ບັນດາສັນຍາທີ່ກ່າວມາຂ້າງເທິງນັ້ນໄດ້ ນໍາໂອກາດອັນດີ ຂອງສິນຄ້າຈາກທັງ ສປປ ລາວ, ແລະ ສສ ຫວຽດນາມ ເຂົ້າສູ່ຕະຫຼາດຊຶ່ງ ກັນ ແລະ ກັນ ໃນອັດຕາພາສີພິເສດ. ເວົ້າສະເພາະ ສປປ ລາວ ສາມາດສົ່ງອອກສິນຄ້າປະເພດນໍ້າຕານ (ລະຫັດ ສິນຄ້າ 1701) ໄປຍັງ ສສ ຫວຽດນາມ ໄດ້ໃນອັດຕາພາສີຫຼຸດຜ່ອນພິເສດ, ຊຶ່ງວ່ານໍ້າຕານ ເປັນສິນຄ້າ ກະທົບ ໄວຂອງ ສສ ຫວຽດນາມ ກໍ່ຕາມ ອັດຕາພາສີ ຂາເຂົ້າ ສສ ຫວຽດນາມ ໃນອັດຕາປົກກະຕິ (MFN Rate) ຂອງສິນຄ້ານີ້ ແມ່ນ 15%, ແລະ ໃນ ບາງຂອບ ສັນຍາການຄ້າເສລີ ສສ ຫວຽດນາມ ກໍ່ບໍ່ໄດ້ນຳເອົານໍ້າຕານ ມາເຂົ້າໃນ ຕາຕະລາງຫຼຸດຜ່ອນອັດຕາພາສີ ເປັນຕົ້ນ ແມ່ນ ຂອບ ACFTA, AIFTA, AJCEP, ແລະ AKFTA. ສຳລັບ ໃນຂອບສັນຍາທີ່ ສສ ຫວຽດນາມ ໄດ້ເອົາສິນຄ້າປະເພດນໍ້າຕານມາຫຼຸດຜ່ອນອັດຕາພາສີໄດ້ແກ່:

- ພາຍໃຕ້ສັນຍາ ATIGA ນໍ້າຕານ ແມ່ນນອນໃນບັນຊີລາຍການສິນຄ້າກະທົບໄວ ໂດຍມີ ການກຳນົດໂກຕານໍາເຂົ້າ, ສໍາລັບປີ 2018 ໂກຕານຳເຂົ້ານໍ້າຕານ ກຳນົດ ໄວ້ທັງໝົດ 94,000 ໂຕນ, ຊຶ່ງຜູ້ນໍາເຂົ້າຕ້ອງໄດ້ຂໍໂກຕາໃນຈໍານວນດັ່ງກ່າວ, ແລະ ຕ້ອງແມ່ນບໍລິສັດຂອງ ສສ ຫວຽດນາມ ທີ່ປະມູນໂກຕານຳເຂົ້າໄດ້ ຈຶ່ງຈະສາມາດຂໍນຳເຂົ້າໃນອັດຕາພາສີ 5% ໂດຍນຳໃຊ້ແບບຟອມ D;
- ພາຍໃຕ້ສັນຍາ AANZFTA ອັດຕາພາສີນໍ້າຕານໃນ ຂອບນີ້ ຈະຫຼຸດລົງ ເລື້ອຍໆໂດຍເຫັນໄດ້ ຈາກ ປີ 2018 ສາມາດສົ່ງອອກໄປ ສສ ຫວຽດນາມ ໃນອັດຕາພາສີ 5%, ປີ 2019 ໃນອັດຕາພາສີ 3%, ແລະ ປີ 2020 ໃນອັດຕາພາສີ 0%.
- ພາຍໃຕ້ສັນຍາ LVPTA ນໍ້າຕານ ແມ່ນສາມາດສົ່ງອອກໄປ ສສ ຫວຽດນາມ ໃນອັດຕາພາສີ 2.5%.

ຂໍ້ມູນພາບ: www.medicalnewstoday.com

 

ໃນແຕ່ລະຂອບສັນຍາທີ່ ສສ ຫວຽດນາມ ໄດ້ນຳເອົານໍ້າຕານມາເຂົ້າໃນ ຕາຕະລາງຫຼຸດຜ່ອນອັດຕາພາສີ, ຊຶ່ງມີເງື່ອນໄຂລະບຽບແຫຼ່ງກຳເນີດສິນຄ້າດັ່ງລາຍລະອຽດລຸ່ມນີ້:

