ໃນວັນທີ 27 ພະຈິກ 2018, ກວຕ ຮ່ວມກັບ ບໍລິສັດ ດີແລ້ວ ຈຳກັດຜູ້ດຽວ ໄດ້ຈັດພິທີເຊັນບົດບັນທຶກ ຄວາມເຂົ້າໃຈກ່ຽວກັບ ການຮ່ວມມືສ້າງຫ້ອງກວດສອບ ແລະ ຢັ້ງຢືນມາດຕະຖານ ອຸປະກອນໄຟຟ້າພິເສດ. ຜູ້ລົງນາມໃນບົດບັນທຶກດັ່ງກ່າວ ມີທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ; ທ່ານ ບຸນໂຮມ ພານຸວົງ, ຫົວໜ້າສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ແລະ ທ່ານ ເສີນຫົງຫາຍ, ປະທານ ບໍລິສັດ ດີແລ້ວ ຈຳກັດຜູ້ດຽວ.

ໂດຍການເຊັນບົດບັນທຶກດັ່ງກ່າວໄດ້ຮັບກຽດການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກວຕ ແລະ ຍັງມີບັນດາທ່ານ ຮອງລັຖະມົນຕີ ກວຕ, ຫົວໜ້າຫ້ອງການ, ກົມ, ສະຖາບັນ, ພະນັກງານວິຊາການທີ່ກ່ຽວທັງສອງຝ່າຍ.ນອກຈາກນັ້ນ, ໂຄງການກວດສອບອຸປະກອນໄຟຟ້າພິເສດ ໃນປະຈຸບັນແມ່ນພຽງແຕ່ເປັນການເຊັນບົດບັນທຶກຄວາມເຂົ້າໃຈເພື່ອຮ່ວມກັນສ້າງບົດວິເຄາະຄວາມເປັນໄປໄດ້ຂອງໂຄງການ  ເມື່ອບົດວິເຄາະເປັນໄປໄດ້ຜ່ານກະຊວງ ທີ່ກ່ຽວຂ້ອງ ແລະ ຕົກລົງເຫັນດີແລ້ວຈື່ງມີການເຊັນສັນຍາອິກເທື່ອນື່ງ.

ສ່ວນເວລາການຈັດຕັ້ງປະຕິບັດນັ້ນແມ່ນ ອີງຕາມບົດວິພາກເສດຖະກິດ ແລະ ການປະຕິບັດວຽກຕົວຈິງ ໂດຍພາກສ່ວນກ່ຽວຂ້ອງ ຍັງຈະຮ່າງລະບຽບການ ແລະ ມາດຕະຖານໃນການກຳນົດວິທີການກວດສອບ, ການສ້າງລະບົບການຢັ້ງຢືນມາດຕະຖານສາກົນດ້ານຄວາມປອດໄພຂອງອຸປະກອນໄຟຟ້າພິເສດ, ການພັດທະນາຊັບພະຍາກອນມະນຸດ, ການຈັດຫາອຸປະກອນ ແລະ ຄູ່ມືການກວດສອບໃສ່ຫ້ອງກວດສອບ ແລະ ຢັ້ງຢືນມາດຕະຖານອຸປະກອນໄຟຟ້າ, ການໂຄສະນາ ແລະ ປະຊາສໍາພັນກ່ຽວກັບວຽກງານການກວດສອບ ແລະ ຢັ້ງຢືນມາດຕະຖານອຸປະກອນໄຟຟ້າສູ່ສັງຄົມ.

ແຫຼ່ງຂໍ້ມູນ: ເວັບໄຊທ໌ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.