ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ    ເລກທີ 3411/ກງ
ນະຄອນຫຼວງວຽງຈັນ, ວັນທີ 23 ຕຸລາ 2018

                              ແຈ້ງການ                             

ເຖິງ : ບັນດາຫົວໜ່ວຍທຸລະກິດ ທີ່ດຳເນີນທຸລະກິດການນຳເຂົ້າ - ຈຳໜ່າຍນຳ້ມັນເຊື່້ອໄຟ ແລະ ອາຍແກັສ

ເລື່ອງ : ການຄິດໄລ່, ການແຈ້ງມອບ ອາກອນມູນຄ່າເພີ່ມ ແລະ ອາກອນກຳໄລຈາກການນຳເຂົ້າ  ແລະ ນຳໜ່າຍນ້ຳມັນເຊື້ອໄຟ ຢູ່ພາຍໃນປະເທດ

  • ອີງຕາມ ກົດໝາຍວ່າດ້ວຍສ່ວຍສາອາກອນ (ສະບັບປັບປຸງ) ສະບັບເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015;
  • ອີງຕາມ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ສະບັບເລກທີ 52/ສພຊ, ລົງວັນທີ 23 ກໍລະກົດ 2014
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ  ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງການເງິນ ສະບັບເລກທີ 144/ນຍ, ລົງວັນທີ 08 ພຶດສະພາ 2017;
  • ອີງຕາມ ຄຳແນະນຳການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍກອນມູນຄ່າເພີ່ມ ສະບັບເລກທີ 0077/ກງ, ລົງວັນທີ 11 ມັງກອນ 2017;
  • ອີງຕາມ ແຈ້ງການຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບ ການປັບລາຄາຂື້ນ-ລົງ ໃນແຕ່ລະໄລຍະ ໃນຂອບເຂດທົ່ວປະເທດ;
  • ອີງຕາມ ການສະເໜີລາຍງານຂອງ ກົມສ່ວຍສາອາກອນ ສະບັບເລກທີ 5427/ກງ.ກສອ, ລົງວັນທີ 12 ຕຸລາ 2012

   ເພື່ອຮັບປະກັນໃຫ້ແກ້ການຄຸ້ມຄອງ, ການຈັດເກັບ ແລະ ແຈ້ງການມອບປະເພດຕ່າງໆ ຈາກການນຳເຂົ້າ ແລະ ຈຳໜ່າຍນ້ຳມັນເຊື້ອໄຟ ແລະ ອາຍແກັສ ໃຫ້ຖືກຕ້ອງຕາມໂຄງສ້າງລາຄາໃນແຕ່ລະໄລຍະ ທີ່ລັດຖະບານກຳນົດ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.

ກະຊວງການເງິນ  ອອກແຈ້ງການ ດັ່ງນີ້:

1. ອາກອນມູນຄ່າເພີ່ມ ແລະ ອາກອນລາຍໄດ້.

    ການນຳເຂົ້ານຳ້ມັນຈາກຕ່າງປະເທດມາໃນດິນແດນຂອງ ສປປ ລາວ ຕ້ອງແຈ້ງເສຍ ພາສີ-ອາກອນ ແລະ ຄ່າທຳນຽນຕ່າງໆ ຕາມກົດໝາຍ ແລະ ລະບຽບການ (ຕາມໂຄງສ້າງລາຄາໃນແຕ່ລະໄລຍະ) ຢູ່ດ່ານພາສີຊາຍແດນຢ່າງຄົບຖ້ວນ ຂອດຂາຍຍົກຢູ່ພາຍໃນ ໃຫ້ຄິດໄລ່ເກັບອາກອນມູນຄ່າເພີ່ມ ຈາກການສະໜອງສີນຄ້າ ແລະ ບໍລິການ (ທີ່ບໍ່ແມ່ນການເຄື່ອນຍ້າຍ) ຕາມໂຄງສ້າງລາຄາໃນແຕ່ລະໄລຍະ  ແລະ ຂອດຂາຍຍ່ອຍ ຕ້ອງຄິດໄລ່ເກັບອາກອນລາຍໄດ້ ຕາມອັດຕາສ່ວນທີ່ກຳນົດໃນແຕ່ລະໄລຍະ ໂດຍໃຫ້ການປະຕິບັດການກວດນັບຕົວເລກມິດເຕີ ຂອງຫົວຈ່າຍນ້ຳມັນທີ່ໄດ້ຂາຍອອກ ໃຫ້ແຕ່ລະເດືອນ, ເພື່ອແຈ້ງມອບນຳຂະແໜງສ່ວຍສາອາກອນ ກ່ອນວັນທີ 15 ຂອງເດືອນຖັດໄປ.

