ອີງຕາມບົດສະຫຼຸບລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ,​ ການຄ້າ ແລະ ການລົງທຶນຂອງ ສສ ຫວຽດນາມ ຂອງເດືອນ 11 ປີ 2018, ມູນຄ່າການຄ້າສອງຝ່າຍ ລະຫວ່າງ ລາວ-ຫວຽດນາມ ແຕ່ ເດືອນ ມັງກອນ ຫາ ເດືອນ ຕຸລາ ປີ 2018 ປະຕິບັດໄດ້ 854,56 ລ້ານໂດລາສະຫະລັດ,​ ເພີ່ມຂື້ນ 25,61% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017 (ມູນຄ່າການຄ້າສອງຝ່າຍ ຂອງປີ 2017 ປະຕິບັດ 680,33 ລ້ານໂດລາສະຫະລັດ).​

ໃນນັ້ນ, ມູນຄ່າການສົ່ງອອກສິນຄ້າຂອງ ສປປ ລາວ ໄປ ສສ ຫວຽດນາມ ແຕ່ເດືອນມັງກອນ ຫາ ເດືອນຕຸລາ ປີ 2018 ປະຕິບັດໄດ້ 370,17 ລ້ານໂດລາສະຫະລັດ,​ ເພີ່ມຂຶ້ນ 25,81% ຖ້າສົມທຽບໃສ່ໄລຍະຜ່ານດຽວຂອງປີ 2017 (294,23 ລ້ານໂດລາສະຫະລັດ). ສິນຄ້າສົ່ງອອກຫຼັກຂອງ ສປປ ລາວ ປະກອບດ້ວຍຜະລິດຕະພັນໄມ້,​ ແຮ່ທາດ,​ ໝາກກ້ວຍ,​ ເຂົ້າ,​ ສາລີ,​ ມັນຕົ້ນ,​ ພັດລົມ,​ ໝໍ້ຫຸງເຂົ້າ,​ ໄຟຟ້າ ແລະ ອື່ນໆ.​

ສ່ວນສິນຄ້ານໍາເຂົ້າຈາກ ສສ ຫວຽດນາມ ມີມູນຄ່າທັງໝົດ 454,39 ລ້ານໂດລສະຫະລັດ,​ ເພີ່ມຂື້ນ 25,46% ທຽບໃສ່ໄລຍະດຽວກັນຂອງປີ 2017 (386,10 ລ້ານໂດລາສະຫະລັດ) ສິນຄ້ານໍາເຂົ້າຫຼັກປະກອບມີ ເຄື່ອງໃຊ້ໃນຄົວເຮືອນ,​ ອາຫານທະເລ,​ ສາຍກາບໂທລະສັບ,​ ເຫຼັກກໍ່ສ້າງທຸກປະເພດ,​ ນໍ້າມັນເຊື້ອໄຟທຸກປະເພດ,​ ຍານພາຫະນະ ແລະ ອາໄຫຼ່,​ ກະລິງເກີ ແລະ ຊິມັງ ແລະ ອື່ນໆ.

 

ແຫຼ່ງຂໍ້ມູນ:​ ບົດສະຫຼຸບລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ,​ ການຄ້າ ແລະ ການລົງທຶນຂອງ ສສ ຫວຽດນາມ ຂອງເດືອນ 11 ປີ 2018,​ ຈາກສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.