ອີງຕາມແຈ້ງການວ່າດ້ວຍການເພີ່ມທະວີເອົາໃຈໃສ່ການຫຼຸດຜ່ອນການນໍາໃຊ້ຖົງຢາງປລາສຕິກ ເພື່ອບັນຈຸສິນຄ້າ ແລະ ພາຊະນະບັນຈຸທີ່ຜະລິດຈາກປລາສຕິກສະບັບເລກທີ 2647/ຫອຄ.ກຂອ, ລົງວັນທີ 30 ຕຸລາ 2018, ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຊຸກຍູ້ໃຫ້ບັນດາຮ້ານຄ້າ, ຮ້ານອາຫານ, ຕະຫຼາດ ຈົນເຖິງ ຜູ້ຊົມໃຊ້ຫຼຸດຜ່ອນການນຳໃຊ້ປລາສຕິກໃນການບັນຈຸສິນຄ້າ ໂດຍຫັນມານຳໃຊ້ວັດສະດຸທີ່ຍ່ອຍສະຫຼາຍໄດ້ໄວ ຫຼື ຖົງຜ້າທີ່ເປັນມິດກັບສິ່ງແວດລ້ອມ ແລະ ສາມາດນຳກັບມາໃຊ້ຄືນໃໝ່ໄດ້. ສຳລັບບັນດາຮ້ານຄ້າ, ຮ້ານອາຫານ, ຕະຫຼາດໃຫ້ມີການວາງຂາຍຖົງເຄື່ອງ ຫຼື ພາຊະນະບັນຈຸສິນຄ້າທີ່ສາມາດນຳກັບມາໃຊ້ຄືນໃໝ່ໄດ້ ໃນບໍລິເວນທີ່ໃກ້ກັບໂຕະຄິດໄລ່ເງິນ ຫຼື ບໍລິເວນທີ່ງ່າຍໃນການສັງເກດເຫັນຂອງລູກຄ້າທີ່ຕ້ອງການຊື້ຖົງຜ້າເພື່ອບັນຈຸສິນຄ້າ.

                                    ພາບຕົວຢ່າງຖົງປລາສຕິກ                                         ພາບຕົວຢ່າງຂອງຖົງຜ້າເພື່ອບັນຈຸສິນຄ້າ                                       
       ທີ່ບໍ່ສາມາດຍ່ອຍສະຫຼາຍໄດ້ ຫຼື ໃຊ້ເວລາດົນໃນການຍ່ອຍສະຫຼາຍ            ທີ່ເປັນມິດກັບສິ່ງແວດລ້ອມ ແລະ ສາມາດນຳກັບມາໃຊ້ຄືນໃໝ່ໄດ້
ຂໍ້ມູນພາບ:http://carrygreen.com ແລະ http://www.labelsandlabeling.com

 

ເພື່ອສົ່ງເສີມໃຫ້ຜູ້ຊົມໃຊ້ຫັນມານຳໃຊ້ຖົງຜ້າ, ພາຊະນະບັນຈຸທີ່ສາມາດກັບມາໃຊ້ຄືນໃໝ່ໄດ້ ຫຼື ນຳໃຊ້ວັດສະດຸທີ່ຍ່ອຍສະຫຼາຍໄວ ແລະ ເປັນມິດກັບສິ່ງແວດລ້ອມ ໂດຍການນຳໃຊ້ກິດຈະກຳທີ່ເປັນການສົ່ງເສີມການຕະຫຼາດ ຕົວຢ່າງ: ຖ້າຜູ້ຊົມໃຊ້ບໍ່ເອົາຖົງຢາງປລາສຕິກ ຫຼື ພາຊະນະບັນຈຸປລາສຕິກເພື່ອບັນຈຸສິນຄ້າ ຫຼື ອາຫານ ແມ່ນຈະໄດ້ຮັບສ່ວນຫຼຸດ 500 ຫຼື 1000 ກີບ ຕາມຄວາມເໝາະສົມ ຫຼື ອອກບັດສະແຕັມຮັກໂລກສິ່ງແວດລ້ອມ ເພື່ອສະສົມຄະແນນໄວ້ແລກຂອງລາງວັນ ແລະ ສ່ວນຫຼຸດຕ່າງໆ. ນອກຈາກນັ້ນ, ພະແນກອຸດສາຫະກຳ ແລະ ການຄ້າ ສົມທົບກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ລົງຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດຂອງບັນດາຮ້ານຄ້າ, ຮ້ານອາຫານ ແລະ ຕະຫຼາດ ໂດຍໃຫ້ມີນະໂຍບາຍຍ້ອງຍໍຮ້ານຄ້າດີເດັ່ນທີ່ສົ່ງເສີມການຄ້າແບບເປັນມິດຕໍ່ສິ່ງແວດລ້ອມ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.