ອີງຕາມດໍາລັດ ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ລບ, ລົງວັນທີ 27 ຕຸລາ 2017. ການເຄື່ອນໄຫວທຸລະກິດນໍ້າມັນເຊື້ອໄຟແມ່ນມີ 04 ປະເພດຄື: ການເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ, ການເຄື່ອນໄຫວທຸລະກິດຂອງບໍລິສັດຈໍາໜ່າຍພາຍໃນ, ການເຄື່ອນໄຫວທຸລະກິດຂອງປໍ້ານໍ້າມັນເຊື້ອໄຟ ແລະ ການເຄື່ອນໄຫວທຸລະກິດຂອງທຸລະກິດໃຫ້ບໍລິການກ່ຽວກັບນໍ້າມັນເຊື້ອໄຟ. ຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟ ທີ່່ລະເມີດດໍາລັດສະບັບນີ້ ຈະຖືກປັບໃໝ ຕາມກໍລະນີ ດັ່ງນີ້:

. ສໍາລັບບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ:

1.  ນໍາເຂົ້ານໍ້າມັນເຊື້ອໄຟທີ່ບໍ່ໄດ້ມາດຕະຖານແຫ່ງຊາດ ຈະໃຫ້ສົ່ງອອກຄືນ ແລະ ປັບໃໝ 10% ຂອງມູນຄ່ານໍ້າມັນ ເຊື້ອໄຟທີ່ກວດພົບ;
2.  ສະໜອງນໍ້າມັນເຊື້ອໄຟທີ່ບໍ່ໄດ້ມາດຕະຖານແຫ່ງຊາດ ຈະຖືກຍຶດ ແລະ ປັບໃໝ 50% ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
3.  ສະໜອງນໍ້າມັນເຊື້ອໄຟໃຫ້ແກ່ປໍ້ານໍ້າມັນເຊື້ອໄຟ ຈະຖືກປັບໃໝ 50% ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
4.  ປະຕິເສດການສະໜອງນໍ້າມັນເຊື້ອໄຟໃຫ້ແກ່ຕົວແທນທີ່ເປັນບໍລິສັດຈໍາໜ່າຍພາຍໃນຂອງຕົນ ໂດຍບໍ່ມີເຫດຜົນ ຈະຖືກປັບໃໝ ຫ້າລ້ານ (5.000.000) ກີບ ຕໍ່ຄັ້ງ;
5.  ມອບສິດໃຫ້ຕົວແທນທີ່ເປັນບໍລິສັດຈໍາໜ່າຍນຳ້ມັນເຊື້ອໄຟພາຍໃນ ຂອງຕົນ ຫຼື ບຸກຄົນໃດໜຶ່ງ ນໍາເຂົ້ານໍ້າມັນເຊື້ອໄຟ ຈະຖືກປັບໃໝ 30% ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
6.  ເອົາໃບທະບຽນວິສາຫະກິດໃຫ້ບຸກຄົນອື່ນນຳໃຊ້ ຈະຖືກປັບໃໝ ໜຶ່ງຮ້ອຍລ້ານ (100.000.000) ກີບ ຕໍ່ຄັ້ງ ແລະ ຢຸດເຊົ່າໃຫ້ບຸກຄົນອື່ນນໍາໃຊ້;
7.  ນໍາເຂົ້ານໍ້າມັນເຊື້ອໄຟ ໂດຍບໍ່ມີໃບຢັ້ງຢືນການເຄື່ອນໄຫວທຸລະກິດ ຈະຖືກຍຶດ ແລະ ປັບໃໝ 50% ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
8.  ນໍາເຂົ້າ ແລະ ສະໜອງນໍ້າມັນເຊື້ອໄຟ ໂດຍບໍ່ຜ່ານສາງ ຈະຖືກປັບໃໝ 20% ຂອງມູນຄ່ານໍ້າມັນເຊື້ອໄຟ ທີ່ກວດພົບ ແລະ ໃຫ້ເອົາລົງສາງຕາມຂັ້ນຕອນ;
9.  ນໍາເຂົ້ານໍ້າມັນເຊື້ອໄຟໂດຍບໍ່ຖືກຕ້ອງ ຕາມການອະນຸຍາດນໍາເຂົ້າ ຈະຖືກຍຶດ ແລະ ປັບໃໝ 50% ຂອງມູນຄ່ານໍ້າມັນເຊື້ອໄຟ ທີ່ກວດພົບ.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ: https://www.fuelsandlubes.com

