ສາທາລະນະລັດ ປະຊາທິປະໄຕ ປະຊາຊນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ         ເລກທີ: 02539/ກພສ
ກົມພາສີ             ນະຄອນຫຼວງວຽງຈັນ, ວັນທີ: 21 MAY 2018

ບົດແນະນຳ
ວ່າດ້ວຍການຄຸ້ມຄອງການນຳໃຊ້ບັດອະນຸຍາດແຈ້ງພາສີ
ຜ່ານລະບົບການແຈ້ງພາສີເປັນລາຍລະອຽດແບບອັດຕະໂນມັດ (ASYCUDA)

  • ອີງຕາມ ກົດໝາຍພາສີສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງບາງມາດຕາ, ສະບັບເລກທີ: 057/ສພຊ, ລົງວັນທີ: 24 ທັນວາ 2014;
  • ອີງຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີກະຊວງການເງິນ ສະບັບເລກທີ: 2826/ກງ, ລົງວັນທີ: 22 ສິງຫາ 2017, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ;
  • ອີງຕາມ  ບົດແນະນຳຂອງກົມພາສີ  ກ່ຽວກັບການແຈ້ງພາສີເປັນລາຍລະອຽດ ດ້ວຍລະບົບເອເລັກໂຕນິກ, ສະບັບເລກທີ: 00097/ກພສ, ລົງວັນທີ: 06 ມັງກອນ 2017;
  • ອີງຕາມການເຫັນດີເປັນເອກະພາບຂອງຄະນະກົມພາສີ.

ຫົວໜ້າກົມພາສີ ອອກບົດແນະນຳ ຄື:

ມາດຕາ 1: ຈຸດປະສົງ

ບົດແນະນຳສະບັບນີ້ ເພື່ອກຳນົດລະບຽບຫຼັກການ, ເງື່ອນໄຂການອອກບັດອະນຸຍາດແຈ້ງພາສີ  ແລະ  ມາດຕະການຄຸ້ມຄອງການນຳໃຊ້ລະບົບ  ASYCUDA   ໃຫ້ແກ່ຜູ້ແຈ້ງພາສີກໍ່ຄືບຸກຄົນ, ນິຕິບຸກຄົນ, ບໍລິສັດ, ອົງການຈັດຕັ້ງພາກລັດ ແລະ ສາກົນ ທີ່ດຳເນີນການແຈ້ງພາສີເປັນລາຍລະອຽດຜ່ານລະບົບ  ASYCUDA  ຢູ່ບັນດາດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ   ແນໃສ່ເພື່ອກວດກາ  ແລະ  ຢັ້ງຢືນຄືນຄວາມຖືກຕ້ອງຂອງຜູ້ແຈ້ງພາສີ ໃຫ້ສອດຄ່ອງກັບລະບຽບກົດໝາຍ ແລະ ເອກະພາບໃນຂອບເຂດທົ່ວປະເທດ.

ມາດຕາ 2: ຂອບເຂດສິດນຳໃຊ້ບັດອະນຸຍາດແຈ້ງພາສີ

ນຳໃຊ້ເພື່ອຢັ້ງຢືນຖານະຂອງຜູ້ແຈ້ງພາສີທີ່ໄດ້ຮັບອະນຸຍາດ  ຊຶ່ງຈະຕ້ອງໄດ້ສະແດງບັດດັ່ງກ່າວຕໍ່ເຈົ້າໜ້າທີ່ພາສີຜູ້ຮັບເອກະສານ ເພື່ອກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງຜູ້ນຳໃຊ້ໃນເວລາດຳເນີນການແຈ້ງພາສີເປັນລາຍລະອຽດ ຜ່ານລະບົບ ASYCUDA ຢູ່ບັນດາດ່ານພາສີ ຊາຍແດນໃນຂອບເຂດທົ່ວປະເທດ.

