ຫ້ອງການ, ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງມາຍັງພາກສ່ວນກ່ຽວຂ້ອງຊາບ ແລະ ຈັດຕັ້ງປະຕິບັດ ດັ່ງນີ້:

ສຳລັບການຄວັດຕາປະທັບ:
ພາຍຫຼັງໄດ້ຮັບການຂຶ້ນທະບຽນວິສາຫະກິດແລ້ວ, ວິສາຫະກິດທີ່ກ່ຽວຂ້ອງສາມາດນຳເອົາໃບທະບຽນວິສາຫະກິດ ໄປຄວັດຕາປະທັບ ນຳຂະແໜງການປ້ອງກັນຄວາມສະຫງົບ ຕາມບົດບັນຍັດມາດຕາ 21 (ໃໝ່)ຂອງກົດໝາຍວ່າດ້ວຍວິສາຫະກິດ, ສະບັບປັບປຸງ - 2013 ແລະ ມາດຕາ 22 ຂອງດຳລັດ, ສະບັບເລກທີ 322/ລບ, ລົງວັນທີ 1 ຕຸລາ 2018 ວ່າດ້ວຍຕາປະທັບ. ຫ້າມອອກໃບອະນຸຍາດຄວັດຕາປະທັບອີກ.

ສຳລັບປ້າຍຊື່ວິສາຫະກິດ:

1.ພາຍຫຼັງທີ່ຜູ້ລົງທຶນໄດ້ຮັບການຂຶ້ນທະບຽນສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ຫຼື ນິຕິບຸກຄົນ) ແລ້ວໃຫ້ນຳເອົາໃບທະບຽນວິສາຫະກິດ ໄປຜະລິດປ້າຍຊື່ວິສາຫະກິດ ໄດ້ເລີຍ ໂດຍບໍ່ຈຳເປັນຕ້ອງຂໍອະນຸຍາດ ຜະລິດປ້າຍຊື່ວິສາຫະກິດ ດັ່ງທີ່ເຄີຍປະຕິບັດມາ. 

2. ເນື້ອໃນປ້າຍຊື່ວິສາຫະກິດ ຕ້ອງປະກອບດ້ວຍ: 

  • ຊື່ວິສາຫະກິດ ຕາມທີ່ບົ່ງໄວ້ໃນທະບຽນວິສາຫະກິດ; 
  • ເລກລະຫັດວິສາຫະກິດ; 
  • ເລກປະຈຳຕົວຜູ້ເສຍອາກອນ (ຖ້າມີ); 
  • ເບີໂທລະສັບທີ່ສາມາດຕິດຕໍ່ໄດ້. 
ຂະໜາດນ້ອຍສຸດບໍ່ໃຫ້ຫຼຸດ 30x60 ຊັງຕີແມັດ ແລະ ໃຫຍ່ສຸດ ບໍ່ເກີນ 1.5x3 ແມັດ;

 

ນອກຈາກເນື້ອໃນທີ່ກ່າວມາຂ້າງເທິງ, ວິສາຫະກິດສາມາດຕື່ມໂລໂກ ຫລື ຄິວອາໂຄດ (QR code ) ຂອງຕົນ ໃສ່ທາງຂວາດ້ານເທິງຂອງປ້າຍຊື່ວິສາຫະກິດ. ທຸກຄັ້ງທີ່ມີການປ່ຽນແປງເນື້ອໃນທະບຽນວິສາຫະກິດ ທີ່ພາໃຫ້ມີການປ່ຽນແປງເນື້ອໃນປ້າຍຊື່ວິສາຫະກິດ, ວິສາຫະກິດທີ່ກ່ຽວຂ້ອງ ຕ້ອງຜະລິດປ້າຍຊື່ວິສາຫະກິດໃໝ່ໃຫ້ສອດຄ່ອງ.

ຄລິກທີ່ນີ້ເພື່ອເບິ່ງລາຍລະອຽດເພີ່ມເຕີມກ່ຽວກັບການຄວັດຕາປະທັບວິສາຫະກິດ ແລະ ປ້າຍຊື່ວິສາຫະກິດ

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.