ອີງຕາມປະກາດສະຖານເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ນະຄອນຫຼວງວຽງຈັນ ເລກທີ 29001/21 ກ່ຽວກັບການການໃຊ້ໃບຂັບຂີ່ ສປປລາວ ໃນປະເທດໄທ, ໃບຂັບຂີ່ໃນຮູບແບບ Smart card ຂອງ ຣາຊະອານາຈັກໄທ ແລະ ສປປ ລາວ ສາມາດໃຊ້ໄດ້ແທນກັນໄດ້ ຕາມຄວາມຕົກລົງ The Recognition of Domestic Driver license  Issued by ASEAN Countries 1985. ໃນກໍລະນີທີ່ໃບຂັບຂີ່ທີ່ບໍ່ໄດ້ອອກເປັນພາສາອັງກິດ ຫຼື ໃບຂັບຂີ່ຂອງ ສປປ ລາວ ອອກເປັນພາສາລາວ ແລະ ພາສາຝຣັ່ງ ຕ້ອງມີເອກະສານການແປພາສາອັງກິດທີ່ໄດ້ຮັບການຮັບຮອງນິຕິກອນ (ຮັບຮອງຄວາມຖືກຕ້ອງຂອງເອກະສານ) ຈຶ່ງສາມາດໃຊ້ໃນປະເທດໄທ ແລະ ປະເທດອື່ນໆໃນອາຊຽນໄດ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.