ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ນາຍົກລັດຖະມົນຕີ     ເລກທີ 08/ນຍ

ນະຄອນຫຼວງວຽງຈັນ, ວັນທີ 02 ກໍລະກົດ 2018

ຄຳສັ່ງ

ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ກິດຈະການແຮ່ທາດ ໃນ ສປປ ລາວ

ເຖິງ: ບັນດາທ່ານ ລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າ, ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ເຈົ້າແຂວງໃນຂອບເຂດທົ່ວປະເທດ.

  • ອີງຕາມກົດໜາຍ ວ່າດ້ວຍລັດຖະບານ ແຫ່ງ ສປປ ລາວ (ສະບັບປັບປຸງ) ເລກທີ 04/ສພງ, ລົງວັນທີ 08 ພະຈິກ 2016;
  • ອີງຕາມກົດໜາຍ ວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ14/ສພຊ, ລົງວັນທີ 17 ພະຈິກ 2016;
  • ອີງຕາມກົດໜາຍ ວ່າດ້ວຍແຮ່ທາດ ສະບັບເລກທີ 02/ສພຊ, ລົງວັນທີ 20 ທັນວາ 2011;
  • ອີງຕາມກົດໜາຍ ວ່າດ້ວຍທີ່ດິນ ສະບັບເລກທີ 04/ສພຊ, ລົງວັນທີ 21 ຕຸລາ 2003;
  • ອີງຕາມກົດໜາຍ ວ່າດ້ວຍປ່າໄມ້ ສະບັບເລກທີ 06/ສພຊ, ລົງວັນທີ 24 ທັນວາ 2007;
  • ອີງຕາມກົດໜາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບເລກທີ 29/ສພຊ, ລົງວັນທີ 18 ທັນວາ 2012;
  • ອີງຕາມຄຳສັ່ງ ວ່າດ້ວຍການໂຈະພິຈາລະນາໂຄງການໃໜ່ ສຳລັບການຊອກຄົ້ນ ແລະ ສຳຫຼວດ, ການປູກຢາງພາລາ ແລະ ໄມ້ວິກໃນຂອບເຂດທົ່ວປະເທດ ສະບັບເລກທີ 13/ນຍ, ລົງວັນທີ 11 ມິຖຸນາ 2012;
  • ອີງຕາມມະຕິຕົກລົງ ຂອງກອງປະຊຸມລັດຖະບານສະໄໜສາມັນ ປະຈຳເດືອນທັນວາ 2015 ສະບັບເລກທີ 12/ລບ, ລົງວັນທີ 31 ທັນວາ 2015;
  • ອີງຕາມການຊີ້ນຳ ແລະ ຕົກລົງ ໃນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 04-05 ກໍລະກົດ 2017;
  • ອີງຕາມໜັງສືສະເໜີ ສະບັບເລກທີ 0989/ກຜທ.ລທ5, ລົງວັນທີ 03 ພຶດສະພາ 2018 ຂອງກະຊວງແຜນການ ແລະ ການລົງທຶນ.

ຜ່ານການຈັດຕັ້ງປະຕິວັດ ຄຳສັ່ງຂອງນາຍົກລັດທະມົນຕີ ສະບັບເລກທີ 13/ນຍ, ລົງວັນທີ 11 ມິຖຸນາ 2012, ລັດຖະບານເຫັນໄດ້ວ່າການພັດທະນາດ້ານບໍ່ແຮ່ ໄດ້ນຳຜົນປະໂຫຍດມາໃຫ້ແກ່ຊາດ ກໍຄືໄດ້ປະກອບສ່ວນແກ່ການພັດທະນາເສດຖະກິດ-ສັງຄົມດີພໍສົມຄວນໃນໄລຍະຜ່ານມາ, ເຖິງຢ່າງໃດກໍຕາມ ເພື່ອເຮັດໃຫ້ການດຳເນີນທຸລະກິດກ່ຽວກັບແຮ່ທາດ ໃນ ສປປ ລາວ ຮັບປະກັນໄດ້ປະສິດທິພາບ ແລະ ໄປຕາມທິດສີຂຽວ ແລະ ຍືນຍົງ ຕ້ອງເພີ່ມທະວີການຄຸ້ມຄອງກິດຈະການບໍ່ແຮ່ໃນທົ່ວປະເທດໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບສູງກວ່າເກົ່າ.