  • ສຳລັບການນຳເຂົ້າ ແລະ ຈຳໜ່າຍນ້ຳມັນເຊື້ອໄຟ ທີ່ໂຄງສ້າງລາຄາກຳນົດໃນແຕ່ລະໄລຍະ ການຄິດໄລ່ເກັບອາກອນມູນຄ່າເພີ່ມຕ້ອງມອບ ແມ່ນໃຫ້ເອົາຈຳນວນນ້ຳມັນ (ລິດ) ທີ່ຂາຍອອກຄູນ (X) ກັບອາກອນມູນຄ່າເພີ່ມຕ້ອງມອບຕື່ມຕາມໂຄງສ້າງໃນແຕ່ລະໄລຍະ ເພື່ອແຈ້ງເຂົ້າໃນງົບປະມານ ຕາມລະບຽບກົດໝາຍກຳນົດ.
  • ນ້ຳມັນເຊື້ອໄຟ ແລະ ອາຍແກັສ ທີ່ຍັງບໍ່ທັນມີໂຄງສ້າງລາຄາກຳນົດ ແລະ ກິດຈະການສຳຮອງອື່ນໆ ລ່ວມທັງນ້ຳມັນເຊື້ອໄຟທີ່ມີໂຄງສ້າງລາຄາແລ້ວ ທີ່ຊື້ຢູ່ພາຍໃນປະເທດ ການຄິດໄລ່ເກັບອາກອນມູ່ນຄ່າເພີ່ມຕ້ອງມອບ ໃຫ້ປະຕິບັດຕາມກົນໄກກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມຄື: ອາກອນມູນຄ່າເພີ່ມເບື້ອງສົ້ນອອກ ລົບ(-) ກັບອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ຕາມເອກະສານຢັງຢືນການຊື້ -ຂາຍຕົວຈິງ ແລະ ການແຈ້ງລາຄາ ໃຫ້ຖຶກຕ້ອງກັບຄວາມຈີງ,ກໍລະນີແຈ້ງລາຄາບໍ່ສອດຄ່ອງຕາມໂຄງສ້າງລາຄາທີ່ໄດ້ກຳນົດໄວ້ໃນແຕ່ລະໄລຍະ ເຈົ້າໜ້າທີ່ສ່ວຍສາອາກອນຈະໄດ້ກວດກາໄລ່ລຽງ ແລະ ຄິດໄລ່ຄືນ ພ້ອມທັງນຳໃຊ້ມາດຕະການ ຕາມມາດຕາ 63 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 52/ສພຊ, ລົງວັນທີ 23 ກໍລະກົດ 2014;
  • ກໍລະນີກວດກາເຫັນມີການເຊື່ອງອຳໂດຍບໍ່ແຈ້ງຈຳນວນ ນ້ຳມັນເຊື້ອໄຟ ແລະ ອາຍແກັສ ລວມທັງກິດຈະການສຳຮອງຕ່າງໆບໍ່ອະນຸຍາດໃຫ້ນຳເອົາມູນຄ່າເພີ່ມເບື້ອງສົ້ນເຂົ້າ ມາຫັກລົບກັບອາກອນມູນຄ່າເພີ່ມເບື້ອງສົ້ນອອກ ແລະ ການຄິດໄລ່ອາກອນມູນຄ່າເພີ່ມ ໃຫ້ເອົາຈຳນວນສິນຄ້າທີ່ກວດກາໄດ້ເພີ່ມ ຄູນ (X) ກັບລາຄາຂາຍຕາມໂຄງສ້າງກໍານົດ ຫຼື ລາຄາຂາຍຕົວຈິງ ຄູນອັດຕາອາກອນມູນຄ່າເພີ່ມ 10%.

