ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ           ເລກທີ 0573/ກພສ
ກົມພາສີ        ນະຄອນຫຼວງວຽງຈັນ, ວັນທີ 22 ທັນວາ 2009

ແຈ້ງການ

ເຖິງ: ບັນດາພະແນກອ້ອມຂ້າງກົມພາສີ, ພາສີປະຈໍາເຂດ ແລະ ດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ.
ເລື່ອງ: ການຍົກເວັ້ນພາສີຍ້ອນຫຼັງ ນໍ້າມັນເຊື້ອໄຟທີ່ໄດ້ສະໜອງ ໃຫ້ແກ່ໂຄງການກໍ່ສ້າງໃນທົ່ວປະເທດ.

  • ອີງຕາມ ກົດໝາຍພາສີ ສະບັບເລກທີ 05/ສພຊ ລົງວັນທີ 20.5.2005.
  • ອີງຕາມ ແຈ້ງການກະຊວງການເງິນ ສະບັບເລກທີ 1556/ຫກ.ກງ ວັນທີ 8.07.09 ກ່ຽວກັບການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງນໍ້າມັນ ຍົກເວັ້ນທີ່ນໍາເຂົ້າມາຮັບໃຊ້ໂຄງການຕ່າງໆ ໃນທົ່ວປະເທດ.

   ຜ່ານມາກົມພາສີ ສັງເກດເຫັນວ່າມີຫຼາຍໂຄງການ ໄດ້ສັ່ງຊື້ນໍ້າມັນທີ່ເສຍພາສີແລ້ວ ນໍາບໍລິສັດເຊື້ອໄຟ ເພື່ອມາຮັບໃຊ້ການກໍ່ສ້າງຂອງໂຄງການ, ຫລັງຈາກໄດ້ຮັບແຜນນໍາເຂົ້ານໍ້າມັນ ຍົກເວັ້ນຈາກຂະແໜງການກ່ຽວຂ້ອງແລ້ວ ຈຶ່ງນໍາເຂົ້ານໍ້າມັນຍົກເວັ້ນພາສີມາທົດແທນຄືນ. ພາຍຫຼັງມີລະບຽບການປະສົມສີນໍ້າມັນຍົກເວັ້ນ ເຮັດໃຫ້ການທົດແທນຄືນນໍ້າມັນຍົກເວັ້ນພົບບັນຫາ, ສະນັ້ນຈຶ່ງມີຫຼາຍບໍລິສັດ ແລະ ໂຄງການກໍ່ສ້າງສະເໜີມາຍັງກົມພາສີ ຂໍອະນຸຍາດນໍາເຂົ້ານໍ້າມັນຍົກເວັ້ນ ໂດຍບໍ່ປະສົມສີເພື່ອທົດແທນກັນຄືນ, ຊຶ່ງໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ກົມພາສີ ໃນການພິຈາລະນາຄົ້ນຄວ້າ.

ກົມພາສີອອກແຈ້ງການຄື:

  1. ອະນຸຍາດຍົກເວັ້ນພາສີຍ້ອນຫຼັງ ຂອງນໍ້າມັນເຊື້ອໄຟເພື່ອມາທົດແທນຄືນ ແມ່ນການນໍາເຂົ້ານໍ້າມັນຍົກເວັ້ນ ທີ່ບໍ່ຕ້ອງປະສົມສີຕາມແຈ້ງການກະຊວງການເງິນ ເລກທີ 1566/ຫກ.ກງ ຊຶ່ງປະກອບມີເງື່ອນໄຂດັ່ງລຸ່ມນີ້ຄື:
  • ໂຄງການກໍ່ສ້າງ ແລະ ບໍລິສັດເຊື້ອໄຟ ຕ້ອງໄດ້ສະເໜີມາຍັງກົມພາສີ ເປັນລາຍລັກອັກສອນໂດຍລະບຸລະອຽດ ກ່ຽວກັບຈໍານວນນໍ້າມັນທີ່ຕ້ອງການນໍາໃຊ້ ທີ່ມີເຫດຜົນພຽງພໍ. ພ້ອມທັງຄັດຕິດສັນຍາຊື້-ຂາຍ ແລະ ເອກະສານອື່ນໆຂອງໂຄງການ, ເພື່ອເປັນບ່ອນອີງໃຫ້ກົມພາສີ ໃນການພິຈາລະນາ.
  • ນໍ້າມັນຈໍານວນດັ່ງກ່າວ ຕ້ອງໄດ້ເສຍພາສີ-ອາກອນນໍາເຂົ້າ ແລະ ຄ່າທໍານຽມທາງຢ່າງຄົບຖ້ວນ ແລະ ປະສົມສີຕາມລະບຽບການ.
  • ບໍລິສັດເຊື້ອໄຟ ຕ້ອງມີໃບບິນນໍາສົ່ງນໍ້າມັນດັ່ງກ່າວ ຊຶ່ງປະກອບດ້ວຍຂໍ້ມູນເຊັ່ນ: ເລກທີໃບບິນ, ວັນເດືອນປີ, ຜູ້ສັ່ງຊື້, ຊະນິດນໍ້າມັນ, ເລກທະບຽນລົດຂົນສົ່ງ, ຜູ້ຂັບລົດ, ສະຖານທີ່ມອບ-ຮັບ ແລະ ມີການເຊັນຢັ້ງຢືນຈາກເຈົ້າໜ້າທີ່ພາສີ ກ່ຽວກັບການປະສົມສີ, ວັນເວລາການເຄື່ອນຍ້າຍ ແລະອື່ນໆ ຕາມລະບຽບການພາສີ. ໃນກໍລະນີທີ່ໂຄງການຕັ້ງຢູ່ບ່ອນຫ່າງໄກ ບໍລິສັດຕ້ອງໄດ້ປະກອບໃບແຈ້ງພາສີ ບ80 ຄຸ້ມຄອງການເຄື່ອນຍ້າຍ.
  • ກົມພາສີ ຈະພິຈາລະນາຍົກເວັ້ນພາສີຍ້ອນຫຼັງ ໃຫ້ສະເພາະແຕ່ນໍ້າມັນເຊື້ອໄຟ (ເສຍພາສີ-ອາກອນແລ້ວ) ທີ່ໄດ້ສະໜອງໃຫ້ໂຄງການພາຍໃນກໍານົດ ບໍ່ເກີນ 30 ວັນ ນັບແຕ່ມື້ທີ່ເຈົ້າໜ້າທີ່ພາສີເຊັນຢັ້ງຢືນ ລົງໃນໃບບິນນໍາສົ່ງ ຫຼື ບ80 ເທົ່ານັ້ນ. ຖ້າເກີນໄລຍະເວລາດັ່ງກ່າວ ຈະບໍ່ອະນຸຍາດຍົກເວັ້ນຍ້ອນຫຼັງໃຫ້ໄດ້.
  1. ຂັ້ນຕອນປະຕິບັດການຍົກເວັ້ນພາສີ ເພື່ອທົດແທນຄືນ. ບໍລິສັດເຊື້ອໄຟ ແລະ ໂຄງການຕ້ອງໄດ້ປະກອບເອກະສານ ຍື່ນຕໍ່ກົມພາສີເພື່ອພິຈາລະນາ ໃນການອະນຸມັດຍົກເວັ້ນຍ້ອນຫຼັງຄື:
  • ໃບແຈ້ງພາສີ ບ85 ຕາມຈໍານວນທີ່ຈະທົດແທນຄືນ, ຕົວຢ່າງ: ບໍລິສັດໄດ້ສະໜອງນໍ້າມັນກາຊວນ ໃຫ້ໂຄງການຈໍານວນ 10.000 ລິດ. ກົມພາສີຈະພິຈາລະນາຍົກເວັ້ນທົດແທນຄືນ ຈໍານວນ 10.000 ລິດເທົ່າກັນ. ໂດຍຖືເອົາຕາມຈໍານວນເປັນຫຼັກ ໃນການໄລ່ລຽງທົດແທນຄືນ.