  1. ສັນຍາການຄ້າດ້ານ ສິນຄ້າ ຂອງ ອາຊຽນ/ສັນຍາ ການ ຄ້າ ເສລີ ອາຊຽນ (Form D)
    - ພາຍໃຕ້ເງື່ອນໄຂເປັນສິນຄ້າທີ່ຜະລິດຂື້ນໂດຍນໍາໃຊ້ວັດຖຸດິບພາຍໃນປະເທດທັງໝົດ (Wholly Obtained: WO);
    - ການສ້າງມູນຄ່າເພີ່ມພາຍໃນພາກພື້ນບໍ່ໃຫ້ຫຼຸດ 40% (Regional Value Content/ RVC40%) ຫຼື ກົດການປ່ຽນໝວດ (Change in Chapter/CC) ໃນກໍລະນີ ມີການນາເຂົ້າວັດຖຸດິບນໍາມາເພື່ອຜະລິດ ນໍ້າຕານ. 
  2. ສັນຍາການ ຄ້າ ເສລີ ອາຊຽນ - ອົດ ສະ ຕາ ລີ - ນິວຊີ ແລນ (Form AANZ)
    - ພາຍໃຕ້ເງື່ອນໄຂເປັນສິນຄ້າທີ່ຜະລິດຂື້ນໂດຍນໍາໃຊ້ວັດຖຸດິບພາຍໃນປະເທດທັງໝົດ (Wholly Obtained: WO);
    - ການສ້າງມູນຄ່າເພີ່ມພາຍໃນພາກພື້ນບໍ່ໃຫ້ຫຼຸດ 40% (Regional Value Content/ RVC40%) ຫຼື ກົດການປ່ຽນໝວດ (Change in Chapter/CC) ໃນກໍລະນີ ມີການນາເຂົ້າວັດຖຸດິບນໍາມາເພື່ອຜະລິດ ນໍ້າຕານ.
  3. ສັນຍາການຄ້າເສລີອາຊຽນ - ສ ເກົາຫຼີ (Form AK)
    - ພາຍໃຕ້ເງື່ອນໄຂເປັນສິນຄ້າທີ່ຜະລິດຂື້ນໂດຍນໍາໃຊ້ວັດຖຸດິບພາຍໃນປະເທດທັງໝົດ (Wholly Obtained: WO);
    - ການສ້າງມູນຄ່າເພີ່ມພາຍໃນພາກພື້ນບໍ່ໃຫ້ຫຼຸດ 40% (Regional Value Content/ RVC40%) ຫຼື ກົດການປ່ຽນລະຫັດເຄົ້າ (Change Tariff Heading/CTH) ໃນກໍ ລະນີມີການນາເຂົ້າວັດຖຸດິບນໍາມາເພື່ອຜະລິດນໍ້າຕານ.
  4. ຂໍ້ຕົກລົງຂໍ້ຕົກລົງ ວ່າດ້ວຍລະບຽບແຫຼ່ງກໍາເນີດສິນຄ້ານໍາໃຊ້ຕໍ່ສິນຄ້າທີ່ໄດ້ບູລິມະສິດອັດຕາພາສີ ນໍາເຂົ້າ-ສົ່ງອອກ ລາວ-ຫວຽດນາມ (Form S)
    - ພາຍໃຕ້ເງື່ອນໄຂເປັນສິນຄ້າທີ່ຜະລິດຂື້ນໂດຍນໍາໃຊ້ວັດຖຸດິບພາຍໃນປະເທດທັງໝົດ (Wholly Obtained: WO);
    - ການສ້າງມູນຄ່າເພີ່ມພາຍໃນພາກພື້ນບໍ່ໃຫ້ຫຼຸດ 40% (Regional Value Content/ RVC40%) ຫຼື ກົດການປ່ຽນລະຫັດເຄົ້າ (Change Tariff in Heading/CTH) ໃນກໍລະ ນີມີການນາເຂົ້າວັດຖຸດິບນໍາມາເພື່ອຜະລິດນໍ້າຕານ.

ໝາຍຄວາມວ່າ ກ່ອນຜູ້ສົ່ງອອກຈະສາມາດໄດ້ຮັບສິດທິພິເສດຫຼຸດຜ່ອນອັດຕາພາສີຂາເຂົ້າສຳລັບສິນຄ້າປະເພດນໍ້າຕານຈາກ ສສ ຫວຽດນາມ ຜູ້ສົ່ງ ອອກຕ້ອງປະຕິບັດເງື່ອນໄຂຕ່າງໆຢ່າງເຄັ່ງຄັດຄື: 1. ສິນຄ້າຕ້ອງຜະລິດໄດ້ຕາມເງື່ອນໄຂແຫຼ່ງກຳເນີດສິນຄ້າທີ່ກຳນົດໃນຂອບສັນຍາທີ່ຜູ້ປະກອບການຕ້ອງການສົ່ງອອກໄປນັ້ນ 2. ຕ້ອງມີໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ (ໃນຂອບທີ່ ສສ ຫວຽດນາມ ເອົາສິນຄ້ານໍ້າຕານມາຫຼຸດ), ແລະ 3. ການຂົນສົ່ງຈາກ ສປປ ລາວ ໄປຍັງ ສສ ຫວຽດນາມ ຕ້ອງເປັນການຂົນສົ່ງທາງກົງ. ຈາກຂໍ້ມູນທີ່ກ່າວມານັ້ນ ເຫັນໄດ້ວ່າ ຜູ້ປະກອບການຂອງ ສປປ ລາວ ມີຫຼາກຫຼາຍທາງໃຫ້ເລືອກ, ຊຶ່ງຜູ້ປະກອບການສາມາດເລືອກນຳໃຊ້ຂອບສັນຍາ ທີ່ ເຫັນ ວ່າມີຄວາມສອດຄ່ອງກັບຂະບວນການຜະລິດຕົວຈິງຂອງຕົນເອງ.

ທ່ານສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ :

ກະຊວງ ອຸດສາຫະກຳ ແລະ ການ ຄ້າ

ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ,

ເວັບ ໄຊ້: http://www.laotradeportal.gov.la

ໂທ/ ແຟກ: 021-450255, email:[email protected]

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.