ນາຍົກລັດທະມົນຕີ ອອກຄຳສັ່ງ:

1. ໃຫ້ສຶບຕໍ່ການໂຈະພິຈາລະນາອະນຸຍາດ ໂຄງການລົງທຶນໃໜ່ ສຳລັບການຊອກຄົ້ນ ແລະ ສຳຫຼວດແຮ່ທາດ, ການຂຸດຄົ້ນຄຳຕົກຂ້ອນ ຕາມສາຍນ້ຳ ແລະ ເທິງບົກ ໃນຂອບເຂດທົ່ວປະເທດ ຈົນຮອດວັນທີ 31 ທັນວາ 2020, ຍົກເວັ້ນແຕ່ກໍລະນີ ດັ່ງຕໍ່ໄປນີ້:

1.1 ປະເພດແຮ່ທາດ ທີ່ຈຳເປັນ ເພື່ອຮັບໃຊ້ອຸດສາຫະກຳ ແລະ ການກໍ່ສ້າງ ມີດັ່ງນີ້:

  • ແຮ່ທາດອະໂລຫະ ສຳລັບອຸດສາຫະກຳ: ຫີນປູນ, ຫີນກຣານິດ, ລາເຕຮິດ, ຫີນອັງເດຊິດ, ຫີນກາໂບຣ, ຫີນໂດ, ໂລມິດ, ຫີນອາໂດເບ, ຫີນແຊກປັງຕິນ, ອາລູນິດ, ມາດ, ໂຟດສະຟັດ, ກາວແລງ, ຟາວສະປາ, ກຣາຟິດ, ໄມກາ, ຊາຍຜະລິດແກ້ວ, ກວັກສ໌, ຫີນຊາຍ, ຫີນແປັກມາຕິດ, ຫີນຣິໂອລິດ, ຫີນສະເລດ ແລະ ຫີນໜຽວ.
  • ແຮ່ທາດອະໂລຫະ ສຳລັບການກໍ່ສ້າງ: ຫີນຊາບານ, ຫີນໂດໂລມິດ, ຫີນກາໂບຣ, ຫີນກຣານິດ, ຫີນໄນສ໌, ຫີນອັງເດຊິດ, ຫີນອິໂລອິດ, ຫີນຊາຍ, ຫີນຕາເລຣິດ, ຫີນແຮ່, ຊາຍ ແລະ ຫີນມາໂບ.
  • ໝວດແຮ່ທາດພະລັງງານເຊື່ອໄຟ: ຖ່ານຫີນ, ຫີນແຜ່ນທີ່ໃຫ້ພະລັງງານເຜົາໄໜ້, ນ້ຳມັນດິບ ແລະ ອາຍແກ໊ສທຳມະຊາດ.
  • ໝວດແຮ່ທາດແຫຼວ: ນ້ຳແຮ່ຮ້ອນ ແລະ ນ້ຳແຮ່ທາດ.

1.2 ສຳລັບບັນດາໂຄງການໃດ ທີ່ລັດທະບານໄດ້ຍົກເລີກ ຫຼື ສິ້ນສຸດສັນຍາແລ້ວ ຖ້າຫາກມີບໍລິສັດໃໝ່ມີຄວາມສົນໃຈຢາກສືບຕໍ່ ແມ່ນລັດຖະບານ ຈະພິຈາລະນາແຕ່ລະກໍລະນີ ໂດຍສອດຄ່ອງກັບກົດໜາຍ ວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໜາຍວ່າດ້ວຍແຮ່ທາດ.