    ການຄິດໄລ່ອາກອນມູນຄ່າເພີ່ມ ຈາກການນຳເຂົ້າ ແລະ ຈຳໜາຍນ້ຳມັນເຊື້ອໄຟ ແລະ ອາຍແກັສ ທີ່ບໍ່ແມ່ນເຄື່ອນຍ້າຍຢູ່ໃນພາຍໃນ  ໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ຂ້າງນີ້ ສ່ວນການແຈ້ງມອບອາກອນມູນຄ່າເພີ່ມ ທີ່ຕ້ອງມອບຕື່ມ ຕາມໂຄງສ້າງລາຄາໃນແຕ່ລະໄລຍະ ໃຫ້ແຈ້ງມອຍຢູ່ໃນທຸລະກິດໄປເຄື່ອນໄຫວ 100% ຈຳນວນອາກອນມູນຄ່າເພີ່ມ.

   2. ອາກອນກຳໄລ

ອາກອນກຳໄລ ແມ່ນອາກອນທາງກົງ ຊຶ່ງຄິດໄລ່ອອກຈາກຜູ້ດຳເນີນທຸລະກິດໂດຍກົງ ການຄິດໄລ່ເກັບອາກອນ ກຳໄລຈາກການນຳເຂົ້າ ແລະ ຈຳໜາຍນ້ຳມັນເຊື້ອໄຟ ແລະ ອາຍແກັສ ທີ່ມີໂຄງສ້າງລາຄາກຳນົດ, ບໍ່ທັນມີໂຄງສ້າງ ລາຄາກຳນົດ ລວມກິດຈະການສຳຮອງອື່ນໆ ແມ່ນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການບັນຊີ ແລະ ໃຫ້ຄິດໄລ່ຕາມຜົນໄດ້ຮັບທາງດ້ານສ່ວຍສາອາກອນ ຕາມມາດຕາ 30 ຂອງກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015.

  • ກໍລະນີ ຫົວໜ່ວຍທຸລະກິດ ຖືບັນຊີບໍ່ຖືກຕ້ອງ ແລະ ກວດກາພົບເຫັນມີການເຊື່ອງອຳ ໃຫ້ປະຕິບັດຕາມມາດຕາ 32 ແລະ 33 ຂອງກົດໝາຍສ່ວຍສາອາກອນ.
  • ສຳລັບຫົວໜ່ວຍທຸລະກິດ ທີ່ບໍ່ຖືບັນຊີ (ບໍ່ມີບົດສະຫຼຸບຫົວໜ່ວຍປະຈຳປີ) ການຄິດໄລ່ ອາກອນກຳໄລ ໃຫ້ເອົາກຳໄລລວມຕາມໂຄງສ້າງ ລາຄາກຳນົດໃນແຕ່ລະໄລຍະ ຄູນ (X)  ກັບ ອັດຕາອາກອນກຳໄລ 24%.

3. ອາກອນມູນຄ່າເພີ່ມ ເບື້ອງສົ້ນເຂົ້າຂອງຊັບສິນ, ສ່ວນຫຼຸດການຄ້າ, ສ່ວນຫຼຸດການເງິນ ແລະ ການຕັດນ້ຳມັນບົກແຫ້ງລະເຫີຍອາຍ.

ໃຫ້ປະຕິບັດຕາມກົດໝາຍ ວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 52/ສພຊ, ລົງວັນທີ 23 ກໍລະກົດ 2014, ມາດຕາ 20, 21​, 22 ແລະ ຄຳແນະນຳວ່າດ້ວຍການຈັດຕັ້ງປະຕິບັດ ອາກອນມູນຄ່າເພີ່ມ ສະບັບເລກທີ 0077/ກງ, ລົງວັນທີ 11 ມັງກອນ 2017 ຂໍ້ທີ 7.1 ແລະ ບາງກໍລະນີຄື ດັ່ງນີ້:

  • ອາກອນມູນຄ່າເພີ່ມ ທີ່ຕິດພັນກັບການຊື້ຊັບສົມບັດຂອງວິສາຫະກິດ  ແມ່ນບໍ່ອະນຸຍາດໃຫ້ນຳມາຫັກ ກັບອາກອນມູນຄ່າເພີ່ມຂອດຂາຍນ້ຳມັນເຊື້ອໄຟ ແລະ ກິດຈະການສຳຮອງຕ່າງໆ ໃຫ້ເອົ້າເຂົ້າມາເປັນຕົ້ນທຶນ ຫັກຄ່າຫຼຸ້ຍຫ້ຽນຕາມກົດໝາຍ ແລະ ລະບຽບການ ເນື່ອງຈາກວ່ານ້ຳມັນແມ່ນສິນຄ້າຍຸດທະສາດລັດຖະບານຄຸ້ມຄອງລາຄາຊື້-ຂາຍ ໃນແຕ່ລະໄລຍະ;
  • ອາກອນມູນຄ່າເພີ່ມ ເບື້ອງສົ້ນເຂົ້າທີ່ຕິດພັນກັບຄ່າຂົນສົ່ງເວລາຊື້ ບໍ່ອະນຸຍາດໃຫ້ນຳມາຫັກຄືນໃຫ້ບວກເຂົ້າເປັນຕົ້ນທຶນຂອງສີນຄ້າ ຊຶ່ງລວມຢູ່ໃນມູນຄ່າແຈ້ງພາສີຂາເຂົ້າ (CIF) ສ່ວນຄ່າຂົນສົ່ງເວລາຂາຍ ແມ່ນບໍ່ອະນຸຍາດໃຫ້ຫັກຄືນ ໃຫ້ລົງເປັນເວລາຈ່າຍຂອງທຸລະກິດ;
  • ນ້ຳມັນຜິດດ່ຽງເວລາຮັບເຂົ້າ-ຈ່າຍອອກ ແລະ ຍອດເຫຼືອຄ້າງສາງ, ເນື້ອໃນການຕັດບົກແຫ້ງລະເຫີຍອາຍ ບໍ່ອະນຸຍາດໃຫ້ຫົວໜ່ວຍທຸລະກິດຫັກຈຳນວນນ້ຳມັນທີ່ບົກແຫ້ງ ແລະ ລະເຫີຍອາຍອອກອີກ ເນື່ອງຈາກວ່າໂຄ້ງສ້າງລາຄາໄດ້ກຳນົດຄວາມສ່ຽງດັ່ງກ່າວແລ້ວ;
  • ສ່ວນຫຼຸດການຄ້າ ແລະ ສ່ວນຫຼຸດການເງິນ ແມ່ນບໍ່ອະນຸຍາດໃຫ້ລົງເປັນລາຍຈ່າຍ (ບໍ່ຮັບຮູ້) ເພາະວ່ານ້ຳມັນເຊື້ອໄຟແມ່ນສີນຄ້າຍຸດທະສາດລັດຖະບານເປັນຜູ້ຄຸ້ມຄອງລາຄາຊື້ - ຂາຍ ໃນແຕ່ລະໄລຍະ ເຊິ່ງບໍ່ອະນຸຍາດໃຫ້ຂາຍຫຼຸດ-ຂາຍເກີນໂຄງສ້າງລາຄາໃນແຕ່ລະໄລຍະ;
  • ສຳລັບຫົວໜ່ວຍທຸລະກິດທີ່ນຳໃຊ້ໃບເພີ່ມໜີ້/ຫຼຸດໜີ້ ໃນໄລຍະຜ່ານມາ ສ່ວນຜິດດ່ຽງຈຳນວນດັ່ງກ່າວແມ່ນ ບໍ່ອະນຸຍາດໃຫ້ລົງເປັນລາຍຈ່າຍ ແລະ ບໍ່ອະນຸຍາດໃຫ້ນຳໃຊ້ຕໍ່;

4. ສຳລັບຫົວໜ່ວຍທຸລະກິດທີ່ດຳເນີນການກວດກາບັນຊີປະຈຳປີ (ກວດກາໄລ່ລຽງ) ສຳເລັດໄປດ້ວຍໃບຢັັ້ງຢືນເອົາຕາມບົດບັນທຶກກວດກາທີ່ເຊັນເຂົ້າຮ່ວມກັນ, ກໍລະນີຫົວໜ່ວຍທຸລະກິດໃດຫາກຍັງຄ້າງການກວດກາປະຈຳປີ (ກວດກາໄລ່ລຽງ) ແມ່ນໃຫ້ປະຕິບັດເນື້ອໃນແຈ້ງການສະບັບນີ້ ເນື່ອງຈາກວ່າລັດຖະບານໄດ້ອອກໂຄງສ້າງລາຄານ້ຳມັນເຊື້ອໄຟ ແລະ ອາຍແກັສ ເປັນເວລາດົນພໍສົມຄວນ ແລະ ໄດ້ດຳເນີນລາຄາຊື້້-ຂາຍ ພັນທະຕ່າງໆຢ່າງຈະແຈ້ງແລ້ວ.

