ໃນວັນທີ 21 ເດືອນ ກັນຍາ 2018, ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດ ຄຳສັ່ງ ຂອງ ທ່ານນາຍົກລັດຖະມົນຕີີ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018, ໂດຍການເປັນປະທານຂອງທ່ານ ບຸນມີ ມະນີວົງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.

ທ່ານ ບຸນມີ ມະນີວົງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ

 

ທ່ານ ບຸນມີ ມະນີວົງ ໄດ້ກ່າວວ່າ “ເພື່ອດຶງດູດການລົງທຶນທີ່ມີຄຸນນະພາບ, ສົ່ງເສີມຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດ ແລະ ຫຼຸດຜ່ອນອຸປະສັກໃນການດຳເນີນທຸລະກິດໃນ ສປປ ລາວ ແລະ ເພື່ອເປັນການຈັດຕັ້ງຜັນຂະຫຍາຍຄຳສັ່ງດັ່ງກ່າວ, ໃນເບື້ອງຕົ້ນ ພວກເຮົາໄດ້ສຸມໃສ່ບັນຫາທີ່ຕິດພັນກັບ ການນຳເຂົ້າຊີ້ນສ່ວນຍານພາຫະນະ ແລະ ການສົ່ງອອກແຮ່ທາດ ມາສຶກສາ ຊຶ່ງສອງລາຍການສິນຄ້າດັ່ງກ່າວ ເປັນກໍລະນີສຶກສາ ໃນບົດລາຍງານການດຳເນີນທຸລະກິດ ຫຼື Doing Business Report ຂອງທະນາຄານໂລກ, ເພື່ອສຸມໃສ່ປັບປຸງຂັ້ນຕອນການນຳເຂົ້າ ແລະ ສົ່ງອອກ ສິນຄ້າດັ່ງກ່າວ ຊຶ່ງຈະເຮັດໃຫ້ການການຈັດລຳດັບຂອງ ສປປ ລາວ ໃນບົດສຶກສາດັ່ງກ່າວ ໃຫ້ຢູ່ໃນລໍາດັບທີ່ດີຂຶ້ນ ກໍ່ຄື 2 ໂຕເລກ ຫຼື ຢູ່ທີ່ 99 ລົງມາ”.

ປະຈຸບັນ ສປປ ລາວໄດ້ນຳໃຊ້ລະບົບອາຊີກູດາ ຫຼື ການແຈ້ງເອກະສານພາສີຢູ່ດ່ານຜ່ານລະບົບເອເລັກໂຕຣນິກ ເຊິ່ງໄດ້ຮັບການຂະຫຍາຍໄປຍັງ 23 ດ່ານສາກົນ ໃນຂອບເຂດທົ່ວປະເທດ. ນອກຈາກນັ້ນ, ກໍ່ໄດ້ມີການລິເລີ່ມພັດທະນາລະບົບເອເລັກໂຕຣນິກ ເພື່ອນຳໃຊ້ເຂົ້າໃນການຂໍອະນຸຍາດນຳເຂົ້າ-ສົ່ງອອກ ເຊັ່ນ: ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ໄດ້ມີການກຳນົດໂຄງການຕົວແບບຢູ່ ກົມການນຳເຂົ້າ ແລະ ສົ່ງອອກ ກະຊວງ ອຄ ແລະ ກົມພາສີ ກະຊວງການເງິນ ເປັນບ່ອນລິເລີ່ມໃນການນໍາເຂົ້າພາຫະນະ ຊຶ່ງປະຈຸບັນທາງກົມພາສີໄດ້ລົງນາມບົດບັນທຶກຄວາມເຂົ້າໃຈກັບກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອລິເລີ່ມປະຕິບັດລະບົບແຈ້ງພາສີປະຕູດຽວການນຳເຂົ້າພາຫະນະ ໃນວັນທີ 18 ເມສາ 2018 ທີ່ຜ່ານມາ.

ພ້ອມດຽວກັນນັ້ນ, ກໍ່ມີການພັດທະນາລະບົບການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ (e-CO) ຜ່ານທາງອິນເຕີເນັດ ​ໃນປີ 2016 ຊຶ່ງປະຈຸບັນໄດ້ມີການປັບປຸງ ແລະ ທົດລອງນໍາໃຊ້ລະບົບທີ່ພາກທຸລະກິດສາມາດເອົາລາຍເຊັນ ແລະ ກາຈໍ້າບໍລິສັດແບບອີເລັກໂຕຼນິກເຂົ້າໄດ້ ຊຶ່ງບໍ່ຈຳເປັນຕ້ອງພິມຟອມອອກ ເພື່ອເຊັນ ແລະ ຈໍ້າກາແລ້ວຈຶ່ງມາຍື່ນນຳພາກລັດ. ການປັບປຸງດັ່ງກ່າວໄດ້ຕັດຂັ້ນຂອດ ແລະ ອໍານວຍຄວາມສະດວກໃຫ້ແກ່ພາກທຸລະກິດໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ທີ່ງ່າຍດາຍຂຶ້ນ. ບັນດາຂະແໜງການທີ່ກ່ຽວຂ້ອງຍັງໄດ້ສະເໜີໃນກອງປະຊຸມໃນການແກ້ໄຂບັນຫາ ເປັນຕົ້ນການປະຕິຮູບການອະນຸຍາດນຳເຂົ້າ-ສົ່ງອອກຈາກເຈ້ຍສໍມາເປັນລະບົບເອເລັກໂຕຣນິກ ໂດຍສະເພາະແມ່ນ ສິນຄ້າຜ່ານແດນ.

.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.