ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກຄໍາສັ່ງວ່າດ້ວຍການຢຸດຕິການອອກໃບອະນຸຍາດ ເຫຼັກ ແລະ ຊີມັງສະບັບເລກທີ 1364/ອຄ.ກຂອ, ລົງວັນທີ 28 ກັນຍາ 2018 ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ຢຸດຕິການອອກໃບອະນຸຍາດນໍາເຂົ້າ ເຫຼັກ ແລະ ຊີມັງ ທີ່ພະແນກເປັນຜູ້ຄຸ້ມຄອງອອກອະນຸຍາດ ຕາມຂໍ້ຕົກລົງເລກທີ 0450/ອຄ.ກຂອ, ລົງວັນທີ 01 ມິນາ 2012 ໂດຍໃຫ້ດໍາເນີນການນໍາເຂົ້າ ແລະ ສົ່ງອອກ ເຫຼັກ ແລະ ຊີມັງ ຕາມຂັ້ນຕອນການແຈ້ງພາສີຢູ່ດ່ານໄດ້ເລີຍ, ແຕ່ໃຫ້ປະຕິບັດສອດຄ່ອງກັບລະບຽບການທາງດ້ານເຕັກນິກທີ່ຂະແໜງການກ່ຽວຂ້ອງຂອງ ສປປ ລາວ ຫຼື ປະເທດປາຍທາງກໍານົດໄວ້.

ສໍາລັບການອອກໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າ, ສົ່ງອອກ, ຜະລິດ ແລະ ຈໍາໜ່າຍ ເຫຼັກ ແລະ ຊີມັງ ແມ່ນໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ນະຄອນຫຼວງ ເປັນເຈົ້າການຄຸ້ມຄອງ ແລະ ອອກໃບອະນຸຍາດດໍາເນີນທຸລະກິດດັ່ງກ່າວ.

ຄໍາສັ່ງສະບັບນີ້ ແມ່ນຈະໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 01 ມັງກອນ 2019 ເປັນຕົ້ນໄປ. ສອບຖາມຂໍ້ມູນເພີີ່ມເຕີມໄດ້ທີ່ກົມການນໍາເຂົ້າ ແລະ ສົ່ງອອກ (ກະຊວງອຸດສາຫະກໍາ ແລະ ການຄ້າ) ເບີໂທ: 021 454224

# ຫົວຂໍ້ ດາວໂຫຼດ
1 ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຄໍາສັ່ງ ຢຸດຕິການອອກໃບອະນຸຍາດນໍາເຂົ້າເຫຼັກ ແລະ ຊີມັງ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.