ອີງຕາມແຈ້ງການ ສະບັບທີ 2479/ກງ, ລົງວັນທີ 30 ກໍລະກົດ 2018 ຮອງລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ອອກແຈ້ງການຄື: ພາກສ່ວນລັດທີ່ກ່ຽວຂ້ອງໃນການສະເໜີຂໍຍົກເວັ້ນພາສີສຳລັບເຄື່ອງຂອງນຳເຂົ້າມາຊ່ວຍເຫຼືອ, ຂັ້ນສູນກາງແມ່ນ ກະຊວງສະຫວັດດີການ ແລະ ສັງຄົມ, ຂັ້ນທ້ອງຖິ່ນແມ່ນຫ້ອງວ່າການປົກຄອງແຂວງ ແລະ ໃຫ້ພາກສ່ວນກ່ຽວຂ້ອງດັ່ງກ່າວ ປະສານກັບດ່ານຊາຍແດນບ່ອນສິນຄ້ານຳເຂົ້າ ເພື່ອແຈ້ງຂໍ້ມູນລາຍການເຄື່ອງຂອງທີ່ນຳເຂົ້າມາໃຫ້ເຈົ້າໜ້າທີ່ປະຈຳດ່ານຊາບ ເພື່ອອຳນວຍຄວາມສະດວກໃນການນຳເຂົ້າ.

ລັດຖະການພາສີປະຈຳດ່ານພາສີຊາຍແດນ ແລະ ດ່ານພາສີສະໜາມບິນສາກົນ ຈັດຕັ້ງປະຕິບັດຄື:

- ປະກອບເອກະສານໃບແຈ້ງພາສີນຳເຂົ້າຍົກເວັ້ນເຄື່ອງຊ່ວຍເຫຼືອດັ່ງກ່າວ ທີ່ດ່ານບ່ອນເຄື່ອງຂອງຖືກນຳເຂົ້າ. ໃນກໍລະນີບໍ່ມີເອກະສານໃບຢັ້ງຢືນຈາກພາກສ່ວນລັດທີ່ກ່ຽວຂ້ອງ, ໃຫ້ອະນຸຍາດເຄື່ອງຂອງນຳເຂົ້າມາກ່ອນ, ແລ້ວຈຶ່ງນຳເອກະສານໃບຢັ້ງຢືນຈາກພາກສ່ວນລັດທີ່ກ່ຽວຂ້ອງ ມອບໃຫ້ດ່ານພາສີ ພາຍໃນກຳນົດເວລາ 15 ວັນລັດຖະການ ນັບແຕ່ມື້ເຄື່ອງອອກຈາກດ່ານພາສີ.
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທີ່ປະຈຳຢູ່ດ່ານ ກວດກາເຄື່ອງຂອງນຳເຂົ້າ ໃຫ້ມີຄວາມສະດວກ ແລະ ວ່ອງໄວ ໂດຍນຳໃຊ້ເຄື່ອງມືທັນສະໄໝ (ຖ້າມີ) ເພື່ອຮັບປະກັນຄວາມປອດໄພ ແລະ ຫຼີກເວັ້ນການນຳເຂົ້າສິ່ງຂອງທີ່ຜິດກົດໝາຍ.

ມາດຕະການທີ່ໄດ້ກຳນົດໃນແຈ້ງການສະບັບນີ້ ເພື່ອແກ້ໄຂໃນການນຳເຂົ້າເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳ ແລະ ຊ່ວຍເຫຼືອບັນເທົາທຸກ ຜູ້ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ໃຫ້ມີຂັ້ນຕອນກະທັດຮັດ. ແຈ້ງການສະບັບນີ້ມີຜົນບັງຄັບໃຊ້ ພາຍໃນກຳນົດ 60  ວັນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຖ້າກາຍກຳນົດເວລາດັ່ງກ່າວ ແມ່ນໃຫ້ປະຕິບັດຕາມລະບຽບຂັ້ນຕອນທີ່ກົດໝາຍໄດ້ກຳນົດໄວ້.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.