ພາຍຫຼັງທີ່ໄດ້ຮັບການເຊື້ອເຊີນ ຈາກ ຄະນະ​ບໍລິຫານ​ເຂດເສດຖະກິດພິເສດ ແຂວງ ຈຳປາສັກ, ກົມ ຂອ ໄດ້ສົມທົບ ກັບສະພາບໍລິຫານ ຂສພຈສ ຮ່ວມກັນຈັດຝຶກອົບຮົມກ່ຽວກັບ ການອອກ ​ແລະ ຄຸ້ມ​ຄອງ​ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຂຶ້ນ ໃນລະຫວ່າງວັນທີ  08-12 ຕຸລາ 2018 ທີ່ຫ້ອງປະຊຸມຂອງ ພະແນກແຜນການ ແລະ ການລົງທຶນ ​ແຂວງ​ຈຳປາ​ສັກ. ເປົ້າໝາຍຜູ້ເຂົ້າຮ່ວມ ແມ່ນຄະນະບໍລິຫານເຂດດັ່ງກ່າວ ເຊິ່ງມີຈຸດປະສົງສ້າງຄະນະບໍລິຫານເຂດໃຫ້ກາຍເປັນເຈົ້າໜ້າທີ່ປະຈໍາການ ທີ່ສາມາດຄຸ້ມຄອງ ແລະ ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃນອານາຄົດອັນໄວໆນີ້. ເຊິ່ງໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ສຸລິຍົນ ພິລາວົງ ຫົວໜ້າ ກົມ ຂອ ແລະ ທ່ານ ຄໍາພົນ ນວນແສງສີ ປະທານສະພາບໍລິຫານເຂດ ຂສພຈສ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 21 ທ່ານ, ໃນນັ້ນຕາງໜ້າຈາກພາກລັດ ຈໍານວນ 05 ທ່ານ, ​ແລະ ຄະນະບໍລິຫານເຂດ ຈຳນວນ 16 ທ່ານ.

          ການຝຶກອົບຮົມໃນຄັ້ງນີ້ ແມ່ນເນັ້ນໃຫ້ເຈົ້າໜ້າທີ່ພາຍໃນເຂດ ຂສພຈສ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ລະບຽບແຫຼ່ງກຳເນີດສິນຄ້າພາຍ​ໃຕ້ຂອບສັນຍາຕ່າງໆ ລວມເຖິງຂັ້ນຕອນການອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ເພື່ອຮັບປະກັນວຽກງານດັ່ງກ່າວຈະຖືກນຳໄປປະຕິບັດໃຫ້ສອດຄ່ອງກັບລະບຽບການທີ່ມີຢູ່ຂອງ ສປປ ລາວ ແລະ ສອດຄ່ອງກັບພັນທະຂອງ ສປປ ລາວ ທີ່ໄດ້ຮັບສິດທິພິເສດທາງການຄ້າ ກ່ອນຈະມີ​ການ​ມອບ​ສິດ​ໃຫ້​​ເປັນ​ເຈົ້າໜ້າທີ່​ປະຈຳ ຂສພຈສ ໃຫ້ອອກ ແລະ ຄຸ້ມ​ຄອງ​ໃບຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ທີ່​ໄດ້​ຮັບ​ສິດທິ​ພິ​ເສດ. ຟອມທີ່ ຂສພຈສ ​ຈະສາມາດ​ອອກໄດ້ ທັງໝົດ​ພາຍຫຼັງການມອບສິດມີຈໍານວນ 12 ຟອມ ຄື: A, D, E, S, AANZ, AI, AJ, AK, APTA, DFTP, SPT, ​ແລະ Co-Korea. ໃນນັ້ນ, ຍັງໄດ້ນຳສະເໜີ ກ່ຽວກັບ ວິທີການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ (​​​CO) ທີ່ ສປປ ລາວ ນຳໃຊ້ໃນປະຈຸບັນນີ້, ຊຶ່ງມີທັງໝົດ 03 ວິທີດ້ວຍກັນຄື: ວິທີອອກແບບເຈ້ຍສໍ, ອອກຜ່ານທາງລະບົບເອເລັກໂຕຣນິກ, ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ.

ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ (ຊ້າຍມື) ແລະ ທ່ານ ຄໍາພົນ ແສງນວນ ປະທານ ສະພາບໍລິຫານເຂດເສດຖະກິດພິເສດ ແຂວງ ຈໍາປາສັກ (ຂວາມື)

ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ (ຊ້າຍມື) ແລະ ທ່ານ ຄໍາພົນ ນວນແສງສີ ປະທານ ສະພາບໍລິຫານເຂດເສດຖະກິດພິເສດ ແຂວງ ຈໍາປາສັກ (ຂວາມື) 

ທ່ານ ສຸລິຍົນ ພິລາວົງ ໄດ້ກ່າວວ່າ ການ​ຝຶກ​ອົບຮົມ​ ​ມີ​ຄວາມ​ໝາຍ​ສໍາຄັນ​ຍິ່ງ ​ເຊິ່ງເປົ້າໝາຍແມ່ນໃຫ້​ຜູ້ເຂົ້າຮ່ວມທັງໝົດສາມາດເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບ ຄວາມໝາຍຄວາມສຳຄັນຂອງວຽກງານແຫຼ່ງກຳເນີດສິນຄ້າ ແລະ ສາມາດຈັດຕັ້ງປະຕິບັດຂັ້ນຕອນໃນການອອກຟອມໄດ້ຢ່າງຖືກຕ້ອງສອດຄ່ອງ​ກັບ​ລະບຽບ​ການ ເພື່ອໃຫ້ຜູ້ເຂົ້າຮ່ວມກາຍເປັນເຈົ້າໜ້າທີ່ທີ່ສາມາດກວດກາເງື່ອນໄຂແຫຼ່ງກຳເນີດສິນຄ້າ ແລະ ທັງສາມາດ​ເປັນທີ່ປຶກສາໃຫ້ຜູ້ປະກອບການທີ່ສົນໃຈ ກ່ຽວ​ກັບ ສິດທິ​ພິ​ເສດ​ທາງ​ການ​ຄ້າໄດ້ຢ່າງຖືກຕ້ອງ.

         

ການຝຶກອົບຮົມຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມໄດ້ຮັບຂໍ້ມູນໃໝ່ໆ ກ່ຽວກັບ ສິດທິພິເສດທາງການຄ້າໃນແບບຝ່າຍດຽວ, ແລະ ຕ່າງຝ່າຍຕ່າງຕອບແທນກັນ ລວມເຖິງກາລະໂອກາດເຂົ້າສູ່ຕະຫຼາດຂອງບັນດາປະເທດທີ່ເປັນພາຄີຂອງສັນຍາການຄ້າເສລີ ບໍ່ວ່າຈະເປັນຕະຫຼາດອາຊຽນ, ແລະ ປະເທດຄູ່ເຈລະຈາຂອງອາຊຽນ ເຊັ່ນ: ສປ ຈີນ, ຢີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ, ແລະ ນິວຊີນແລນ. ການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງຂອງອາຊຽນ, ແລະ ການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງຂອງສະຫະພາບເອີຣົບ, ນໍເວ ແລະ ສະວິດ ພາຍໃຕ້ລະບົບ (Registe- red Exporter System: REX). ເຊິ່ງໄດ້ລົງເລິກວິທີໃນການກວດແຫຼ່ງກຳເນີດສິນຄ້າໃນຂອບສັນ ຍາຕ່າງໆ ລວມເຖິງຂັ້ນຕອນການອອກ​ໃບຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ (CO), ວິທີໃນການເກັບກໍາສະຖິຕິ, ແລະ ລະບຽບການ ຕ່າງໆ ທີ່ປິ່ນອ້ອມວຽກງານ CO.

          ນອກຈາກໃຫ້ຄວາມຮູ້ດ້ານທິດສະດີແລ້ວ, ທີມງານ ກົມ ຂອ ກໍ່ຍັງໄດ້ແນະນຳວິທີ, ຂັ້ນຕອນຕ່າງໆ ໃນການຈັດຕັ້ງປະຕິບັດຕົວຈິງ ເປັນຕົ້ນແມ່ນການລົງກວດໂຮງງານຂອງບັນດາບໍລິສັດທີ່ຈະມາຂໍອອກໃບຢັ້ງຢືນ ແຫຼ່ງກຳເນີດສິນຄ້າ ແລະ ໄດ້ລົງຢ້ຽມຢາມເບິ່ງຂະບວນການຜະລິດຕົວຈິງຂອງບາງໂຮງງານພາຍໃນເຂດ. ພາຍ ຫຼັງທີ່ສຳເລັດການຝຶກອົບຮົມ ທີມງານວິຊາການຈາກ ກົມ ຂອ ກໍ່ໄດ້ມີການປະເມີນຄືນ ລະດັບຄວາມເຂົ້າໃຈຂອງ ຜູ້ເຂົ້າຮ່ວມ ໂດຍສະເພາະເຈົ້າໜ້າທີ່ປະຈຳຢູ່ ຂສພຈສ ຜູ້ທີ່ຈະຖືກມອບໝາຍໃຫ້ຮັບຜິດຊອບຄຸ້ມຄອງ, ແລະ ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ກ່ອນທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ຈະສາມາດມອບໃຫ້ ຂສພຈສ ເປັນ ຫ້ອງການເຈົ້າໜ້າທີ່ອອກ ແລະ ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໃນລຳດັບຕໍ່ໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.