ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ       ເລກທີ 02 /ສພຊ
ນະຄອນຫຼວງວຽງຈັນ, ວັນທີ 07 ພະຈິກ 2016

ກົດໝາຍ

ວ່າດ້ວຍ ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ກົດໝາຍສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ, ຕິດຕາມ ກວດກາ ການນໍາໃຊ້, ການພັດທະນາເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການພັດທະນາຢ່າງເປັນລະບົບ, ມີຄຸນນະພາບ, ທັນສະໄໝ, ວ່ອງໄວ, ປອດໄພ ແລະ ສົ່ງເສີມວຽກງານນີ້ເຂົ້າໃນທຸກຂະແໜງການໃຫ້ມີປະສິດທິພາບ ແນ່ໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ, ປະເທດຊາດມີຄວາມໝັັ້ນຄົງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ມາດຕາ 2 ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ແມ່ນ ເຕັກໂນໂລຊີທີ່ຮັບໃຊ້ໃນການສ້າງຂໍ້ມູນ ຂ່າວສານເປັນລະບົບເອເລັກໂຕຣນິກ, ການຄໍານວນ, ການຈັດລຽງລໍາດັບ, ການເກັບຮັກສາ ແລະ ການແລກປ່ຽນຂໍ້ມູນ ຂ່າວສານຜ່ານເຄືອຂ່າຍການສື່ສານ ເປັນຕົ້ນ ຄອມພິວເຕີ້, ໂທລະສັບ, ອຸປະກອນສື່ສານ, ອຸປະກອນກະຈາຍສຽງ, ໂທລະພາບ, ເຄືອຂ່າຍ ແລະ ອຸປະກອນເອເລັກໂຕຣນິກອື່ນ ລວມທັງການບໍລິການຕ່າງໆທີ່ກ່ຽວຂ້ອງ.

ມາດຕາ 3 ການອະທິບາຍຄໍາສັບ

ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ຜະລິດຕະພັນເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ໝາຍຄວາມວ່າ ຊອບແວ, ຮາດແວ ແລະ ຂໍ້ມູນຂ່າວສານ ທີ່ກ່ຽວຂ້ອງກັບການສື່ສານ ຂໍ້ມູນ ຂ່າວສານ;

2. ຊອບແວ (Software) ໝາຍເຖິງ ຂຸດຄໍາສັ່ງ ຫຼື ໂປຣແກຣມ ທີ່ບັນຊາຄອມພິວເຕີ ຫຼື ອຸປະກອນເອເລັກໂຕຣນິກອື່ນ ໃຫ້ປະຕິບັດງານສະເພາະໃດໜຶ່ງ;

3. ຊອບແວເປີດ (Open Source Software) ໝາຍເຖີງ ຊອບແວທີ່ເປີດເຜີຍຫຼັກການ ຫຼື ລະຫັດຄໍາສັ່ງພາຍໃນຂອງຊອບແວນັ້ນໃຫ້ບຸກຄົນອື່ນ ໃຊ້, ດັດແປງ, ແກ້ໄຂ ຫຼື ຕໍ່ຍອດ ເພື່ອພັດທະນາໃຫ້ດີຂຶ້ນ;

4. ຊອບແວປິດ (Proprietary software) ໝາຍເຖິງຊອບແວ ທີ່ບໍ່ເປີດເຜີຍຫຼັກການ ຫຼື ລະຫັດຄໍາສັ່ງພາຍໃນ ຂອງຊອບແວນັ້ນ;

5. ຮາດແວ (Hardware) ໝາຍເຖິງ ພາກສ່ວນ ຫຼື ອົງປະກອບຂອງຄອມພິວເຕີ ແລະ ອຸປະກອນເອເລັກໂຕຣນິກອື່ນ ເປັນຕົ້ນ ໜ່ວຍຄວາມຈໍາ, ໜ້າຈໍ, ແປັນພີມ, ເຄື່ອງພີມ, ໂທລະສັບ, ໂທລະພາບ;

6. ເຊີເວີ (Server) ໝາຍເຖິງ ລະບົບຄອມພິວເຕີ ທີ່ມີຄວາມສາມາດສູງການໃນການຈັດການ ວຽກງານ (high performance) ໂດຍມີການເຊື່ອມຕໍ່ເຄືອຂ່າຍ ແລະ ຕິດຕັ້ງຊອບແວ, ໂປຣແກຣມຕ່າງໆເພື່ອໃຫ້ບໍລິການແກ່ຄອມພິວເຕີໜ່ວຍອື່ນ;

7. ເຄືອຂ່າຍຄອມພິວເຕີ ໝາຍເຖີງ ລະບົບເຊື່ອມຕໍ່ຄອມພິວເຕີ ແລະ/ຫຼື ອຸປະກອນເອເລັກໂຕຣນິກອື່ນ ຜ່ານລະບົບສາຍສົ່ງແບບມີສາຍ ແລະ ບໍ່ມີສາຍ;

8. ຂໍ້ມູນເອເລັກໂຕຮນິກ ໝາຍເຖິງ ຂໍ້ມູນທີ່ບັນທຶກ ຫຼື ເກັບຮັກສາໄວ້ໃນຮູບແບບດິຈິຕອນ ຊຶ່ງສາມາດອ່ານໄດ້ ດ້ວຍລະບົບສະແດງຂໍ້ມູນ, ການພິມອອກ ຫຼື ດ້ວຍຮູບແບບອື່ນ;

9. ຖານຂໍ້ມູນ (Data Base) ໝາຍເຖິງ ບ່ອນເກັບຮັກສາຂໍ້ມູນໃນຮູບແບບເອເລັກໂຕຣນິກໄວ້ຢ່າງເປັນລະບົບ ທີ່ສາມາດຄຸ້ມຄອງ, ປັບປຸງ ແລະ ນໍາໃຊ້ໄດ້;

10. ສູນຂໍ້ມູນ ຂ່າວສານ (Data and Content Center) ໝາຍເຖິງ ລະບົບສູນລວມລ່າງພື້ນຖານເຕັກນິກ ເພື່ອໃຫ້ບໍລິການທາງດ້ານຂໍ້ມູນ ຂ່າວສານ ເປັນຕົ້ນ ບໍລິການວາງເຊີເວີ, ຖານຂໍ້ມູນ, ໂປຣແກຣມ, ເວັບໄຊ ແລະ ສະໜອງຂໍ້ມູນ ຂ່າວສານຕ່າງໆ ຜ່ານອິນເຕີເນັດ;

11. ເວັບໄຊ (Website) ໝາຍເຖິງ ລະບົບຂໍ້ມູນຂ່າວສານ ທີ່ສ້າງຂຶ້ນເປັນໜຶ່ງ ຫຼື ຫຼາຍໜ້າເວັບ;

12. ໜ້າເວັບ (Web Page) ໝາຍເຖິງ ກະດານຂ່າວເອເລັກໂຕຣນິກ ໃນຮູບແບບ ສັນຍາລັກ,ຕົວເລກ,ຕົວໜັງສື,ຮູບພາບ, ວິດີໂອ,ສຽງ ແລະ ຮູບແບບອື່ນຜ່ານອິນເຕີເນັດ;

13. ລະບົບອິນເຕີເນັດເຊື່ອມຕໍ່ທຸກອຸປະກອນ (Internet of Things - IoT) ໝາຍເຖິງລະບົບທີ່ປະກອບດ້ວຍສິ່ງຂອງ, ວັດຖຸປະກອນ, ເຄື່ຶອງໃຊ້ ຫຼື ຫຼາຍສິ່ງລວມກັນທີ່ສາມາດກໍານົດຕົນຕົວ,ຮັບຮູ້ສະພາບແວດລ້ອມໄດ້, ມີປະຕິສໍາພັນໂຕ້ຕອບ ແລະ ເຮັດວຽກຮ່ວມກັນໄດ້ ໂດຍການເຊື່ອມຕໍ່ ຜ່ານລະບົບການສື່ສານ;

14. ຄລາວຄອມພິວຕິ້ງ (Cloud Computing) ໝາຍເຖິງ ລະບົບທີ່ມິລັກສະນະນໍາໃຊ້ຊັບພະຍາກອນຮ່ວມກັນ ໂດຍຜ່ານອິນເຕີເນັດ ເປັນຕົ້ນ ການເກັບຮັກສາຂໍ້ມູນ, ການເຂົ້າຫາຂໍ້ມູນ ແລະ ການນໍາໃຊ້ໂປຣແກຣມ;

15. ຜູ້ໃຫ້ບໍລິການ ໝາຍເຖິງ ຜູ້ສະໜອງບໍລິການ ດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ເປັນຕົ້ນ ຜູ້ໃຫ້ບໍລິການອິນເຕີເນັດ, ຜູ້ຜະລິດຮາດແວ,ຊອບແວ ລວມທັງຜູ້ນໍາເຂົ້າ ແລະ ສົ່ງອອກຜະລິດຕະພັນ;

16. ຜູ້ໃຊ້ບໍລິການ ໝາຍເຖິງ ຜູ້ທິີ່ໄດ້ຮັບການສະໜອງບໍລິການ ດ້ານເຕັກໂນໂລຊີການສື່ສານຊໍ້ມູນຂ່າວສານ;

17. ການບໍລິການດ້ານອິນເຕີເນັດ ໝາຍເຖິງ ການໃຫ້ບໍລິການເຊື່ອມຕໍ່ອິນເຕີເນັດສາກົນ,ພາຍໃນປະເທດ,ການໃຫ້ບໍລິການອິນເຕີເນັດກາເຟ;

18. ອິນເຕີເນັດກາເຟ (Internet cafe) ໝາຍເຖິງ ຮ້ານ ຫຼື ສະຖານທີ່ໃດໜຶ່ງ ທີ່ສະໜອງບໍລິການແກ່ຜູ້ຊົມໃຊ້ທົ່ວໄປເພື່ອເຂົ້າເຖິງອິນເຕີເນັດ;

19. ສູນກາງເຊື່ອມຕໍ່ອິນເຕີເນັດ ໝາຍເຖິງ ຈຸດເຊື່ອມຕໍ່ລະຫວ່າງ ຜູ້ໃຫ້ບໍລິການອິນເຕີເນັດພາຍໃນປະເທດນໍາກັນ ແລະ ລະຫວ່າງເຄືອຂ່າຍອິນເຕີເນັດພາຍໃນ ແລະ ສາກົນ;

20. ໂອທີທີ (Over-The-Top-OTT) ໝາຍເຖິງ ການບໍລິການສື່ສານດ້ວຍສຽງ, ຮູບພາບເຄື່ອນໄຫວຮູບພາບບໍ່ເຄື່ອນໄຫວ ແລະ ຂໍ້ມູຂ່າວສານອື່ນ ຜ່ານເຄືອຂ່າຍອິນເຕີເນັດ;

21. ຄອມເຊັນເຕີ (Call Center) ໝາຍເຖິງ ສຸນບໍລິການແຈ້ງຕອບຂໍ້ມູນ ຫຼື ຊ່ວຍແນະນໍາຜູ້ຊົມໃຊ້ ຜ່ານລະບົບເຄືອຂ່າຍສື່ສານ;

22. ສື່ສັງຄົມອອນໄລ (Social Network system SNS) ໝາຍເຖິງການສື່ສານຜ່ານລພບົບເຄືອຂ່າຍອິນເຕີເນັດ ເພື່ອເຜີຍແຜ່ຂໍ້ມູນ ຂ່າວສານສູ່ສາທາລະນະ ດ້ວຍການນໍາໃຊ້ອຸປະກອນຄອມພິວເຕີ ແລະ ອຸປະກອນສື່ສານອື່ນ;

23. ຄວາມປອດໄພດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ໝາຍເຖິງ ຄວາມປອດໄພຂອງເຄືອຂ່າຍຄອມພິວເຕີ, ລະບົບອຸປະກອນຮາດແວ,ຊອບແວ ແລະ ຂໍ້ມູນ ຂ່າວສານທັງໝົດ;

24. ຂີ້ເຫຍື້ອເອເລັກໂຕຣນິກ (Electronic Waste) ໝາຍເຖິງ ອຸປະກອນເອເລັກໂຕຣນິກທີ່ໝົດອາຍຸການນໍາໃຊ້, ບໍ່ມີຄຸນນະພາບ ຫຼື ບໍ່ໄດ້ມາດຕະຖານ ແລະ ບໍ່ຕ້ອງການໃຊ້ແລ້ວ. ຂີ້ເຫຍື້ອເອເລັກໂຕຣນິກ ມີສ່ວນປະກອບທີ່ເປັນພິດ ສ້າງຜົນກະທົບອັນບໍ່ດີ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ;

25. ຜູ້ອອກໃບຮັບຮອງເອເລັກໂຕຣນິກ (Certificate Authority- CA) ໝາຍເຖິງ ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດຈາກຂະແໜ່ງການທີ່ກ່ຽວຂ້ອງ ໃຫ້ອອກໃບຢັ້ງຢືນຮັບຮອງຄວາມເປັນເຈົ້າຂອງລະຫັດສາທະລະນະ (Public Key)

26. ໂຄງລ່າງພື້ນຖານລະຫັດຄວາມປອດໄພ (Public Key Infrastructure PK) ໝາຍເຖິງ ເຕັກໂນໂລຊີຮັກສາຄວາມປອດໄພ ໃນການສົ່ງ-ຮັບຂໍ້ມູນ ຂ່າວສານ ຜ່ານເຄືອຂ່າຍອິນເຕີເນັດ ເປັນຕົ້ນ ການໂອນເງີນຜ່ານອິນເຕີເນັດ, ການຊື້ຂາຍຜ່ານອິນເຕີເນັດ,ການສົ່ງຂໍ້ມູນ ຜ່ານອິນເຕີເນັດ.

