນຄ້າຫັດຖະກໍາ;

5. ເຄົາລົບ ແລະ ປະຕິບັດ ສົນທິສັນຍາສາກົນທີ່ ສ.ປ.ປ. ລາວ ເປັນພາຄີ.

ມາດຕາ 7.  ຂອບເຂດການນໍາໃຊ້ກົດໝາຍ

ກົດໝາຍສະບັບນີ້ ນໍາໃຊ້ສຳລັບ ໂຮງງານຫັດຖະກໍາຂະໜາດຕ່າງໆ ແລະ ໂຮງຊ່າງຫັດຖະກໍາຄອບຄົວ ປະເພດຕ່າງໆ , ຊາວຊ່າງຫັດຖະກໍາ ແລະ ຜູ້ຄຸ້ມຄອງວຽກງານຫັດຖະກໍາ.

ມາດຕາ 8.  ການຮ່ວມມືສາກົນ

ລັດ ຊຸກຍູ້ສົ່ງເສີມ ໃຫ້ມີການພົວພັນຮ່ວມມືກັບສາກົນ ໃນວຽກງານຫັດຖະກໍາ ດ້ວຍການຍາດແຍ່ງການຊ່ວຍເຫຼືອ ແລກປ່ຽນຂໍ້ມູນຂ່າວສານ, ເຕັກໂນໂລຊີ, ບົດຮຽນ ແລະ ປະສົບການ, ຍົກລະດັບສີມືແຮງງານ ແລະ ການຄຸ້ມຄອງທຸລະກິດ, ການຕະຫຼາດ ແລະ ອື່ນໆ.

ພາກທີ II
ກິດຈະການຫັດຖະກໍາ

ໝວດທີ 1
ໂຮງງານຫັດຖະກໍາ ແລະ ໂຮງຊ່າງຫັດຖະກໍາຄອບຄົວ

ມາດຕາ 9.  ໂຮງງານຫັດຖະກໍາ

ໂຮງງານຫັດຖະກໍາ ແມ່ນ ສະຖານທີ່ ແລະ ອາຄານ ທີ່ທໍາການຜະລິດຫັດຖະກໍາ ດ້ວຍການນໍາໃຊ້ແຮງງານຄົນເປັນຕົ້ນຕໍ ແຕ່ 10 ຄົນຂື້ນໄປ ແລະ ສາມາດນໍາໃຊ້ເຄື່ອງຈັກຈໍານວນໜື່ງເປັນເຄື່ອງຊ່ວຍແຮງ.

ມາດຕາ 10.  ຂະໜາດຂອງໂຮງງານຫັດຖະກໍາ

 ໂຮງງານຫັດຖະກໍາ ຈັດເປັນ ສາມ ຂະໜາດ ຄື:

1. ໂຮງງານຫັດຖະກໍາຂະໜາດ I ຊື່ງແມ່ນໂຮງງານຫັດຖະກໍາຂະໜາດໃຫຍ່ ທີ່ມີແຮງງານລວມແຕ່ 200 ຄົນ ຂື້ນໄປ ແລະ ສາມາດນໍາໃຊ້ເຄື່ອງຈັກຊ່ວຍແຮງຈໍານວນໜື່ງ ;

2. ໂຮງງານຫັດຖະກໍາຂະໜາດ II ຊື່ງແມ່ນໂຮງງານຫັດຖະກໍາຂະໜາດກາງ ທີ່ມີແຮງງານລວມ ແຕ່ 51-199 ຄົນ ແລະ ສາມາດນໍາໃຊ້ເຄື່ອງຈັກຊ່ວຍແຮງຈໍານວນໜື່ງ ;

3. ໂຮງງານຫັດຖະກໍາຂະໜາດ III ຊື່ງແມ່ນໂຮງງານຫັດຖະກໍາຂະໜາດນ້ອຍ ທີ່ມີແຮງງານລວມ ແຕ່   10 - 50 ຄົນ ແລະ ສາມາດນໍາໃຊ້ເຄື່ອງຈັກຊ່ວຍແຮງຈໍານວນໜື່ງ.

ມາດຕາ 11.  ໂຮງຊ່າງຫັດຖະກໍາຄອບຄົວ

ໂຮງຊ່າງຫັດຖະກໍາຄອບຄົວ ແມ່ນ ສະຖານທີ່ ແລະ ອາຄານ ທີ່ທໍາການຜະລິດຫັດຖະກໍາໃນ ລະດັບຄົວເຮືອນ  ດ້ວຍການນໍາໃຊ້ແຮງງານຄົນເປັນຕົ້ນຕໍ ແຕ່ 9 ຄົນລົງມາ ແລະ ສາມາດນໍາໃຊ້ເຄື່ອງຈັກຈໍານວນໜື່ງເປັນເຄື່ອງຊ່ວຍແຮງ.

ມາດຕາ 12.  ປະເພດຂອງໂຮງຊ່າງຫັດຖະກໍາ ຄອບຄົວ

ໂຮງຊ່າງຫັດຖະກໍາຄອບຄົວຈັດເປັນ ສອງ ປະເພດ ຄື:

1. ໂຮງຊ່າງຫັດຖະກໍາຄອບຄົວ ປະເພດ I ຊື່ງດຳເນີນກິດຈະການຫັດຖະກໍາເປັນອາຊີບຕົ້ນຕໍຂອງຄອບ ຄົວ ;

2. ໂຮງຊ່າງຫັດຖະກໍາຄອບຄົວ ປະເພດ II ຊື່ງດຳເນີນກິດຈະການຫັດຖະກໍາເປັນອາຊີບສຳຮອງ ຂອງ ຄອບ ຄົວ.

ມາດຕາ 13.   ຂະແໜງວິຊາຊີບຫັດຖະກໍາ

ຂະແໜງວິຊາຊີບຫັດຖະກໍາ ຕົ້ນຕໍ ມີ ດັ່ງນີ້:

1. ຂະແໜງແຜ່ນແພພື້ນເມືອງ ;

2. ຂະແໜງໄມ້, ຫວາຍ, ໄມ້ປ່ອງ ແລະ ເຄືອໄມ້;

3. ຂະແໜງເຈ້ຍພື້ນເມືອງ;

4. ຂະແໜງສິນລະປະໂລຫະ, ອະໂລຫະ;

5. ຂະແໜງປັ້ນດິນເຜົາ ;

6. ຂະແໜງເຄື່ອງປະດັບ ແລະ ເຄື່ອງເອ້ຢ້ອງ ;

7. ຂະແໜງອາຫານ ແລະ ເຄື່ອງດື່ມ ພື້ນເມືອງ.

ໝວດທີ 2
ການອະນຸລັກ, ການສະຫງວນ ແລະ ການຮັກສາມໍລະດົກຫັດຖະກໍາ

ມາດຕາ 14.  ການອະນຸລັກຫັດຖະກໍາ

 ການອະນຸລັກຫັດຖະກໍາ ແມ່ນ ການຮັກສາ, ປົກປ້ອງ ບໍ່ໃຫ້ຫັດຖະກໍາ ຖືກທໍາລາຍ ຫຼື ສູນຫາຍໄປ.

 ການອະນຸລັກ ຕ້ອງໄປຄຽງຄູ່ກັບການພັດທະນາຫັດຖະກໍາ ເພື່ອໃຫ້ມີຄຸນນະພາບ ແລະ ທັນສະໄໝ.

ມາດຕາ 15.  ຂະແໜງຫັດຖະກໍາທີ່ອະນຸລັກ

ຂະແໜງຫັດຖະກໍາ ທີ່ອະນຸລັກ ມີ ດັ່ງນີ້:

1.  ຂະແໜງແຜ່ນແພພື້ນເມືອງ :

- ການຕ່ຳຫູກ;

- ການຍ້ອມສີທໍາມະຊາດ;

- ການຫຍິບ, ການປັກ, ການຖັກ, ການແສ່ວ ແລະ ດອກດວງ;

- ການອອກແບບ;

- ການມັດໝີ່ ;

- ການເຂັນຝ້າຍ, ການປູກມອນ, ການລ້ຽງມ້ອນ, ການສາວໄໝ ແລະ ອື່ນໆ.

2.  ຂະແໜງໄມ້, ຫວາຍ,ໄມ້ປ່ອງ ແລະ ເຄືອໄມ້:

- ການຈັກສານ;

- ການຄວັດ, ການແກະສະລັກ ແລະ ອື່ນໆ.

