ICT ຫຍໍ້ມາຈາກ Information and Communication Technology ແປວ່າ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ໝາຍເຖິງ ເຕັກໂນໂລຊີທັງຫຼາຍ (ໂດຍມີຄອມພິວເຕີ ການສື່ສານ ແລະ ເຄືອຂ່າຍຄອມພິວເຕີເປັນຫຼັກ) ທີ່ເຮັດໜ້າທີ່ໃນການຈັດການຂໍ້ມູນ ເຊັ່ນ: ການນຳຂໍ້ມູນເຂົ້າ, ການປະມວນຜົນຂໍ້ມູນ, ການລວບລວມຂໍ້ມູນ, ການກວດສອບຂໍ້ມູນ ເຮັດໃຫ້ເກີດມີປະສິດຕິພາບ ແລະ ເປັນປະໂຫຍດໃຫ້ແກ່ຜູ້ຊົມໃຊ້ສາມາດໄດ້ຮັບຮູ້ຂໍ້ມູນຢ່າງຖືກຕ້ອງ ແລະ ທັນເວລາ. ບັນດາປະເທດທີ່ກຳລັງພັດທະນາ ຫຼື ປະເທດທີ່ພັດທະນາແລ້ວ ກໍໄດ້ນຳໃຊ້ລະບົບ ICT ເຂົ້າມາຮັບໃຊ້ໃນການດຳລົງຊີວິດໃຫ້ມີຄວາມສະດວກສະບາຍ, ວ່ອງໄວ, ຮັບປະກັນຄຸນນະພາບການບໍລິຫານງານທີ່ດີຂຶ້ນ.

ໃນນັ້ນ, ສປປ ລາວ ກໍໄດ້ມີການເລີ່ມນຳໃຊ້ ICT ເຂົ້າໃນວຽກງານການບໍລິຫານ ແລະ ຄຸ້ມຄອງບາງໜ້າວຽກ ໂດຍສະເພາະ ຂະແໜງການເງິນແມ່ນນໍາໜ້າໃນການໝູນໃຊ້ລະບົບ ICT ເຂົ້າໃນວຽງານການບໍລິຫານຂອງຕົນ ເຊິ່ງປະຈຸບັນ ຂະແໜງການເງິນ ໄດ້ນໍາໃຊ້ລະບົບຄື: POS, TMIS, Easy Tax, SmarTaX, SmartVAT, ASYCUDA, TaxRIS ແລະ National Single window ເປັນຕົ້ນ ໃນການຈັດການວຽກງານ ແລະ ຂໍ້ມູນເຂົ້າໃນອົງກອນຂອງຕົນ.

ຂໍ້ມູນພາບ: https://www.imoshavere.com

 

  • ລະບົບ POS ແມ່ນເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ລະບົບສາມາດຮູ້ລາຍຮັບຈາກການຂາຍສິນຄ້າ ແລະ ການບໍລິການຂອງຫົວໜ່ວຍ ວິສາຫະກິດເປັນແຕ່ລະວັນ, ອາທິດ ແລະ ເດືອນຈາກຂໍ້ມູນຕົວຈິງທີ່ໄດ້ຈາກລະບົບ.
  • ລະບົ ບ Easy Tax ແລະ TMIS ແມ່ນການ ຊຳລະອາກອນ ຜ່ານ ລະບົບທະນາຄານ 02 ຊ່ອງ ທາງ ຄື: ຊ່ອງ ທາງທີ 1 ມອບຜ່ານປ່ອງບໍລິການຂອງ ທະນາຄານສາມາດ ປະຕິບັດ ໄດ້ 5 ທະນາຄານຄື: ທະນາຄານ ພັດທະນາລາວ, ທະນາຄານການຄ້າຕ່າງປະເທດລາວ, ທະນາຄານ ສົ່ງເສີມກະສິກຳ, ທະນາຄານ ລາວ-ຫວຽດ ແລະ ທະນາຄານຫວຽດຕິນ. ຊ່ອງທາງທີ 2 ມອບອາກອນແບບທັນສະ ໄໝ ( ລະບົບ Easy Tax ) ຄື: ມອບຜ່ານ Mobile Banking, ມອບຜ່ານ ຕູ້ ATM, ມອບຜ່ານ Internet Banking ແລະ ມອບຜ່ານ SMS ແມ່ນ ສາມາດປະຕິບັດໄດ້ 2 ທະນາຄານ ຄື: ທະນາຄານ ພັດທະນາລາວ ແລະ ທະນາຄານການຄ້າຕ່າງປະເທດ.
  • ລະບົບ SmarTax ແມ່ນລະບົບຊຳລະຄ່າພາສີ-ພັນທະອື່ນໆຜ່ານບັນຊີທະນາຄານແບບອັັດຕະໂນມັດ.
  • ລະບົບ Smart VAT ແມ່ນການຊໍາລະຄ່າອາກອນມູນຄ່າເພີ່ມໂດຍຜ່ານບັດ VISA, ບັດ JCB, ບັດ Master Card, ບັດ BCEL ATM-Union Pay, ບັດ Smart Tax, ແລະ ລະບົບ BCEL One.
ໃໍຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ: tkgroup.la and www.bcel.com.la  

 

  • ລະບົບແຈ້ງພາສີອັດຕະໂນມັດ (ASYCUDA) ເປັນລະບົບຄຸ້ມຄອງ ແລະ ບໍລິການແຈ້ງພາສີເຂົ້າໃນແບບຟອມ ເອເລັກໂຕຣນິກດ້ວຍຕົນເອງ. ຜູ້ແຈ້ງພາສີຕ້ອງປະຕິບັດຕາມຂັ້ນຕອນການແຈ້ງພາສີເປັນລາຍລະອຽດຕາມ ມາດຕາ 22ຂອງ ກົດໝາຍວ່າດ້ວຍພາສີສະບັບ ເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011. ພາຍຫຼັງຂໍ້ມູນການແຈ້ງພາສີໄດ້ຖືກສົ່ງເຂົ້າຫາລະບົບ ເຈົ້າໜ້າທີ່ພາສີ ກໍ່ສາມາດດຳເນີນ ຂັ້ນຕອນການກວດຂໍ້ມູນ ແລະ ເອກະສານປະກອບການແຈ້ງພາສີ ໃນລະບົບໂດຍກົງ.
  • ລະບົບ TaxRIS ຜູ້ເສຍອາກອນສາມາດແຈ້ງມອບອາກອນດ້ວຍຕົນເອງຜ່ານເວັບໄຊທ໌ http://taxservice.mof.gov.la ຊຶ່ງ ລະບົບດັ່ງກ່າວຈະໄດ້ນຳໃຊ້ຢູ່ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈຳແຂວງ;
  • ລະບົບແຈ້ງພາສີແບບປະຕູດຽວ National Single window ແມ່ນເພື່ອອໍານວຍຄວາມສະດວກໃຫ້ແກ່ການດໍາເນີນຂັ້ນຕອນຂໍອະນຸຍາດ ແລະ ການອອກອະນຸຍາດ ສໍາລັບການແຈ້ງພາສີຂາເຂົ້າ, ຂາອອກ ແລະ ການຂົນສົ່ງສິນຄ້າຜ່ານແດນ ໂດຍນໍາໃຊ້ລະບົບເອເລັກໂຕຣນິກທີ່ທັນສະໄໝ ເຂົ້າໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ເອກະສານ ລະຫວ່າງພາກລັດດ້ວຍກັນ, ພາກລັດກັບພາກເອກະຊົນ ແລະ ພາກເອກະຊົນດ້ວຍກັນ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.