1.3 ນອກຈາກປະເພດແຮ່ທາດ ທີ່ລະບຸໄວ້ໃນຂໍ້ 1.1 ຂ້າງເທິງ, ລັດຖະບານ ຈະພິຈາລະນາເປັນແຕ່ລະກໍລະນີສະເພາະ ຸ ສຳລັບຜູ້ລົງທຶນ ທີ່ມີຄວາມສາມາດທາງການເງິນ, ມີປະສົບການລົງທຶນດ້ານບໍແຮ່, ມີໂຮງງານປຸງແຕ່ງແຮ່ ເປັນຜະລິດຕະພັນສຳເລັດຮູບ ເພື່ອສົ່ງອອກ ມີຊື່ສຽງ, ມີປະຫວັດການເຄື່ອນໄຫວທີ່ດີ ແລະ ເປັນທີຮັບຮູ້ ໃນອຸດສາຫະກຳແຮ່ທາດສາກົນ.

2. ປະເພດແຮ່ທາດ ທີ່ຫ້າມບໍ່ໃຫ້ສົ່ງອອກ ມີຄື: ຖ່ານຫີນ, ໂຟດສະຟັດ ຍົກເວັ້ນແຕ່ບັນດາໂຄງການໃດ ທີ່ມີສັນຍາສຳປະທານຂຸດຄົ້ນ ກ່ອນຄຳສັ່ງສະບັບນີ້ ແລະ ໃຫ້ຫຫຼຸດຜ່ອນການສົ່ງອອກແຮ່ທາດ ທີ່ບໍ່ໄດ້ຜ່ານການປຸງແຕ່ງ (ແຮ່ດິບ) ເປັ້ນຕົ້ນແມ່ນ ແຮ່ບາຣິດ ແລະ ຫີນກາວ.

3. ສຳລັບບັນດາໂຄງການທີ່ມີສັນຍາສຳປະທານກັບລັດຖະບານ ທີ່ມີຜົນຂອງການກວດກາ ຕາມຄຳສັ່ງ ເລກທີ 13/ນຍ ຜ່ານມາແລ້ວນັ້ນ, ມອບໃຫ້ຄະນະຈັດຕັ້ງປະຕິບັດ ຄຳສັ່ງເລກທີ 13/ນຍ ຂັ້ນສູນກາງ ຄົ້ນຄວ້ານຳສະເໝີການປະຕິບັດມາດຕະການຂັ້ນເດັດຂາດ ຕາມກົດໜາຍ, ລະບຽບການ ແລະ ສັນຍາສຳປະທານ ທີ່ກ່ຽວຂ້ອງກຳນົດ. ໃຫ້ຄັດຈ້ອນເອົາແຕ່ໂຄງການທີ່ດີ ແລະ ຈະສ້າງຜົນປະໂຫຍດຕໍ່ປະເທດຊາດໄວ້. ສ່ວນໂຄງການໃດທີ່ບໍ່ມີການປັບປຸງຕົນເອງ ແລະ ສືບຕໍ່ລະເມີດກົດໜາຍ, ລະບຽບການ ແລະ ສັນຍາສຳປະທານ ເປັນຕົ້ນແມ່ນບໍ່ປະຕິບັດພັນທະ, ບໍ່ເຄື່ອນໄຫວວຽກງານ, ແກ່ຍາວເວລາ, ປະຕິບັດວຽກງານຕາມຂັ້ນຕອນ ທີ່ສ້າງຄວາມເສຍຫາຍແກ່ປະເທດຊາດ ແມ່ນໃຫ້ຄົ້ນຄວ້ານຳລັດຖະບານ ເພື່ອຕົກລົງຍົກເລີກສັນຍາສຳປະທານ ຢ່າງເດັດຂາດ ຫ້າມບໍ່ໃຫ້ໂຄງການທີ່ຖືກຍົກເລີກໄປແລ້ວນັ້ນ ນຳສະເໜີພາກສ່ວນອື່ນເພື່ອເອົາໂຄງການຄືນ ທີ່ເປັນການສ້າງຄວາມສັບສົນໃຫ້ແກ່ລັດຖະບານ. ຫ້າມເດັດຂາດບໍ່ໃຫ້ຕໍ່ອາຍຸສັນຍາ ເກີນກຳນົດຕາມທີ່ລະບຸໄວ້ໃນກົດໝາຍອີກ.