3.  ຂະແໜງເຈ້ຍພື້ນເມືອງ:

- ການຜະລິດເຈ້ຍສາ;

- ການຜະລິດເຈ້ຍເຟືອງ ແລະ ອື່ນໆ.

4.  ຂະແໜງສິນລະປະໂລຫະ, ອະໂລຫະ:

- ການຫຼອມ ;

- ການຫຼໍ່ ;

- ການຄວñດ,ການແກະສະລັກ ງາ, ເຂົາສັດ ແລະ ອື່ນໆ.

5.  ຂະແໜງປັ້ນດິນເຜົາ:

- ການປັ້ນດິນເຜົາ;

- ການຜະລິດດິນຈີ່, ດິນຂໍ ແລະ ອື່ນໆ.

6.  ຂະແໜງເຄື່ອງປະດັບ ແລະ ເຄື່ອງເອ້ຢ້ອງ:

- ການຕີ ເງີນ, ຄຳ, ທອງ ທີ່ເປັນ ລວດລາຍສິນລະປະ ພື້ນເມືອງລາວ;

- ການຕີງ້າວ, ດາບ ແລະ ອື່ນໆ.

7.  ຂະແໜງອາຫານ ແລະ ເຄື່ອງດື່ມ ພື້ນເມືອງ:

- ການຜະລິດແຈ່ວບອງ;

- ການຜະລິດໄຄແຜ່ນ;

- ການຜະລິດເຄື່ອງດື່ມພື້ນເມືອງ ແລະ ອື່ນໆ.

ມາດຕາ 16.  ວິທີການອະນຸລັກຫັດຖະກໍາ

ວິທີການອະນຸລັກຫັດຖະກໍາ ຕົ້ນຕໍ ມີ ດັ່ງນີ້:

1. ດຳເນີນການຄົ້ນຄວ້າ ຂຽນເປັນປື້ມຕຳລາ ສຳລັບກໍາມະວິທີການຜະລິດຫັດຖະກໍາທີ່ໂດດເດັ່ນ;

2. ເກັບກໍາ ແລະ ຂື້ນບັນຊີ ລາຍຊື່ຂອງຊາວຊ່າງຫັດຖະກໍາທີ່ມີຊື່ສຽງ ເພື່ອເປັນຜູ້ສິດສອນຖ່າຍທອດວິຊາໃຫ້ຄົນລຸ້ນຫຼັງ;

3. ເກັບກໍາ ແລະ ຂື້ນບັນຊີ ຜະລິດຕະພັນຫັດຖະກໍາທີ່ໂດດເດັ່ນ ເພື່ອນໍາມາຄົ້ນຄວ້າ, ວາງສະແດງ, ໂຄສະນາເຜີຍແຜ່ ແລະ ປົກປັກຮັກສາ;

4. ນໍາເອົາປື້ມຕຳລາກ່ຽວກັບກໍາມະວິທີການຜະລິດຫັດຖະກໍາ ເພື່ອສ້າງເປັນຫຼັກສູດ ການຮຽນ ການສອນ;

5. ສ້າງສູນຫັດຖະກໍາ, ສູນຝຶກອົບຮົມວິຊາຊີບ ແລະ ຫໍພິພິດຕະພັນ ຫັດຖະກໍາ;

6. ນຳເອົາວຽກງານຫັດຖະກຳໄປຈົດທະບຽນຊັບສິນທາງປັນຍາ.

ມາດຕາ 17. ການສະຫງວນຫັດຖະກໍາ

ການສະຫງວນຫັດຖະກໍາ ແມ່ນ ການຮັກສາກໍາມະວິທີການຜະລິດຫັດຖະກໍາໃດໜື່ງ ໄວ້ໃຫ້ສະເພາະພົນ ລະເມືອງລາວ ໃນກໍານົດເວລາທີ່ແນ່ນອນ.

ມາດຕາ 18.  ຂະແໜງຫັດຖະກໍາທີ່ສະຫງວນ

ຂະແໜງຫັດຖະກໍາທີ່ສະຫງວນ ມີ ດັ່ງນີ້:

1. ຂະແໜງແຜ່ນແພພື້ນເມືອງ :

ການອອກແບບ, ການເກັບ, ການຈົກ ລວດລາຍ ແລະ ການມັດໝີ່ ແບບພື້ນເມືອງລາວ;

2. ຂະແໜງ ໄມ້, ສິນລະປະໂລຫະ, ອະໂລຫະ, ຂະແໜງ ເຄື່ອງປະດັບ ແລະ ເຄື່ອງເອ້ຢ້ອງ:

ການອອກແບບ ລວດລາຍພື້ນເມືອງລາວ ທີ່ພົວພັນໃນແຕ່ລະຍຸກ ແຕ່ລະສະໄໝ.

ມາດຕາ19.  ວິທີການສະຫງວນຫັດຖະກໍາ

ວີທີການສະຫງວນ ຫັດຖະກໍາ ຕົ້ນຕໍ ມີ ດັ່ງນີ້ :

-      ນໍາເອົາກໍາມະວິທີການຜະລິດຫັດຖະກໍາທີ່ສະຫງວນ ໄປຈົດທະບຽນ ຊັບສິນທາງປັນຍາ ແລະ ເອົາຂື້ນບັນຊີກິດຈະການຫັດຖະກໍາ ທີ່ລັດຄຸ້ມຄອງ ;

-      ການເຜີຍແຜ່ ແລະ ການສິດສອນ ກໍາມະວິທີການຜະລິດຫັດຖະກໍາທີ່ສະຫງວນ ຕາມລະບຽບການ ຫຼື ຕາມການອະນຸຍາດ ຂອງຂະແໜງການທີ່ກ່ຽວຂ້ອງ .

ມາດຕາ 20.   ມໍລະດົກຫັດຖະກຳ

ມໍລະດົກຫັດຖະກຳ ແມ່ນຜະລິດຕະພັນຫັດຖະກຳ ທີ່ປະຊາຊົນລາວສ້າງຂຶ້ນ ທີ່ມີຄຸນຄ່າສູງທາງດ້ານວັດທະນະທຳ, ປະຫວັດສາດ, ເປັນຊັບສົມບັດອັນລ້ຳຄ່າ ແລະ ເປັນຊັບສິນລວມຂອງວົງຄະນະຍາດແຫ່ງຊາດ.

ການປົກປັກຮັກສາມໍລະດົກຫັດຖະກຳ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍ ມໍລະດົກແຫ່ງຊາດ.

ໝວດທີ 3
ການສ້າງຕັ້ງ ແລະ ການດຳເນີນ
ກິດຈະການ ໂຮງງານຫັດຖະກໍາ ແລະ ໂຮງຊ່າງຫັດຖະກໍາຄອບຄົວ

ມາດຕາ 21.    ການສ້າງຕັ້ງໂຮງງານຫັດຖະກໍາ

ການສ້າງຕັ້ງໂຮງງານຫັດຖະກໍາທຸກຂະໜາດ ໃຫ້ປະຕິບັດຕາມ ກົດໝາຍວ່າດ້ວຍວິສາຫະກິດ ແລະ ກົດ ໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ 22.  ການສ້າງຕັ້ງໂຮງຊ່າງຫັດຖະກໍາຄອບຄົວ

ໂຮງຊ່າງຫັດຖະກໍາຄອບຄົວທຸກປະເພດ ສາມາດດຳເນີນກິດຈະການໄດ້ໃນທັນໃດ. ຫ້ອງການອຸດສາຫະ ກໍາ ແລະ ການຄ້າເມືອງ, ເທດສະບານ ລົງຕິດຕາມກວດກາ ແລະ ເກັບກໍາຂໍ້ມູນ ເພື່ອຄຸ້ມຄອງ ແລະ ຊຸກຍູ້ສົ່ງເສີມ .

ມາດຕາ 23.  ການນໍາໃຊ້ວັດຖຸດິບ

ການນໍາໃຊ້ວັດຖຸດິບ ຕ້ອງຕິດພັນກັບການຊຸກຍູ້ສົ່ງເສີມການຜະລິດພາຍໃນ ເປັນຕົ້ນຕໍ.

ການນໍາໃຊ້ວັດຖຸດິບຈາກທໍາມະຊາດ ຕ້ອງມີການປະຢັດ, ຮັບປະກັນຄວາມຍືນຍົງ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

ຜູ້ປະກອບການຫັດຖະກໍາ ຕ້ອງໄດ້ເອົາໃຈໃສ່ໃນການ ປູກຝັງ ລ້ຽງສັດ ເພື່ອເປັນວັດຖຸດິບທົດແທນ ສະ ໜອງໃຫ້ແກ່ການຜະລິດ.

