ຄະນະຮັບຜິດຊອບການປະມູນຂາຍໄມ້ທີ່ຍຶດຂອງລັດໃນຂອບເຂດທົ່ວປະເທດ ແຈ້ງມາຍັງ ທ່ານ ເພື່ອປະຕິບັດດັ່ງລຸ່ມນີ້:

1. ໃຫ້ ຄະນະຮັບຜິດຊອບປະມູນຂາຍໄມ້ທີ່ຍຶດເປັນຂອງລັດຂັ້ນ ແຂວງ, ນະຄອນຫຼວງ ເພີ່ມທະວີປະມູນຂາຍໄມ້ທີ່ຍຶດເປັນຂອງລັດ (ໄມ້ຍຶດເກົ່າ ແລະ ໄມ້ຍຶດໃໝ່) ແລະ ບ້ວງອື່ນໆທີ່ຍັງຄ້າງໃຫ້ສໍາເລັດໂດຍໄວ ຕາມຂັ້ນຕອນ ແລະ ກໍານົດເວລາ ທີ່ກໍານົດໄວ້ ຕາມຄໍາສັ່ງແນະນໍາການຈັດຕັ້ງປະມູນຂາຍໄມ້ທີ່ຍຶດເປັນຂອງລັດ ສະບັບເລກທີ 0336/ອຄ.ກຂອ, ລົງວັນທີ 13 ມີນາ 2017. ແນ່ໃສ່ການເກັບລາຍຮັບ ຈາກການຂາຍໄມ້ເຂົ້າງົບປະມານ ລັດ ແລະ ເພື່ອ ບໍ່ໃຫ້ໄມ້ຍຶດທີ່ຍັງຄ້າງໂດກເນົ່າ ແລະ ເຊື່ອມຄຸນນະພາບລົງໄປກວ່ານີ້;
2. ໃຫ້ ຄະນະຮັບຜິດຊອບປະມູນຂາຍໄມ້ທີ່ຍຶດເປັນຂອງລັດຂັ້ນ ແຂວງ, ນະຄອນຫຼວງ ກວດຄືນການປະຕິບັດສັນຍາ ຊື້- ຂາຍໄມ້ ແລະ ເລັ່ງທວງໃຫ້ຜູ້ຊະນະການປະມູນທີ່ຍັງບໍ່ທັນເຂົ້າມາຖອກຊຳລະຄ່າພັນທະໄມ້ເທື່ອໃຫ້ຮີບຮ້ອນເຂົ້າມາຖອກຊຳລະໃຫ້ຖືກຕ້ອງຕາມສັນຍາ. ຖ້າ ໂຮງງານ/ບໍລິສັດໃດຫາກບໍ່ປະຕິບັດຕາມສັນຍາ ຫຼື ມີການ ແກ່ຍາວໄລຍະເວລາດົນນານແມ່ນໃຫ້ຄົ້ນຄວ້າລາຍງານຄະນະນໍາຂອງແຂວງ ເພື່ອອອກຂໍ້ຕົກລົງລົບລ້າງ ແລະ ພິຈາລະນາທາບ ທາມຂາຍໃຫ້ແກ່ໂຮງງານ/ບໍລິສັດອື່ນ ທີ່ສະເໜີໃຫ້ລາຄາຕາມທີ່ໄດ້ຕົກລົງຂາຍຜ່ານມາ ຫຼື ລາຄາສູງສຸດ. 

ຂໍ້ມູນພາບ: https://www.rfa.org

3. ສຳລັບໄມ້ຍຶດທີ່ໄດ້ເຮັດ ສັນຍາ ຊື້-ຂາຍແລ້ວ, ແຕ່ບໍລິມາດໄມ້ຕົວຈິງບໍ່ຖືກຕ້ອງຕາມບັນຊີນັ້ນ (ໄມ້ບໍ່ຄົບ). ໃຫ້ຄະນະຮັບຜິດຊອບປະມູນຂາຍໄມ້ທີ່ຍຶດເປັນຂອງລັດພິຈາລະນາຕາມແຕ່ລະກໍລະນີຄື:
- ສັນຍາທີ່ໄດ້ຖອກຊຳລະເງິນເຂົ້າລັດຄົບຖ້ວນແລ້ວ: ໃຫ້ຄົ້ນຄວ້າບ້ວງໄມ້ຍຶດທີ່ຍັງບໍ່ທັນໄດ້ປະມູນເທື່ອ ຫຼື ປະມູນແລ້ວ ແຕ່ບໍ່ມີຜູ້ ສົນໃຈ ຊື້ເພື່ອແທນຄືນ ໃຫ້ແກ່ໂຮງງານ/ບໍລິສັດ ທີ່ຊະນະການປະມູນໃຫ້ຄົບຕາມຈຳນວນ ໂດຍໄລ່ລຽງຕາມລາຄາ ແລະ ຄຸນນະພາບໄມ້ຕົວຈິງ.    

4. ໃຫ້ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດ ໃຫ້ແກ່ກະຊວງອຸດສາຫະກໍາ ແລະ ການຄ້າ (ກອງເລຂາຄະນະຮັບ ຜິດຊອບປະມູນຂາຍໄມ້ຍຶດ) ຊາບ; 
5. ໃຫ້ສືບຕໍ່ເພີ່ມທະວີເອົາໃຈໃສ່ໃນການຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານ ນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ຢ່າງເຂັ້ມງວດ. 

ຂໍ້ມູນເພີ່ມເຕີມໄດ້ທີ່

ພະແນກບໍລິຫານການນຳເຂົ້າ ແລະ ສົ່ງອອກ
ກົມການນຳເຂົ້າ ແລະ ສົ່ງອອກ
ກະຊວງອຸດສາຫະກຳ ແລະ ການຄ້າ
ໂທ: 021 412008

# ຫົວຂໍ້ ດາວໂຫຼດ
1 ເພີ່ມທະວີເອົາໃຈໃສ່ປະມູນຂາຍໄມ້ທີ່ຍຶດເປັນຂອງລັດ ແລະ ຊຸກຍູ້ຈັດເກັບລາຍຮັບຈາກການຂາຍໄມ້ໃຫ້ສໍາເລັດໂດຍໄວ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.