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານເຕັກໂນໂລຊີສື່ສານ ຂໍ້ມູນ ຂ່າວສານ

ລັດ ຊຸກຍູ້, ສົ່ງເສີມການຄົ້ນຄ້ວາ, ການປະດິດສ້າງ ແລະ ການພັດທະນາເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ດ້ວຍການສ້າງພື້ນຖານໂຄງລ່າງດ້ານເຕັກໂນໂລຊີການສື່ສານ, ສ້າງເງືື່ອນໄຂອໍານວຍຄວາມສະດວກ, ສະໜອງງົບປະມານ,ພັດທະນາຊັບພະຍາກອນມະນຸດ ພ້ອມທັງສົ່ງເສີມການບໍລິການ ແລະ ການນໍາໃຊ້ເຂົາໃນການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ແລະ ການເຄື່ອນໄຫວອື່ນຢ່າງຖືກຕ້ອງຕາມກົດໝາຍ.

ລັດ ຊຸກຍູ້ ໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ລົງທຶນ ແລະ ເຂົ້າຮ່ວມໃນການພັດທະນາເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ດ້ວຍການສ້າງເງື່ອນໄຂອໍານວຍຄວາມສະດວກ ແລະ ໃຫ້ນະໂຍບາຍຕາມກົດໝຍ ແລະ ລະບຽບການ.

ລັດ ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກ ໃຫ້ນັກຮຽນ,ນັກສຶກສາ,ປະຊາຊົນລາວບັນດາເຜົ່າ,ນັກບວດ,ຄົນພິການ,ຜູ້ດ້ອຍໂອກາດ ສາມາດຮຽນຮູ້ ແລະ ເຂົ້າເຖິງເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.

ມາດຕາ 5 ຫຼັກການກ່ຽບກັບວຽກງານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ວຽກງານເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ໃຫ້ປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້:

  1. ສອດຄ່ອງກັບແນວທາງນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນຍຸດທະສາດຂອງຂະແໜງການທີ່ກ່ຽວຂ້ອງ;
  2. ຮັບປະກັນຄວາມລັບຂອງລັດ, ບຸກຄົນ,ນິຕິບຸກຄົນ ຫຼື ການຈັດຕັ້ງ;
  3. ຮັບປະກັນຄຸນນະພາບ, ຄວາມເປັນຈິງ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມວ່ອງໄວ ແລະ ຄວາມໂປ່ງໃສ;
  4. ຮັບປະກັນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ວຍການຕອບຕ້ານການສວຍໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ທີ່ກໍ່ໃຫ້ເກີດຜົນກະທົບທາງລົບຕໍ່ວຽກງານດັ່ງກ່າວ;
  5. ສະເໜີພາບຕໍ່ໜ້າກົດໝາຍ, ບໍ່ເລືອກປະຕິບັດ ແລະ ແຂ່ງຂັນຢ່າງເປັນທໍາ ໃນການຜະລິດ ແລະ ການບໍລິການ;
  6. ເຄົາລົບ ແລະ ປະຕິບັດສັນຍາກົນ ແລະ ສົນທິສັນຍາ ທີ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເປັນພາຄີ.

ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ

ກົດໝາຍສະບັບນີ້ ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດທີ່ເຄື່ອນໄຫວ, ນໍາໃຊ້ ແລະ ດໍາເນີນທຸລະກິດກ່ຽວກັບເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຢູ່ ສປປ ລາວ.

 

 

ມາດຕາ 7 ການຮ່ວມມືສາກົນ

ລັດ ຊຸກຍູ້, ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບວຽກງານເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນ ຂ່າວສານ,ເຕັກນິກ,ເຕັກໂນໂລຊີດ ການຍົກລະດັບວິຊາສະເພາະ, ຄວາມຮູ້ ແລະ ຄວາມສາມາດຂອງບຸກຄະລາກອນ,ປະຕິບັດຕາມສັນຍາສາກົນ ແລະ ສົນທິສັນຍາ ທີ່ ສ ປປ ລາວ ເປັນພາຄີ.

ພາກທີ II
ການນໍາໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ມາດຕາ 8 ການນໍາໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ສາມາດນໍາໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ເພື່ອຈຸດປະສົງໃດໜຶ່ງທີ່ສອດຄ່ອງກັບ ກົດໝາຍ, ລະບຽບການທີ່ກ່ຽວຂ້ອງ ແລະ ຖືກັບມາດຕະຖານເຕັກນິກ ແລະ ຄວາມປອດໄພ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 30 ຫາ 34 ຂອງກົດໝາຍສະບັບນີ້.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕ້ອງມີມາດຕະການປ້ອງກັນບໍ່ໃຫ້ມີຜົນກະທົບທາງລົບ ຈາກການນໍາໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຂອງເດັກນ້ອຍ ໂດຍສະເພາະການນໍາໃຊ້ຂໍ້ມູນເອເລັກໂຕຣນິກທີ່ຜ່ານເຄືອຂ່າຍຄອມພິວເຕີ.

ມາດຕາ 9 ການນໍາໃຊ້ຂໍ້ມູນເອເລັກໂຕຣນິກ

ການນໍາໃຊ້ຂໍ້ມູນເອເລັກໂຕຣນິກມີດັ່ງນີ້:

  1. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ສາມາດນໍາໃຊ້ຂໍ້ມູນເອເລັກໂຕຣນິກ ເຂົ້າໃນຈຸດປະສົງໃດໜຶ່ງທີ່ຖຶກຕ້ອງ ແລະ ສອດຄ່ອງກັບກົດໝາຍ;
  2. ການສະໜອງ, ການແລກປ່ຽນ,ການຮັບ,ການສົ່ງ,ການເກັບກໍາ ແລະ ການນໍາໃຊ້ຂໍ້ມູນເອເລັກໂຕຣນິກຕ້ອງປະຕິບັດຕາມກົດໝາຍສະບັບນີ້ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ;
  3. ການນໍາໃຊ້ຂໍ້ມູນຜ່ານອິນເຕີເນັດ ຕ້ອງຮັບປະກັນໃຫ້ມີຄວາມຖຶກຕ້ອງ,ປອດໄພ ແລະ ໄດ້ຮັບອະນຸຍາດຈາກເຈົ້າຂອງຂໍ້ມູນດັ່ງກ່າວ;
  4. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ສາມາດນໍາໃຊ້ ຫຼື ອ້າງອີງເນື້ອໃນຂໍ້ມູນເອເລັກໂຕຣນິກທີ່ໄດ້ຮັບອະນຸຍາດຈາກບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງ ແລະ ຕ້ອງບອກແຫຼ່ງຂໍ້ມູນທີ່ໄດ້ມາໃຫ້ຖືກຕ້ອງ;

ມາດຕາ 10 ການນໍາໃຊ້ເອເລັກໂຕຮນິກການສື່ສານ ຂໍ້ມູນ ຂ່າວສານ ຂອງອົງການຈັດຕັ້ງລັດ

ອົງການຈັດຕັ້ງລັດ ນໍາໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ເຂົ້າໃນການບລິຫານວຽກງານພາຍໃນຂອງຕົນຢ່າງມີປະສິດທິພາບ,ເຊື່ອມຕໍ່ເຂົ້າໂຄງລ່າງພື້ນຖານ ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ແລະ ລະບົບບໍລິຫານລັດແບບເອເລັກໂຕຣນິກ.

ອົງການຈັດຕັ້ງລັດ ຕ້ອງມີແຜນພັດທະນາ ແລະ ແຜນນໍາໃຊ້ເຕັກໂນໂລຊີສື່ສານ ຂໍ້ມູນ ຂ່າວສານຂອງຕົນ ໃນແຕ່ລະໄລຍະໃຫ້ສອດຄ່ອງກັບນະໂຍບາຍ ເຕັກໂນໂລຊີສື່ສານ ຂໍ້ມູນຂ່າວສານແຫ່ງຊາດ.

ມາດຕາ 11 ເນື້ອໃນການນໍາໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານຂອງອົງການຈັດຕັ້ງລັດ

ເນື້ອໃນການໍາໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານຂອງອົງການຈັດຕັ້ງລັດ ມີ ດັ່ງນີ້:

  1. ການແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງອົງການຈັດຕັ້ງຂອງລັດດ້ວຍກັນ ເພື່ອສັງລວມ ແລະ ປັບປຸບປຸງຂໍ້ມູນ ຂ່າວສານໃຫ້ມີປະສິດທິພາບ;
  2. ການເກັບຮັກສາຖານຂໍ້ມູນໃຫ້ທີຄວາມປອດໄພ ແລະ ສາມາດເຜີຍແຜ່ບັນດາຂໍ້ມູນຂ່າວສານ ທີ່ເປັນປະໂຫຍດໃຫ້ສັງຄົມໄດ້ຢ່າງທົ່ວເຖິງ;
  3. ການບໍລິການແລກປ່ຽນ, ສະໜອງຂໍ້ມູນ ຂ່າວສານ ແລະ ລວບລວມຂໍ້ສະເໜີຈາກບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຢູ່ໃນລະບົບເຄືອຂ່າຍ.
  4. ການໃຫ້ບໍລິການປະຊາຊົນເພື່ອພັດທະນາຄວາມຮູ້ ແລະ ປັບປຸງຄຸນນະພາບຊີວິດການເປັນຢູ່;
  5. ການສຶກສາ, ການຝຶກອົບຮົມພາຍໃນອົງການຈັດຕັ້ງຂອງລັດ ແລະ ປະຊາຊົນທີ່ຢູ່ຫ່າງໄກສອກຫຼີກ;
  6. ການແລກປ່ຽນຂໍ້ມູນ ຂ່າວສານ ເພື່ອເຊືື່ອມໂຍງກັບຕ່າງປະເທດ, ພາກພື້ນ ແລະ ສາກົນ.

ມາດຕາ 12 ການນໍາໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ເພື່ອການບໍລິການຂອງອົງການຈັດຕັ້ງລັດ

ອົງການຈັດຕັ້ງລັດ ຕ້ອງສະໜອງ ແລະ ບໍລິການຂໍ້ມູນ ຂ່າວສານຂອງຕົນສູ່ສັງຄົມ ໂດຍຜ່ານເວັບໄຊ ຫຼື ໂປຣແກຣມນໍາໃຊ້ຕ່າງໆ ພ້ອມທັງຮັບປະກັນ ຄວາມຖືກຕ້ອງ, ປອດໄພ ແລະ ທັນການໂດຍໃຫ້ສອບຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະໄລຍະ.

ມາດຕາ 13 ການນໍາໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານຂອງພາກທຸລະກິດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຂອງພາກທຸລະກິດ ສາມາດນໍາໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເຂົ້າໃນການເຮັດສັນຍາ, ການຊື້, ການຂາຍສິນຄ້າ ຫຼື ຊັບສິ່ງຂອງ, ການສະໜອງ, ການບໍລິການ, ການຊໍລະ ແລະ ດໍາເນີນທຸລະກິດອື່ນຂອງຕົນ ໂດຍໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍທຸລະກໍາທາງເອເລັກໂຕຣນິກ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງຂອງພາກທຸລະກິດ ຕ້ອງຮັບຜິດຊອບຕໍ່ຄວາມປອດໄພໃນການນໍາໃຊ້ ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ແລະ ຂໍ້ມູນເອເລັກໂຕຣນິກຂອງຕົນເອງ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ກັບຜູ້ອື່ນ.