ມາດຕາ 24.  ການນໍາໃຊ້ແຮງງານ

ການນໍາໃຊ້ແຮງງານທໍາການຜະລິດຫັດຖະກໍາ ຕ້ອງນໍາໃຊ້ແຮງງານພາຍໃນ ເປັນຕົ້ນຕໍ, ພ້ອມກັນນັ້ນ ກðໃຫ້ເອົາໃຈໃສ່ຍົກລະດັບສີມືແຮງງານ, ຄວາມຊຳນານງານ ເພື່ອໃຫ້ຜະລິດຕະພັນຫັດຖະກໍາມີຄຸນນະພາບ ພ້ອມທັງເປັນການອະນຸລັກ, ປົກປັກຮັກສາ ສີໄມ້ລາຍມືທີ່ເປັນມູນເຊື້ອ ແລະ ´óເອກະລັກສະເພາະຂອງຊາດ.

ມາດຕາ 25.  ການພັດທະນາຄຸນນະພາບສິນຄ້າຫັດຖະກໍາ

ຜູ້ປະກອບການ ຕ້ອງເອົາໃຈໃສ່ພັດທະນາຄຸນນະພາບສິນຄ້າຫັດຖະກໍາ ໃຫ້ສາມາດແຂ່ງຂັນໃນຕະຫຼາດພາຍໃນ ແລະ ສາກົນໄດ້ ດ້ວຍວິທີການຕ່າງໆ ເປັນຕົ້ນ : ການປັບປຸງຄຸນນະພາບການຜະລິດແບບຄົບຊຸດ, ການ ຄົ້ນຄວ້ານໍາໃຊ້ກໍາມະວິທີເຕັກໂນໂລຊີ ທີ່ກ້າວໜ້າ.

ໝວດທີ 4
ຊ່າງຫັດຖະກໍາ ແລະ ນາຍຊ່າງຫັດຖະກໍາ

ມາດຕາ 26.  ຊ່າງຫັດຖະກໍາ ແລະ ນາຍຊ່າງຫັດຖະກໍາ

ຊ່າງຫັດຖະກໍາ ແມ່ນ ບຸກຄົນທີ່ມີວິຊາຊີບດ້ານຫັດຖະກໍາໃດໜື່ງ ຊື່ງໄດ້ຮັບການຢັ້ງຢືນຈາກ ໂຮງຮຽນ ຫຼື ສູນຝຶກອົບຮົມ ແລະ ການຝຶກອົບຮົມ ຕາມຫຼັກສູດວິຊາຊີບຫັດຖະກໍາ.

ນາຍຊ່າງຫັດຖະກໍາ ແມ່ນ ຊ່າງຫັດຖະກໍາ ຜູ້ທີ່ມີ ຄຸນວຸດທິ, ຄວາມຊຳນານງານ ດ້ານວິຊາຊີບຫັດຖະກໍາ ແລະ ມີປະສົບການສູງ ໃນວຽກງານຫັດຖະກໍາ ຢ່າງໜ້ອຍຫ້າປີ.

ມາດຕາ 27.  ການໃຫ້ນາມມະຍົດ ຊ່າງຫັດຖະກໍາ ແລະ ນາຍຊ່າງຫັດຖະກໍາ

ລັດ ຕ້ອງຄົ້ນຄວ້າ ວາງເງື່ອນໄຂ ມາດຕະຖານ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຊັ້ນນາມມະຍົດ ລະດັບ ຕ່າງໆ  ຂອງຊ່າງຫັດຖະກໍາ ແລະ ນາຍຊ່າງຫັດຖະກໍາ ເພື່ອເປັນການຍ້ອງຍໍ ຊົມເຊີຍ ທາງດ້ານວັດຖຸ ແລະ ຈິດໃຈ ຕາມຄວາມເໝາະສົມ.

ພາກທີ III
ການສົ່ງເສີມ ແລະ ພັດທະນາ ວຽກງານຫັດຖະກໍາ

ມາດຕາ 28.  ການສົ່ງເສີມ ແລະ ພັດທະນາ ວຽກງານຫັດຖະກໍາ

ລັດ ສົ່ງເສີມ ແລະ ພັດທະນາ ວຽກງານຫັດຖະກໍາ ດ້ວຍການໃຫ້ນະໂຍບາຍ ແລະ ປະຕິບັດມາດຕະ ການ ຕົ້ນຕໍ ດັ່ງນີ້:

1. ທຶນ ແລະ ກອງທຶນ;

2. ພາສີ ແລະ ອາກອນ;

3. ການປົກປ້ອງສິນຄ້າຫັດຖະກໍາ;

4. ການສະໜອງຂໍ້ມູນຂ່າວສານ;

5. ການຕະຫຼາດ;

6. ການນໍາໃຊ້ເຕັກໂນໂລຊີ;

7. ການໃຫ້ຄຳປຶກສາ;

8. ການຝຶກອົບຮົມ ແລະ ຍົກລະດັບສີມືແຮງງານ;

9. ສູນສົ່ງເສີມຫັດຖະກໍາ;

10. ສູນຝຶກອົບຮົມວິຊາຊີບຫັດຖະກໍາ;

11. ການສ້າງຕັ້ງກຸ່ມຜູ້ຜະລິດທຸລະກິດຫັດຖະກໍາ.

ມາດຕາ 29.  ທຶນ ແລະ ກອງທຶນ

ລັດ ສະໜອງງົບປະມານໃຫ້ແກ່ການຊຸກຍູ້ສົ່ງເສີມວຽກງານຫັດຖະກໍາ ເຊັ່ນ : ສ້າງສູນສົ່ງເສີມຫັດ ຖະກໍາ, ສ້າງສູນຝຶກອົບຮົມວິຊາຊີບຫັດຖະກໍາ, ກໍ່ສ້າງ ແລະ ປັບປຸງໂຮງຮຽນວິຈິດຕະກໍາ ແລະ ງົບປະມານ ດັດສົມສົ່ງເສີມວິຊາການ.

ກະຊວງການເງີນ ແລະ ທະນາຄານແຫ່ງ ສປປ ລາວ ກໍານົດນະໂຍບາຍສິນເຊື່ອດອກເບ້ຍຕ່ຳ ດ້ວຍການນໍາໃຊ້ຫຼາຍລະບົບຄ້ຳປະກັນສິນເຊື່ອ ໃຫ້ແກ່ຜູ້ປະກອບການຫັດຖະກໍາ ຢ່າງເໝາະສົມ.

ກອງທຶນພັດທະນາຫັດຖະກໍາ ສ້າງຕັ້ງຂື້ນ ດ້ວຍການປະກອບສ່ວນທຶນຈາກ ສະມາຊິກຂອງ ສະມາຄົມຫັດຖະກໍາ, ຜູ້ປະກອບການຫັດຖະກໍາ, ການຊ່ວຍເຫຼືອຂອງລັດ, ອົງການຈັດຕັ້ງສັງຄົມ, ບັນດາຫົວໜ່ວຍເສດຖະກິດ ແລະ ບຸກຄົນ ທັງພາຍໃນແລະຕ່າງປະເທດ.

ມາດຕາ 30.  ພາສີ ແລະ ອາກອນ

ລັດ ສົ່ງເສີມວຽກງານຫັດຖະກໍາດ້ວຍການວາງນະໂຍບາຍດ້ານພາສີ ແລະ ອາກອນ ຕາມຄວາມເໝາະສົມ  ເພື່ອພັດທະນາວຽກງານຫັດຖະກໍາ ໃຫ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວ.

ມາດຕາ 31.  ການປົກປ້ອງສິນຄ້າຫັດຖະກໍາ

ລັດ ປົກປ້ອງສິນຄ້າຫັດຖະກໍາ ດ້ວຍການປູກຈິດສຳນຶກຂອງທົ່ວສັງຄົມ ໃນນັ້ນ ອົງການລັດ ຕ້ອງເປັນແບບຢ່າງໃນການຊົມໃຊ້ສິນຄ້າຫັດຖະກໍາ ພ້ອມດຽວກັນ ກໍໃຫ້ເອົາໃຈໃສ່ ນໍາໃຊ້ມາດຕະການທີ່ຈໍາເປັນໃນການຄວບຄຸມ ການນໍາເຂົ້າສິນຄ້າຫັດຖະກໍາ ເປັນຕົ້ນ : ການກວດກາຄຸນນະພາບ ແລະ ມາດຕະຖານເຕັກນິກຂອງຜະລິດຕະພັນ ແລະ ມາດຕະການອື່ນ.

