ອີງຕາມຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການຊີ້ລວມອຳນວຍຄວາມສະດວກທາງດ້ານການຄ້າ ເລກທີ 48/ນຍ, ລົງວັນທີ 26 ກໍລະກົດ 2018. ນາຍົກລັດຖະມົນຕີຕົກລົງແຕ່ງຕັ້ງຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າ (ຄອຄສ) ຂັ້ນສູນກາງ, ຂັ້ນແຂວງ ແລະ ນະຄອນຫຼວງ ໂດຍແຕ່ງຕັ້ງໃຫ້ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ເປັນຫົວໜ້າ ຄອຄສ ຂັ້ນສູນກາງ ແລະ ແຕ່ງຕັ້ງໃຫ້ ທ່ານ ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງ ເປັນຫົວໜ້າ ຄອຄສ ຂັ້ນ ແຂວງ ແລະ ຂັ້ນນະຄອນຫຼວງ.

ນອກຈາກນັ້ນ, ມອບໃຫ້​ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ນະຄອນຫຼວງ ແລະ ແຂວງ ແຕ່ງຕັ້ງຜູ້ຕາງໜ້າຂອງຕົນທີ່ຮັບຜິດຊອບວຽກງານທີ່ກ່ຽວຂ້ອງດັ່ງກ່າວ ເພື່ອປະກອບເຂົ້າໃນຄະນະ ຕາມທີ່ໄດ້ກຳນົດໃນມາດຕາ 01 ແລະ ມາດຕາ 03 ແລ້ວແຈ້ງໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອຊາບ.

ຄລິກທີນີ້ເພື່ອເບິ່ງລາຍລະອຽດ ແລະ ຂໍ້ຕົກລົງສະບັບເຕັມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.