ມາດຕາ 14 ສິດນໍາໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ໃນພາວະສຸກເສີນ

ລັດ ມີສິດນໍາໃຊ້ ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຂອງພາກສ່ວນໃນພາວະສຸກເສີນດັ່ງນີ້:

  1. ການສະກັດກັ້ນ ແລະ ເຕືອນໄພພິບັດ ເປັນຕົ້ນ ແຜ່ນດິນໄຫວ, ໄພນໍ້າຖ້ວມ, ລົມພາຍຸ, ອັກຄີໄພ ແລະ ອື່ນໆ;
  2. ການບັນເທົາ ແລະ ປົວແປງຄວາມເສຍຫາຍທີ່ເກີດຈາກໄພພິບັດ ເປັນຕົ້ນ ການກອບກູ້ຊີວິດ, ການຊ່ວຍເຫຼືອຜູ້ປະສົບໄພ ແລະ ອື່ນໆ;
  3. ການສະກັດກັນພະຍາດລະບາດຮ້າຍແຮງຕ່າງໆ;
  4. ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຂອງສັງຄົມ ແລະ ການສະກັດກັ້ນອາຊະຍາກໍາ.

ມາດຕາ 15 ການສ້າງເວັບໄຊ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ສາມາດສາດສ້າງເວັບໄຊ, ຄຸ້ມຄອງເນື້ອໃນ ແລະ ບໍລິຫານຈັດການເວັບໄຊຂອງຕົນ ໂດຍຮັບປະກັນເນື້ອໃນ ແລະ ຄວາມຖືກຕ້ອງຂອງຂໍ້ມູນ ຂ່າວສານ, ຄວາມປອດໄພຂອງຜູ້ຊົມໃຊ້ ແລະ ສາມາດເຂົ້າເຖິງສະດວກວ່ອງໄວ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ.

ພາກທີ II
ການພັດທະນາວຽກງານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ໝວດທີ 1
ການພັດທະນາເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ມາດຕາ 16 ການພັດທະນາເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ການພັດທະນາເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ແມ່ນການການພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ, ຊອບແວ, ຮາດແວ, ລະບົບອັດຕະໂນມັດ,ລະບົບຂໍ້ມູນຂ່າວສານ, ຖານຂໍ້ມູນ ແລະ ລະບົບປ້ອງກັນຄວາມປອດໄພ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍົກລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໃຫ້ດີຂຶ້ນ.

ມາດຕາ 17 ການພັດທະນາໂຄງລ່າງພື້ນຖານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ໂຄງລ່າງພື້ນຖານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ແມ່ນ ລະບົບອຸປະກອນສື່ສານທີ່ນໍາໃຊ້ເຂົ້າໃນການຜະລິດ, ການສົ່ງ, ການຮັບ, ການເກັບ ແລະ ການຈັດການຂໍ້ມູນ ຂ່າວສານ ຊຶ່ງປະກອບດ້ວຍເຄືອຂ່າຍໂທລະຄົມມະນາຄົມ, ເຄືອຂ່າຍຄອມພິວເຕີ, ເຄືອຂ່າຍອິນເຕີເນັດ ແລະ ລະບົບຢັ້ງຢືນລະຫັດຄວາມປອດໄພ.

ການພັດທະນາໂຄງລ່າງພື້ນຖານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຕ້ອງສ້າງ, ປັບປຸງ ແລະ ປະຕິບັດໃຫ້ຖຶກຕ້ອງຕາມມາດຕະຖານເຕັກນິກ, ຮັບປະກັນຄຸນນະພາບ, ຄວາມປອດໄພ ແລະ ໃຫ້ເຊື່ອມຕໍ່ກັບພາຍໃນປະເທດ ແລະ ຕ່າງປະເທດໄດ້ ໂດຍສູນກາງເຊື່ອມຕໍ່ອິນເຕີເນັດ.

ມາດຕາ 18 ການພັດທະນາຊອບແວ

ການພັດທະນາຊອບແວ ແມ່ນ ການສ້າງ ແລະ ປັບປຸງຜະລິດຕະພັນຊອບແວ ທີ່ນໍາໃຊ້ໃນລະບົບຄອມພິວເຕີ, ລະບົບຖານຂໍ້ມູນ, ລະບົບເຄືອຂ່າຍ ແລະ ອຸປະກອນເອເລັກໂຕຣນິກອື່ນ ໂດຍຜ່ານຂະບວນການຄົ້ວຄ້ວາ, ກນອອກແບບ, ການຂຽນ ແລະ ການສ້າງລະຫັດໂປຣແກຣມເພື່ອຕອບສະໜອງວຽກງານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ມີສິດນໍາໃຊ້, ພັດທະນາບັນດາຊອບແວ ທັງຊອບແວເປີດ ແລະ ຊອບແວປິດ ເຂົ້າໃນວຽກງານຂອງຕົນເອງ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບກົດໝາຍ.

ວຽກງານພັດທະນາຊອບແວໄດ້ຮັບການສົ່ງເສີມດ້ວຍການໃຫ້ບູລິມະສິດ ແກ່ນັກຮຽນ, ນັກສຶກສາ, ນັກຄົ້ນຄ້ວາ ແລະ ນັກພັດທະນາຢູ່ພາຍໃນປະເທດ ເພື່ອພັດທະນາວຽກງານດັ່ງກ່າວໃຫ້ທັນສະໄໝ ແລະ ເປັນເຄື່ອງມືຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບກົດໝາຍ.

ມາດຕາ 19 ການພັດທະນາຮາດແວ

ການພັດທະນາຮາດແວ ແມ່ນ ການສ້າງ ແລະ ປັບປຸງການອອກແບບ ແລະ ການທົດສອບຄອມພິວເຕີ ແລະ ອຸປະກອນເອເລັກໂຕຣນິກອື່ນ ໃຫ້ມີປະສິດທິພາບ ແລະ ເຮັດວຽກຮ່ວມກັບຊອບແວ ໃຫ້ດີຂຶ້ນກວ່າເກົ່າ ເປັນຕົ້ນ ແຜງວົງຈອນເອເລັກໂຕຣນິກ, ສ່ວນປະກອບເຄື່ອງຄອມພິວເຕີ ແລະ ອື່ນໆ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ມີສິດນໍາໃຊ້, ພັດທະນາບັນດາຮາດແວເຂົ້າໃນວຽກງານຂອງຕົນ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ.

ມາດຕາ 20 ການພັດທະນາລະບົບອັດຕະໂນມັດ

ການພັດທະນາລະບົບອັດຕະໂນມັດ ແມ່ນ ການສ້າງ ແລະ ປັບປຸງເຕັກໂນໂລຊີທີ່ເຮັດວຽກຕາມໂປຣແກຣມ ດ້ວຍການໃຊ້ຄອມພິວເຕີ ຫຼື ອຸປະກອນເອເລັກໂຕຣນິກເປັນຕົວຄວບຄຸມ ເພື່ອໃຫ້ລະບົບການເຮັດວຽກດໍາເນີນຢ່າງອັດຕະໂນມັດ ແລະ ຖຶກຕ້ອງ ເປັນຕົ້ນ ລະບົບທີ່ມີການບັນຊາຄວບຄຸມໂດຍຜ່ານລະບົບສື່ສານ.        

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ທີ່ພັດທະນາລະບົບອັດຕະໂນມັດ ໂດຍເຊື່ອມຕໍ່ເຄືອຂ່າຍຄອມພິວເຕີ ຕ້ອງປະຕິບັດຕາມມາດຕະຖານເຕັກນິກ ພ້ອມທັງຮັບປະກັນຄຸນນະພາບ ແລະ ຄວາມປອດໄພ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 21 ການພັດທະນາລະບົບຂໍ້ມູນ ຂ່າວສານ

ການພັດທະນາລະບົບຂໍ້ມູນ ຂ່າວສານ ແມ່ນ ການສ້າງ,ປັບປຸງ ແລະ ບໍລິຫານລະບົບຂໍ້ມູນຂ່າວສານ ເປັນຕົ້ນ ລະບົບຄລາວຄອມພິວຕິ້ງ, ລະບົບການຂາຍ, ລະບົບບັນຊີ, ລະບົບບໍລິການຜ່ານອິນເຕີເນັດ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ມີສິດນໍາໃຊ້, ພັດທະນາລະບົບຂໍ້ມູນ ຂ່າວສານ ເຂົ້າໃນວຽກງານຂອງຕົນໂດຍຮັບປະກັນ ມາດຕະຖານເຕັກນິກ, ຄຸນນະພາບ ແລະ ຄວາມປອດໄພ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ.

ວຽກງານພັດທະນາລະບົບຂໍ້ມູນ ຂ່າວສານ ໄດ້ຮັບການສົ່ງເສີມດ້ວຍການ ໃຫ້ບູລິມະສິດແກ່ ນັກຮຽນ, ນັກສຶກສາ ແລະ ນັກພັດທະນາຢູ່ພາຍໃນປະເທດ ເພື່ອພັດທະນາລະບົບຂໍ້ມູນ ຂ່າວສານພາຍໃນປະເທດໃຫ້ມີຄວາມຫຼາກຫຼາຍ ເພື່ອຫຼຸດຜ່ອນການນໍາໃຊ້ຂໍ້ມູນ ຂ່າວສານຂອບຕ່າງປະເທດ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ.

ມາດຕາ 22 ການພັດທະນາຖານຂໍ້ມູນ

ການພັດທະນາຖານຂໍ້ມູນ ແມ່ນ ການ ສ້າງ ແລະ ປັບປຸງລະບົບເກັບຮັກສາຂໍ້ມູນໃຫ້ມີປະສິດທິພາບ ແລະ ຄວາມປອດໄພສູງ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາກລັກ ແລະ ເອກະຊົນ ມີສິດນໍາໃຊ້, ພັດທະນາຖານໍ້ມູນເຂົ້າໃນວຽກງານຂອງຕົນໂດຍຮັບປະກັນ ຄຸນນະພາບ, ຄວາມປອດໄພ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ.

ມາດຕາ 23 ການພັດທະນາລະບົບປ້ອງກັນຄວາມປອດໄພ

ການພັດທະນາລະບົບປ້ອງກັນຄວາມປອດໄພ ແມ່ນ ການສ້າງ ແລະ ປັບປຸງລະບົບປ້ອງກັນຄວາມປອດໄພຂອງຂໍ້ມູນ ຈາກການໂຈມຕີ ຫຼື ໂຈລະກໍາ ທີ່ມາຈາກທັງພາຍໃນ ແລະ ຕ່າງປະເທດ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ມີສິດນໍາໃຊ້, ພັດທະນາລະບົບປ້ອງກັນຄວາມປອດໄພ ເຂົ້າໃນວຽກງານຂອງຕົນ ຕ້ອງຮັບປະກັນມາດຕະຖານເຕັກນິກ, ຄຸນນະພາບ, ຄວາມປອດໄພ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ.

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນເຈົ້າການໃນການພັດທະນາ ແລະຄຸ້ມຄອງໂຄງລ່າງ ພື້ນຖານລະຫັດຄວາມປອດໄພແຫ່ງຊາດລວມທັງ ຜູ້ອອກໃບຮັບຮອງເອເລັກໂຕຣນິກ.

ສໍາລັບລະບົບປ້ອງກັນຄວາມປອດໄພນັ້ນ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ໝວດທີ 2
ການພັດທະນາບຸກຄະລາກອນດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ມາດຕາ 24 ການພັດທະນາບຸກຄະລາກອນດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດໍາເນີນວຽກງານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຕ້ອງມີແຜນການ, ແຜນງົບປະມານໃນການສ້າງ, ຍົກລະດັບດ່ານວິຊາສະເພາະ, ເຕັກນິກວິຊາການ ແລະ ນໍາໃຊ້ບຸກຄະລາກອນເພື່ອຕອບສະໜອງວຽກງານຂອງຕົນ.

