ໃນໄລຍະຜ່ານມາ, ເຖິງແມ່ນວ່າ ລັດຖະບານ ແຫ່ງ ສປປ ລາວ ໄດ້ອອກມາດຕະການ ແລະ ກົນໄກຫຼາຍຮູບການ ເພື່ອປະຕິຮູບແວດລ້ອມໃນການດໍາເນີນທຸລະກິດໃນ ສປປ ລາວ ໃຫ້ຢູ່ໃນລໍາດັບທີ່ດີຂື້ນ ເປັນຕົ້ນແມ່ນ ຄໍາສັ່ງ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດໍາເນີນທຸລະກິດຂອງນາຍົກລັດຖະມົນຕີ ແລະ ແຜນດໍາເນີນງານວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ປີ 2017-2022 ແລະ ອື່ນໆ. ແຕ່ບົດລາຍງານຂອງທະຄານໂລກຍັງຊີ້ໃຫ້ເຫັນວ່າ ພວກເຮົາຍັງປະຕິບັດບໍ່ໄດ້ດີເທົ່າທີ່ຄວນ ເຊິ່ງມີຫຼາຍໝວດຕົວຊີ້ວັດທີ່ລໍາດັບການປ່ຽນແປງຈາກສອງຕົວເລກຂື້ນເປັນສາມຕົວເລກ ເຊິ່ງການສະເລ່ຍຕົວເລກໂດຍລວມແລ້ວ ເຮັດໃຫ້ ສ ປປ ລາວ ຈັດໃນອັບດັບທີ 154 ໃນຈໍານວນ 190 ປະເທດ ເຫັນໄດ້ວ່າ ຄວາມພະຍາຍາມໃນໄລຍະຜ່ານມາຂອງແຕ່ຂະແໜງການກ່ຽວຂ້ອງ ແມ່ນຍັງບໍ່ໄດ້ຮັບໝາກຜົນຕາມທີ່ໄດ້ຄາດຫວັງໄວ້ ເປົ້າໝາຍແມ່ນຫຼຸດອັນດັບລົງເຫຼືອພຽງສອງຕົວເລກ.

ຂໍ້ມູນພາບ: http://www.doingbusiness.org

 

ດັ່ງນັ້ນ, ຈາກບົດລາຍງານຂອງທະນາຄານໂລກ ພວກເຮົາເຫັນໄດ້ຄວາມສໍາຄັນຂອງ ການສືບຕໍ່ເອົາໃຈໃສ່ຂື້ນຕື່ມໃນການປັບ ປຸງກົນໄກການບໍລິຫານງານຂອງບັນດາຂະແໜງການກ່ຽວຂ້ອງ ແມ່ນມີບົດບາດສໍາຄັນຕັດສິນວ່າ ລໍາດັບໃນການດໍາເນີນທຸລະກິດຂອງ ສປປ ລາວ  ໃຫ້ບັນລຸເປົ້າໝາຍຈາກສາມຕົວເລກເປັນສອງຕົວເລກ. ເພາະວ່າ ລໍາດັບທີ່ດີຂື້ນໝາຍເຖິງແຕ່ລະໝວດຕົວຊີ້ວັດມີຄະແນນ້ອຍລົງ ການຫຼຸດລົງຂອງຄະແນນບົງບອກເຖິງສະພາບແວດລ້ອມຂອງ ສປປ ລາວ ເຊິ່ງໃນມູມມອງຂອງນັກລົງທຶນ ແມ່ນດີຂື້ນ ຫຼື ເຮັດໃຫ້ໜ້າສົນໃຈຫຼາຍຂື້ນໃນການເຂົ້າມາລົງທຶນໃນ ສປປ ລາວ. ໃນເມື່ອມີການລົງທຶນທີ່ເພີ່ມຂື້ນ ຈະຊ່ວຍສ້າງວຽກເຮັດງານທໍາໃຫ້ປະຊາຊົນມີລາຍຮັບທີ່ໝັ້ນຄົງ ກາ້ວໄປສູ່ການຫຼຸດພົ້ນຈາກສະຖານະເປັນປະເທດດ້ອຍພັດທະນາໃນປີ 2020 ໃຫ້ສໍາເລັດ.

