ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າອອກ ແຈ້ງການ ລົບລ້າງໃບອະນຸຍາດສົ່ງອອກເພັດຫຍາບ (ໃບຂາວ) ແລະ ປັບປຸງຄະນະລົງກວດກາການນຳເຂົ້າ ແລະ ສົ່ງອອກເພັດຫຍາບ ເລກທີ 3749/ກຂອ.ບຂອ, ລົງວັນທີ 15 ສິງຫາ 2018. ໃນການຈັດຕັ້ງປະຕິບັດຜ່ານມາການສົ່ງອອກເພັດຫຍາບ ຕ້ອງອີງໃສ່ເອກະສານອະນຸຍາດຈາກກົມການນຳເຂົ້າ ແລະ ສົ່ງອອກ ຢູ່ 02 ສະບັບ ຄື: 1) ໃບອະນຸຍາດສົ່ງອອກເພັດຫຍາບ (ໃບຂາວ); ແລະ 2). ໃບຢັ້ງຢືນ KPC (Kimberley Process Certificate ເປັນໃບແຂງ). ຊຶ່ງຜ່ານການຈັດຕັ້ງປະຕິບັດເຫັນວ່າ ມີຄວາມຊ້ຳຊ້ອນ, ຫຼາຍຂັ້ນຂອດ ແລະ ເອກະສານ. ສະນັ້ນ ເພື່ອເປັນການຫຼຸດຜ່ອນ, ກົມການນຳເຂົ້າ ແລະ ສົ່ງອອກ ຈຶ່ງອອກແຈ້ງການ ລົບລ້າງການອອກໃບອະນຸຍາດ ສົ່ງອອກເພັດຫຍາບ (ໃບຂາວ) ໂດຍໃຫ້ນຳໃຊ້ໃບຢັ້ງຢືນ KPC (ໃບຢັ້ງຢືນແຫ່ງທີ່ມາຂອງເພັດຫຍາບ/ Kimberley Process Certificate ເປັນໃບແຂງ) ພຽງຢ່າງດຽວ, ສ່ວນເພັດທີ່ເຈຍລະໄນແລ້ວ ແມ່ນໃຫ້ນຳໃຊ້ສອງໃບຄືເກົ່າ.

ຂໍ້ມູນພາບ: https://www.indiamart.com/proddetail/uncut-rough-diamond-16753257662.html

 

ສຳລັບໃບຢັ້ງຢືນ KPC ແມ່ນໃຫ້ປະກອບເປັນ 03 ສະບັບ ຄື: ຕົ້ນສະບັບຈະເປັນໃບແຂງ 01 ສະບັບ (ນຳໃຊ້ເພື່ອຄັດຕິດກັບເພັດຫຍາບທີ່ມີການສົ່ງອອກ) ແລະ ສຳເນົາ 02 ສະບັບ (ກົມການນຳເຂົ້າ ແລະ ສົ່ງອອກ 01 ສະບັບ ແລະ ຜູ້ປະກອບການ 01 ສະບັບ). ນອກຈາກນັ້ນ, ໄດ້ປັບປຸງຄະນະລົງກວດກາ ການນຳເຂົ້າ ແລະ ສົ່ງອອກເພັດທີ່ເຈຍລະໄນແລ້ວ ຊຶ່ງປະກອບມີ ຜູ້ຕາງໜ້າຈາກກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ກົມພາສີ, ກະຊວງການເງິນ ເພື່ອຕິດຕາມກວດກາ ພ້ອມທັງເຮັດບົດບັນທຶກທຸກຄັ້ງທີ່ມີການນຳເຂົ້າ ຫຼື ສົ່ງອອກເພັດ.

ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ວັນທີ 01 ກັນຍາ 2018 ເປັນຕົ້ນໄປ.

ຄລິກທີ່ນີ້ເພື່ອເບິ່ງແຈ້ງການສະບັບເຕັມ

ຄລິກທີ່ນີ້ເພື່ອເບິ່ງ ໃບອະນຸຍາດສົ່ງອອກເພັດຫຍາບ (ໃບຂາວ)

ຄລິກທີ່ນີ້ເພື່ອເບິ່ງ ໃບຢັ້ງຢືນ KPC (Kimberley Process Certificate)

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.