ມາດຕາ 25 ການພັດທະນາຫຼັກສູກດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ຄົ້ນຄ້ວາພັດທະນາຫຼັກສູດການຮຽນ, ການສອນ ແລະການຝຶກອົບຮົມດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຕ້ອງໄດ້ຜ່ານການກວດກາ ແລະ ເຫັນດີເປັນເອກະພາບຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຮັບຮອງຈາກກະຊວງສຶກສາທິການ ແລະ ກິລາ.

ກະຊວງສຶກສາທິການ ແລະ ກິລາ ຄົ້ນຄ້ວາເອົາຫຼັກສູດການຮຽນ, ການສອນກ່ຽວກັບເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ເຂົ້າຫຼັກສູດການສຶກສາແຫ່ງຊາດ.

ໝວດທີ 3
ອຸດສາຫະກໍາເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ມາດຕາ 26 ການຫັນເປັນອຸດສາຫະກໍາເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ການພັດທະນາເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ແມ່ນຂອບເຂດພື້ນທີ່ສະເພາະ ທີ່ສ້າງຂຶ້ນໃຫ້ເໝາະສົມສໍາລັບການດໍາເນີນກິດຈະການທາງດ້ານ ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຊຶ່ງປະກອບດ້ວຍ ໂຄງລ່າງພື້ນຖານ ແລະສະພາບແວດລ້ອມ ທີ່ເໝາະສົມ ເປັນຕົ້ນ ຖະໜົນຫົນທາງ, ໄຟຟ້າ, ນໍ້າປະປາ, ໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ອິນເຕີເນັດ.

ລັດ ກໍານົດຂອບເຂດອຸດສາຫະກໍາເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າສານ ເພື່ອເປັນບ່ອນຄົ້ວຄ້ວາ, ພັດທະນາ,ຜະລິດ, ບໍລິການ ແລະ ຝຶກອົບຮົມທາງດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລົງທືນ ແລະ ດໍາເນີນທຸລະກິດນັ້ນ ຈະໄດ້ຮັບນະໂຍບາຍ ແລະ ບູລິມະສິດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 28 ເງື່ອນໄຂສົ່ງເສີມຜະລິດຕະພັນເຕັກໂນໂລຊີການສື່ສານ ຂ່າວສານ

ຜະລິດຕະພັນເຕັກໂນໂລຊີກາສື່ສານ ຂໍ້ມູນ ຂ່າວສານທີ່ໄດ້ຮັບການສົ່ງເສີມ ຕ້ອງມີເງື່ອນໄຂດັ່ງນີ້:

  1. ມີຄວາມຕ້ອງການສູງ ແລະ ສ້າງມູນຄ່າເພີ່ມ ຢູ່ຕະຫຼາດພາຍໃນປະເທດ;
  2. ມີຄວາມສາມາດໃນການສົ່ງອອກ;
  3. ມີການສົ່ງເສີມການຄົ້ນຄ້ວາ ແລະ ພັດທະນາເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ແລະ ມີປະສິດທິພາບຕໍ່ຂະແໜງເສດຖະກິດອື່ນ;
  4. ຕອບສະໜອງຄວາມຕ້ອງການ ໃນວຽກງານຄຸ້ມຄອງບໍລິຫານລັດ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ມາດຕາ 29 ຕະຫຼາດຜະລິດຕະພັນເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ລັດ ໃຫ້ບູລິມະສິດ ແລະ ນະໂຍບາຍຕ່າງໆ ເປັນຕົ້ນ ການຍົກເວັ້ນ ຫຼື ຫຼຸດຜ່ອນພາສີ, ອາກອນຕາມທີ່ກົດໝາຍໄດ້ກໍານົດໄວ້, ການສົ່ງເສີມການຊື້ ແລະ ການນໍາໃຊ້ຜະລິດຕະພັນພາຍໃນ, ການຈັດງານວາງສະແດງຜະລິດຕະພັນເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ແລະ ການຊຸກຍູ້ສົ່ງເສີມໃຫ້ວິສາຫະກິດພາຍໃນປະເທດ ເຂົ້າຮ່ວມງານວາງສະແດງຢູ່ພາຍໃນ ແລະ  ຕ່າງປະເທດ ແນ່ໃສ່ສົ່ງເສີມຕະຫຼາດຜະລິດຕະພັນເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານພາຍໃນປະເທດ.

ພາກທີ IV
ມາດຕະຖານເຕັກນິກ ແລະ ຄວາມປອດໄພດ້ານເຕັກໂນໂລຊີ ການສື່ສານ ຂໍ້ມູນ ຂ່າວສານ

ໝວດທີ 1
ມາດຕະຖານເຕັກນິກດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ມາດຕາ 30 ການກໍານົດມາດຕະຖານເຕັກນິກ

ມາດຕະຖານເຕັກນິກດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ແມ່ນ ມາດຕະຖານກ່ຽວກັບອຸປະກອນ, ຊອບແວ ແລະ ຜະລິດຕະພັນດ້ານເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ເປັນຕົ້ນການສົ່ງສັນຍານ, ການເຊື່ອມຕໍ່, ພາສາລາວ, ຕົວອັກສອນລາວ, ຄຸນນະພາບ, ການບໍລິການ,ລະບົບຂໍ້ມູນ ແລະ ຄວາມປອດໄພ.

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເປັນຜູ້ກໍານົດມາດຕະຖານເຕັກນິກດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລ້ວ ສະເໜີຕໍ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີປະກາດການນໍາໃຊ້.

ມາດຕາ 31 ການກໍານົດຄຸນນະພາບການບໍລິການ

ກະຊວງໄປແສະນີ,ໂທລະຄົມມະນາຄົມ ແລະ ການສື່ສານສົມທົບກັບກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການກໍານົດຄຸນນະພາບຂອງການບໍລິການເຕັກໂນໂລຊີ ການສື່ສານ ຂໍ້ມູນ ຂ່າວສານ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍ ມາດຕະຖານຂອງ ສປປ ລາວ ແລະ ມາດຕະຖານສາກົນ.

ມາດຕາ 32 ການກວດກາມາດຕະຖານເຕັກນິກໃນເວລານໍາເຂົ້າແລະ ຈໍາໜ່າຍ

ໃນເວລານໍາເຂົ້າ ແລະ ຈໍາໜ່າຍຜະລິດຕະພັນເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ແລະ ອຸປະກອນເອເລັກໂຕຣນິກອື່ນ ຕ້ອງໄດ້ຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານດ້ານເຕັກນິກ ແລະ ຄຸນນະພາບຈາກຂະແໜ່ງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານໂດຍສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ.

ໝວດທີ 2
ຄວາມປອດໄພດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ມາດຕາ 33 ຄວາມປອດໄພດ້ານເຕັກໂນໂລຊີກາສື່ສານ ຂໍ້ມູນ ຂ່າວສານຂອງອົງການຈັດຕັ້ງລັດ

ກະຊວງ, ອົງການຈັດຕັ້ງອື່ນຂອງລັດ ທີ່ນໍາໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຕ້ອງມີລະບົບປ້ອງກັນເຄືອຂ່າຍຄອມພິວເຕີ,ເຊີເວີ, ຊອບແວ,ຖານຂໍ້ມູນ ແລະ ລະບົບສໍາຮອງຂອງຕົນໂດຍປະສານສົມທົບກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເພື່ອເຮັດໃຫ້ລະບົບດັ່ງກ່າວ ສາມາດຮ່ວມກັນໄດ້ ແລະ ຮັບປະກັນຄວາມປອດໄພ.

ມາດຕາ 34 ຄວາມປອດໄພດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານຂອງຜູ້ໃຫ້ບໍລິການ

ຜູ້ໃຫ້ບໍລິການ ຕ້ອງມີລະບົບເຊີເວີສໍາຮອງ ເພື່ອເກັບຮັກສາຂໍ້ມູນ ແລະ ຮັບປະກັນການເຮັດວຽກຂອງລະບົບນັ້ນ ໄດ້ຢ່າງຕໍ່ເນື່ອງ, ມີລະບົບປ້ອງກັນ ເຄືອຂ່າຍຄອມພິວເຕີ, ເຊີເວີ, ຊອບແວ, ຖານຂໍ້ມູນ ແລະ ຂໍ້ມູນໃຫ້ຄວາມປອດໄພສູງສຸດ ເປັນຕົ້ນ ລະບົບປ້ອງກັນໄວຣັດ ຫຼື ໂປຣແກຣມເມວແວ, ລະບົບປ້ອງກັນການໂຈມຕີເຄືອຂ່າຍ, ລະບົບປ້ອງກັນການເຂົ້າເຖິງຂໍ້ມູນໂດຍບໍ່ໄດ້ຮັບອະນຸຍາດ, ມີລະບຽບການເຂົ້າ-ອອກ ສູນຂໍ້ມູນ ແລະ ລະບຽບການຮັກສາຄວາມປອດໄພຢ່າງເປັນປະຈໍາ.

ພາກທີ V
ການດໍາເນີນທຸລະກິດກ່ຽວກັບເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ມາດຕາ 35 ການດໍາເນີນທຸລະກິດກ່ຽວກັບເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ມິຈຸດປະສົງດໍາເນີນທຸລະກິດກ່ຽວກັບເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຕ້ອງຍື່ນຄໍາຮ້ອງ ແລະ ເອກະສານປະກອບຕໍ່ຂະແໜງການອຸດສາຫະກໍາ ແລະ ການຄ້າ ຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍວ່າດ້ວຍວິສາຫະກິດ.

ມາດຕາ 36 ເງື່ອນໄຂຂອງການດໍາເນີນທຸລະກິດກ່ຽວກັບເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ການດໍາເນີນທຸລະກິດ ກ່ຽວກັບເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຕ້ອງມີເງື່ອນໄຂຕົ້ນຕໍດັ່ງນີ້:

  1. ມີທຶນ, ສໍານັກງານ, ອຸປະກອນ, ເຄື່ອງມືຢ່າງເໝາະສົມ;
  2. ມີຜູ້ຊ່ຽວຊານ, ນັກວິຊາການທີ່ມີປະສົບການ ຈໍານວນເໝາະສົມກັບຂະໜາດຂອງທຸລະກິດ;
  3. ມີບົດວິພາກເສດຖະກິດ-ເຕັກນິກຕາມແຕ່ລະປະເພດທຸລະກິດ.

ມາດຕາ 37 ປະເພດທຸລະກິດກ່ຽວກັບເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ທຸລະກິດກ່ຽວກັບເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ມີ ສອງປະເພດ ດັ່ງນີ້:

  1. ການບໍລິການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ;
  2. ການຜະລິດດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ.

ມາດຕາ 38 ການບໍລິການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ການບໍລິການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ມີ ດັ່ງນີ້:

  1. ອິນເຕີເນັດ;
  2. ຄໍາປຶກສາ;
  3. ພັດທະນາ ແລະ ຕິດຕັ້ງ ຊອບແວ
  4. ຂໍ້ມູນໃນຮູບແບບເອເລັກໂຕຣນິກ;
  5. ການສຶກສາ ແລະ ການຝຶກອົບຮົມ;
  6. ຮັບຝາກ ແລະ ໃຫ້ເຊົ່າພື້ນທີ່ຈັດເກັບຂໍ້ມູນ ເປັນຕົ້ນ ສູນຂໍ້ມູນ ຂ່າວສານ, ລະບົບຄລາວຄອມພິວຕິ້ງ;
  7. ຄວາມປອດໄພ;
  8. ນໍາເຂົ້າ ແລະ ຈໍານໜ່າຍຜະລິດຕະພັນ, ຕິດຕັ້ງ, ບໍລຸງຮັກສາ ແລະ ສ້ອມແປງອຸປະກອນ;
  9. ບໍລິການອື່ນດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ເຊັ່ນ ໂອທີທີ, ອິນເຕີເນັດເຊື່ຶອມຕໍ່ທຸກອຸປະກອນ, ຄອນເຊັນເຕີ, ສື່ສັງຄົມອອນໄລ.

ມາດຕາ 39 ການຜະລິດດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ການຜະລິດດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ມີ ດັ່ງນີ້:

  1. ການຜະລິດອຸປະກອນ ຮາດແວ;
  2. ການປະກອບອຸປະກອນ ຮາດແວ;
  3. ການຜະລິດ ຊອບແວ.