ມາດຕາ 3: ເງື່ອນໄຂໃນການອອກບັດອະນຸຍາດແຈ້ງພາສີ

ຜູ້ແຈ້ງພາສີ ທີ່ສະເໜີຂໍອອກບັດອະນຸຍາດແຈ້ງພາສີ ຈະຕ້ອງປະກອບມີບັນດາເງື່ອນໄຂ ຄື:

- ຕ້ອງເປັນບໍລິສັດ, ອົງການຈັດຕັ້ງພາກລັດ ຫຼື ສາກົນ ທີ່ໄດ້ຮັບ ອະນຸຍາດໃນການດຳເນີນການສົ່ງອອກ-ນຳເຂົ້າສິນຄ້າ, ເຄື່ອງຂອງ ຖືກຕ້ອງຕາມລະບຽບການ;

- ຕ້ອງມີເອກະສານຢັ້ງຢືນຈາກບໍລິສັດ, ອົງການຈັດຕັ້ງພາກລັດ ຫຼື ສາກົນ, ຄັດຕິດເປັນເອກະສານປະກອບໃນການສະເໜີ;

- ຕ້ອງໄດ້ຜ່ານການຝຶກອົບຮົມການນຳໃຊ້ລະບົບ  ASYCUDA  ແລະ ໄດ້ຮັບການຢັ້ງຢືນຈາກກົມພາສີ;

- ຕ້ອງແມ່ນສັນຊາດລາວ ແລະ ອາຍຸ 18 ປີ ຂຶ້ນໄປ, ມີໃບແຈ້ງໂທດ ແລະ ບໍ່ເຄີຍມີຄະດີທາງພາສີ.

ມາດຕາ 4: ຂັ້ນຕອນໃນການອອກບັດອະນຸຍາດແຈ້ງພາສີ

ຜູ້ແຈ້ງພາສີ ທີ່ມີສິດສະເໜີອອກບັດອະນຸຍາດແຈ້ງພາສີ ຕ້ອງປະກອບເອກະສານສະເໜີຄື:

4.1. ກໍລະນີສະເໜີ ໃນນາມບໍລິສັດ ແມ່ນໃຫ້ນຳສົ່ງເອກະສານປະກອບຕ່າງໆ  ໃຫ້ກົມຄຸ້ມຄອງພາສີ, ກອງກວດພາສີປະຈຳແຂວງເພື່ອສັງລວມ ແລະ ນຳສະເໜີໃຫ້ກົມພາສີພິຈາລະນາອອກເລກລະຫັດ User,  ເຊິ່ງເອກະສານປະກອບຕ່າງໆປະກອບມີ:

- ໃບສະເໜີ;

- ໃບທະບຽນວິສະຫະກິດ;

- ໃບອະນຸຍາດເປັນຢູ້ບໍລິການແຈ້ງພາສີ ຈາກກົມພາສີ ຫຼືກະຊວງການເງິນ (ຖ້າມີ);

- ໃບຢັ້ງຢືນຈາກບໍລິສັດ;

- ໃບຢັ້ງຢືນຜ່ານການຝຶກອົບຮົມຈາກກົມພາສີ;

- ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາບັດປະຈຳຕົວ;

- ໃບແຈ້ງໂທດ;

- ຮູບຖ່າຍ ບໍ່ເກີນ 3 ເດືອນ ຂະໜາດ 3 x 4 ຈຳນວນ 2 ໃບ.

4.2. ກໍລະນີສະເໜີ ໃນນາມອົງການຈັດຕັ້ງພາກລັດ ຫຼື ສາກົນ ໃຫ້ນຳສົ່ງເອກະສານປະກອບຕ່າງໆ  ໃຫ້ພະແນກແຜນການ  ແລະ  ຂໍ້ມູນຂ່າວສານ (ກົມພາສີ)  ເພື່ອນຳສະເໜີໃຫ້ກົມພາສີ  ພິຈາລະນາອອກບັດ, ເອກະສານປະກອບຕ່າງໆ ປະກອບມີ:

- ໃບສະເໜີ;

- ໃບຢັ້ງຢືນຂອງກົມກອງ ຫຼື ຫ້ອງການ;

- ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາບັດປະຈຳຕົວ;

- ໃບຢັ້ງຢືນຜ່ານການຝຶກອົບຮົມຈາກກົມພາສີ;

- ຮູບຖ່າຍ ບໍ່ເກີນ 3 ເດືອນ ຂະໜາດ 3 x 4 ຈຳນວນ 2 ໃບ.

