ຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 10 ປີ 2018 ປະຕິບັດໄດ້ 800 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະມານ 501 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະຕິບັດໄດ້ 338 ລ້ານໂດລາສະຫະລັດ.

  1. ຮູບສະແດງສິນຄ້າສົ່ງອອກຫຼັກຂອງ ສປປ ລາວ

ສິນຄ້າສົ່ງອອກຫຼັກຂອງສປປ ລາວ ປະຈໍາເດືອນ 10 ປະກອບມີ ແຮ່ທອງ, ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໂຄງຮ່າງ ແລະ ຊີ້ນສ່ວນກ້ອງບັນທຶກພາບ, ເຄື່ອງດື່ມ, ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ຢາງພາລາ, ເຄື່ອງນຸ່ງຫົ່ມ, ຄຳປະສົມ ແລະ ຄຳແທ່ງ, ໝາກກ້ວຍ ແລະ ອື່ນໆ.

  1. ຮູບສະແດງສິນຄ້ານໍາເຂົ້າຫຼັກຂອງ ສປປ ລາວ

ສິນຄ້ານໍາເຂົ້າຫຼັກຂອງ ສປປ ລາວ ປະກອບມີ ນໍ້າມັນກາຊວນ, ພາຫະນະທາງບົກ, ອຸປະກອນກົນຈັກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ເຄື່ອງດື່ມ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ຊິ້ນສ່ວນອາໄຫຼ່ລົດ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ, ນໍ້າມັນແອັດຊັງ, ພລາສຕິກ ແລະ ອື່ນໆ.

  1. ຮູບສະແດງບັນດາປະເທດທີ່ ສປປ ລາວສົ່ງອອກສິນຄ້າ

 ສປປ ລາວ ໄດ້ສົ່ງສິນຄ້າໄປຍັງບັນດາປະເທດ ປະກອບມີ ສປ ຈີນ, ສສ ຫວຽດນາມ, ຣຊ ໄທ, ອິນເດຍ,ຍີ່ປຸ່ນ, ເຢຍມະມັນ, ສ ອາຣັບເອມີເຣທ໌ສ, ສ ອາເມລິກາ ແລະ ອື່ນໆ.

  1. ຮູບສະແດງບັນດາປະເທດທີ່ ສປປ ລາວ ນໍາເຂົ້າສິນຄ້າສິນຄ້າ

ສປປ ລາວ ໄດ້ນໍາເຂົ້າສິນຄ້າຈາກບັນດາປະເທດ ຄື: ຣຊ ໄທ, ສສ ຫວຽດນາມ, ສປ ຈີນ, ຍີ່ປຸ່ນ, ແບນຊິກ, ສິງກະໂປ, ສ ເກົາຫຼີ, ອິນໂດເນເຊຍ, ສ ອາເມລິກາ ແລະ ອື່ນໆ.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.