ພາກທີ VI
ສິດ ແລະ ພັນທະ ຂອງຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການ

ມາດຕາ 40 ສິດຂອງຜູ້ໃຫ້ບໍລິການ

ຜູ້ໃຫ້ບໍລິການ ມີ ສິດ ດັ່ງນີ້:

  1. ໃຫ້ບໍລິການຕາມປະເພດທຸລະກິດ ທີ່ໄດ້ຮັບອະນຸຍາດ;
  2. ໂຈະ ຫຼື ຢຸດເຊົາ ການໃຫ້ບໍລິການແກ່ຜູ້ໃຊ້ບໍລິການ ໃນກໍລະນີ ບໍ່ຊໍາລະຄ່າບໍລິການ ຫຼື ຊົມໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານທີ່ຂັດກັບກົດໝາຍ;
  3. ສະເໜີຂະຫຍາຍເຄືອຂ່າຍ ຫຼື ຂອບເຂດການໃຫ້ບໍລິການຕໍ່ຂະແໜງການໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ ເພື່ອພິຈາລະນາ;
  4. ສະເໜີຂໍ້ເຊື່ອມຕໍ່ເຄືອຂ່າຍຂອງຕົນເຂົ້າກັບເຄືອຂ່າຍຂອງຜູ້ອື່ນ;
  5. ປົກປ້ອງສິດ ແລະ ຜົນປະໂຫຍດໃນການໃຫ້ບໍລິການຂອງຕົນ;
  6. ນໍາໃຊ້ສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 41 ພັນທະຂອງຜູ້ໃຫ້ບໍລິການ

ຜູ້ໃຫ້ບໍລິການມີ ພັນທະ ດັ່ງນີ້:

  1. ຮັບປະກັນການໃຫ້ບໍລິການຢ່າງທົ່ວເຖິງ, ມີຄຸນນະພາບ, ມີຄວາມສະດວກ, ວ່ອງໄວ ແລະ ເປັນທໍາ;
  2. ມີແຜນຟື້ນຟູລະບົບການໃຫ້ບໍລິການ ແລະ ລາຍງານດ່ວນ ໃນກໍລະນີເກີດໄພພິບັດ ຫຼື ພາວະສຸກເສີນ;
  3. ມີແຜນບໍາລຸງຮັກສາ,ແຜນປ້ອງກັນ, ລາຍງານ ແລະ ຮັບມືການໂຈມຕີທາງດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ;
  4. ໃຫ້ການຮ່ວມມື, ຕິດຕາມ, ກວດກາ ແລະ ສະກັດກັ້ນ ທຸກການເຄື່ອນໄຫວດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຂອງບຸກຄົນ, ນິຕິບຸກຄົນ ລື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ສ້າງຜົນກະທົບຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວັດທະນະທໍາ-ສັງຄົມ;
  5. ຮັບຜິດຊອບຕໍ່ຂໍ້ມູນ ຂ່າວສານຂອງຕົນ ແລະ ບໍ່ໃຫ້ມີຜົນກະທົບຕໍ່ຜູ້ອື່ນ;
  6. ແນະນໍາກ່ຽວກັບເຕັກນິກ ແລະ ການນໍາໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ;
  7. ໃຫ້ບູລິມະສິດໃນການນໍາໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ແກ່ອົງການຈັດຕັ້ງຂອງລັດ;
  8. ໃຫ້ຄວາມຮ່ວມມືໃນການຕິດຕາມ, ກວດກາຂະແໜງການທີ່ກ່ຽວຂ້ອງຂອງລັດ;
  9. ຊໍາລະຄ່ານໍາໃຊ້ຊັບພະຍາກອນໂທລະຄົມມະນາຄົມ ແລະ ພັນທະເສຍພາສີດ ອາກອນ;
  10. ເກັບຮັກສາຂໍ້ມູນຂອງຜູ້ໃຊ້ບໍລິການ, ປະຫວັດການເຄື່ອນໄຫວ ແລະ ການນໍາໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ແລະ ຂໍ້ມູນອື່ນທີ່ກ່ຽວຂ້ອງຢ່າງໜ້ອຍ ເກົ້າສິບວັນ;
  11. ກໍາຈັດຂີ້ເຫຍື້ອເອເລັກໂຕນິກ ໂດຍບໍ່ສ້າງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ, ສິ່ງແວດລ້ອມສັງຄົມ, ທໍາມະຊາດ ແລະ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
  12. ມີສ່ວນຮ່ວມໃນການສ້າງກິດຈະການຊ່ວຍເຫຼືອສັງຄົມ, ພັດທະນາຊັບພະຍາກອນມະນຸດ ແລະ ກິດຈະການອື່ນ ທີ່ສົ່ງເສີມການພັດທະນາເຕັກໂນໂລຊີກາສື່ສານ ຂໍ້ມູນ ຂ່າວສານ;
  13. ສະຫຼຸບ ແລະ ລາຍງານການເຄື່ອນໄຫວຂອງຕົນ ຕໍ່ຂະແໜງການທີ່ມີສິດກ່ຽວຂ້ອງຢ່າງໜ້ອຍ ປີລະຄັ້ງ;
  14. ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

 ມາດຕາທີ 42 ສິດຂອງຜູ້ໃຊ້ບໍລິການ

ຜູ້ໃຊ້ບໍລິການມີສິດ ດັ່ງນີ້:

  1. ໄດ້ຮັບການບໍລິການ ຢ່າງມີຄຸນນະພາບ, ສະດວກ, ວ່ອງໄວ ແລະ ເປັນທໍາ.
  2. ໄດ້ຮັບການແນະນໍາກ່ຽວກັບການນໍາໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ.
  3. ສະເໜີຕໍ່ຜູ້ໃຫ້ບໍລິການ ຫຼືືື ອົງການທີ່ມີສິດກ່ຽວຂ້ອງຂອງລັດ ປັບປຸງລະບຽບການ, ອັດຕາຄ່າທໍານຽມ, ຄ່າບໍລິການ ແລະ ຄຸນນະພາບຂອງການໃຫ້ບໍລິການ.
  4. ຍື່ນຄໍາສະເໜີກ່ຽວກັບການບໍລິການທີ່ບໍ່ເປັນທໍາ ຫຼື ລະເມີດກົດໝາຍ ແລະ ລະບຽບການຕໍ່ຂະແໜງການທີ່ກ່ຽວຂ້ອງ
  5. ນໍາໃຊ້ສິດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາທີ 43 ພັນທະຂອງຜູ້ໃຊ້ບໍລິການ

ຜູ້ໃຊບໍລິການ ມີພັນທະດັ່ງນີ້:

  1. ນໍາໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານຢ່າງຖືກຕ້ອງ ແລະ ເໝາະສົມ.
  2. ຮັບຜິດຊອບຕໍ່ຂໍ້ມູນ ຂ່າວສານຂອງຕົນ ແລະ ບໍ່ໃຫ້້ມີຜົນກະທົບຕໍ່ຜູ້ອື່ນ.
  3. ຊໍາລະຄ່າທໍານຽມ ແລະ ຄ່າບໍລິການ ຢ່າງເປັນປົກກະຕິ.
  4. ກໍາຈັດຂີ້ເຫຍື້ອເອເລັກໂຕຣນິກໂດຍບໍ່ສ້າງຜົນກະທົບຕໍ່ການດໍາລົງຊີວິດຂອງ ປະຊາຊົນ, ສິ່ງແວດລ້ອມສັງຄົມ, ທໍາມະຊາດ ແລະ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ທະບຽນການ.
  5. ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ທະບຽນການ.

ພາກທີ VII
ຄ່າທໍານຽມ ແລະ ບໍລິການ

ມາດຕາ 44 ຄ່າທໍານຽມ

ຄ່າທໍານຽມ ແມ່ນ ຄ່າສິດຄຸ້ມຄອງບໍລິຫານຂອງລັດ ຈາກບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ເຄື່ອນທາງເສດຖະກິດ-ສັງຄົມ ໂດຍຜ່ານຂະແໜງການຂອງລັດ ດ້ວຍຮູບການອອກໃບຍັ້ງຢືນ ແລະ ໃບອະນຸຍາດຕ່າງໆ.

ການເກັບຄ່າທໍານຽມ ດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ໃຫ້ປະຕິບັດຕາມລະບຽບການ.

ມາດຕາ 45 ຄ່າບໍລິການ

ຄ່າບໍລິການ ແມ່ນ ຄ່າຮັບໃຊ້ທາງດ້ານບໍລິຫານວິຊາການ ຈາກຂະແໜງການຂອງລັດໃນການເຄື່ອນໄຫວຮັບໃຊ້ສັງຄົມໂດຍບໍ່ຫວັງຜົນກໍາໄລ ແລະ ເພື່ອເປັນການຊ່ວຍມູນຄ່າໃຊ້ຈ່າຍງົບປະມານຂອງລັດ.

ການເກັບຄ່າບໍລິການ ດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ໃຫ້ປະຕິບັດຕາມລະບຽບການ.

ພາກທີ VII
ຂໍ້ຫ້າມ

ມາດຕາ 46 ຂໍ້ຫ້າມສໍາລັບພະນັກງານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ຫ້າມພະນັກງານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ມີພຶດຕິກໍາດັ່ງນີ້:

  1. ເຂົ້າຫາ, ທໍາລາຍ, ດັດແປງ, ປອມແປງ, ສະໝອງ, ນໍາໃຊ້ ຫຼື ເຜີຍແຜ່ຂໍ້ມູນ ຂ່າວສານຂອງລັດ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໂດຍບໍ່ໄດ້ຮັບອານຸຍາດ:
  2. ສວຍໃຊ້ອໍານາດ, ໜ້າທີ່, ຕໍາແໜ່ງ ຂົ່ມຂູ່ຜູ້ອື່ນ, ສົມຮູ້ຮ່ວມຄິດ ເພື່ອຮັບຜົນປະໂຫຍດ ຫຼື ກໍ່ໃຫ້ເກີດຄວາມເສຍຫາຍແກ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງຂອງລັດ, ລວມໝູ່ ຫຼືສັງຄົມ.
  3. ເປີດເຜີຍຂໍ້ມູນ ຫຼື ເອກະສານລັບຂອງລັດ ຫຼື ເອກະສານລັບທາງລັດຖະການ.
  4. ທວງເອົາ, ຂໍເອົາ, ຮັບສິນບົນ ຫຼື ຜົນປະໂຫຍດອື່ນ, ກົດໜ່ວງຖ່ວງດຶງການພິຈາລະນາເອກະສານຕ່າງໆ.
  5. ກົດໜ່ວງຖ່ວງດຶງ ຜະລິດຕະພັນເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ທີ່ໄດ້ຮັບອະນຸຍາດ ຫຼື ຢັ້ງຢືນແລ້ວ.
  6. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ທະບຽນການ.