4. ມອບໃຫ້ຄະນະສະເພາະກິດ ທີ່ໄດ້ຮັບການແຕ່ງຕັ້ງ ຕາມຄຳສັ່ງເລກທີ 13/ນຍ, ລົງວັນທີ 11 ມິຖຸນາ 2012 ສົບທົບກັບອົງການປົກຄອງທ້ອງຖິ່ນທຸກຂັ້ນ ດຳເນີນການກວດກາ, ປະເມີນບັນດາໂຄງການລົງທຶນດ້ານແຮ່ທາດທີ່ທ້ອງຖິ່ນອະນຸຍາດ ເພື່ອລາຍງານໃຫ້ຂັ້ນເທິງຊາບ ແລະ ຂໍທິດຊີ້ນຳ ເປັນແຕ່ລະໄລຍະ ເພື່ອໃຫ້ໂຄງການເຫຼົ່ານັ້ນ ດຳເນີນການໂດຍສອດຄ່ອງຕາມກົດໜາຍກຳນົດ, ພ້ອມທັງປະຕິບັດມາດຕະການຕໍ່ຜູ້ກໍລະເມີດ ຢ່າງເຂັ້ມງວດ.

5. ການອອກອະນຸຍາດລົງທຶນດ້ານແຮ່ທາດ ຂອງອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕ້ອງໄດ້ມີຄຳເຫັນທາງດ້ານການ ແລະ ວິຊາການ ຈາກຂັ້ນສູງ ແລະ ໃຫ້ປະຕິບັດຕາມຫຼັກການລວມສູນປະຕູດຽວ ເທົ່ານັ້ນ.

6. ສຳລັບງົບປະມານ ທີ່ຮັບໃຊ້ການເຄື່ອນໄຫວຄະນະສະເພາະກິດ ໃນການຈັດຕັ້ງປະຕິບັດ ຄຳສັ່ງສະບັບນີ້ ແມ່ນໃຫ້ນຳໃຊ້ງົບປະມານຂອງລັດ ແຕ່ລະຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແລະ ງົບປະມານບ້ວງຄຸ້ມຄອງໂຄງການ.

7. ມອບໃຫ້ຄະນະສະເພາະກິດ ທີ່ໄດ້ຮັບການແຕ່ງຕັ້ງ ຕາມຄຳສັ່ງເລກທີ 13/ນຍ, ລົງວັນທີ 11 ມິຖຸນາ 2012 ສືບຕໍ່ຈັດຕັ້ງປະຕິບັດ ຄຳສັ່ງສະບັບນີ້ ໂດຍໃຫ້ສືບຕໍ່ຖືເອົາຮູບແບບ ແລະ ກົນໄກ ທີ່ໄດ້ປະຕິບັດຜ່ານມາ. ໃນກໍລະນີຈຳເປັນ ຄະນະດັ່ງກ່າວ ສາມາດສະເໜີແຕ່ງຕັ້ງຄະນະ ແລະ ອອກບົດແນະນຳລະອຽດເພີ່ມເຕີມໄດ້ ໂດຍອີງໃສ່ເນື້ອໃນຈິດໃຈ ຂອງຄຳສັ່ງສະບັບນີ້.

8. ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າ, ນະຄອນຫຼວງ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ຈົ່ງຮັບຮູ້, ໃຫ້ຄວາມຮ່ວມມືຈັດຕັ້ງປະຕິບັດ ຄຳສັ່ງສະບັບນີ້ ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຜົນດີ.

9. ຄຳສັ່ງສະບັບນີ້ ປ່ຽນແທນຄຳສັ່ງເລກທີ 13/ນຍ, ລົງວັນທີ 11 ມິຖຸນາ 2012 ມິຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ຈົນກວ່າຈະມີຄຳສັ່ງປ່ຽນແປງໃໝ່.

ນາຍົກລັດຖະມົນຕີ

ທອງລຸນ ສີສຸລິດ

 

 

 

 

 

# ຫົວຂໍ້ ດາວໂຫຼດ
1 Order on the Enhancement in the Administration of Mineral Activities in Lao PDR PDF
2 ຄຳສັ່ງ ວ່າດ້ວຍ ການເພີ່ມທະວີການຄຸ້ມຄອງ ກິດຈະການແຮ່ທາດ ໃນ ສປປ ລາວ ເລກທີ 08/ນຍ, ລົງວັນທີ 02 ກໍລະກົດ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.