ສປປ ລາວ ​ສົ່ງ​ອອກສິນຄ້າ​ພາຍໃຕ້ສິດທິພິເສດທາງການຄ້າມີທັງໝົດ 37 ປະ​ເທດຄື: ໄທ, ສສ ຫວຽດນາມ, ຢີ່ປຸ່ນ, ເຢຍລະມັນ, ສປ ຈີນ, ສະວີເດັນ, ອັງກິດ, ປ໋ອກຕຸຍການ, ອີຕາລີ, ກຳປູເຈຍ, ໂປໂລ້ຍ, ອິນເດຍ, ແບນຊິກ, ຝຣັ່ງ, ໂຮນລັງ, ມາເລເຊຍ, ຟີລິບປິນ, ແອັກລັງ, ໂອຕຣິສ, ສ.ເກົາຫຼີ, ແອັສປາຍ, ຕວກກີ, ສ.ອາເມລິກາ, ອົດສະຕາລີ, ອິນໂດເນເຊຍ, ເກຼັກ, ເອັສໂຕເນີຍ, ການາດາ, ມຽນມາ, ໂກຣເອເຊຍ, ລັດເຊຍ, ສະໂລເວເນຍ, ສິງກະໂປ, ນ໋ອກແວ, ສະວິດເຊີແລນ, ເດັນມາກ, ແລະ ນິວຊີແລນ.

          ປີ 2017, ມູນຄ່າການສົ່ງອອກສິນຄ້າພາຍໃຕ້ສິດທິພິເສດທາງການລວມທັງໝົດ 1,39 ຕື້ ໂດລາສະຫະລັດ ກວມເອົາ 28,50% ຂອງມູນຄ່າການສົ່ງອອກທັງໝົດຂອງ ສປປ ລາວ ທີ່ມີມູນຄ່າປະມານ 4,88 ຕື້ໂດລາສະຫະລັດ.

          ໃນ​ນັ້ນ, ​ປະ​ເທດ​ທີ່ ສປປ ລາວ ມີການ​ສົ່ງ​ອອກ​ໄປຫຼາຍກວ່າໝູ່​ແມ່ນ ​ໄທ, ສສ ຫວຽດນາມ ​ແລະ ຢີ່ປຸ່ນ, ຊຶ່ງມີມູນ​ຄ່າ​ການ​ສົ່ງ​ອອກ​ສູງ​ເຖິງ 567,90 ລ້ານ ​ໂດ​ລາ​ສະຫະລັດ, 270,54 ລ້ານ ​ໂດ​ລາ​ສະຫະລັດ ​ແລະ 108,20 ລ້ານ ໂດ​ລາ​ສະຫະລັດ ຕາມ​ລຳດັບ. ໃນ​ນັ້ນ, ສິນຄ້າທີ່​ມີການສົ່ງ​ອອກຫຼາຍກວ່າໝູ່ ສາມ​ອັນ​ດັບ​ຕົ້ນ​ແມ່ນ ສິນຄ້າທີ່ນອນໃນກຸ່ມອຸດສາຫະກໍາ ມີ​ມູນ​ຄ່າ​ການ​ສົ່ງ​ອອກຫຼາຍທີ່​ສຸດສູງ​ບັນລຸ 660,65 ລ້ານ ໂດ​ລາ​ສະຫະລັດ, ຮອງ​ລົງ​ມາ​​ແມ່ນ ສິນຄ້າ​ໃນກຸ່ມພືດ​ກະສິກໍາ ມູນ​ຄ່າປະມານ 485,00 ລ້ານ ​ໂດ​ລາ​ສະຫະລັດ, ແລະ ຜະລິດ​ຕະພັນ​ແຮ່​ທາດ ມູນ​ຄ່າປະມານ 154,25 ລ້ານ ​ໂດ​ລາ​ສະຫະລັດ.

          ໃນປີ 2017 ການສົ່ງອອກພາຍ​ໃຕ້ FTA ແມ່ນມີມູນຄ່າສູງກວ່າພາຍໃຕ້ GSP ເຖິງ 992,40ລ້ານ ໂດລາສະຫະລັດ ຫຼື ກວມ 60% ຂອງມູນ​ຄ່າການສົ່ງອອກທັງໝົດພາຍໃຕ້ສິດທິພິເສດທາງການຄ້າ. ແບບຟອມທີ່ມີການນຳໃຊ້ຫຼາຍກວ່າໝູ່ພາຍໃຕ້ FTA ແມ່ນ ຟອມ D ມີ​ມູນ​ຄ່າປະມານ 701,44 ລ້ານ ໂດ​ລາ​ສະຫະລັດ, ຮອງລົງມາແມ່ນ ຟອມ S ມີ​ມູນ​ຄ່າປະມານ 150,69 ລ້ານ ​ໂດ​ລາ​ສະຫະລັດ, ​ແລະ ຟອມ E ມູນ​ຄ່າປະມານ 74,86 ລ້ານ ໂດລາສະຫະລັດ. ສໍາລັບການສົ່ງອອກພາຍໃຕ້ GSP ມີມູນຄ່າປະມານ 398,26 ລ້ານ ໂດລາສະຫະລັດ, ແບບຟອມທີ່ນໍາໃຊ້ຫຼາຍກວ່າໝູ່ແມ່ນ ຟອມ AT ສໍາລັບ​ຜະລິດຕະພັນເຄື່ອງນຸ່ງຫົ່ມ​ໄປສະຫະພາບເອີຣົບ ມີມູນຄ່າປະມານ 240,04 ລ້ານ ​ໂດ​ລາ​ສະຫະລັດ, ຮອງລົງມາແມ່ນ ຟອມ A ສໍາລັບ​ຜະລິດຕະພັນທົ່ວໄປ ມີມູນຄ່າປະມານ 154,80 ລ້ານ ໂດລາສະຫະລັດ, ແລະ ຟອມ CO-Korea 3,40 ລ້ານ ໂດລາສະຫະລັດ.

          ສາຍເຫດທີ່ມູນຄ່າສົ່ງອອກພາຍໃຕ້ FTA ເຊິ່ງກວມເອົາ 60% ຂອງມູນຄ່າການສົ່ງອອກທັງໝົດພາຍໃຕ້ສິດທິພິເສດທາງດ້ານການຄ້າ ເນື່ອງຈາກວ່າ ການສົ່ງອອກສິນຄ້າສ່ວນຫຼາຍແມ່ນສິນຄ້າກະສິກໍາ ແລະ ເຄື່ອງປ່າຂອງດົງ ໃນຮູບລັກສະນະວັດຖຸດິບ (ຍັງບໍ່ໄດ້ຜ່ານການປຸງແຕ່ງ) ເຊິ່ງສາມາດສັງເກດໄດ້ວ່າ ຜູ້ປະກອບການຂອງ ສປປ ລາວ ສ່ວນໃຫຍ່ເປັນວິສາຫະກິດຂະໜາດນ້ອຍ ແລະ ກາງ. ສະນັ້ນ, ຈຶ່ງເຫັນໄດ້ວ່າ ການແປຮູບຈາກວັດຖຸດິບມາເປັນສິນຄ້າສຳເລັດຮູບຍັງບໍ່ທັນສາມາດປະຕິບັດໄດ້ຕາມແນວທາງຂອງພັກ-ລັດໃນການສົ່ງເສີມການຜະລິດຫັນເປັນອຸດສາຫະກໍາທີ່ທັນສະໄໝ ແລະ ສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນລາວໄດ້ດີເທົ່າທີ່ຄວນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.