4.3  ຄ່າທຳນຽມ ໃນການອອກບັດອະນຸຍາດແຈ້ງພາສີ ແມ່ນ 100,000 ກີບ/ບັດ.

ມາດຕາ 5: ຮູບແບບບັດອະນຸຍາດແຈ້ງພາສີ

- ດ້ານໜ້າປະກອບມີ: ເລກທີ; Logo ຂອງກົມພາສີ; ຮູບຖ່າຍເຈົ້າຂອງບັດ; ຊື່ ແລະ ນາມສະກຸນ; ເລກທະບຽນ; ບໍລິສັດ ຫຼື ອົງການຈັດຕັ້ງຕ່າງໆ ທີ່ສັງກັດ; ລະຫັດເຂົ້າລະບົບ; ວັນທີອອກບັດ ແລະ ວັນໝົດອາຍຸ; ປະເພດຜູ້ແຈ້ງພາສີ (A ຜູ້ບໍລິການແຈ້ງພາສີ, B ຜູ້ແຈ້ງພາສີໃຫ້ແກ່ບໍລິສັດ ຂອງຕົນເອງ, C ຜູ້ແຈ້ງພາສີ ໃນນາມອົງການຈັດຕັ້ງພາກລັດ ຫຼື ສາກົນ); QR Code ທີ່ສາມາດສະແດງຂໍ້ມູນຕ່າງໆ ເຊັ່ນ: ເລກທີ ,ລະຫັດ User ID, ຊື່  ແລະ  ນາມສະກຸນ,  ເລກທະບຽນ,  ວັນທີອອກບັດ,  ວັນໝົດອາຍຸ   ແລະ ປະເພດຜູ້ແຈ້ງ; ແລະ ລາຍເຊັນ ພ້ອມປະທັບຕາ ຫົວໜ້າພະແນກແຜນການ ແລະ ຂໍ້ມູນຂ່າວສານ, ກອງຄຸ້ມຄອງພາສີ ແລະ ກອງກວດກາພາສີປະຈຳແຂວງ.

- ດ້ານຫຼັງປະກອບມີຄຳແນະນຳ.

ມາດຕາ 6: ການກຳນົດເວລາໃຊ້ ແລະ ການຕໍ່ອາຍຸການນຳໃຊ້ບັດອະນຸຍາດແຈ້ງພາສີ

ອະນຸຍາດນຳໃຊ້ບັດ  ແມ່ນ  1  ປີ  ພາຍຫຼັງທີ່ໄດ້ຮັບການອະນຸມັດຈາກກົມພາສີ. ຜູ້ປະກອບການ ທີ່ໄດ້ຮັບອະນຸຍາດນຳໃຊ້ບັດສາມາດຕໍ່ອາຍຸການນຳໃຊ້ບັດໄດ້ແຕ່ຕ້ອງໄດ້ມາພົວພັນກັບກອງຄຸ້ມຄອງພາສີບ່ອນທີ່ອອກບັດກ່ອນວັນໝົດອາຍຸ 1 ເດືອນ, ເພື່ອກວດກາປະຫວັດການເຄື່ອນໄຫວ ກ່ອນຈະໄດ້ຮັບການອະນຸມັດຕໍ່ອາຍຸ.

