ອີງຕາມແຈ້ງການ ກ່ຽວກັບ ເປີດນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ (ລະບົບໃໝ່) ເລກທີ 3532/ກງ, ລົງວັນທີ 02 ພະຈິກ 2018, ກະຊວງການເງິນ ໄດ້ເລີ່ມແຈ້ງມອບອາກອນໃນລະບົບໃໝ່ຕາມຮູບແບບການແຈ້ງອາກອນແບບໃໝ່ ໃນວັນທີ 05 ເດືອນ ພະຈິກ 2018 ແລະ ຜູ້ເສຍອາກອນສາມາດແຈ້ງມອບອາກອນດ້ວຍຕົນເອງຜ່ານເວັບໄຊທ໌ http://taxservice.mof.gov.la ຊຶ່ງລະບົບດັ່ງກ່າວຈະໄດ້ນຳໃຊ້ຢູ່ ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈຳ 05 ແຂວງ ຄື: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ວຽງຈັນ, ສະຫວັນນະເຂດ ແລະ ຈຳປາສັກ. ຢູ່ ສ່ວຍສາອາກອນປະຈຳ 05 ເມືອງ ຄື: ຈັນທະບູລີ, ສີໂຄດຄະບອງ, ໄຊເສດຖາ, ສີສັດຕະນາກ ແລະ ນະຄອນຫຼວງພະບາງ.

ຂໍ້ມູນພາບ: http://taxservice.mof.gov.la

ນອກຈາກນັ້ນ, ຈະເລີ່ມນຳໃຊ້ລະບົບດັ່ງກ່າວໃນຕົ້ນປີ 2019 ຢູ່ສ່ວຍສາອາກອນປະຈຳ 02 ແຂວງຄື: ບໍລິຄຳໄຊ ແລະ ຄຳມ່ວນ, ຢູ່ສ່ວຍສາອາກອນປະຈຳ 05 ເມືອງຄື: ວັງວຽງ, ປາກຊັນ, ທ່າແຂກ, ນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ ພ້ອມດຽວກັນນັ້ນ ຍັງມີແຜນຂະຫຍາຍການນຳໃຊ້ລະບົບດັ່ງກ່າວໄປບັນດາແຂວງທີ່ຍັງເຫຼືອໃນຂອບເຂດທົ່ວປະເທດໃຫ້ສຳເລັດໃນປີ 2019.

ສຳລັບຂໍ້ມູນເພີ່ມເຕີມ ທ່ານສາມາດຕິດຕໍ່ພົວພັນໄດ້ທີ່:

ກະຊວງການເງິນ

ກົມສ່ວຍສາອາກອນ

ໂທ: 021-217025, 021-242688; ແຟັກ:021-218569, 021-213804

ຄລິກທີນີ້ເພື່ອເບິ່ງລາຍລະອຽດ ແລະ ແຈ້ງການສະບັບເຕັມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.