  • ໃບບິນນໍາສົ່ງນໍ້າມັນທີ່ມີລາຍເຊັນຢັ້ງຢືນ ຂອງເຈົ້າໜ້າທີ່ພາສີ ແລະ ຜູ້ຮັບນໍ້າມັນທີ່ໂຄງການ ຫຼື ໃບແຈ້ງພາສີ ບ80.
  • ໃບສະຫຼຸບການຊື້ຂາຍນໍ້າມັນ ທີ່ມີການເຊັນຢັ້ງຢືນຈາກບໍລິສັດນໍ້າມັນເຊື້ອໄຟ (ຜູ້ສະໜອງ) ບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ເຈົ້າຂອງໂຄງການ.
  • ອະນຸຍາດນໍາເຂົ້າຍົກເວັ້ນຈາກຂະແໜງການກ່ຽວຂ້ອງ ທີ່ຍັງມີຜົນນໍາໃຊ້ເຊັ່ນ: ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ແຈ້ງການຂອງລັດຖະບານ (ຖ້າເປັນກໍລະນີພິເສດ).
  1. ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ໃນການຄຸ້ມຄອງນໍ້າມັນຍົກເວັ້ນ ທົດແທນຄືນມີຄື:
    3.1. ບໍລິສັດເຊື້ອໄຟ (ຜູ້ສະໜອງ) ແລະ ໂຄງການ:
  • ເປັນເຈົ້າການໃນການສ້າງແຜນຄວາມຕ້ອງການ ເພື່ອນໍາສະເໜີກົມພາສີພິຈາລະນາ, ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ພາສີ ໃນການສະໜອງຂໍ້ມູນ ແລະ ການກວດກາ.
  • ພາຍຫຼັງນໍ້າມັນຈໍານວນດັ່ງກ່າວ ສົ່ງຮອດໂຄງການແລ້ວຕ້ອງສໍາເນົາໃບບິນນໍາສົ່ງ ທີ່ມີການເຊັນຢັ້ງຢືນຈາກບໍລິສັດຮັບເໝົາກໍ່ສ້າງ ສົ່ງໃຫ້ເຈົ້າໜ້າທີ່ພາສີປະຈໍາດ່ານ ແລະ ພະແນກຄຸ້ມຄອງການສົ່ງອອກນໍາເຂົ້າ (ກົມພາສີ) ເພື່ອຕິດຕາມສັງລວມ.
  • ສະຫຼຸບການຊື້ຂາຍນໍ້າມັນ ໂດຍມີການເຊັນຢັ້ງຢືນລະຫວ່າງບໍລິສັດເຊື້ອໄຟ (ຜູ້ສະໜອງ), ບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ເຈົ້າຂອງໂຄງການ.
  • ເອົາໃຈໃສ່ປະກອບເອກະສານ ເພື່ອລົບລ້າງ ບ85 ນໍ້າມັນທີ່ນໍາເຂົ້າມາທົດແທນກັນຄືນ. ບ85 ສະບັບດັ່ງກ່າວ ຕ້ອງໄດ້ລະບຸໃຫ້ແຈ້ງວ່າ ແມ່ນນໍ້າມັນເພື່ອນໍາເຂົ້າມາຍົກເວັ້ນທົດແທນຄືນ ຂອງໂຄງການໃດໜຶ່ງ.
  • ພາຍຫຼັງກົມພາສີ ໄດ້ອະນຸຍາດຍົກເວັ້ນພາສີແລ້ວ ຕ້ອງປະກອບໃບແຈ້ງພາສີເປັນລາຍລະອຽດ ເພື່ອສະສາງ ບ85 ຕາມລະບຽບການກໍານົດ.

