ອີງຕາມຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຕະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າເລກທີ 48/ນຍ, ລົງວັນທີ 26 ກໍລະກົດ 2018. ສິດ ແລະ ໜ້າທີ່ຂອງຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ດັ່ງນີ້:

ຂັ້ນສູນກາງ:

  1. ຊ່ວຍລັດຖະບານຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດານິຕິກໍາ ພ້ອມທັງສືກສາຄົ້ນຄວ້າ ແລະ ສະເໜີປະກອບຄໍາເຫັນ ຕໍ່ບັນດານະໂຍບາຍ, ແຜນຍຸດທະສາດ, ແຜນແມ່ບົດ, ນິຕິກໍາ, ສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
  2. ຊີ້ນໍາການປະສານງານກັບບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ພາກລັດ ແລະ ພາກທຸລະກິດຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ເພື່ອພິຈາລະນາແກ້ໄຂບັນຫາ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ;
  3. ຊີ້ນໍາການປະສານງານກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ໃນການເຂົ້າຮ່ວມເຈລະຈາ ບັນດາສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ແລະ ເປັນຈຸດປະສານງານໃນການຊອກຫາແຫຼ່ງທຶນ ແລະ ຊ່ຽວຊານ ເພື່ອພັດທະນາວຽກງານອໍານວຍຄວາມສະດວກທາງດ້ານການຄ້າ;
  4. ຄົ້ນຄວ້າ, ປັບປຸງຂັ້ນຕອນ ແລະ ມາດຕະການທາງດ້ານການຄ້າ ທີ່ບໍ່ແມ່ນພາສີ (Non-Tariff Measures: NTMs) ທີ່ຕິດພັນກັບການເຄື່ອນຍ້າຍສິນຄ້າ, ການນໍາເຂົ້າ-ສົ່ງອອກ ແລະ ການຂົນສົ່ງສິນຄ້າຜ່ານແດນສາກົນ ໃຫ້ສອດຄ່ອງກັບບັນດາສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
  5. ຊຸກຍູ້ ແລະ ສົ່ງເສີມ ການນໍາໃຊ້ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານທາງດ້ານການຄ້າ ທີ່ທັນສະໄໜ ເພື່ອເຊື່ອມໂຍງກັບສາກົນ;
  6. ຊີ້ນໍາ ແລະ ຊຸກຍູ້ທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ທຸລະກິດ ເພື່ອຍົກສຸງການຮ່ວມມືໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດ ຫຼື ແຜນດໍາເນີນງານ ວຽກງານອໍານວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ທີ່ວາງອອກໃນແຕ່ລະໄລຍະ, ພ້ອມທັງຕິດຕາມ ແລະ ປະເມີນຜົນການາຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງປະກອບສ່ວນເຂົ້າໃນການປັບປຸງວຽກງານດັ່ງກ່າວ ໃຫ້ນັບມື້ນັບດີຂື້ນ;
  7. ຄົ້ນຄວ້າ ແລະ ນໍາສະເໜີໃຫ້ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ພິຈາລະນາແກ້ໄຂບັນຫາ ແລະ ສິ່ງກີດຂວາງໃນການອໍານວຍຄວາມສະດວກທາງດ້ານການຄ້າ ໃຫ້ມີຄວາມເປັນເອກະພາບ, ສະດວກ, ວ່ອງໄວ, ກະທັດຮັດ, ໂປ່ງໃສ ແລະ ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ, ສັນຍາ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ;
  8. ຈັດກອງປະຊຸມຮ່ວມ ລະຫວ່າງ ຂັ້ນສູນກາງ ແລະ ຂັ້ນແຂວງ 02 ຄັ້ງຕໍ່ປີ ເພື່ອສະຫຼຸບ, ຖອດຖອນບົດຮຽນ ແລະ ລາຍງານຂໍທິດຊີ້ນໍາຈາກລັດຖະບານ ໃນການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ, ພ້ອມທັງຝຶກອົບຮົມ, ຍົກລະດັບ ແລະ ໂຄສະນາເຜີຍແຜ່ ໃຫ້ພາກລັດ ແລະ ພາກທຸລະກິດ ກ່ຽວກັບບັນດານິຕິກໍາສັນຍາ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ;
  9. ຊີ້ນໍາໃນການຂື້ນແຜນວຽກ, ແຜນງົບປະມານປະຈໍາປີ ແລະ ນໍາໃຊ້ພາຫະນະ, ອຸປະກອນຕ່າງໆ ທີ່ລັດຖະບານ ປະກອບໃຫ້ ເພື່ອນໍາໃຊ້ເຂົ້າໃນວຽກງານອໍານວຍຄວາມສະດວກທາງດ້ານການຄ້າ;
  10. ແຕ່ງຕັ້ງກອງເຂຂາຊ່ວຍວຽກງານ ພ້ອມທັງກໍານົດສິດ ແລະ ໜ້າທີ່ ໃຫ້ລະອຽດ, ໂດຍໃຫ້ຖືເອົາຫ້ອງການປະຈໍາ ຕັ້ງຢູ່ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນກອງເລຂາ;
  11. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງລັດຖະບານ.