ມາດຕາ 7: ວ່າດ້ວຍຂໍ້ຫ້າມ

ຜູ້ແຈ້ງພາສີ ທີ່ໄດ້ຮັບອະນຸຍາດນຳໃຊ້ບັດສາມາດນຳບັດໃຊ້ພົວພັນວຽກງານເຂົ້າໃນການແຈ້ງພາສີເປັນລາຍລະອຽດ ທີ່ຕິດພັນກັບການສົ່ງອອກ-ນຳເຂົ້າສິນຄ້າ, ເຄື່ອງຂອງ ຂອງບໍລິສັດ ຫຼື ອົງການຈັດຕັ້ງຂອງຕົນເທົ່ານັ້ນ.  ຫ້າມບໍ່ບຸກຄົນອື່ນນຳໃຊ້ບັດພົວພັນວຽກງານ ຫຼື ລະຫັດ User ຂອງຕົນເອງຢ່າງເດັດຂາດ. ຫ້າມບໍ່ໃຫ້ນຳໃຊ້ບົດພົວພັນວຽກງານ ກັບວຽກງານອື່ນໆ  ທີ່ບໍ່ຕິດພັນກັບການແຈ້ງພາສີ  ເປັນລາຍລະອຽດ.

ມາດຕາ 8: ມາດຕະການຕໍ່ລະເມີດ

ຜູ້ແຈ້ງພາສີ ທີ່ໄດ້ຮັບອະນຸຍາດໃຫ້ນຳໃຊ້ບັດເຂົ້າໃນການແຈ້ງພາສີເປັນລາຍລະອຽດແບບອີເລັກໂທຣນິກ ທີ່ລະເມີດຂໍ້ຫ້າມຕາມທີ່ໄດ້ກຳນົດໄວ້ໃນຂໍ້ກຳນົດສະບັບນີ້ ຈະຖືກປະຕິບັດມາດຕະການຕາມລຳດັບຄື: ກ່າວເຕືອນ, ໂຈະການນຳໃຊ້ຊົ່ວຄາວ  ແລະ  ຍົກເລີກການນຳໃຊ້ຖາວອນ

- ກໍລະນີທີ່ມີ່ການກະທຳຜິດທາງພາສີໃນທຸກຮູບແບບຈະຖືກດຳເນີນຄະດີທາງພາສີຕາມແຕ່ລະກໍລະນີ;

- ກໍລະນີເປັນການກະທຳຜິດທີ່ສົ່ງຜົນກະທົບທາງແພ່ງ ຫຼື ທາງອາຍາຈະຕ້ອງຊົດໃຊ້ຄ່າເສຍຫາຍ ແລະ ຖືກດຳເນີນຄະດີຕາມກົດໝາຍ;

- ກໍລະນີຍົກເລີກການນຳໃຊ້ບັດ  ປະກອບມີ: ຜູ້ແຈ້ງພາສີ  ກະທຳຜິດທາງພາສີ, ບັດຕົກເຮ່ຍເສຍຫາຍ, ບັດທີ່ບໍ່ມີການເຄື່ອນໄຫວ ຫຼື  ບໍ່ມີການນຳໃຊ້  ເກີນ 6 ເດືອນຂຶ້ນໄປ.

ມາດຕາ 9: ການຈັດຕັ້ງປະຕິບັດ

ມອບບັນດາພະແນກອອ້ມຂ້າງກົມພາສີ, ກອງຄຸ້ມຄອງພາສີ, ກອງກວດກາພາສີປະຈຳແຂວງ,  ດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ເຜີຍແຜ່ບົດແນະນຳສະບັບນີ້ ໃຫ້ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງພາກລັດ ຫຼື  ສາກົນຈົ່ງຮັບຮູ້ຕໍ່ລະບຽບຫຼັກການເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ

ມາດຕາ 10: ຜົນສັກສິດ

ບົດແນະນຳສະບັບນີ້  ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຮັກສາການຫົວໜ້າກົມພາສີ
ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 Instructions for the Management of the Custom Declaration Card through the Detailed Customs Declaration by ASYCUDA No. 02539/CD, dated 21 May 2018 PDF
2 ບົດແນະນຳ ວ່າດ້ວຍການຄຸ້ມຄອງການນຳໃຊ້ບັດອະນຸຍາດແຈ້ງພາສີ ຜ່ານລະບົບການແຈ້ງພາສີເປັນລາຍລະອຽດແບບອັດຕະໂນມັດ (ASYCUDA) ເລກທີ 02539/ກພສ, ລົງວັນທີ 21 ພຶດສະພາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.