ກໍລະນີມີການເຄື່ອນຍ້າຍສິນຄ້າມາຈາກແຂວງໜຶ່ງໄປຫາອີກແຂວງໜຶ່ງ ທີ່ບໍ່ມີການສະໜອງຊື້-ຂາຍ ແຕ່ລະຄັ້ງຕ້ອງແຈ້ງຕໍ່ຂະແໜງພາສີເພື່ອອອກເອກະສານຕິດຕາມໃນການເຄື່ອນຍ້າຍສີນຄ້າດ້ວຍຕົນເອງຕາມແບບຟອມ ບໍ 88 ແລ້ວສົ່ງອອກໃຫ້ຂະແໜງສ່ວຍສາອາກອນ ຢູ່ຕົ້ນທາງ ແລະ ປາຍທາງ.

1. ນ້ຳມັນເຊື້ອໄຟ ແລະ ອາຍແກັສ ທີ່ນຳເຂົ້າຈາກຕ່າງປະເທດທຸກຄັ້ງທີ່ຕ້ອງເອົາລົງສາງຂອງຕົນຢູ່ພາຍໃນກ່ອນ, ບໍ່ອະນຸຍາດໃຫ້ລົດນ້ຳມັນທີ່ນຳເຂົ້າມາຈາກຕ່າງປະເທດໄປສົ່ງກັບລູກຄ້າ ຫຼື ປ້ຳຕົນເອງໂດຍກົງ ;

2. ເວລາສະໜອງສິນຄ້າ ແລະ ບໍລິການ ໃຫ້ລູກຄ້າ ຫຼື ປ້ຳຕົນເອງ (ທີ່ບໍ່ແມ່ນການເຄື່ອນຍ້າຍ) ຕ້ອງອອກໃບເກັບເງິນອາກອນ ພ້ອມທັງຄິດໄລ່ອາກອນມູນຄ່າເພີ່ມຕາມໂຄງສ້າງໃນແຕ່ລະໄລຍະ ແລະ ແຈ້ງມອບເຂົ້າງົບປະມານ ຕາມກົດໝາຍ ແລະ ລະບຽບການ;

3. ການເຄື່ອນຍ້າຍນ້ຳມັນເຊື້ອໄຟ ແລະ ອາຍແກັສ ແຕ່ແຂວງໜຶ່ງໄປຫາອືກແຂວງໜຶ່ງ ຕ້ອງໄດ້ປະກອບເອກະສານໃນການເຄື່ອນຍ້າຍແບບອອກຟອມ ບໍ 88 ນຳຂະແໜງພາສີ ແລະ ຕ້ອງມີເອກະສານຊ້ອນທ້າຍຂັດຕິດ ໃບບໍ IM 4 ນ້ຳມັນທີ່ນຳເຂົ້າ, ໃບເກັບເງິນອາກອນ, ໃບບົງຈ່າຍອອກສາງ, ຂັດຕິດທຸກຄັ້ງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ເຊັນແທນລັດຖະມົນຕີກະຊວງການເງິນ

ບຸນໂຈມ ອຸບົນປະເສີດ

 

# ຫົວຂໍ້ ດາວໂຫຼດ
1 Notification on calculation, VAT and Profit Tax declaration for import and sell of petroleum within Lao PDR No. 3411/MOF, dated 23 October 2018 PDF
2 ແຈ້ງການ ກ່ຽວກັບ ການຄິດໄລ່, ການແຈ້ງມອບ ອາກອນມູນຄ່າເພີ່ມ ແລະ ອາກອນກຳໄລຈາກການນຳເຂົ້າ ແລະ ຈຳໜ່າຍ ນໍ້າມັນເຊື້ອໄຟ ຢູ່ພາຍໃນປະເທດ ສະບັບເລກທີ 3411/ກງ, ລົງວັນທີ 23 ຕຸລາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.