ເຖິງຢ່າງໃດກໍຕາມ, ສປປ ລາວ ກໍຍັງມີບາງໝວດຕົວຊີ້ວັດ ແມ່ນມີລໍາດັບດີຂື້ນຕາມລໍາລັບ ເປັນຕົ້ນແມ່ນໝວດຕົວຊີ້ວັດການຄ້າຂ້າມແດນ ແມ່ນໄດ້ມີການປັບປຸງລໍາດັບດີຂຶ້ນ ​ແບບ​ກ້າວ​ກະ​ໂດດ ໂດຍມີການປັບປຸງຂັ້ນຕອນການແຈ້ງພາສີ. ການສຶກສາໝວດຕົວຊີ້ວັດການຄ້າຂາມແດນແມ່ນວັດແທກ ເວລາ ແລະ ຄ່າໃຊ້ຈ່າຍໃນການປະກອບເອກະສານນຳເຂົ້າ ແລະ ສົ່ງອອກ, ຂັ້ນຕອນຢູ່ດ່ານຂ້າມແດນ ແລະ ການຂົນສົ່ງພາຍໃນ. ໃນນັ້ນ, ເຫັນວ່າ ເວລາທີ່ໃຊ້ໃນການດຳເນີນເອກະສານ ສຳລັບການນຳເຂົ້າ ແລະ ສົ່ງອອກ ຫຼຸດລົງ 3 ຊົ່ວໂມງ ແລະ ເວລາດຳເນີນຂັ້ນຕອນຢູ່ດ່ານສຳລັບການນຳເຂົ້າ ແລະ ສົ່ງອອກ ຫຼຸດລົງ 156 ຊົ່ວໂມງ (ຫຼຸດລົງ 72%).

10 ໝວດຕົວຊີ້ວັດປະກອບດ້ວຍ: ການແກ້ໄຂລົ້ມລະລາຍ; ການປົກປ້ອງຜູ້ລົງທຶນລາຍນ້ອຍ; ການເລີ່ມຕົ້ນທຸລະກິດ; ການເອົາໄຟຟ້າເຂົ້າ; ການມອບອາກອນ; ການຄ້າຂ້າມແດນ;​ ການປະຕິບັດສັນຍາ;​ ການເຂົ້າເຖິງສິນເຊື່ອ; ການຈົນທະບຽນຊັບສິນ; ແລະ ການຂໍອະນຸຍາດປຸກສ້າງ ລາຍລະອຽດຄະແນນຂອງ ແຕ່ລະໝວດຊີ້ວັດຂອງ ສປປ ລາວ ດັ່ງລຸ່ມນີ້:

1.    ສປປ ລາວ ໄດ້ປັບປຸງອັນດັບຂອງຕົນໃນການເລີ່ມທຸລະກິດຈາກອັນດັບທີ 164 ເປັນ 180.
2.    ສປປ ລາວ ຖືກຈັດອັນດັບໃນການຂໍໃບອະນຸຍາດປຸກສ້າງ 99/190.
3.    ສໍາລັບການຕິດຕັ້ງໄຟຟ້າໃນ ສປປ ລາວ ແມ່ນຢູ່ອັນດັບ 156/190.
4.    ໃນຂົງເຂດການຈົດທະບຽນຊັບສິນ ສປປ ລາວຈັດຢູ່ໃນອັນດັບທີ 85/190.
5.    ການເຂົ້າເຖິງແຫຼ່ງທຶນ ເຊິ່ງໃນປະຈຸບັນຢູ່ໃນອັນດັບທີ 73/190.
6.    ສປປ ລາວ ຍັງຄົງຈັດຢູ່ໃນອັນດັບທີ 174/190 ໃນການປົກປ້ອງນັກລົງທຶນ.
7.    ການຈ່າຍພາສີ-ອາກອນຍັງຢູ່ອັນດັບ 155/190.
8.    ໃນການປະເມີນດ້ານການຄ້າຂ້າມແດນ, ສປປ ລາວແມ່ນມີການປັບໂຕຢູ່ອັນດັບ 76/190.
9.    ການຈັດຕັ້ງປະຕິບັດສັນຍາມີຜົນສັກສິດໃນ ສປປ ລາວ ຢູ່ໃນອັນດັບ162/190.
10. ການແກ້ໄຂການລົ້ມລະລາຍຂອງ ສປປ ລາວ ຍັງຄົງຢູ່ໃນອັນດັບທີ 168/190.

ແຫຼ່ງຂໍ້ມູນ: ບົດລາຍງານ Doing Business 2019: Training for Reform, ກຸ່ມທະນາຄານໂລກ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.