ຂ. ສໍາລັບບໍລິສັດຈໍາໜ່າຍພາຍໃນ:
ຫ້າມບໍລິສັດຈໍາໜ່າຍພາຍໃນ ມີພຶດຕິກຳ ດັ່ງນີ້:

1.  ນໍາເຂົ້ານໍ້າມັນເຊື້ອໄຟເອງ ຈະຖືກຍຶດ ແລະ ປັບໃໝ 50% ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
2.  ສະໜອງນໍ້າມັນເຊື້ອໄຟທີ່ບໍ່ໄດ້ມາດຕະຖານແຫ່ງຊາດ ຈະຖືກຍຶດ ແລະ ປັບໃໝ 50%  ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
3.  ກັກຕຸນນໍ້າມັນເຊື້ອໄຟ ເພື່ອເກັງກໍາໄລ ຫຼື ປັ່ນປ່ວນຕະຫຼາດ ຈະຖືກປັບໃໝ ສິບລ້ານ (10.000.000) ກີບ ຕໍ່ຄັ້ງ;
4.  ສະໜອງນໍ້າມັນເຊື້ອໄຟໃຫ້ແກ່ປໍ້ານໍ້າມັນເຊື້ອໄຟ ທີ່ບໍ່ແມ່ນປໍ້າບໍລິສັດລົງທຶນເອງ ຫຼື ປໍ້າຕົວແທນຂອງຕົນ ຈະຖືກປັບໃໝ 50% ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
5.  ປະຕິເສດການສະໜອງນໍ້າມັນເຊື້ອໄຟ ໃຫ້ແກ່ປໍ້າຕົວແທນຂອງຕົນ ໂດຍບໍ່ມີເຫດຜົນ ຈະຖືກປັບໃໝ ຫ້າລ້ານ (5.000.000) ກີບ ຕໍ່ຄັ້ງ;
6.  ເອົາໃບທະບຽນວິສາຫະກິດ ໃຫ້ບຸກຄົນອື່ນນຳໃຊ້ ຈະຖືກປັບໃໝ ໜຶ່ງຮ້ອຍລ້ານ (100.000.000) ກີບ ຕໍ່ຄັ້ງ ແລະ ຢຸດເຊົາໃຫ້ບຸກຄົນອື່ນນໍາໃຊ້;
7.  ສະໜອງນໍ້າມັນເຊື້ອໄຟ ໂດຍບໍ່ຜ່ານສາງ ຈະຖືກປັບໃໝ 20% ຂອງມູນຄ່ານໍ້າມັນເຊື້ອໄຟ ທີ່ກວດພົບ ແລະ ໃຫ້ເອົາລົງສາງຕາມຂັ້ນຕອນ;
8.  ນໍາເຂົ້ານໍ້າມັນເຊື້ອໄຟ ໂດຍບໍ່ໄດ້ເສຍພັນທະ ຫຼື ເສຍພັນທະບໍ່ຄົບຖ້ວນ ຈະຖືກຍຶດ ແລະ ປັບໃໝ 50%  ຂອງມູນຄ່ານໍ້າມັນເຊື້ອໄຟ ທີ່ກວດພົບ.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ:https://laostatefuel.com