ມາດຕາ 32.  ການສະໜອງຂໍ້ມູນຂ່າວສາ

ຂະແໜງການອຸດສາຫະກໍາ ແລະ ການຄ້າ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ສະໜອງຂໍ້ມູນຂ່າວສານໃຫ້ແກ່ຜູ້ປະກອບການກ່ຽວກັບວຽກງານຫັດຖະກໍາ ເຊັ່ນ : ຂໍ້ມູນຂ່າວສານ ກ່ຽວກັບການດຳເນີນການຜະລິດ, ການຕະຫຼາດ, ລາຄາ, ແຫຼ່ງທຶນ, ແຫຼ່ງວັດຖຸດິບ ແລະ ອື່ນໆ ດ້ວຍຮູບການ ສຳມະນາ  ແລະ ໂຄສະນາ ເຜີຍແຜ່  ຜ່ານພາຫະນະສື່ມວນຊົນຕ່າງໆ.

ມາດຕາ 33.  ການຕະຫຼາດ

ຂະແໜງການອຸດສາຫະກໍາແລະການຄ້າ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ສະມາຄົມຫັດຖະກໍາລາວ, ຊາວຊ່າງຫັດຖະກໍາ ຊອກຫາຕະຫຼາດພາຍໃນ ແລະ ຕ່າງປະເທດ ດ້ວຍຫຼາຍຮູບການ ເປັນຕົ້ນ: ການໂຄສະນາ, ການວາງສະແດງສິນຄ້າ, ການຈັດງານຕະຫຼາດນັດ ແລະ ຕະຫຼາດອື່ນ ພ້ອມທັງ ປຸກລະດົມໃຫ້ມີການຊົມໃຊ້ຜະລິດຕະພັນຫັດຖະກໍາພາຍໃນ ຢ່າງກວ້າງຂວາງ. 

ມາດຕາ 34.  ການນໍາໃຊ້ເຕັກໂນໂລຊີ

ລັດ ຊຸກຍູ້ສົ່ງເສີມທຸກພາກສ່ວນເສດຖະກິດ ເອົາໃຈໃສ່ໃນການສຶກສາຄົ້ນຄວ້າ, ພັດທະນາ ແລະ ອະນຸ ລັກກໍາມະວິທີການຜະລິດຫັດຖະກໍາແບບພື້ນເມືອງ ພ້ອມກັນນັ້ນ ກໍຕ້ອງຍາດແຍ່ງເອົາການນໍາໃຊ້ເຕັກໂນໂລຊີທີ່ ກ້າວໜ້າ ໂດຍມີການເລືອກເຟັ້ນຢ່າງເໝາະສົມ ເຂົ້າໃນຂະບວນການຜະລິດຂອງຕົນເພື່ອໃຫ້ຜົນຜະລິດຫັດຖະກໍາ ມີຄຸນນະພາບສູງ ສາມາດແຂ່ງຂັນຢູ່ ຕະຫຼາດພາຍໃນ ແລະ ສາກົນ.

ມາດຕາ 35.  ການໃຫ້ຄຳປຶກສາ

ຂະແໜງການອຸດສາຫະກໍາ ແລະ ການຄ້າ ໂດຍສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ໃຫ້ຄຳປຶກສາຕາມການສະເໜີຂອງຜູ້ປະກອບການຫັດຖະກໍາ ກ່ຽວກັບ ການດຳເນີນກິດຈະການຫັດຖະກໍາ ເປັນຕົ້ນ: ໃຫ້ຄຳ ປຶກສາທາງດ້ານລະບຽບກົດໝາຍ, ການສ້າງຕັ້ງ, ແຫຼ່ງວັດຖຸດິບ, ການຕະຫຼາດ, ລາຄາ, ການແກ້ໄຂຂໍ້ຂັດແຍ່ງ ແລະ ກິດຈະການອື່ນ.

ລັດ ຊຸກຍູ້ສົ່ງເສີມໃຫ້ບຸກຄົນ ແລະ ການຈັດຕັ້ງ ສ້າງຕັ້ງ ຫ້ອງການໃຫ້ຄຳປຶກສາ ແກ່ຜູ້ປະກອບການຫັດຖະກໍາ.

ມາດຕາ 36.  ການຝຶກອົບຮົມ ແລະ ຍົກລະດັບສີມືແຮງງານ

ຂະແໜງການອຸດສາຫະກໍາ ແລະ ການຄ້າ, ຂະແໜງການສຶກສາ, ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ, ຂະແໜງການຖະແຫຼ່ງຂ່າວ ແລະ ວັດທະນະທໍາ, ອົງການຈັດຕັ້ງມະຫາຊົນ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ສະມາຄົມຫັດຖະກໍາລາວ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ຈັດຕັ້ງການຝຶກອົບຮົມວິຊາຊີບຫັດຖະກໍາ ແລະ ຍົກລະດັບສີມືແຮງງານຕາມຄວາມຮັບຜິດຊອບຂອງຕົນ ເພື່ອເພີ່ມປະສິດທິ ພາບຂອງການຜະລິດ, ການບໍລິການ ແລະ ຍົກລະດັບຄວາມສາມາດຄຸ້ມຄອງບໍລິຫານຂອງຜູ້ປະກອບການຫັດ ຖະກໍາ.

ມາດຕາ 37.  ສູນສົ່ງເສີມຫັດຖະກໍາ

ສູນສົ່ງເສີມຫັດຖະກໍາ ສ້າງຂື້ນ ເພື່ອເປັນບ່ອນ ວາງສະແດງ ແລະ ຈໍາໜ່າຍສິນຄ້າ ຫັດຖະກໍາ, ຝຶກອົບຮົມ ແລະ ຍົກລະດັບວິຊາຊີບ ທັງເປັນບ່ອນ ຄົ້ນຄວ້າ, ສາທິດການຜະລິດ, ເປີດກອງປະຊຸມ ວິຊາການ ເພື່ອແລກປ່ຽນບົດຮຽນຊື່ງກັນແລະກັນ, ເຈລະຈາຊື້ຂາຍ, ຮ່ວມມື ແລະ ຊ່ວຍເຫຼືອລະຫວ່າງຊາວຊ່າງຫັດຖະກໍາດ້ວຍກັນ ທັງເປັນຫໍພິພິດທະພັນເພື່ອອະນຸລັກ ແນໃສ່ພັດທະນາວຽກງານຫັດຖະກໍາ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນສົ່ງເສີມຫັດຖະກໍາ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 38.  ສູນຝຶກອົບຮົມວິຊາຊີບຫັດຖະກໍາ

ລັດ ສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດ ແລະ ອົງການຈັດຕັ້ງສັງຄົມຕ່າງໆ ສ້າງສູນຝຶກອົບຮົມວິຊາຊີບຫັດຖະກໍາ ເພື່ອຝຶກອົບຮົມ, ຍົກລະດັບສີມືແຮງງານ ໃຫ້ແກ່ຊາວຊ່າງຫັດຖະກໍາ ແລະ ສ້າງໃຫ້ພົນລະເມືອງລາວ ມີວິຊາຊີບ, ມີວຽກເຮັດງານທໍາ ທັງເປັນການອະນຸລັກ, ປົກປັກຮັກສາ ຫັດຖະກໍາ ທີ່ເປັນມູນເຊື້ອ ແລະ ´óເອກະລັກສະເພາະຂອງລາວໄວ້.

ການຈໍາໜ່າຍຜົນຜະລິດທີ່ໄດ້ຈາກການຝຶກອົບຮົມຢູ່ພາຍໃນສູນດັ່ງກ່າວ  ໄດ້ຮັບການຍົກເວັ້ນ ພາສີ ແລະ ອາກອນ.

ມາດຕາ 39.  ການສ້າງຕັ້ງ ກຸ່ມຜູ້ຜະລິດທຸລະກິດຫັດຖະກໍາ

ຂະແໜງການອຸດສາຫະກໍາ ແລະ ການຄ້າ ຄົ້ນຄວ້າສ້າງລະບຽບການເພື່ອອຳນວຍຄວາມສະດວກກ່ຽວກັບການສ້າງຕັ້ງ ກຸ່ມ, ສະມາຄົມ, ສະຫະກອນ ຜູ້ຜະລິດທຸລະກິດຫັດຖະກໍາ ເພື່ອຊ່ວຍຊຸກຍູ້ສົ່ງເສີມ ໃຫ້ແກ່ການຈັດຕັ້ງດັ່ງກ່າວມີຄວາມເຂັ້ມແຂງ.