    3.2. ພະແນກຄຸ້ມຄອງການສົ່ງອອກ-ນໍາເຂົ້າ (ກົມພາສີ)
     
  • ຄົ້ນຄວ້າປະກອບຄໍາເຫັນທາງວິຊາການ ຕໍ່ການສະເໜີຂອງບໍລິສັດ ແລະ ໂຄງການ ເພື່ອນໍາສະເໜີຫົວໜ້າກົມພິຈາລະນາ.
  • ຄຸ້ມຄອງໄລ່ລຽງແຜນການສະໜອງນໍ້າມັນ ຕາມຈໍານວນນໍ້າມັນທີ່ໄດ້ຈັດສົ່ງ ໃຫ້ໂຄງການ ແລະ ການອະນຸມັດຍົກເວັ້ນໃນແຕ່ລະຄັ້ງ.
  • ຕິດຕາມ, ກວດກາບັນດາເອກະສານປະກອບ ໃນການຂໍຍົກເວັ້ນພາສີຍ້ອນຫຼັງ ໃຫ້ສອດຄ່ອງກັບເງື່ອນໄຂທີ່ກໍານົດໄວ້ ໃນແຈ້ງການສະບັບນີ້.

    3.3. ດ່ານພາສີ ບ່ອນນໍ້າມັນເຊື້ອໄຟນໍາເຂົ້າ
     
  • ເອົາໃຈໃສ່ຕິດຕາມກວດກາ ການຈັດສົ່ງນໍ້າມັນທີ່ເສຍພາສີແລ້ວ ຂອງບໍລິສັດໃຫ້ແກ່ໂຄງການຕ່າງໆ ຕາມການອະນຸຍາດຂອງກົມພາສີ ໃນການເຊັນຢັ້ງຢືນ ຕ້ອງໄດ້ລະບຸແຈ້ງກ່ຽວກັບການປະສົມສີ, ຈໍານວນນໍ້າມັນ, ທະບຽນລົດຂົນສົ່ງ ແລະອື່ນໆທີ່ກ່ຽວຂ້ອງ, ພ້ອມນັ້ນກໍຕ້ອງໄດ້ແຈ້ງຂໍ້ມູນ ການເຄື່ອນຍ້າຍໃຫ້ພະແນກ ຫຼື ໜ່ວຍງານຕ້ານ ແລະ ສະກັດກັ້ນຊາບ ເພື່ອຕິດຕາມກວດກາ.
  • ເລັ່ງທວງການສະສາງ ບ85 ນໍ້າມັນທີ່ນໍາເຂົ້າມາທົດແທນຄືນ ຕາມລະບຽບການ.
  • ສະຫຼຸບລາຍງານ ການຈັດສົ່ງນໍ້າມັນເສຍພາສີຂອງໂຄງການ ບ85 ທີ່ຍັງຄ້າງຊໍາລະຂອງບັນດາບໍລິສັດ ສົ່ງໃຫ້ກົມພາສີ (ພະແນກຄຸ້ມຄອງການສົ່ງອອກນໍາເຂົ້າ) ເປັນແຕ່ລະອາທິດ.

    3.4. ພະແນກ ຫຼື ໜ່ວຍງານຕ້ານ ແລະ ສະກັດກັ້ນ
     
  • ຕິດຕາມ, ກວດກາການເຄື່ອນຍ້າຍນໍ້າມັນຈໍານວນດັ່ງກ່າວ ໃນກໍລະນີຫາກພົບເຫັນວ່ານໍາສົ່ງບໍ່ຖືກຕ້ອງຕາມເປົ້າໝາຍ ທີ່ກົມພາສີອະນຸຍາດຕ້ອງໄດ້ດໍາເນີນມາດຕະການຢ່າງເຂັ້ມງວດ ແລະ ລາຍງານໃຫ້ກົມພາສີຊາບໃນທັນທີ.
  1. ສະຖານທີ່ໃນການປະສົມສີ

    4.1. ພາສີປະຈໍາເຂດ V: ໃຫ້ດໍາເນີນການຢູ່ສາງນໍ້າມັນພິເສດ ທີ່ກົມພາສີໄດ້ອະນຸຍາດສ້າງຕັ້ງ ຄື:
    (1) ສາງນໍ້າມັນພິເສດບໍລິສັດອິນຊີໂລຈີຊຕິກ ທີ່ບ້ານຜາງແຫ້ງ ເມືອງນາຊາຍທອງ ໂດຍມອບໃຫ້ເຈົ້າໜ້າທີ່ພາສີປະຈໍາປ້ອມດານຊີ ເປັນຜູ້ຕິດຕາມກວດກາ ແລະ ເຊັນຢັ້ງຢືນ.
    (2) ສາງນໍ້າມັນພິເສດບໍລິສັດຈັນສະຫວັນ ທີ່ບ້ານດົງໂພສີ ເມືອງນາຊາຍທອງ (ຕັ້ງຢູ່ໜ້າທາງເຂົ້າດ່ານຂົວມິດຕະພາບ1) ໂດຍມອບໃຫ້ເຈົ້າໜ້າທີ່ດ່ານພາສີຂົວມິດຕະພາບ1 ເປັນຜູ້ຕິດຕາມກວດກາ ແລະ ເຊັນຢັ້ງຢືນ.

    4.2. ພາສີປະຈໍາເຂດ I, II, III: ໃນໄລຍະລໍຖ້າການສ້າງຕັ້ງສາງນໍ້າມັນພິເສດ ໃຫ້ດໍາເນີນການກວດກາທີ່ຢູ່ສາງນໍ້າມັນຂອງບໍລິສັດ ແລະ ປະຕິບັດຕາມລະບຽບກົດໝາຍພາສີ.
     