ຄ. ສໍາລັບຜູ້ດໍາເນີນທຸລະກິດປໍ້ານໍ້າມັນເຊື້ອໄຟ

1.  ຈໍາໜ່າຍນໍ້າມັນເຊື້ອໄຟທີ່ບໍ່ໄດ້ມາດຕະຖານແຫ່ງຊາດ ຈະຖືກຍຶດ ແລະ ປັບໃໝ 20%  ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
2.  ຈໍາໜ່າຍນໍ້າມັນເຊື້ອໄຟ ບໍ່ເຕັມບໍລິມາດ ຈະຖືກປັບໃໝ ສອງລ້ານ (2.000.000) ກີບ ຕໍ່ຄັ້ງ;
3.  ປິດປໍ້າ ຊົ່ວຄາວ ຫຼື ຖາວອນ ໂດຍບໍ່ມີເຫດຜົນ ຫຼື ບໍ່ໄດ້ແຈ້ງໃຫ້ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ເທດສະບານ, ນະຄອນ ແລະ ຜູ້ຊົມໃຊ້ ຮັບຊາບກ່ອນ ສາມວັນ ຈະຖືກປັບໃໝ ຫ້າລ້ານ (5.000.000) ກີບ ຕໍ່ຄັ້ງ;
4.  ຂາຍນໍ້າມັນເຊື້ອໄຟ ຕ່າງຈາກລາຄາທີ່ອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟກໍານົດແຕ່ລະໄລຍະ ຈະຖືກປັບໃໝ ຫ້າລ້ານ (5.000.000) ກີບ ຕໍ່ຄັ້ງ;
5.  ຮັບ ແລະ ຂາຍນ້ຳມັນເຊື້ອໄຟຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ຫຼື ບໍລິສັດຈໍາໜ່າຍພາຍໃນ ທີ່ເປັນປໍ້າບໍລິສັດລົງທຶນເອງ ຫຼື ຕົນບໍ່ໄດ້ຮັບສິດເປັນຕົວແທນ ຈະຖືກປັບໃໝ  ສິບຫ້າລ້ານ (15.000.000) ກີບ ຕໍ່ຄັ້ງ;
6.  ເອົາໃບທະບຽນວິສາຫະກິດໃຫ້ບຸກຄົນອື່ນນຳໃຊ້ ຈະຖືກປັບໃໝ ສາມສິບລ້ານ (30.000.000) ກີບ ຕໍ່ຄັ້ງ;\
7.   ຈໍາໜ່າຍນໍ້າມັນເຊື້ອໄຟໂດຍບໍ່ມີໃບຢັ້ງຢືນການເຄື່ອນໄຫວທຸລະກິດ ຈະຖືກປັບໃໝ ສິບລ້ານ (10.000.000) ກີບ ຕໍ່ຄັ້ງ;
8.  ມີພາຫະນະຂົນສົ່ງນໍ້າມັນ ແລະ ນໍາໃຊ້ຂົນສົ່ງນໍ້າມັນເຊື້ອໄຟດ້ວຍຕົນເອງ ຈະຖືກປັບໃໝ ສິບຫ້າລ້ານ (15.000.000) ກີບ ຕໍ່ຄັ້ງ;
9.  ນໍາເຂົ້ານໍ້າມັນເຊື້ອໄຟດ້ວຍຕົນເອງ ຈະຖືກຍຶດ ແລະ ປັບໃໝ 50%  ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
10. ຈໍາໜ່າຍນໍ້າມັນເຊື້ອໄຟນອກລະບົບ ຈະຖືກຍຶດ ແລະ ປັບໃໝ 50% ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ:http://www.laosgpsmap.com

ງ. ສໍາລັບຜູ້ດໍາເນີນທຸລະກິດໃຫ້ບໍລິການນໍ້າມັນເຊື້ອໄຟ

1.  ໃຫ້ບໍລິການໂດຍບໍ່ໄດ້ເຊັນສັນຍາກັບຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟໃດໜຶ່ງ ຈະຖືກປັບໃໝ ສິບຫ້າລ້ານ (15.000.000) ກີບ ຕໍ່ຄັ້ງ;
2.  ບັນຈຸນໍ້າມັນເຊື້ອໄຟເກີນບໍລິມາດບັນຈຸຂອງສາງ ຫຼື ພາຫະນະຂົນສົ່ງ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຈະຖືກປັບໃໝ  ສິບຫ້າລ້ານ (15.000.000) ກີບ ຕໍ່ຄັ້ງ.
3.  ຄ່ຽນຖ່າຍນໍ້າມັນເຊື້ອໄຟຢູ່ສະຖານທີ່ອື່ນ ທີ່ບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ສິບຫ້າລ້ານ (15.000.000) ກີບ ຕໍ່ຄັ້ງ.
4.  ນໍາເຂົ້າ ຫຼື ຈໍາໜ່າຍນໍ້າມັນເຊື້ອໄຟ ດ້ວຍຕົນເອງ ຈະຖືກຍຶດ ແລະ ແລະ ປັບໃໝ 50%  ຂອງມູນຄ່ານໍ້າມັນເຊື້ອໄຟທີ່ກວດພົບ;
5.  ເອົາໃບທະບຽນວິສາຫະກິດໃຫ້ບຸກຄົນອື່ນນຳໃຊ້ ຈະຖືກປັບໃໝ ສາມສິບລ້ານ (30.000.000) ກີບ ຕໍ່ຄັ້ງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.