ສຳລັບບໍລິສັດ (ນັກລົງທຶນຕ່າງປະເທດ), ທີ່ນຳເຂົ້າທຶນຈົດທະບຽນມາ ສປປ ລາວ ໂດຍຜ່ານທະນາຄານແມ່ນຈຳເປັນຕ້ອງປະກອບເອກະສານໃບຢັ້ງຢືນການນຳເຂົ້າທຶນຕາມມູນຄ່າທຶນຈົດທະບຽນໃຫ້ຄົບ 100%. ຂັ້ນຕອນໃນການປະກອບເອກະສານດັ່ງກ່າວມີດັ່ງນີ້:

ຂໍ້ມູນພາບ: http://kpl.gov.la ແລະ http://annx.asianews.network

1. ໃບຄຳຮ້ອງຕາມແບບຂອງທະນາຄານແຫ່ງ ສປປ ລາວ.
2. ສຳເນົາ ໃບທະບຽນວິສາຫະກິດ. 
3. ສຳເນົາໃບທະບຽນສຳປະທານອອກໃຫ້ໂດຍກະຊວງແຜນການ ແລະ ການລົງທຶນ (ກໍລະນີສຳປະທານ).
4. ສຳເນົາໃບຢັ້ງຢືນການມອບພັນທະອາກອນປະຈຳປີ. 
5. ສຳເນົາ ໃບຢັ້ງຢືນການນຳເຂົ້າທຶນຈາກຕ່າງປະເທດຂອງ (ປີຫຼ້າສຸດ) ທີ່ອອກໃຫ້ໂດຍທະນາຄານແຫ່ງ ສປປ ລາວ.
6. (ກ) ຖ້າບໍລິສັດໄດ້ນໍາທຶນເຂົ້າເປັນເງິນຕາຕ່າງປະເທດ ໂດຍຜ່ານລະບົບທະນາຄານ, ຕ້ອງມີເອກະສານຄັດຕິດຈາກທະນາຄານທຸລະກິດຢູ່ ສປປ ລາວ ທີ່ບໍລິສັດໄດ້ເປີດບັນຊີ ດັ່ງນີ້:
- ໃບແຈ້ງເງິນເຂົ້າບັນຊີ (AVIS CREDIT  NOTE ຫຼື SWIFT MESSAGE); 
- ໃບລາຍງານບັນຊີສໍາຮອງ (STATEMENT). 

• ກໍລະນີທີ່ ບໍລິສັດໄດ້ນຳທຶນເຂົ້າມາເປັນເງິນຕາທີ່ໄດ້ກູ້ຢືມມາຈາກຕ່າງປະເທດ, ຕ້ອງມີເອກະສານຄັດຕິດດັ່ງນີ້: 
- ສໍາເນົາໃບອະນຸຍາດກູ້ຢືມເງິນຈາກຕ່າງປະເທດ ອອກໂດຍທະນາຄານແຫ່ງ ສປປ ລາວ (ກົມນະໂຍບາຍເງິນຕາ). 

(ຂ) ຖ້າບໍລິສັດໄດ້ນໍາທຶນເຂົ້າມາຈາກຕ່າງປະເທດ ເຊັ່ນ: ເຄື່ອງຈັກ, ພາຫະນະ, ອຸປະກອນເພື່ອນຳໃຊ້ໃນການຜະລິດ ແລະ ເຄື່ອງຮັບໃຊ້ຫ້ອງການຕ່າງໆ ຕ້ອງມີເອກະສານຄັດຕິດ ດັ່ງນີ້: 
- ສໍາເນົາໃບອະນຸຍາດນໍາເຂົ້າສິນຄ້າ; 
- ໃບສັ່ງຊື້ສິນຄ້າ (INVOICE);
- ສໍາເນົາໃບແຈ້ງສິນຄ້າຂາເຂົ້າ (ບໍ 40 ຫຼື ບໍ 11) 1 ສະບັບ ຫຼື ໃບແຈ້ງພາສີ ເປັນລາຍລະອຽດ.

(ຄ) ຖ້າບໍລິສັດໄດ້ນໍາທຶນເຂົ້າເປັນເງິນສົດບໍ່ຜ່ານລະບົບທະນາຄານ ຕ້ອງມີເອກະສານຄັດຕິດດັ່ງນີ້: 
- ໃບຢັ້ງຢືນແຈ້ງເງິນສົດຈາກເຈົ້າໜ້າທີ່ພາສີປະຈໍາດ່ານ; 
- ໃບລາຍງານບັນຊີເງິນຝາກທີ່ພົວພັນກັບເງິນສົດທີ່ນໍາເຂົ້າມາຈາກທະນາຄານທຸລະກິດໃດໜຶ່ງທີ່ຕັ້ງຢູ່ ສປປ ລາວ. 

7. ເຮັດເປັນຕາຕະລາງແຍກລະອຽດກ່ຽວກັບການນຳທຶນເຂົ້າມາ ສປປ ລາວ, ມູນຄ່າທຶນທີ່ໄດ້ນຳເຂົ້າມາຕາມໃບແຈ້ງເງິນເຂົ້າບັນຊີ ຫຼື ໃບລາຍງານບັນຊີສຳຮອງ (ກໍລະນີທຶນທີ່ມີການນຳເຂົ້າມາຫຼາຍຄັ້ງພາຍໃນປີ ຫຼື ທີ່ໄດ້ນໍາເຂົ້າຫຼາຍປີຜ່ານມາແລ້ວຕາມລຳດັບ). 

ລ/ດ

ວັນທີ/ເດືອນ/ປີ ທຶນເຂົ້າມາ ສປປ ລາວ

ຈຳນວນເງິນ

ເລກບັນຊີ

ຜ່ານທະນາຄານ

ໝາຍເຫດ

1

2

XX/XX/20XX

XX/XX/20XX

X.XXX.XXX

X.XXX.XXX

X

X

X

X

 

 

ລວມຈຳນວນເງິນທັງໝົດ

X.XXX.XXX

 


ໃນກໍລະນີທີ່ ບໍລິສັດ (ນັກລົງທຶນຕ່າງປະເທດ) ບໍ່ມີໃບຢັ້ງຢືນໃນການຂໍນຳເຂົ້າທຶນເຂົ້າມາໃນ ສປປ ລາວ ແມ່ນຈະມີຜົນຕໍ່ການໂອນເງິນອອກ ເຊິ່ງທະນາຄານທຸລະກິດຈະບໍ່ສາມາດໂອນເງິນ ຫຼື ຜົນກຳໄລ ອອກປະເທດໄດ້ ຖ້າບໍ່ມີໃບຢັ້ງຢືນດັ່ງກ່າວ.

ໃຊ້ເວລາປະມານ 05 ວັນລັດຖະການໃນການອອກໃບຢັ້ງຢືນການນຳເຂົ້າທຶນຈາກຕ່າງປະເທດທີ່ເຂົ້າມາລົງທຶນໃນ ສປປ ລາວ ແລະ ຄ່າທຳນຽມໃນການອອກໃບຢັ້ງຢືນດັ່ງກ່າວແມ່ນ 15.000 ກີບ.

ຕິດຕໍ່: ພະແນກຄຸ້ມຄອງເງິນຕາຕ່າງປະເທດ, ກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ
ໂທ: 021-264 590; ແຟັກ: 021-263 019

ແຫຼ່ງຂໍ້ມູນ: ທະນາຄານແຫ່ງ ສປປ ລາວ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.