  2. ການອອກໃບແຈ້ງພາສີ ບ80
  • ໃນກໍລະນີທີ່ດ່ານພາສີບ່ອນນໍ້າມັນນໍາເຂົ້າ ແລະ ໂຄງການກໍ່ສ້າງ ຫາກຕັ້ງຢູູ່ພາຍໃນເຂດດຽວກັນ, ຕົວຢ່າງ: ນໍາເຂົ້ານໍ້າມັນ ແລະ ເສຍພາສີ-ອາກອນ ທີ່ດ່ານຂົວມິດຕະພາບ1 ສົ່ງໃຫ້ໂຄງການກໍ່ສ້າງທີ່ແຂວງວຽງຈັນ, ແມ່ນໃຫ້ນໍາໃຊ້ໃບບິນນໍາສົ່ງຂອງບໍລິສັດ ເປັນເອກະສານຕິດຕາມ.
  • ໃນກໍລະນີຫາກບໍ່ຢູ່ໃນເຂດດຽວກັນ, ຕົວຢ່າງ: ນໍາເຂົ້ານໍ້າມັນ ແລະ ເສຍພາສີ-ອາກອນ ທີ່ດ່ານຂົວມິດຕະພາບ1 ສົ່ງໃຫ້ໂຄງການກໍ່ສ້າງທີ່ແຂວງຫຼວງພະບາງ, ບໍລິສັດເຊື້ອໄຟ (ຜູ້ສະໜອງ) ຕ້ອງໄດ້ປະກອບ ບ80 ຕິດຕາມການເຄື່ອນຍ້າຍ. ເມື່ອນໍ້າມັນໄປຮອດໂຄງການທີ່ແຂວງປາຍທາງ ຕ້ອງໄດ້ນໍາເອົາ ບ80 ໄປແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາເຂດດັ່ງກ່າວ ເພື່ອກວດກາຢັ້ງຢືນວ່ານໍ້າມັນໄດ້ໄປຮອດໂຄງການປາຍທາງແລ້ວ.
  1. ມອບໃຫ້ບັນດາພະແນກການກົມພາສີ, ພາສີປະຈໍາເຂດ ແລະ ດ່ານພາສີຊາຍແດນ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ໂຄສະນາເຜີຍແຜ່ລະບຽບແຈ້ງການສະບັບນີ້ ໃຫ້ບັນດາຜູ້ປະກອບການຊາບ ແລະ ເຂົ້າໃຈຢ່າງທົ່ວເຖິງ, ໃນການຈັດຕັ້ງປະຕິບັດຕົວຈິງ ຫາກພົບເຫັນຂໍ້ຫຍຸ້ງຍາກໃຫ້ລາຍງານກົມພາສີທັນທີ ເພື່ອມີວິທີການແກ້ໄຂຢ່າງທັນການ.
  2. ແຈ້ງການສະບັບນີ້ ມີຜົນສັກສິດນັບຕັ້ງແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຫົວໜ້າກົມພາສີ
ບຸນໂຈມ ອຸບົນປະເສີດ

ນໍາສົ່ງ:
- ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ 1 ສະບັບ ‘‘ເພື່ອຈັດຕັ້ງເຜີຍແຜ່’’
- ບັນດາບໍລິສັດເຊື້ອໄຟ 1 ສະບັບ ‘‘ເພື່ອຊາບ ແລະ ປະຕິບັດ’’
- ສາງນໍ້າມັນພິເສດ 1 ສະບັບ ‘‘ເພື່ອຊາບ ແລະ ປະຕິບັດ’’
- ເກັບມ້ຽນສໍາເນົາ 1 ສະບັບ

# ຫົວຂໍ້ ດາວໂຫຼດ
1 Notification on Duty Exemption on the importation of petroleum for governmental project No. 0573/CD PDF
2 ແຈ້ງການ ຍົກເວັ້ນພາສີຍ້ອນຫຼັງ ນ້ຳມັນເຊື້ອໄຟ ທີ່ໄດ້ສະໜອງ ໃຫ້ແກ່ໂຄງການກໍ່ສ້າງ ໃນທົ່ວປະເທດ ເລກທີ 0573/ກພສ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.