ພາກທີ IV
ການປົກປັກຮັກສາສີ່ງແວດລ້ອມ ແລະ ຄວາມປອດໄພຂອງຄົນງານ

ມາດຕາ 40.  ການປົກປັກຮັກສາສີ່ງແວດລ້ອມ

ການດຳເນີນກິດຈະການໂຮງງານຫັດຖະກໍາ ແລະ ໂຮງຊ່າງຫັດຖະກໍາຄອບຄົວ ຕ້ອງປະຕິບັດ ຕາມລະ ບຽບກົດໝາຍ ກ່ຽວກັບການປົກປັກຮັກສາສີ່ງແວດລ້ອມ ເພື່ອແກ້ໄຂ ຫຼື ຫຼຸດຜ່ອນຜົນກະທົບອັນບໍ່ດີຕໍ່ສີ່ງແວດລ້ອມທໍາມະຊາດ ແລະ ສັງຄົມ ເຊັ່ນ: ອາຍພິດ, ຝຸ່ນ, ສີ່ງເສດເຫຼືອ ແລະ ນ້ຳເປື້ອນ, ຄວັນ, ສຽງ, ສີ, ແສງ, ກິ່ນ, ຄວາມສັ່ນສະເທືອນ, ອຸນຫະພູມ, ຄວາມຊຸ່ມ ແລະ ອື່ນໆ.

ມາດຕາ 41.  ການກໍາຈັດ ແລະ ການບຳບັດສີ່ງເສດເຫຼືອຈາກໂຮງງານ

ສີ່ງເສດເຫຼືອຈາກໂຮງງານຫັດຖະກໍາ ແລະ ໂຮງຊ່າງຫັດຖະກໍາຄອບຄົວ ຕ້ອງກໍາຈັດ ແລະ ບຳບັດຕາມ ເຕັກນິກວິຊາການ ແລະ ຕາມສະຖານທີ່ ທີ່ໄດ້ກໍານົດໃຫ້.

ມາດຕາ 42.  ຄວາມປອດໄພ ແລະ ສະຫວັດດີການຂອງຄົນງານ

ໂຮງງານຫັດຖະກໍາ ຕ້ອງຮັບປະກັນຄວາມປອດໄພ, ສຸຂານາໄມ ແລະ ສະຫວັດດີການ ຂອງຜູ້ອອກແຮງງານ ຕາມລະບຽບກົດໝາຍກ່ຽວກັບແຮງງານ.

ໂຮງຊ່າງຫັດຖະກໍາຄອບຄົວ ປະເພດ I ຕ້ອງເຮັດສັນຍາແຮງງານ, ເບີກຈ່າຍຄ່າແຮງງານຕາມກໍານົດເວລາ, ຮັບປະກັນຄວາມປອດໄພ, ສຸຂານາໄມ ແລະ ສະຫວັດດີການຂັ້ນພື້ນຖານ.

ໂຮງຊ່າງຫັດຖະກໍາຄອບຄົວ ປະເພດ II ກໍຕ້ອງປະຕິບັດຄືກັນກັບໂຮງຊ່າງຫັດຖະກໍາຄອບຄົວ ປະເພດ I ໃນກໍລະນີທີ່ມີການນໍາໃຊ້ແຮງງານອື່ນ ນອກຈາກສະມາຊິກຄອບຄົວຂອງຕົນ .

ພາກທີ V
ສິດ, ໜ້າທີ່ ແລະ ພັນທະຂອງຜູ້ປະກອບການ

ມາດຕາ 43.  ສິດ ແລະ ໜ້າທີ່ ຂອງຜູ້ປະກອບການ

ຜູ້ປະກອບການຫັດຖະກໍາ ມີສິດ ແລະ ໜ້າທີú ດັ່ງນີ້ :

1. ໄດ້ຮັບນະໂຍບາຍສົ່ງເສີມ ແລະ ພັດທະນາ ຈາກລັດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຕາມກົດໝາຍ ;

2. ໄດ້ຮັບການປົກປ້ອງ ສິດ ຜົນປະໂຫຍດ ແລະ ກໍາມະສິດອັນຊອບທໍາຂອງຕົນ ຕາມກົດໝາຍ ;

3. ໃຫ້ການຮ່ວມມືກັບທ້ອງຖິ່ນທີ່ຕົນດຳເນີນກິດຈະການ, ປະກອບສ່ວນເຂົ້າໃນການຊອກວຽກເຮັດງານທໍາ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ມີສ່ວນຮ່ວມໃນວຽກງານປ້ອງກັນຄວາມສະຫງົບສຸກຂອງປະຊາຊົນໃນທ້ອງຖິ່ນ ;

4. ປະຕິບັດສິດ ແລະ ໜ້າທີ່ອື່ນກ່ຽວກັບວຽກງານຫັດຖະກໍາ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. 

ມາດຕາ 44.  ພັນທະ ຂອງຜູ້ປະກອບການ

ຜູ້ປະກອບການຫັດຖະກໍາ ມີພັນທະ ດັ່ງນີ້:

1. ເຄົາລົບ, ປະຕິບັດລະບຽບກົດໝາຍກ່ຽວກັບວຽກງານຫັດຖະກໍາ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ ;

2. ປົກປັກຮັກສາສີ່ງແວດລ້ອມຕາມລະບຽບກົດໝາຍ;

3. ປະຕິບັດຕາມກົດໝາຍວ່າດ້ວຍບັນຊີ ສຳລັບໂຮງງານຫັດຖະກໍາ  ;

4. ປະຕິບັດຕາມກົດໝາຍວ່າດ້ວຍພາສີ ແລະອາກອນ ;

5. ປະຕິບັດ ພັນທະອື່ນກ່ຽວກັບວຽກງານຫັດຖະກໍາ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ພາກທີ VI
ຂໍ້ຫ້າມ

ມາດຕາ 45.  ຂໍ້ຫ້າມສຳລັບຜູ້ປະກອບການ

ຫ້າມຜູ້ປະກອບການ ມີພຶດຕິກໍາ ຕົ້ນຕໍ ດັ່ງນີ້:

1. ທໍາລາຍ ຫຼື ປ່ຽນແປງ ເອກະລັກ ຫັດຖະກໍາຂອງຊາດ ຫຼື ຂອງຊົນເຜົ່າ ;

2. ເມີນເສີຍ ແລະ ຂາດຄວາມຮັບຜິດຊອບຕໍ່ການປົກປັກຮັກສາສີ່ງແວດລ້ອມ ຫຼື ການປ້ອງກັນຄວາມປອດໄພ ແລະ ສະຫວັດດີການຂອງຄົນງານ;

3. ນໍາເອົາສິນຄ້າຫັດຖະກໍາຂອງປະເທດອື່ນ ມາໂຄສະນາເຜີຍແຜ່ ຫຼື ແອບອ້າງວ່າເປັນສິນຄ້າຫັດ ຖະກໍາ ຂອງລາວ.

ມາດຕາ 46.  ຂໍ້ຫ້າມສຳລັບເຈົ້າໜ້າທີ່, ພະນັກງານ, ບຸກຄົນ ແລະ ການຈັດຕັ້ງອື່ນ

ຫ້າມ ເຈົ້າໜ້າທີ່, ພະນັກງານ, ບຸກຄົນ ແລະ ການຈັດຕັ້ງອື່ນ ມີພຶດຕິກໍາ ຕົ້ນຕໍ ດັ່ງນີ້:

1. ຂາດຄວາມຮັບຜິດຊອບ, ເມີນເສີຍ ຕໍ່ໜ້າທີ່ວຽກງານການຄຸ້ມຄອງ ການສົ່ງເສີມ ແລະ ພັດທະນາ ວຽກງານຫັດຖະກໍາ ;

2. ປອມແປງ, ທໍາລາຍ ເອກະສານ ກ່ຽວກັບຫັດຖະກໍາ;

3. ກົດໜ່ວງ ຖ່ວງດຶງການດຳເນີນກິດຈະການຫັດຖະກໍາ ຫຼື ການດຳເນີນຄະດີ ທີ່ເນື່ອງມາຈາກການລະເມີດລະບຽບກົດໝາຍ ກ່ຽວກັບຫັດຖະກໍາ.