ມາດຕາ 47 ຂໍ້ຫ້າມສໍາລັບຜູ້ໃຫ້ບໍລິການດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ

ຫ້າມຜູ້ໃຫ້ບໍລິການທາງດ້ານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ມີພຶດຕິກໍາ ດັ່ງນີ້:

  1. ດໍາເນີນທຸລະກິດ ກ່ຽວກັບເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ໂດຍບໍ່ໄດ້ຮັບການອະນຸຍາດ:
  2. ຂາຍ, ໂອນ, ໃຫ້ເຊົ່າ ຫຼື ໃຫ້ຍືມ ໃບອະນຸຍາດດໍາເນີນທຸລະກິດກ່ຽວກັບເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ:
  3. ນໍາເຂົ້າອຸປະກອນເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຫຼື ອຸປະກອນເອເລັກໂຕຣນິກທີ່ກ່ຽວຂ້ອງ ໂດຍບໍ່ໄດ້ຮັບອະນຸຍາດ:
  4. ນໍາເຂົ້າ ຂີ້ເຫຍື້ອເອເລັກໂຕນິກ ຫຼື ນໍາເຂົ້າອຸປະກອນເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານທີ່ບໍ່ໄດ້ມາດຕະຖານ:
  5. ເຂົ້າຫາ, ລວບລວມ, ນໍາໃຊ້, ເປີດເຜີຍ ຫຼື ເຜີຍແຜ່ຂໍ້ມູນຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໂດຍບໍ່ໄດ້ຮັບອະນຸຍາດ:
  6. ສະໜອງ, ນໍາໃຊ້, ດັດແປງ, ທໍາລາຍ ຫຼື ເປີດເຜີຍຂໍ້ມູນສ່ວນບຸກຄົນທີ່ຕົນໃຊ້ບໍລິການໂດຍບໍ່ໄດ້ຮັບອະນຸຍາດ:
  7. ຮັບຂໍ້ມູນ ຂ່າວສານ ທີ່ມີລັກສະນະ ລາມົກອານາຈານ, ບິດເປືອຍ, ສົ່ງເສີມການກໍ່ການຮ້າຍ ຫຼື ຕໍ່ຕ້ານລັດຖະບານ ແຫ່ງ ສະທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ຕົນໄດ້ຮູ້:
  8. ຜະລິດ, ປະກອບ, ຈໍາໜ່າຍ, ນໍາເຂົ້າ, ສົ່ງອອກ ຫຼື ໃຫ້ບໍລິການສ້ອມແປງອຸປະກອນເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຫຼື ອຸປະກອນເອເລັກໂຕນິກທີ່ກ່ຽວໂດຍບໍ່ໄດ້ມາດຕະຖານ.
  9. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ

ມາດຕາ 48 ຂໍ້​ຫ້າມ​ສໍາ​ລັບ​ຜູ້​ໃຊ້​ບໍລິການ

ຫ້າມ​ຜູ້​ໃຊ້​ບໍລິການ ມີ​ພຶດຕິ​ກໍາ ດັ່ງ​ນີ້:

  1. ​ເຂົ້າ​ຫາ, ລວບ​ລວມ, ສະໜອງ, ນໍາ​ໃຊ້, ດັດ​ແປງ, ທໍາລາຍ, ​ເປີດ​ເຜີຍ ຫຼື ​ເຜີຍ​ແຜ່​ຂໍ້​ມູນ​ຂອງ​ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ ​ໂດຍ​ບໍ່​​ໄດ້​ຮັບ​ອະນຸຍາດ
  2. ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ ​ເພື່ອ​ໂຄສະນາ​ຊວນ​ເຊື່ອ  ທີ່​ຂັດ​ກັບ​ກົດໝາຍ ​ແລະ ລະບຽບການ.
  3. ສ້າງ ​ແລະ ​ເຜີຍ​ແຜ່​ຂໍ້​ມູນ ຂ່າວສານ ທີ່​ມີ​ລັກສະນະ ລາມົກ​ອານາ​ຈານ, ບິດ​ເບື່ອ​ນ, ສົ່ງ​ເສີມ​ການ​ກໍ່​ການ​ຮ້າຍ ຫຼື ຕໍ່ຕ້ານ​ລັດຖະບານ ​ແຫ່ງ ສາທາລະນະ​ລັດ ປະຊາ​ທິປະ​ໄຕ ປະຊາຊົນ​ລາວ:
  4. ທໍາລາຍ​ ​ອຸປະກອນ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ ​ເປັນ​ຕົ້ນ ​ໂຄງ​ລ່າງ​ພື້ນຖານ, ​ເຄືອ​ຄ່າ​ຍ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ.
  5. ມີ​ພຶດຕິ​ກໍາ​ອື່ນ ທີ່​ເປັນ​ການລະ​ເມີດ​ກົົດໝາຍ ​ແລະ ລະບຽບການ.

ພາກ​ທີ IX
ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ

ມາດຕາ 49 ຮູບ​ການ​ແກ້​ໄຂຂໍ້​ຂັດ​ແຍ່ງ

ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ສາມາດ​ດໍາ​ເນີນ​ດ້ວຍ​ຮູບ​ການ​ໃດໜຶ່ງ ດັ່ງ​ນີ້:

  1. ການ​ປາ​ນີ້​ປານ​ອມ​ໂດຍ​ຄູ່​ກໍລະນີ;
  2. ການ​ແກ້​ໄຂ​ທາງ​ດ້ານ​ບໍລິຫານ;
  3. ການ​ແກ້​ໄຂ​ໂດຍ​ອົງການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ;
  4. ການ​ຮ້ອງ​ຟ້ອງ​ຕໍ່​ສານ​ປະຊາຊົນ;
  5. ການ​ແກ້​ໄຂ​ທີ່​ມີ​ລັກສະນະ​ສາກົນ

ມາດຕາ 50 ການ​ປະນີປະນອມ​ໂດຍ​ຄູ່​ກໍລະນີ

​ໃນ​ກໍລະນີ ​ເກີດ​ຂໍ້​ຂັດ​ແຍ່ງ​ກັບ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ ທີ່​ບໍ່​ແມ່ນ​ການ​ກະທໍາ​ຜິດ​ທາງ​ອາຍາ​ການ ຄູ່​ກໍລະນີສາມາດ​ປຶກສາ​ຫາລື ​ແລະ ປະ​ນີປະນອມ​ກັນ​ໂດ​ສັນຕິ​ວິທີ ​ເພື່ອ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້ຜົນ​ປະ​ໂຫຍ​ດ.

ມາດຕາ 51 ການ​ແກ້​ໄຂ​ທາງ​ດ້ານ​ບໍລິຫານ

​ໃນ​ກໍລະນີ ​ເກີ​ດຂໍ້​ຂັດ​ແຍ່ງ​ກ່ຽວກັບ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ​ທ ຂ່າ​ວສານທີ່​ບໍ່​ສາມາດ​ຕົກລົງ​ກັນ​ໄດ້ ຄູ່​ກໍລະນີ​ມີ​ສິດສະ​ເໜີຕໍ່ ອົງການ​ຄຸ້ມ​ຄອງ​ວຽກງານ​ເຕັກ​ໂນ​ໂລ​ຊີການ​ສື່ສານ ຂໍ້​ມູນ​ຂ່າວສານພິຈາລະນາ​ແກ້​ໄຂ​ຕາມ​ກົດໝາຍ ​ແລະ ລະບຽບການ.

ມາດຕາ 52 ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ໂດຍ​ອົງການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ

​ໃນ​ກໍລະນີ ​ເກີດ​ຂໍ້​ຂັດ​ແຍ່ງ​ທາງ​ດ້າງ​ເສດຖະກິດ ​ເນື່ອງ​ຈາກ​ການ​ດໍາ​ເນີນ​ທຸລະ​ກິດ​ກ່ຽວກັບ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ ຄູ່​ກໍລະນີ​ມີ​ສິດ​ຮ້ອງ​ຂໍ​ຕໍ່​ອົງການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ​ເພື່ອ​ພິຈາລະນາ​ແກ້​ໄຂ ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ກົດໝາຍວ່າ​ດ້ວຍ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່​ງທາງ​ດ້ານ​ເສດຖະກິດ.

ມາດຕາ 53 ການ​ຮ້ອງ​ຟ້ອງ​ຕໍ່​ສານ​ປະຊາຊົນ

 ໃນ​ກໍລະນີ ​ເກີດ​ຂໍ້​ຂັດ​ແຍ່ງກ່ຽວຂ້ອງ​ກັບ​ວຽກງານ​ເຕັກ​ໂນ​ໂລຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ ຄູ່​ກໍລະນີ​ມີ​ສິດ​ຮ້ອງ​ຟ້ອງ​ຕໍ່​ສານ​ປະຊາຊົນ ​ເພື່ອ​ພິຈາລະນາ​ຕັດ​ສິນ ຕາມ​ກົດໝາຍ.

ມາດຕາ 54 ການ​ແກ້​ໄຂ​ທີ່​ມີ​ລັກສະນະ​ສາກົນ

​ໃນ​ກໍລະ​ນີ ​ເກີດ​ຂໍ້​ຂັດ​ແຍ່ງກ່ຽວກັບ​ເຕັກ​ໂນ​ໂລ​ຊີ​ການສື່ສານ ຂໍ້​ມູນ ຂ່າວສານ ທີ່​ມີ​ລັກ​ສະ​ນະ​ສາກົນ ​ໃຫ້​ປະຕິບັດ​ຕາມ​ກົດໝາຍທີ່​ກ່ຽວຂ້ອງ ຂອງ ສປປລາວ, ສັນຍາ​ສາກົນ ​ແລະ ສົນທິສັນຍາ ທີ່ ສປປລາວ ​ເປັນ​ພາຄີ.

ພາກ​ທີ X
ການ​ຄຸ້ມ​ຄອງ ​ແລະ ກວດກາ ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ

ໝວດທີ​ 1
ການ​ຄຸ້ມ​ຄອງ

 

ມາດຕາ 55 ອົງການ​ຄຸ້ມ​ຄອງ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ

ລັດຖະບານ ​ເປັນ​ຜູ້​ຄຸ້ມ​ຄອງ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ ຢ່າງ​ລວມສູນ ​ແລະ ​ເປັນ​ເອກະ​ພາບ​ໃນ​ຂົງ​ເຂດ​ທົ່ວ​ປະ​ເທດ ​ໂດຍ​ມອບ​ໃຫ້​ກະຊວງ​ໄປສະນີ​,​ ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ​ຮັບຜິດຊອບ​ໂດຍ​ກົງ ​ແລະ ​ເປັນ​ເຈົ້າ​ການ​ປະສານ​ສົມທົບ​ກັນ ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ກະຊວງ​ອື່ນ, ອົງການ​ລັດທຽບ​ເທົ່າ​ກະ​ຊ່ວງ, ອົງ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ພາກສ່ວນ​ອື່ນ​ທີ່​ກ່ຽວຂ້ອງ ຈັດ​ຕັ້ງ​ປະຕິບັດ​ວຽກງານ​ຕັ້ງ​ກ່າວ.

ອົງການ​ຄຸ້ມ​ຄອງ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ ​ປະກອບ​ດ້ວຍ:

  1. ກະຊວງ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ.
  2. ພະ​ແນ​ກ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ​ແຂວງ, ນະຄອນຫຼວງ;
  3. ຫ້ອງການ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ​ເມືອງ, ​ເທດສະບານ, ນະຄອນ.

ມາດຕາ 56 ສິດ​ ​ແລະ ໜ້າທີ່​ຂອງ​ກະຊວງ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ

          ​ໃນ​ການ​ຄຸ້ມ​ຄອງ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ ກະຊວງ​ໄປສະນີ, ​ໂທລະ​ຄົມມະນາ​ຄົມ ​ແລະ ການ​ສື່ສານ ມີ​ສິດ ​ແລະ ໜ້າທີ່ ດັ່ງ​ນີ້:

  1. ຄົ້ນຄວ້າ, ສ້າງ ​ແຜນ​ຍຸດ​ທະ​ສາດ, ນະ​ໂຍບ​າຍ ​ແລະ ກົດໝາຍ ກ່ຽວກັບ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ ​ເພື່ອ​ນໍາ​ສະ​ເໜີລັດຖະບານ ພິຈາລະນາ.
  2. ຜັນ​ຂະຫຍາຍ ​ແຜນ​ຍຸດ​ທະ​ສາດ, ນະ​ໂຍບາຍ ​ແລະ ກົດໝາຍ ​ເປັນ​ແຜນການ, ​ແຜນ​ງານ ​ແລະ ​ໂຄງການ​ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ.
  3. ​ໂຄສະນາ, ​ເຜີຍ​ແຜ່​ກົດໝາຍ, ລະບຽບການ ​ແລະ ບົດ​ແນະ​ນໍາ​ກ່ຽວກັບ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.
  4. ສ້າງ, ຍົກ​ລະດັບ, ພັດທະນາ​ຊັບພະຍາກອນ​ມະນຸ​ດ ​ໃນ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ​ຂ່າວສານ.
  5. ຄົ້ນຄວ້າ ອອກ, ຕໍ່, ​ໂຈະ, ປ່ຽນ​ແປງ, ຖອນ ​ແລະ ຍົກ​ເລີກ​ໃບ​ອະນຸຍາດ​ທາງ​ດ້ານ​ວິຊາ​ການ​ດໍາ​ເນີນ​ທຸລະ​ກິດກ່ຽວກັບ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ​ ຂໍ້​ມູນ ຂ່າວສານ.
  6. ອະນຸຍາດ​ນໍາ​ໃຊ້​ຊັບ​ພະຍາກອນ​ໂທລະ​ຄົມມະນາ​ຄົມ ​ເປັນ​ຕົ້ນ ​ເລກໝາຍອິນ​ເຕີ​ເນັດ.
  7. ກວດກາ​, ຢືນຢັນ ມາດຕະຖານ​ເຕັກນິກ.
  8. ຄຸ້ມ​ຄອງ ​ແລະ ຕິດຕາມ ກວດກາ ບໍລິການ ​ແລະ ການ​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວ​ສານ.
  9. ອະນຸຍາດ​ທາງ​ດ້ານ​ວິຊາ​ການ ​​ແລະ ຕິດ​ຕາມ ກວດກາ​ ການ​ນໍາ​ເຂົ້າ ​ແລະ ຈໍາໜ່າຍອຸປະກອນ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ ​ແລະ ອຸປະກອນ​​ເອ​ເລັກ​ໂຕ​ນິກທີ່​ກ່ຽວຂ້ອງ.
  10. ​ເກັບ​ຄ່າ​ທໍານຽມ ​ແລະ ຄ່າ​ບໍລິການ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ​ຂໍ້​ມູນ ຂ່າວສານ​​ເຂົ້າງົບປະມານ​ແຫ່ງ​ລັດ ​​ໃນຂອບ​ເຂດ​ຄວາມຮັບຜິດຊອບ​ຂອງ​ຕົນ.
  11. ພິຈາລະນາ ​ແລະ​ ​ແກ້​ໄຂ​ຄໍາ​ສະ​ເໜີທີ່​ກ່ຽວຂ້ອງ​ກັບ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ.
  12. ຊີ້​ນໍາ, ຕິດຕາມ, ກວດກາ ການ​ສ້າງ​ຕັ້ງ​ປະຕິບັດ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ​ຂໍ້​ມູນ​ຂ່າວສານ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.
  13. ພົວພັນ ​ແລະ ຮ່ວມ​ມື​ກັບ​ຕ່າງປະ​ເທດ, ພາກ​ພື້ນ ​ແລະ ສາກົນ​ ກ່ຽວກັບ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ.
  14. ສະຫຼຸບ ​ແລະ​ ລາຍການ​ເຄື່ອນ​ໄຫວ​ວຽກງານ​ຂອງ​ຕົນ​ຕໍ່​ລັດ​ທະ​ບານ ຢ່າງ​ເປັນ​ປົກກະຕິ.
  15. ນໍາ​ໃຊ້ ​ແລະ ປະຕິບັດໜ້າທີ່ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດໝາຍ ​ແລະ ລະບຽບການ.

ມາດຕາ 57 ສິດ ​ແລະ ໜ້າທີ່​ຂອງ ​ພະ​ແນ​ກ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ​ແຂວງ, ນະຄອນຫຼວງ.

​ໃນ​ການ​ຄຸ້ມ​ຄອງ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ ພະ​ແນ​ກ​ໄປສະນີ​, ​ໂທລະ​ຄົມມະ​ນາ​ຄົມ ​ແລະ ການ​ສື່ສານ ​ແຂວງ,ນະຄອນຫຼວງ ມີ​ສິດ ​ແລະ ໜ້າທີ່ ​ໃນ​ຂອບ​ເຂດ​ທ້ອງ​ຖິ່ນ​ຕົນ​ດັ່ງ​ນີ້:

  1. ຜັນ​ຂະຫຍາຍ ຈັດ​ຕັ້ງ​ປະຕິບັດ ​ແຜນ​ຍຸດ​ທະ​ສາດ ກ່ຽວກັບ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ.
  2. ຈັດ​ຕັ້ງ​ປະຕິບັດ ​ແລະ ​ໂຄສະນາ​ເຜີຍ​ແຜ່​ກົດໝາຍກ່ຽວກັບ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ.
  3. ຂຶ້ນ​ແຜນ, ສ້າງ ​ແລະ ຍົກ​ລະດັບ​ພັດທະນາ​ຊັບພະຍາກອນ​ມະນຸດ ​ໃນ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ​ ຂ່າວສານ​.
  4. ອະນຸຍາດ, ສືບ​ຕໍ່, ​ໂຈະ, ຖອນ ​ແລະ ຍົກ​ເລີກ ທຸລະ​ກິດ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ ຕາມ​ການ​ມອບໝາຍຂອງ​ຂັ້ນ​ເທິງ ​ໂດຍ​ປະສານ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ,
  5. ຕິດຕາມ​ການ​ເຜີຍ​ແຜ່​ຂໍ້​ມູນ ຂ່າວສານ ຂອງ​ເອ​ເລັກ​ໂທ​ນິກ ທີ່​ພົວພັນ ຫຼື ​ແຕະຕ້ອງ​ເຖິງ​ຄວສາມໝັ້ນຄົງ​ຂອງ​ຊາດ, ຄວາມ​ສະ​ງົບ ​ແລະ ຄວາມ​ເປັນ​ລະບຽບຮຽບຮ້ອຍ​ຂອງ​ສັງຄົມ.
  6. ​ເກັບ​ຄ່າ​ທໍານຽມ ​ແລະ ຄ່າ​ບໍລິການ​ດ້ານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ​ ຂໍ້​ມູນ ຂ່າວສານ​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ.
  7. ພິຈາລະນາ ​ແລະ ​ແກ້​ໄຂ​ຄໍາ​ສະ​ເໜີຕ່າງໆທີ່​ກ່ຽວຂ້ອງ​ກັບ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ​ໃນ​ຂອບ​ເຂດ​ຄວາມ​ຮັບຜິດ​ຊອບ​ຂອງ​ຕົນ.
  8. ​ເກັບ​ກໍາ​ສະ​ຖິຕິ​ກ່ຽວກັບ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ.
  9. ຕິດ​ຕາມ​, ກວດກາ ການ​ນໍາ​ເຂົ້າ ​ແລະ ຈໍາໜ່າຍອຸປະກອນ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ ​ແລະ ອຸປະ​ກອນ​ເອ​ເລັກ​ໂຕ​ນິກທີ່​ກ່ຽວຂ້ອງ.
  10. ຊີ້​ນໍາ​ການຈັດ​ຕັ້ງ​ປະຕິບັດ ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ ​ຂອງ​ຫ້ອງການ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ​ເມືອງ, ​ເທດສະບານ, ນະຄອນ.
  11. ປະສານ​ສົມທົບ​ກັບ​ພະ​ແນ​ກການ​ອື່ນ ​ເພື່ອ​ຈັດ​ຕັ້ງ​ຄຸ້ມ​ຄອງ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ.
  12. ພົວພັນ ​ແລະ ຮ່ວມ​ມື​ກັບ​ຕ່າງປະ​ເທດ ກ່ຽວກັບ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ ຕາມ​ການ​ມອບໝາຍຂອງ​ຂັ້ນ​ເທິງ​ກ
  13. ສະຫຼຸບ ​ແລະ ລາຍ​ງານ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ຕໍ່ ກະຊວງ​ໄປສະນີ​, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ​ແລະ ອົງການ​ປົກຄອງ ​ແຂວງ,ນະຄອນຫຼວງ ຢ່າງ​ເປັນ​ປົກກະຕິ.
  14. ນໍາ​ໃຊ້​ສິດ ​ແລະ ປະຕິບັດໜ້າທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້​​ໃນ​ກົດໝາຍ ​ແລະ ລະບຽບການ.

ມາດຕາ 58 ສິດ ​ແລະ ໜ້າທີ່​ຂອງ​ຫ້ອງການ​ໄປສະນີ​, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ​ເມືອງ, ​ເທດສະບານ, ນະ​ຄອນ

ໃນ​ການ​ຄຸ້ມ​ຄອງ​ວຽກງານ​ເຕັກ​ໂນ​ໂລ​ຊີການ​ສື່ສານ ຂໍ້​ມູນ ຂ່າວສານ ຫ້ອງການ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ​ເມືອງ, ​ເທດສະບານ, ນະຄອນ ມີ​ສິດ ​ແລະ ໜ້າທີ່ ​ໃນ​ຂອບ​ເຂດ​ທ້ອງ​ຖິ່ນ​ຂອງ​ຕົນ ດັ່ງ​ນີ້:

  1. ຈັດ​ຕັ້ງ​ປະຕິບັດ​ດ, ​ເຜີຍ​ແຜ່​ແຜນ​ຍຸດ​ທະ​ສາດ, ນະ​ໂຍບາຍ, ກົດໝາຍກ່ຽວກັບ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ​ກ
  2. ຂຶ້ນ​ແຜນ, ສ້າງ, ບໍາລຸງ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ​ໃນ​ວຽກງານ​​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ.
  3. ນໍາ​ສົ່ງ​ການສະ​ເໜີຂໍອະ​ນຸຍາດ, ສືບ​ຕໍ່​, ​ໂຈະ, ຖອນ ​ແລະ ຍົກ​​ເລີກ ທຸລະ​ກິດ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ​ໃຫ້​ພະ​ແນ​ກ ​ໄປສະນີ, ​ໂທລະ​ຄົມມະນາ​ຄົມ ​ແລ​ະ ການ​ສື່ສານ ​ແຂວງ,ນະ​ຄອນຫຼວງ.
  4. ນໍາ​ສົ່ງ​ຄໍາ​ສະ​ເໜີຂອງ​ຜູ້​ໃຊ້​ບໍລິການ​ກ່ຽວກັບ​ຄຸນ​ນະພາ​ບ, ມາດຕະຖານ​ເຕັກນິກ, ຄ່າ​ບໍລິການ ​ແລະ ຄໍາ​ສະ​ເໜີອື່ນ ​ໃຫ້​ພະ​ແນ​ກ​ໄປສະນີ​, ​ໂທລະ​ຄົມມະນາ​ຄົມ ​ແລະ ການ​ສື່ສານ ​ແຂວງ,ນະຄອນຫຼວງ.
  5. ຕິດຕາມ, ກວດ ການ​ບໍລິການ ​ແລະ ການ​ນໍາ​ໃຊ້ ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ​ຂ່າວສານ ​ແລະ ລາຍ​ງານ​ໃຫ້​ພະ​ແນ​ກ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ​ ​ແຂວງ,ນະຄອນຫຼວງ.
  6. ​ເກັບ​ກໍາ​ສະຖິຕິ​ກ່ຽວກັບ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ.
  7. ປະສານ​ສົມທົບ​ກັບ​ຫ້ອງການ​ອື່ນ ​ເພື່ອ​ຈັດ​ຕັ້ງ​ຄຸ​ມຄອງ​ວຽກງານ ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າ​ວສານ.
  8. ສະຫຼຸບ ​ແລ​ະ ລາຍ​ງາຍ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ຕໍ່ ພະ​​ແນ​ກ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ​ແລະ ອົງການ​ປົກຄອງ ​ເມືອງ, ​ເທດສະບານ, ນະຄອນ ຢ່າງ​ເປັນ​ປົກກະຕິ.
  9. ນໍາ​ໃຊ້​ສິດ ​ແລະ ປະຕິບັດໜ້າທີ່​ອື່ນ​ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ກົດໝາຍ ​ແລະ ລະບຽບການ.

ມາດຕາ 59 ສິດ ​ແລະ ໜ້າທີ່​ຂອງ​ບພາກສ່ວນ​ອື່ນ

​ໃນ​ການ​ຄຸ້ມ​ຄອງ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ, ຂະ​ແໜງການ ​ແລະ ພາກສ່ວນ​ອື່ນ ມີ​ສິດ ​ແລະ ໜ້າທີ່ ​ໃນ​ການ​ໃຫ້​ຄວາມ​ຮ່ວມ​ມື ​ແລະ ປະສານ​ສົມທົບ​ກັບ​ຂະ​ແໜງການ​ໄປສະນີ​, ​ໂທລະ​ຄົມ​ມະ​ນາ​ຄົມ ​ແລະ ການ​ສື່ສານ ຫຼື ປະຕິບັດ​ວຽກງານ​ດັ່ງກ່າວ​ຕາມ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ.

ໝວດທີ 2
ການ​ກວດກາ

ມາດຕາ 60 ອົງການ​ກວດກາ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ​ຂ່າວສານ

ອົງການ​ກວດກາ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ ປະກອບ​ດ້ວຍ:

  1. ອົງການ​ກວດກາ​ພາຍ​ໃນ ​ຊຶ່ງ​ແມ່ນ​ອົງການ​ດຽວກັນ​ກັບ​ການ​ຄຸ້ມ​ຄອງ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ມາດຕາ 55 ຂອງ​ກົດໝາຍສະບັບ​ນີ້.
  2. ອົງການ​ກວດກາ​ພາຍ​ນອກ ຊຶ່ງມີ ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ຂັ້ນ​ແຂວງ, ອົງການ​ກວດ​ສອບ​ແຫ່ງ​ລັດ, ອົງການ​ກວດກາ​ລັດ ​ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ອົງການ​ຈັດ​ຕັ້ງ​ສັງຄົມ.

