ກອງປະຊຸມເຜີຍແຜ່ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງການສ້າງຕັ້ງຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ຂັ້ນແຂວງ/ນະຄອນຫຼວງ ໄດ້ຈັດຂຶ້ນວັນທີ 27-28 ສິງຫາ 2018, ທີ່ ຫ້ອງປະຊຸມຂອງຫ້ອງວ່າການແຂວງຫຼວງນໍ້າທາ, ເຊິ່ງຈັດໂດຍກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ. ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳໄຫຼ ສີປະເສີດ, ຄະນະປະຈຳແຂວງ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ ຫຼວງນຳ້ທາ ແລະ ທ່ານ ປອ. ແກ້ວມໍລະກົດ ສິດລາກອນ, ຮອງຫົວໜ້າກົມ ການນຳເຂົ້າ ແລະ ສົ່ງອອກ, ມີຜູ້ເຂົ້າຮ່ວມຈາກຂະແໜງການທີ່ກ່ຽວຂ້ອງຂອງ 06 ແຂວງ ພາກເໜືອ ຄື: ແຂວງຜົ້ງສາລີ, ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງໄຊຍະບູລີ.

ທ່ານ ປອ. ແກ້ວມໍລະກົດ ສິດລາກອນ, ຮອງຫົວໜ້າກົມ ການນຳເຂົ້າ ແລະ ສົ່ງອອກ (ດ້ານຊ້າຍ)
ທ່ານ ຄຳໄຫຼ ສີປະເສີດ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ ຫຼວງນ້ຳທາ (ດ້ານຂວາ)

 

ທ່ານ ຄຳໄຫຼ ສີປະເສີດ ໄດ້ກ່າວວ່າ “ໃນຍຸກແຫ່ງການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນນີ້ ລັດຖະບານແຫ່ງ ສປປ ລາວ ເອົາໃຈໃສ່ສົ່ງເສີມວຽກງານການອຳນວຍຄວາມສະດວກທາງດ້ານການຄ້າ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການດຳເນີນທຸລະກິດຢູ່ ສປປ ລາວ. ໂດຍສະເພາະວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ຈຶ່ງມີບົດບາດສໍາຄັນຫຼາຍ ໃນການຫຼຸດຜ່ອນເວລາ, ຂັ້ນຕອນທາງດ້ານການຄ້າ, ປັບປຸງຄວາມໂປ່ງໃສ, ວ່ອງໄວ, ສ້າງຄວາມເປັນເອກະພາບດ້ານລະບຽບການທາງດ້ານການຄ້າ ແລະ ຄວາມສອດຄ່ອງກັບມາດຕະຖານສາກົນ”.

ກອງປະຊຸມ ຍັງໄດ້ນຳສະເໜີລະອຽດກ່ຽວກັບ ສິດ ແລະ ໜ້າທີ່ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນແຂວງ/ນະຄອນຫຼວງ ແລະ ໜ້າທີ່ຂອງກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ, ພ້ອມທັງນໍາສະເໜີ ບັນດານິຕິກຳທີ່ກຳລັງປັບປຸງ ເຊິ່ງຕິດພັນກັບວຽກງານການຄ້າ ໃຫ້ແກ່ຜູ້ເຂົ້າຮ່ວມຮັບຊາບ ແລະ ປະກອບຄໍາຄິດຄໍາເຫັນເພິ່ມເຕີມ ເພື່ອເຮັດໃຫ້ບັນດານິຕິກຳດັ່ງກ່າວ ມີເນື້ອໃນສົມບູນ ແລະ ສອດຄ່ອງກັນໃນທາງປະຕິບັດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມທັງປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ວິທີການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ ຂອງຄະນະກໍາມະການອຳນວຍຄວາມສະດວກທາງດ້ານການຄ້າຂັ້ນແຂວງ ແລະ ນະຄອນຫຼວງ ໃຫ້ໄດ້ຮັບໝາກຜົນ ແລະ ມີປະສິດທິພາບ.

ນອກຈາກນັ້ນ, ພາຍໃນກອງປະຊຸມໄດ້ນຳສະເໜີ ກ່ຽວກັບ: ຄວາມໝາຍຄວາມສໍາຄັນຂອງວຽກງານອໍານວຍຄວາມສະດວກທາງດ້ານການຄ້າ, ສະຫຼຸບຕີລາຄາຄືນບັນຫາ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດແຜນດຳເນີນງານວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ປີ 2017-2022 ໃນໄລຍະ 01 ປີຜ່ານມາ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ໃຫ້ຄວາມສົນໃຈສູງຕໍ່ກັບເນື້ອໃນການເຜີຍແຜ່ຄັ້ງນີ້ ແລະ ໄດ້ຍົກເອົານິຕິກໍາທີ່ຕິດພັນກັບການຂົນສົ່ງ ເຫຼັກເສດ ແຂວງຫຼວງພະບາງ ຂຶ້ນມາປຶກສາຫາລື ແລະ ຍັງໄດ້ມີການສະເໜີເພີ່ມລາຍການສານເສບຕິດລົງໃນນິຕິກຳຄຸ້ມຄອງ ທີ່ຕິດພັນກັບການກຳນົດສິນຄ້າເກືອດຫ້າມນຳເຂົ້າ ແລະ ສົ່ງອອກ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.