ພາກທີ VII
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 47.  ຫຼັກການແກ້ໄຂຂໍ້ຂັດແຍ່ງ   

ການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບ ວຽກງານຫັດຖະກໍາ ຕ້ອງປະຕິບັດຕາມຫຼັກການທົ່ວໄປຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ແລະ ທາງແພ່ງ ບົນພື້ນຖານຄວາມສາມັກຄີ ແລະ ການປະນີປະນອມກັນ.

ມາດຕາ 48.  ຮູບການແກ້ໄຂຂໍ້ຂັດແຍ່ງ

ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານຫັດຖະກໍາ ສາມາດດຳເນີນດ້ວຍຮູບການຕາມລຳດັບ ດັ່ງນີ້:

1. ການປຶກສາຫາລື ຫຼື ການປະນີປະນອມກັນ;

2. ການແກ້ໄຂທາງດ້ານບໍລິຫານ ໂດຍອົງການຄຸ້ມຄອງວຽກງານຫັດຖະກໍາ ຫຼື ສະມາຄົມຫັດຖະກໍາ ຫຼື ກຸ່ມ ຜູ້ຜະລິດທຸລະກິດຫັດຖະກໍາ;

3. ການແກ້ໄຂ ໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;

4. ການແກ້ໄຂ ຕາມຂະບວນການຍຸຕິທໍາ.

ພາກທີ VIII
ການຄຸ້ມຄອງ ແລະ ການກວດກາ

ໝວດທີ 1
ການຄຸ້ມຄອງ

ມາດຕາ 49.  ອົງການຄຸ້ມຄອງ

ລັດຖະບານ ເປັນຜູ້ຄຸ້ມຄອງວຽກງານຫັດຖະກໍາ ຢ່າງລວມສູນ ແລະ ເປັນເອກະພາບໃນທົ່ວປະເທດ ໂດຍມອບໃຫ້ຂະແໜງການອຸດສາຫະກໍາ ແລະ ການຄ້າ ເປັນໃຈກາງ ປະສານສົມທົບກັບຂະແໜງການອື່ນທີ່ ກ່ຽວຂ້ອງ ລວມທັງອົງການປົກຄອງທ້ອງຖິ່ນ ໃນການຄຸ້ມຄອງ ແລະ ສົ່ງເສີມ ພັດທະນາວຽກງານຫັດຖະກໍາ.

ອົງການຄຸ້ມຄອງວຽກງານຫັດຖະກໍາ  ປະກອບດ້ວຍ:

1. ກະຊວງອຸດສາຫະກໍາ ແລະ ການຄ້າ;

2. ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນ ;

3. ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ເທດສະບານ ;

4. ອົງການປົກຄອງບ້ານ.

ມາດຕາ 50.  ສິດ ແລະ ໜ້າທີ່ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ

ໃນການຄຸ້ມຄອງວຽກງານຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ມີ ສິດ ແລະ ໜ້າທີ່ ດັ່ງນີ້ :

1. ຄົ້ນຄວ້າຍຸດທະສາດ, ນະໂຍບາຍການສົ່ງເສີມ, ລະບຽບກົດໝາຍກ່ຽວກັບວຽກງານຫັດຖະກໍາ ເພື່ອສະເໜີລັດຖະບານ ພິຈາລະນາ;

2. ອອກຂໍ້ຕົກລົງ, ຄຳສັ່ງ, ຄຳແນະນໍາ ແລະ ແຈ້ງການ ກ່ຽວກັບວຽກງານຫັດຖະກໍາ;

3. ໂຄສະນາເຜີຍແຜ່ນະໂຍບາຍ, ລະບຽບກົດໝາຍ, ສະໜອງຂໍ້ມູນຂ່າວສານ, ອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການຫັດຖະກໍາ ;

4. ຊີ້ນໍາ ແລະ ຕິດຕາມ ການຈັດຕັ້ງປະຕິບັດວຽກງານຫັດຖະກໍາໃນຂອບເຂດທົ່ວປະເທດ;

5. ພິຈາລະນາ ການສ້າງຕັ້ງ, ການແຈ້ງຂື້ນ ຫຼື ຖອນ ໃບທະບຽນວິສາຫະກິດ ໂຮງງານຫັດຖະກໍາ ຂະໜາດ I;

6. ແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານຫັດຖະກໍາ;

7. ສ້າງບຸກຄະລາກອນກ່ຽວກັບການຄຸ້ມຄອງ ແລະ ການຜະລິດຫັດຖະກໍາ;

8. ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ ກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມ ພັດທະນາວຽກງານຫັດຖະກໍາ;

9. ເຮັດໜ້າທີ່ໂດຍກົງ ກ່ຽວກັບ ການສົ່ງເສີມ ແລະ ພັດທະນາວຽກງານຫັດຖະກໍາ;

10. ພົວພັນ ຮ່ວມມືກັບສາກົນກ່ຽວກັບວຽກງານຫັດຖະກໍາຕາມການມອບໝາຍຂອງລັດຖະບານ;

11. ສະຫຼຸບ, ປະເມີນຜົນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຫັດຖະກໍາ ເພື່ອລາຍງານ  ລັດຖະ ບານ;

12. ປະຕິບັດ ສິດ ແລະ ໜ້າທີ່ອື່ນ ກ່ຽວກັບວຽກງານຫັດຖະກໍາ ª¾´ທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ 51.  ສິດ ແລະ ໜ້າທີ່ ຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນ

ໃນການຄຸ້ມຄອງວຽກ¤ານຫັດຖະກໍາ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນ ມີ ສິດ ແລະ ໜ້າທີ່ ດັ່ງນີ້ :

1. ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຍຸດທະສາດ, ແຜນພັດທະນາ, ນະໂຍບາຍການສົ່ງເສີມ ແລະ ລະບຽບກົດໝາຍກ່ຽວກັບວຽກງານຫັດຖະກໍາ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ;

2. ໂຄສະນາ ເຜີຍແຜ່ນະໂຍບາຍ, ລະບຽບກົດໝາຍ, ສະໜອງຂໍ້ມູນຂ່າວສານກ່ຽວກັບວຽກງານຫັດຖະກໍາ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ;

3. ຊີ້ນໍາ ແລະ ຕິດຕາມ ການຈັດຕັ້ງປະຕິບັດວຽກງານຫັດຖະກໍາຂອງແຂວງ, ນະຄອນ, ຫ້ອງການອຸດ ສາຫະກໍາ ແລະ ການຄ້າ ເມືອງ, ເທດສະບານ ;

4. ພິຈາລະນາ ການສ້າງຕັ້ງ, ການແຈ້ງຂື້ນ ຫຼື ຖອນ ໃບທະບຽນວິສາຫະກິດໂຮງງານຫັດຖະກໍາຂະໜາດ II ແລະ III;

5. ແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບວຽກງານຫັດຖະກໍາໃນຂອບເຂດຄວາມຮັບຜິດຊອບຂອງຕົນ ;

6. ເປັນໃຈກາງປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງກ່ຽວກັບການສົ່ງເສີມ ແລະ ພັດທະ ນາ ວຽກງານຫັດຖະກໍາ ;

7. ພົວພັນ ຮ່ວມມືກັບສາກົນ ກ່ຽວກັບວຽກງານຫັດຖະກໍາ ຕາມການມອບໝາຍຂອງກະຊວງອຸດ ສາຫະກໍາ ແລະ ການຄ້າ ;

8. ສະຫຼຸບ, ປະເມີນຜົນກ່ຽວກັບການຈັດຕັ້ງປະຕິບັດວຽກງານຫັດຖະກໍາ ເພື່ອລາຍງານ ເຈົ້າແຂວງ, ເຈົ້າຄອງນະຄອນ ແລະ ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າ;

9. ປະຕິບັດສິດ ແລະ ໜ້າທີ່ອື່ນ ກ່ຽວກັບວຽກງານຫັດຖະກໍາ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ 52.  ສິດ ແລະ ໜ້າທີ່ ຂອງຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ເທດສະບານ

ໃນການຄຸ້ມຄອງວຽກງານຫັດຖະກໍາ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ເທດສະບານ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ຈັດຕັ້ງປະຕິບັດແຜນການ, ນະໂຍບາຍການສົ່ງເສີມ ພັດທະນາ,  ລະບຽບກົດໝາຍ ກ່ຽວກັບວຽກງານຫັດຖະກໍາ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;

2. ເຜີຍແຜ່ນະໂຍບາຍ, ລະບຽບກົດໝາຍ, ສະໜອງຂໍ້ມູນຂ່າວສານກ່ຽວກັບວຽກງານຫັດຖະກໍາ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;