ຂັ້ນທ້ອງຖິ່ນ:

  1. ຊ່ວຍຂັ້ນແຂວງ, ນະຄອນຫຼວງ ໃນການຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ບັນດານິຕິກໍາ ທີ່ຕິດພັນກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ, ພ້ອມທັງຄົ້ນຄວ້າ ແລະ ສະເໜີປະກອບຄໍາເຫັນບັນດານະໂຍບາຍ, ແຜນຍຸດທະສາດ, ແຜນແມ່ບົດ, ນິຕິກໍາ, ສັນຍາ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ;
  2. ເປັນຈຸດປະສານງານ ກັບບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ນະຄອນຫຼວງ ທັງພາກທຸລະກິດ ເພື່ອພິຈາລະນາແກ້ໄຂບັນຫາ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ;
  3. ເປັນຈຸດປະສານງານໃນການຊອກຫາແຫຼ່ງທຶນ ແລະ ຊ່ຽວຊານ ເພື່ອພັດທະນາວຽກງານອໍານວຍຄວາມສະດວກທາງດ້ານການຄ້າ;
  4. ຄົ້ນຄວ້າ ແລະ ນໍາສະເໜີປັບປຸງຂັ້ນຕອນ ແລະ ມາດຕະການທາງດ້ານການຄ້າ ທີ່ບໍ່ແມ່ນພາສີ (Non-Tariff Measures: NTMs) ທີ່ຕິດພັນກັບການເຄື່ອນຍ້າຍສິນຄ້າ, ການນໍາເຂົ້າ-ສົ່ງອອກ ແລະ ການຂົນສົ່ງສິນຄ້າຜ່ານແດນສາກົນ ໃຫ້ສອດຄ່ອງກັບບັນດາສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
  5. ຊີ້ນໍາ, ຊຸກຍູ້, ຄຸ້ມຄອງ, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ວຽກງານອໍານວຍຄວາມສະດວກທາງດ້ານການຄ້າຂັ້ນແຂວງ ໃຫ້ໄດ້ຮັບຜົນດີຂື້ນເປັນກ້າວໆ, ພ້ອມທັງສົ່ງເສີມການນໍາໃຊ້ລະບົບເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານທາງດ້ານການຄ້າ ທີ່ທັນສະໄໝ ເພື່ອເຊື່ອມໂຍງກັບສາກົນ;
  6. ເຂົ້າຮ່ວມກອງປະຊຸມຢູ່ຂັ້ນສູນກາງ ເພື່ອສະຫຼຸບ, ຖອດຖອນບົດຮຽນ ແລະ ລາຍງານຂໍທິດຊີ້ນໍາຈາກຄະນະນໍາຂັ້ນແຂວງ ແລະ ຂັ້ນສູນກາງ ໃນການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ຝຶກອົບຮົມ, ຍົກລະດັບ ແລະ ໂຄສະນາເຜີຍແຜ່ ໃຫ້ພາກລັດ ແລະ ພາກທຸລະກິດ ກ່ຽວກັບບັນດານິຕິກໍາ, ສັນຍາ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ;
  7. ນໍາສະເໜີ, ລາຍງານ ຄະນະນໍາຂັ້ນແຂວງ ແລະ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າຂັ້ນສູນກາງ ເພືຶ່ອພິຈາລະນາສະເໜີສ້າງ ຫຼື ປັບປຸງ ບັນດານິຕິກໍາ ທີ່ຕິດພັນກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນແຂວງ;
  8. ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດ ພາຍໃນຂັ້ນແຂວງ ເພື່ອຍົກສູງການຮ່ວມມື ໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດ/ແຜນດໍາເນີນງານ ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ທີ່ວາງອອກ ແຕ່ລະໄລຍະ;
  9. ຄົ້ນຄວ້າ ແລະ ນໍາສະເໜີຂະແໜງການທີ່ກ່ຽວຂ້ອງ ພິຈາລະນາແກ້ໄຂບັນຫາ ແລະ ສິງກີດຂວາງໃນການອໍານວຍຄວາມສະດວກທາງດ້ານການຄ້າຂັ້ນແຂວງໃຫ້ມີຄວາມເປັນເອກະພາບ, ສະດວກ, ວ່ອງໄວ, ກະທັດຮັດ, ໂປ່ງໃສ ແລະ ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ, ສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
  10. ໃຫ້ຖືເອົາຫ້ອງການປະຈໍາຕັ້ງຢູ່ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ/ນະຄອນຫຼວງ ເປັນກອງເລຂາຊ່ວຍວຽກ ແລະ ປະສານງານຊ່ວຍວຽກກ່ຽວຂ້ອງ ໃຫ້ແກ່ຄະນະດັ່ງກ່າວ;
  11. ຂື້ນແຜນວຽກ ແລະ ງົບປະມານປະຈໍາປີ ເພື່ອນໍາສະເໜີ “ຄອຄສ” ຂັ້ນສູນກາງ ພິຈາລະນາອະນຸມັດນໍາໃຊ້ໃນວຽກງານອໍານວຍຄວາມສະດວກທາງດ້ານການຄ້າ;
  12. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນສູນກາງ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.