ມາດຕາ 61 ​ເນື້ອ​ໃນ​ກາ​ນກວດກາ

ການ​ກວດກາ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່​ນສານ ຂໍ້​ມູນ ຂ່າ​ວສານ ມີ​ເນື້ອ​ໃນ ດັ່ງ​ນີ້:

  1. ການ​ປະຕິບັດ​ແຜນ​ຢຸດ​ທະ​ສາດ,ນະ​ໂຍບາຍ ​ແລະ ກົດໝາຍກ່ຽວກັບ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ​ຂ່າວສານ.
  2. ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ຂະ​ແໜງການ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ
  3. ຄວາມ​ຮັບຜິດຊອບ, ການ​ປະພຶດ ​ແລະ ​ແບບ​ແຜນ​ວິທີ​ເຮັດ​ວຽກຂອງ​ພະນັກງານ​ເຕັກ​ໂນ​​ໂລ​ຊີ​ການ​ສື່ສານ​.
  4. ການ​ເຄື່ອນ​ໄຫວ​ຂອງ​ຜູ້​ໃຫ້​ບໍລິການ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ,.
  5. ການ​ເຄື່ອນ​ໄຫວ​ຂອງ​ຜູ້​ໃຊ້​ບໍລິການ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ.
  6. ການ​ປະຕິບັດ​ສັນຍາ​ສາກົນ ​ແລະ ສົນ​ທິສັນຍາ​ກ່ຽວກັບ​ວຽກງານ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ ທີ່ ສປປ ລາວ ​ເປັນ​ພາຄີ.

ມາດຕາ 62 ຮູບ​ການ​ກວດກາ

ການ​ກວດກາ​ວຽກງານ​ເຕັກ​ໂນ​ໂລຊີ​ການ​ສື່ສານ ຂໍ້​ມູນ ​ຂ່າວສານ ມີ​ ສາມ ຮູບ​ແບບ​ຄື:

  1. ການ​ກວດກາ ປົກກະຕິ.
  2. ການ​ກວດກາ​ ​ໂດຍ​ມີ​ການ​ແຈ້​ງ​ໃຫ້​ຮູ້​ລວງໜ້າ.
  3. ການ​ກວດກາ ​ແບບ​ກະທັນ​ຫັນ.

ການ​ກວດກາ​ປົກກະຕິ​ ​ແມ່ນ ການ​ກວດກາ​ຕາມ​ແຜນການ​ຢ່າງ​ເປັນ​ປະ​ຈໍາ ​ແລະ ມີ​ການ​ກໍານົດ​ເວລາ​ທີ່​ແນ່ນອນ.

ການ​ກວດກາ​ໂດຍ​ບໍ່​ມີ​ການ​ແຈ້ງ​ໃຫ້​ຮູ້​ລ່ວງໜ້າ ​ແມ່ນ ການ​ກວດກາ​ນອກ​ແຜນ ​ໂດຍ​ມີ​ການ​ແຈ້ງ​ໃຫ້​ຜູ້​ຖືກ​ກວດກາ​ຊາບ​ລ່ວງໜ້າ.

ການ​ກວດກາ​ແບບ​ກະທັນຫັນ ​ແມ່ນ ການ​ກວດກາ​ຮີບ​ດ່ວນ ​ໂດຍ​ບໍ່​ມີ​ການ​ແຈ້ງ​ໃຫ້​ຜູ້​ຖືກ​ກວດກາ​ຊາບ​ລ່ວງໜ້າ.

ໃນ​ການ​ດໍາ​ເນີນ​ການ​ກວດກາ​ ​ໃຫ້​ປະຕິບັດ​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ລະບຽບການ ຢ່າງ​ເຂັ້ມ​ງວດ.

ພາກ​ທີ XI
ນະ​ໂຍບາຍ​ຕໍ່​ຜູ້​ມີ​ຜົນງານ ​ແລ​ະ ມາດ​ຕະການ​ຕໍ່​ຜູ້​ລະ​ເມີດ

ມາດຕາ 63 ນະ​ໂຍບາຍ​ຕໍ່​ຜູ້​ມີ​ຜົນງານ

ບຸກຄົນ,ນິຕິບຸກຄົນ ຫຼື ການຈັດ​ຕັ້ງ​ທີ່​ມີ​ຜົນງານ​ທີ່​ເດັ່ນ​ໃນ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍສະບັບ​ນີ້ ຈະ​ໄດ້​ຮັບ​ການ​ຍ້ອງຍໍ ຫຼື ນະ​ໂຍບາຍ​ຕາມ​ລະບຽບການ.

ມາ​ດຕາ 64 ມາດ​ຕະການ​ຕໍ່​ຜູ້​ລະ​ເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ​ທີ່​ໄດ້​ລະ​ເມີດ​ກົດໝາຍສະບັບ​ນີ້ ຈະ​ຖືກ​ສຶກສາ​ອົບຮົມ, ກ່າ​ວ​ເຕືອນ, ລົງ​ວິ​​ໄນ, ປັບ​ໄໝ ຫຼື ລົງ​ໂທດ​ທາງ​ອາຍາ ​ແລ້ວ​ແຕ່​ກໍລະ​ນີ້​ເບົາ ຫຼື ໜັກ ລວມທັງ​ໃຊ້​ແທນ​ຄ່າ​ເສຍ​ຫາຍ​ທີ່​ຕົນ​ໄດ້​ກໍ່​ຂຶ້ນ.

ມາດຕາ 65 ມາດ​ຕະການ​ສຶກສາ​ອົບຮົມ

ບຸກຄົນ, ນິຕິ​ບຸກຄົນ ຫຼື ການຈັດ​ຕັ້ງ ທີ່​ລະ​ເມີ​ດກົດໝຍສະ​ບັບນີ້ ​ເປັນ​ຕົ້ນ ຂໍ້​ຫ້າມ​ທີ່​ກໍານົດ​ໄວ້​ໃນ​ກົດໝາຍສະບັບ​ນີ້ ​ໃນ​ສະຖານ​ເບົາ ຈະ​ຖືກ ຕັກ​ເຕືອນ, ສຶກສາ​ອົບຮົມ.

ມາດຕາ 66 ມາດ​ຕະການທາງ​ວິ​ໄນ

ພະນັກງານ ທີ່​ລະ​ເມີດ​ກົດໝາຍສະບັບ​ນີ້ ​ເປັນ​ຕົ້ນ ຂໍ້​ຫ້າມ​ທີ່​ໄດ້ກໍານົດ​ໄວ້​ໃນ​ກົດໝາຍສະບັບ​ນີ້​ຊຶ່ງ​ບໍ່​ເປັນ​ການ​ກະທໍາ​ຜິດ​ທາງ​ອາຍາ ຈະ​ຖືກ​ລົງ​ວິ​ໄນ​ຕາມ​ກົດໝາຍທີ່​ກ່ຽວຂ້ອງ.

ມາດຕາ 67 ການ​ປັບ​ໄໝ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ ທີ່​ລະ​ເມີດ​ກົດໝາຍສະບັບ​ນີ້ ຈະ​ຖືກ​ປັບ​ໄໝ ​ໃນ​ກໍລະ​ນີດັ່ງ​ນີ້:

  1. ດໍາ​ເນີນ​ທຸລະ​ກິດ​ກ່ຽວກັບ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານໂດຍ​ບໍ່​ໄດ້​ຮັບ​ການ​ອະ​ນຸຍາດ.
  2. ​ເອົາ​ໃບ​ອະນຸຍາດ​ທີ່​ຕົນ​ໄດ້​ຮັບ ​ໃຫ້​ຜູ້​ອື່ນ​ນໍາ​ໃຊ້,​ ​ໃຫ້​ເຊົ່າ ຫຼື ​ໂອນ​ໃຫ້​ຜູ້​ອື່ນ.
  3. ນໍາ​ເຂົ້າ​ອຸປະກອນ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ​ຂ່າວສານ​ ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ.
  4. ຜະລິດ,ປະກອບ, ຈໍາໜ່າຍ, ນໍາ​ເຂົ້າ, ສົ່ງ​ອອກ ຫຼື ​ໃຫ້​ບໍລິການ​ສ້ອມ​ແປງ​ອຸປະກອນ​ ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ ຫຼື ອຸປະກອນ​ເອ​ເລັກ​ໂຕ​ນິກທີ່​ກ່ຽວຂ້ອງ​ ​ໂດຍ​ບໍ່​ໄດ້​ມາດຕະຖານ.
  5. ​ເຂົ້າ​ຫາ, ລວບ​ລວມ, ນໍາ​ໃຊ້​ຂໍ້​ມູນ​ຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ.
  6. ສະໜອງ, ນໍາ​ໃຊ້​ຂໍ້​ມູນ​ສ່ວນບຸກຄົນ​ທີ່​ຕົນ​ໃຫ້​ບໍລິການ ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ.
  7. ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ຂໍ້​ມູນ ຂ່າວສານ​ ​ເພື່ຶອ​ໂຄສະນາ​ຊວນ​ເຊື່ອ  ທີ່​ຂັດ​ກັບ​ກົດໝາຍ ​ແລະ ລະບຽບການ.

ອັດຕາ​ການ​ປັບ​ໄໝ​ໃນ​ແຕ່​ລະ​ກໍລະນີ ​ໄດ້​ກໍານົດ​ໄວ້​ໃນ​ລະບຽບການ​ຕ່າງຫາກ.

ມາດຕາ 68 ມາດ​ຕະການ​ທາງ​ແພ່ງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ ທີ່​ໄດ້​ລະ​ເມີດ​ກົດໝາຍສະບັບ​ນີ້ ​ຊຶ່ງ​ກໍ່​ຄວາມ​ເສຍ​ຫາຍ​ແກ່​ຜູ້​ອື່ນ​ຕ້ອງ​ໃຊ້​ແທນ​ຄ່າ​ເສຍ​ຫາຍ​ຕາມ​ທີ່​ຕົນ​ໄດ້​ກໍ່​ຂຶ້ນ.

ມາດຕາ 69 ມາດ​ຕະການ​ທາງ​ອາຍາ

ບຸກຄົນ, ທີ່​ລະ​ເມີດ​ກົດໝາຍສະບັບ​ນີ້ ຊຶ່ງ​ເປັນ​ການ​ກະທໍາ​ຜິດ​ທາງ​ອາຍາ ຈະ​ຖືກ​ລົງ​ໂທດ​ຕາມ​ກົດໝາຍອາຍາ, ກົດໝາຍອື່ນ​ທີ່​ກໍານົດ​ໂທດທາງ​ອາຍາ ​ແລ້ວ​ແຕ່​ກໍລະນີ​ເບົາ ຫຼື ໜັກ.

ພາກ​ທີ XII
ບົດ​ບັນຍັດ​ສຸດ​ທ້າຍ

ມາດຕາ 70 ການຈັດ​ຕັ້ງປະຕິບັດ

ລັດຖະບານ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ  ​ເປັນ​ຜູ້​ຈັດ​ຕັ້ງ​ປະຕິບັດ​ກົດໝາຍສະ​ນີ້.

ມາດຕາ 71 ຜົນ​ສັກສິດ

ກົດໝາຍສະບັບ​ນີ້ ມີ​ຜົນ​ສັກສິດ ນັບ​ແຕ່​ວັນ​ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ອອກ​ລັດຖະດໍາລັດ​ປະກາດ​ໃຊ້ ​ແລະ ພາຍຫຼັງ​ໄດ້​ລົງ​ໃນ​ຈົດໝາຍ​​ເຫດ​ທາງ​ລັດຖະການ ສິບ​ຫ້າ​ວັນ.

ຂໍ້ກໍານົດ​, ບົດ​ບັນຍັດ​ໃດ ທີ່​ຂັດ​ກັບ​ກົດໝາຍສະບັບ​ນີ້ ລ້ວນ​ແຕ່​ຖືກ​ຍົກ​ເລີກ.

ປະທານ​ປະ​ເທດ​ສະພາ​ແຫ່ງ​ຊາດ

ປານີ ຢາທໍ່ຕູ້

 

# ຫົວຂໍ້ ດາວໂຫຼດ
1 ກົດໝາຍ ວ່າດ້ວຍ ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ເລກທີ 02/ສພຊ, ລົງວັນທີ 07 ພະຈິກ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.