ອີງຕາມຄຳສັ່ງ ວ່າດ້ວຍ ການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ເລກທີ 12/ນຍ,ລົງວັນທີ 23 ສິງຫາ 2018, ມອບໃຫ້ກະຊວງ ອຄ ເປັນໃຈກາງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດບັນດາໜ້າວຽກ ທີ່ຕິດພັນກັບ ມາດຕະການທີ 01 ແລະ ມາດຕະການທີ 05 ດັ່ງນີ້:

ມາດຕະການທີ 01: ການສະກັດກັ້ນໄພງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ:

  1. ກຳນົດໂຄງປະກອບ, ກວດກາ, ດັດປັບ ແລະ ຄຸ້ມຄອງລາຄານ້ຳມັນ, ສິນຄ້າອຸປະໂພກ-ບໍລິໂພກ ທີ່ເປັນພື້ນຖານ ແລະ ມີຜົນກະທົບໄວຕໍ່ການດຳລົງຊີສິດຂອງປະຊາຊົນ ໃຫ້ເໝາະສົມ ແລະ ສອດຄ່ອງກັບສະພາບຕົວຈິງ;
  2. ສົ່ງເສີມການຜະລິດ ແລະ ນຳໃຊ້ພະລັງງານທົດແທນ ແລະ ພະລັງງານທາງເລືອກ, ສິນຄ້າອຸປະໂພກ-ບໍລິໂພກ ທີ່ປະເທດເຮົາມີທ່າແຮງ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການຜະລິດພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າສິນຄ້າ ຈາກຕ່າງປະເທດ;
  3. ດັດສົມຈຳນວນບໍລິສັດນຳເຂົ້ານ້ຳມັນ ແລະ ບໍລິການນ້ຳມັນເຊື້ອໄຟໃຫ້ມີມາດຕະຖານ ຕາມດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ ສະບັບເລກທີ 331/ນຍ,​ລົງວັນທີ 27 ຕຸລາ 2017 ແລະ ແຈ້ງການສະບັບເລກທີ 140/ຫສນຍ.ກລຂ, ລົງວັນທີ 25 ມັງກອນ 2017 ເພື່ອໃຫ້ຈຳນວນບໍລິສັດທຸລະກິດນຳເຂົ້າຫຼຸດລົງບໍ່ໃຫ້ເກີນ 5 ຫຼື 6 ບໍລິສັດ;
  4. ກວດກາ ແລະ ດັດສົມຈຳນວນບໍລິສັດ ແລະ ຮ້ານຕົວແທນຈຳໜ່າຍພາຫະນະ ທີ່ບໍ່ໄດ້ມາດຕະຖານເພື່ອຊຸກຍູ້ ແລະ ສົ່ງເສີມການນຳເຂົ້າ ແລະ ການບໍລິການຫຼັງການຂາຍ ທີ່ມີຄຸນນະພາບ, ຮັບປະກັນທາງດ້ານເຕັກນິກ ແລະ ຄຸ້ມຄອງຕາມກົດໝາຍ ແລະ ລະບຽບການ ໄດ້ຢ່າງຮັດກຸມ;
  5. ຊຸກຍູ້, ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ການຜະລິດສິນຄ້າ ນັບມື້ນັບຫຼາຍຂຶ້ນ.

ມາດຕະການທີ 05: ການພັດທະນາ SMEs ແລະ ການສົ່ງເສີມການຜະລິດ:

  1. ສືບຕໍ່ປັບປຸງດຳລັດ ວ່າດ້ວຍກອງທຶນສົ່ງເສີມ SMEs ເພື່ອຍົກລະດັບນະໂຍບາຍ, ກົນໄກ ແລະ ເຄື່ອງມືໃນການພັດທະນາ SMEs ໃຫ້ມີປະສິດທິຜົນກວ່າເກົ່າ, ຈັດຕັ້ງ SMEs ແລະ ຄົ້ນຄວ້ານະໂຍບາຍເພື່ອໃຫ້ບູລິມະສິດແກ່ກຸ່ມ SMEs ທີ່ມີທ່າແຮງ ເພື່ອກະຕຸ້ນເສດຖະກິດ ແລະ ສ້າງລາຍຮັບເຂົ້າປະເທດ;
  2. ຂະຫຍາຍກອງທຶນ SMEs ແລະ ຊຸກຍູ້ໃຫ້ທະນາຄານລັດ ແລະ ທະນາຄານທຸລະກິດລະດົມທຶນ ເພື່ອສະໜອງສິນເຊື່ອໃຫ້ແກ່ SMEs ທີ່ມີຄວາມອາດສາມາດສູງ ໃນການຜະລິດເປັນສິນຄ້າ ແລະ ດຳເນີນທຸລະກິດ ທີ່ມີປະສິດທິຜົນ ພ້ອມທັງໃຫ້ສະໜອງສິນເຊື່ອທີ່ຈຳເປັນ ໂດຍສະເພາະຈາກທະນາຄານນະໂຍບາຍ ແລະ ທະນາຄານສົ່ງເສີມກະສິກຳ ໃຫ້ແກ່ຄອບຄົວຊາວກະສິກອນ ຫຼື ຜູ້ປະກອບການທີ່ມີຄຸນນະພາບ, ມີຄວາມອາດສາມາດໃນການສ້າງຜົນກຳໄລ ແລະ ບໍ່ສ້າງໜີເສຍ ໂດຍພິຈາລະນາອັດຕາດອກເບ້ຍທີ່ເໝາະສົມ ຕາມສະພາບເສດຖະກິດ ແລະ ລະດູການຜະລິດ;
  3. ຊຸກຍູ້ການຮຽນຮູ້, ນຳໃຊ້ຄວາມຮູ້ເຕັກນິກ, ເຕັກໂນໂລຊີທີ່ທັນສະໄໝ ແລະ ນະວັດຕະກຳ ເຂົ້າໃນການຜະລິດ ເພື່ອຍົກສູງຄວາມອາດສາມາດແຂ່ງຂັນທຸລະກິດພາຍໃນ;
  4. ແກ້ໄຂບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງກີດຂວາງຕ່າງໆ ທີ່ເປັນຕົ້ນທຶນຂອງການຜະລິດ ແລະ ການບໍລິການ ແລະ ຮີບຮ້ອນແກ້ໄຂ ໃຫ້ມີຄວາມຄືບໜ້າໄວ;
  5. ຈັດຕັ້ງວິຊາການທີ່ມີຄວາມຮູ້ ແລະ ປະສົບການໄປຊ່ວຍແນະນຳທາງດ້ານເຕັກນິກ ເພື່ອຍົກລະດັບຄວາມອາດສາມາດທາງດ້ານເຕັກນິກຂອງຜູ້ປະກອບການ ແລະ ຜູ້ທຳການຜະລິດ;
  6. ສະໜອງແນວພັນ, ຝຸ່ນ, ວັດຖຸຈຳເປັນ ແລະ ອື່ນໆໃຫ້ພຽງພໍຕາມຄວາມຕ້ອງການ ໂດຍສະເພາະໃນເຂດຈຸດສຸມສົ່ງອອກເຂົ້າ, ພືດ ແລະ ສັດຕ່າງໆ ຢ່າງມີແຜນການ ແລະ ຈຸດສຸມລະອຽດ (ກຳນົດເປັນແຜນໄລຍະສັ້ນ, ກາງ ແລະ ຍາວ);
  7. ສືບຕໍ່ສ້ອມແປງລະບົບຊົນລະປະທານບ່ອນທີ່ເປ່ເພ ໃຫ້ສາມາດນຳໃຊ້ ເພື່ອສະໜອງນຳ້ໃຫ້ພຽງພໍຕໍ່ການຜະລິດທັງສອງລະດູ, ພ້ອມທັງກະກຽມຄວາມພ້ອມ ເພື່ອການຕ້ານແລ້ງຕ້ານຖ້ວມ;
  8. ກະກຽມ ແລະ ປ້ອງກັນການລະບາດຂອງສັດຕູພືດ ແລະ ສັດ, ພ້ອມທັງຄົ້ນຄວ້າທິດທາງ ແລະ ມາດຕະການໄລຍະຍາວ ໃນການຮັບມືກັບບັນຫາການລະບາດດັ່ງກ່າວ;
  9. ກວດກາ, ເຈລະຈາ ແລະ ຫາວິທີແກ້ໄຂບັນດາມາດຕະການກີດກັ້ນຕ່າງໆ ຂອງການຄ້າຂາຍຊາຍແດນຕໍ່ການສົ່ງອອກສິນຄ້າກະສິກຳຂອງລາວ ກັບປະເທດເພື່ອນບ້ານ ເຊັ່ນ: ການສົ່ງອອກໝາກສາລີ, ກາເຟ, ມັນຕົ້ນ, ພືດຜັກ, ໝາກໄມ້ ແລະ ອື່ນໆ;
  10. ສ້າງຄຳແນະນຳ ກ່ຽວກັບນະໂຍບາຍດ້ານພາສີ, ອາກອນມູນຄ່າເພີ່ມ ແລະ ນະໂຍບາຍປິ່ນອ້ອມອື່ນໆໃຫ້ລະອຽດ, ຈະແຈ້ງ ແລະ ມີຜົນບັງຄັບໃຊ້ໄວ;
  11. ກວດກາ ແລະ ດັດປັບຄືນບັນດາຕົ້ນທຶນ ທີ່ຕິດພັນກັບການຜະລິດ ເຊັ່ນ: ຄ່າໄຟຟ້າ, ຄ່າຂົນສົ່ງ ແລະ ຄ່າທຳນຽມອື່ນໆ ທີ່ຊາວກະສິກອນ ແລະ ຜູ້ປະກອບການ ຍັງແບກຫາບພາລະຫຼາຍ ເພື່ອຄົ້ນຄວ້າວິທີການ ແລະ ມາດຕະການແກ້ໄຂ ໃຫ້ທັນສະພາບການ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.