3. ເປັນຈຸດປະສານງານ ສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງກ່ຽວກັບການຄຸ້ມຄອງ ແລະ ເຮັດໜ້າທີ່ໂດຍກົງ ກ່ຽວກັບການສົ່ງເສີມ, ພັດທະນາ ວຽກງານຂອງໂຮງຊ່າງຫັດຖະກໍາຄອບຄົວ;

4. ປະສານສົມທົບກັບອົງການປົກຄອງບ້ານ ໃນການຈັດຕັ້ງປະຕິບັດວຽກງານຫັດຖະກໍາ;

5. ເກັບກໍາຂໍ້ມູນກ່ຽວກັບການຜະລິດຫັດຖະກໍາໃນທ້ອງຖິ່ນຂອງຕົນ ;

6. ແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານຫັດຖະກໍາ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;

7. ສະຫຼຸບ, ປະເມີນຜົນ  ກ່ຽວກັບການຈັດຕັ້ງປະຕິບັດວຽກງານຫັດຖະກໍາ ເພື່ອລາຍງານ ຂັ້ນເທີງຂອງຕົນ;

8. ປະຕິບັດສິດ ແລະ ໜ້າທີ່ອື່ນ ກ່ຽວກັບວຽກງານຫັດຖະກໍາ ຕາມທີ່ໄດ້ມອບໝາຍ ແລະ ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ 53.  ຄວາມຮັບຜິດຊອບຂອງອົງການປົກຄອງບ້ານ

ໃນການຄຸ້ມຄອງວຽກງານຫັດຖະກໍາ ອົງການປົກຄອງບ້ານ ມີຄວາມຮັບຜິດຊອບໃນການປະສານສົມ ທົບ  ແລະ ໃຫ້ການຮ່ວມມື ກັບ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ເທດສະບານ, ຜູ້ປະກອບການຫັດຖະກໍາ, ສະມາຄົມຫັດຖະກໍາ, ກຸ່ມຜູ້ຜະລິດທຸລະກິດຫັດຖະກໍາ, ໂຮງງານຫັດຖະກໍາ ແລະ ໂຮງຊ່າງຫັດຖະກໍາຄອບຄົວ ໃນການປົກປັກຮັກສາສີ່ງແວດລ້ອມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ອຳນວຍຄວາມ ສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານຫັດຖະກໍາ ໃນຂອບເຂດບ້ານຂອງຕົນ.

ມາດຕາ 54.  ສິດ ແລະ ໜ້າທີ່ ຂອງຂະແໜງການແລະພາກສ່ວນອື່ນ

ໃນການຄຸ້ມຄອງວຽກງານຫັດຖະກໍາ ບັນດາຂະແໜງການ, ອົງການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ມີສິດ ແລະ ໜ້າທີ່ ປະສານສົມທົບ ກັບ ຂະແໜງການອຸດສາຫະກໍາ ແລະ ການຄ້າ ຂັ້ນຂອງຕົນ ໃນການອຳນວຍຄວາມສະດວກ, ຊຸກຍູ້ສົ່ງເສີມ ແລະ ພັດທະນາ  ວຽກງານຫັດຖະກໍາ ຕາມພາລະບົດບາດຂອງຕົນ.

ມາດຕາ 55.  ຄວາມຮັບຜິດຊອບຂອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ເປັນອົງກອນຈັດຕັ້ງສັງຄົມ ຂອງນັກທຸລະກິດ ເປັນຂົວຕໍ່ລະຫວ່າງ ອົງການລັດ ແລະ ຫົວໜ່ວຍທຸລະກິດ ທັງເປັນຜູ້ອະນຸມັດ ສ້າງຕັ້ງ ກຸ່ມ, ສະມາຄົມ, ສະຫະກອນ ຜູ້ຜະລິດທຸລະກິດຫັດຖະກໍາ ແລະ ມີຄວາມຮັບຜິດຊອບໃນການສົ່ງເສີມການເຄື່ອນໄຫວ, ການຝຶກອົບຮົມ, ການວາງສະແດງ, ການພັດທະນາສີມືແຮງງານ, ການຕະຫຼາດ,  ການໃຫ້ຂໍ້ມູນຂ່າວສານ, ການລະດົມທຶນໃນການສ້າງກອງທຶນ ແລະ ກິດຈະການອື່ນກ່ຽວກັບວຽກງານຫັດຖະກໍາ.    

ມາດຕາ 56.  ຄວາມຮັບຜິດຊອບຂອງ ສະມາຄົມຫັດຖະກໍາລາວ

ສະມາຄົມຫັດຖະກໍາລາວ ເປັນອົງກອນຈັດຕັ້ງສັງຄົມໜື່ງ ທີ່ເຕົ້າໂຮມຊາວຊ່າງຫັດຖະກໍາ ມີເປົ້າໝາຍ ສ້າງໃຫ້ເປັນກໍາລັງແຮງຕໍ່ລອງທາງດ້ານທຸລະກິດ; ດຳເນີນການຄຸ້ມຄອງສົ່ງເສີມ ແລະ ພັດທະນາບັນດານັກທຸລະ ກິດທີ່ເປັນສະມາຊິກຂອງ ສະມາຄົມ ລວມທັງຜູ້ປະກອບການຫັດຖະກໍາ ທີ່ຍັງບໍ່ເປັນສະມາຊິກຂອງສະມາຄົມ ໃຫ້ຂະຫຍາຍຕົວ ທັງດ້ານປະລິມານ ແລະ ຄຸນນະພາບ ລວມທັງປຸກລະດົມຂົນຂວາຍເຂົາເຈົ້າໃຫ້ເຂົ້າສູ່ການຈັດຕັ້ງເປັນກຸ່ມ, ສະຫະກອນ, ສະມາຄົມ ຜູ້ຜະລິດທຸລະກິດຫັດຖະກໍາໃນຂອບເຂດທົ່ວປະເທດ.

ສະມາຄົມຫັດຖະກໍາລາວ ມີຄວາມຮັບຜິດຊອບໃນການຮ່ວມມືກັບພາກລັດ ໃນການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນການພັດທະນາສົ່ງເສີມ ຫັດຖະກໍາລາວ ໃຫ້ຂະຫຍາຍຕົວ ແລະ ກ້າວໜ້າ ພ້ອມດຽວກັນນີ້ຍັງເປັນເຈົ້າການໃນການປົກປັກຮັກສາ, ອະນຸລັກເອກະລັກ ຫັດຖະກໍາລາວ ແລະ ພັດທະນາສີໄມ້ລາຍມືອັນດີງາມຂອງປະຊາຊົນບັນດາເຜົ່າ ໄວ້ຄູ່ກັບຊາດລາວຕະຫຼອດໄປ, ຊຸກຍູ້ ແລະ ສົ່ງເສີມ ຊາວຊ່າງຫັດຖະກໍາໃຫ້ຜະລິດເຄື່ອງຫັດຖະກໍາເປັນສິນຄ້າທີ່ມີຄຸນນະພາບ ຮັບໃຊ້ພາຍໃນ ແລະ ສົ່ງອອກໃຫ້ນັບມື້ນັບຫຼາຍຂື້ນ.

ໝວດທີ 2
ການກວດກາ

ມາດຕາ 57.  ອົງການກວດກາ

ອົງການກວດາກາວຽກງານຫັດຖະກໍາ ແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານຫັດຖະກໍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ 49 ຂອງກົດໝາຍສະບັບນີ້.

ມາດຕາ 58.  ສິດ ແລະ ໜ້າທີ່  ຂອງອົງການກວດກາ

ອົງການກວດກາ ມີ ສິດ ແລະ ໜ້າທີ່ ໃນການກວດກາການປະຕິບັດລະບຽບກົດໝາຍກ່ຽວກັບວຽກງານ ຫັດຖະກໍາ ເປັນຕົ້ນ: ການກວດກາວຽກງານຄຸ້ມຄອງ, ວຽກງານຊຸກຍູ້ສົ່ງເສີມ ແລະ ພັດທະນາຫັດຖະກໍາຂອງຂະແໜງການຕ່າງໆ ແລະ ກວດກາ ການດຳເນີນການຜະລິດທຸລະກິດຫັດຖະກໍາ ແນໃສ່ຮັບປະກັນຄວາມຖືກຕ້ອງ ຕາມລະບຽບກົດໝາຍ.

ມາດຕາ 59.  ຮູບການກວດກາ

ຮູບການກວດກາ ມີ ດັ່ງນີ້:

1. ກວດກາຕາມລະບົບປົກກະຕິ;

2. ກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;

3. ກວດກາແບບກະທັນຫັນ.

ການກວດກາດັ່ງກ່າວ ອາດຈະດຳເນີນບົນພື້ນຖານການຮ້ອງທຸກຂອງບຸກຄົນ ແລະ ການຈັດຕັ້ງ ຫຼື ຄຳສັ່ງຂອງອົງການລັດທີ່ມີສິດກ່ຽວຂ້ອງ ຫຼື ເມື່ອພົບເຫັນຮ່ອງຮອຍຂອງການລະເມີດລະບຽບກົດໝາຍກ່ຽວກັບວຽກງານຫັດຖະກໍາ.

ພາກທີ IX
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 60.  ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ເປັນຕົ້ນ ໃນການຄຸ້ມຄອງ, ການສົ່ງເສີມ, ແລະ ການດຳເນີນຜະລິດທຸລະກິດຫັດຖະກໍາ ຈະໄດ້ຮັບການ ຍ້ອງຍໍ ຫຼື ນະໂຍບາຍອື່ນຕາມລະບຽບການ.

ມາດຕາ 61.  ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ ຫຼື ການຈັດງຕັ້ງ ທີ່ລະເມີດລະບຽບກົດໝາຍກ່ຽວກັບຫັດຖະກໍາ ຈະຖືກກ່າວເຕືອນ, ສືກສາອົບ ຮົມ, ປະຕິບັດວິໄນ, ປັບໃໝ, ໃຊ້ແທນ­ທາງແພ່ງ ຫຼື ລົງໂທດທາງອາຍາ ຕາມ ແຕ່ລະ ກໍລະນີ ເບົາ ຫຼື ໜັກ.

ມາດຕາ 62.  ມາດຕະການສຶກສາອົບຮົມ

ບຸກຄົນ ຫຼື ການຈັດຕັ້ງ ທີ່ບໍ່ປະຕິບັດສິດ, ໜ້າທີ່ ແລະ ພັນທະຂອງຜູ້ປະກອບການ ຕາມທີ່ໄດ້ກໍານົດ ໄວ້ໃນ ມາດຕາ 42, 43 ແລະ ລະເມີດຂໍ້ຫ້າມ ທີ່ໄດ້ກໍານົດໄວ້ໃນມາດຕາ 44 ຂອງກົດໝາຍສະບັບນີ້ ເປັນຄັ້ງທໍາອິດ ເຊັ່ນ: ທໍາລາຍ ຫຼື ປອມແປງ ເອກະລັກ ຫັດຖະກໍາຂອງຊາດ ຫຼື ຂອງຊົນເຜົ່າ,   ຊື່ງກໍ່ຄວາມເສຍຫາຍທີ່ມີມູນຄ່າຕ່ຳກວ່າຫ້າແສນກີບ ຈະຖືກກ່າວເຕືອນ ແລະ ສຶກສາອົບຮົມ.

ມາດຕາ 63.  ມາດຕະການທາງວິໄນ

ເຈົ້າໜ້າທີ່, ພະນັກງານ ທີ່ລະເມີດລະບຽບກົດໝາຍກ່ຽວກັບວຽກງານຫັດຖະກໍາ ແລະ ຂໍ້ຫ້າມທີ່ມີລັກສະນະເບົາບາງ ຊື່ງບໍ່ເປັນການກະທໍາຜິດທາງອາຍາ ແລະ ກໍ່ຄວາມເສຍຫາຍ ທີ່ມີມູນຄ່າຕ່ຳກວ່າຫ້າແສນກີບ ແຕ່ບໍ່ມີຄວາມຈິງໃຈລາຍງານ, ຫຼົບຫຼີກຈາກຄວາມຜິດ ກຈະຖືກປະຕິບັດວິໄນ ຕາມແຕ່ລະກໍລະນີດັ່ງນີ້:

1. ຕິຕຽນ, ກ່າວເຕືອນຄວາມຜິດ ຕາມລະບຽບລັດຖະກອນ ພ້ອມທັງບັນທຶກໄວ້ ໃນສຳນວນເອກະ ສານ ຊີວະປະຫວັດຂອງຜູ້ກ່ຽວ;

2. ໂຈະການເລື່ອນຊັ້ນ, ຂັ້ນເງີນເດືອນ ຫຼື ການຍ້ອງຍໍ;

3. ປົດຕຳແໜ່ງ ຫຼື ຍົກຍ້າຍ ໄປຮັບໜ້າທີ່ອື່ນ ທີ່ມີຕຳແໜ່ງຕ່ຳກວ່າ;

4. ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

ມາດຕາ 64.  ມາດຕະການປັບໃໝ

ບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດລະບຽບກົດໝາຍກ່ຽວກັບວຽກງານຫັດຖະກໍາ ແລະ ຂໍ້ຫ້າມທີ່ມີລັກສະນະເບົາບາງ ຊື່ງບໍ່ເປັນການກະທໍາຜິດທາງອາຍາ ແລະ ກໍ່ຄວາມເສຍຫາຍ ທີ່ມີມູນຄ່າເກີນກວ່າຫ້າແສນກີບ  ຈະຖືກປັບໃໝເທົ່າຕົວຂອງມູນຄ່າຄວາມເສຍຫາຍ.

ໃນກໍລະນີ ທີ່ມີການລະເມີດເປັນຄັ້ງທີສອງ ຫຼື ເປັນອາຈິນ ຈະຖືກປັບໃໝສອງເທົ່າຕົວຂອງມູນຄ່າຄວາມເສັຍຫາຍ.

ມາດຕາ 65.  ມາດຕະການທາງແພ່ງ

ບຸກຄົນ ຫຼື ການຈັດຕັ້ງ ທີ່ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນ ແລະ ສັງຄົມ ເນື່ອງມາຈາກການເຄື່ອນໄຫວ ກິດຈະການທາງດ້ານຫັດຖະກໍາ ຈະຕ້ອງໃຊ້ແທນຄ່າເສຍຫາຍ ຕາມທີ່ຕົນໄດ້ກໍ່ຂື້ນ.

ມາດຕາ 66.  ມາດຕະການທາງອາຍາ

ບຸກຄົນ ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານຫັດຖະກຳ ຊຶ່ງເປັນການກະທຳຜິດທາງອາຍາ ຈະຖືກລົງໂທດຕາມກົດໝາຍອາຍາ.

ພາກທີ X
ບົດບັນຍັດສຸດທ້າຍ

ມາດຕາ 67.  ວັນຫັດຖະກໍາແຫ່ງຊາດ

ລັດ ກໍານົດເອົາ ວັນທີ 1 ເດືອນພະຈິກ ຂອງທຸກປີ ເປັນວັນຫັດຖະກໍາແຫ່ງຊາດ ເພື່ອ ເປັນວັນເຕົ້າໂຮມຜູ້ປະກອບການ ແລະ ຊາວຊ່າງຫັດຖະກໍາ ເພື່ອດຳເນີນກິດຈະກໍາຮ່ວມກັນ ເຊັ່ນ: ¡¾­ຈັດງານມະຫາກໍາຫັດຖະ ກໍາ, ການວາງສະແດງສິນຄ້າ, ການຈັດກອງປະຊຸມສຳມະນາ, ການແຂ່ງຂັນຜະລິດຕະພັນ ເພື່ອຊິງລາງວັນຜະລິດຕະພັນຫັດຖະກໍາດີເດັ່ນປະຈໍາປີ ແລະ ກິດຈະກໍາອື່ນ.

ມາດຕາ 68.  ການຈັດຕັ້ງປະຕິບັດ

ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດ ກົດໝາຍ ສະບັບນີ້.

ມາດຕາ 69.  ຜົນສັກສິດ

ກົດໝາຍສະບັບນີ້ ມີຜົນສັກສິດພາຍຫຼັງເກົ້າສິບວັນ ນັບແຕ່ວັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ເປັນຕົ້ນໄປ.

ຂໍ້ກໍານົດ, ບົດບັນຍັດໃດ ທີ່ຂັດກັບ ກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ
ທອງສິງ ທຳມະວົງ

 

# ຫົວຂໍ້ ດາວໂຫຼດ
1 ກົດໝາຍ ວ່າດ້ວຍ ຫັດຖະກຳ ເລກທີ 02/ສພຊ, ລົງວັນທີ 25 ກໍລະກົດ 2008 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.