ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຖະແຫຼ່ງຂ່າວກ່ຽວກັບຄວາມຄຶບໜ້າຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນຕໍ່ສື່ມວນຊົນ ໃນວັນທີ 12 ທັນວາ 2018 ທີ່ຜ່ານມາຢູ່ກະຊວງ ໂດຍ ທ່ານ ລັດຕະນະມະນີ ຄູນນີວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ທັງເປັນຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໃຫ້ຮູ້ວ່າ ນັບແຕ່ວັນທີ 25 ທັນວາ 2016 ໄດ້ເລີ່ມລົງມືກໍ່ສ້າງທາງລົດໄຟລາວ-ຈີນ ມາຮອດວັນ 30 ເດືອນ ພະຈິກ 2018 ຫຼື ເປັນເວລາ 02 ປີ ແມ່ນສາມາດປະຕິບັດໄດ້ 46,5%ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ ຖ້າທຽບໃສ່ເດືອນຜ່ານມາ ຄວາມຄຶບໜ້າຂອງໜ້າວຽກເພີ່ມຂື້ນ 3,19%.

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນໄດ້ແບ່ງອອກເປັນ 778 ຈຸດກໍ່ສ້າງ ໃນນັ້ນ ໄດ້ເຈາະອຸມົງ 69 ແຫ່ງ ສາມາດເຈາະໄດ້ປະມານ 103,654 ແມັດ, ກໍ່ສ້າງຂົວໄດ້ 139 ແຫ່ງ ໃນນີ້ ສ້າງເສົາຂົວສໍາເລັດ 1,197 ເສົາ ຈະເຈາະເຂັມເສົາຂົວລວມຄວາມຍາວ 205,​865 ແມັດ.

ສ່ວນວຽກອໍານວຍຄວາມສະດວກໃຫ້ການກໍ່ສ້າງ ແມ່ນໄດ້ກໍ່ສ້າງເສັ້ນທາງ ເພື່ອເຂົ້າຫາສະຖານທີ່ກໍ່ສ້າງໄດ້ 910 ກິໂລແມັດ ແລະ ຂົວ 4,098 ແມັດ ຕິດຕັ້ງສາຍສົ່ງໄຟຟ້າ 860 ກິໄລແມັດ ຕິດຕັ້ງໜໍ້ແປງ 258 ໜ່ວຍ ແລະ ສ້າງລະບົບນໍ້າປະປາໄດ້ 128 ກິໂລແມັດ.

ນອກຈາກວຽກງານກໍ່ສ້າງພື້ນຖານໂຄງລ່າງຂອງເສັ້ນທາງລົດໄຟລາວ-ຈີນແລ້ວ ວຽກງານການຈ່າຍຊົດເຊີຍໃຫ້ປະຊາຊົນ ກໍ່ມີຄວາມຄຶບໜ້າເຊັ່ນດຽວກັນ ໂດຍສະເພາະແມ່ນປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງ ກ່າວ ເປັນຕົ້ນແມ່ນສິ່ງປຸກສ້າງ,​ທີ່ດິນທໍາມາຫາກີນ ແລະ ຜົນລະປູກຂອງປະຊາຊົນທີ່ໄດ້ຮັບຜົນປະທົບ ໃນນັ້ນໄດ້ຈ່າຍຄ່າຊົນເຊີຍໄປແລ້ວສາມງວດຄື: ງວດທີ 01 ຈໍານວນ 56,5 ຕື້ກີບ,​ ງວດທີ 02 ແມ່ນ 81,6 ຕື້ກີບ,​ ງວດທີ 03 ແມ່ນ 82,9 ຕື້ກີບ ແລະ ງວດທີ 04 ຄາດວ່າຈະຈ່າຍໄວໆນີ້ ຈໍານວນ 134 ຕື້ກີບ.

ຕາມແຜນການຄາດວ່າໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຈະສ້າງສໍາເລັດພາຍໃນ 5 ປີ ຫຼື ປະມານປີ 2020 ແລະ ມີມູນຄ່າການລົງທຶນທັງໝົດຂອງໂຄງການປະມານ 38,7 ຕື້ຢວນ. ໃນນັ້ນ, ລັດຖະບານ ສປປລາວ ຈະອອກທຶນ 30%. ໂຄງການກໍ່ສ້າງທາງລົດໄຟມີຄວາມຍາວປະມານ 427 ກິໂລແມັດ, ໂດຍຈະເລີ່ມສ້າງນັບແຕ່ດ່ານຊາຍແດນລາວ-ຈີນ ຢູ່ເຂດບໍ່ເຕັນແຂວງຫຼວງນ້ຳທາມາ ເຖິງນະຄອນຫຼວງວຽງຈັນ; ຈົນຮອດຈຸດລົດໄຟເຊື່ອມຕໍ່ລາວ-ໄທແຫ່ງໃໝ່. ເສັ້ນທາງສາຍນີ້ ຈັດຢູ່ໃນປະເພດທາງລົດໄຟມາດຕະຖານລະດັບ 1 ເຊິ່ງມີຄວາມກ້ວາງຂອງລາງ ແມ່ນມາດຕະຖານສາກົນເປັນປະເພດລາງດ່ຽວ, ຄວາມກ້ວາງດ້ານຂ້າງເສັ້ນທາງລົດໄຟເບື້ອງລະ 50 ແມັດ ແລະຈະໄດ້ລ້ອມຮົ້ວໄວ້ເພື່ອຄວາມປອດໄຟຕາມມາດຕະການສາກົນທີ່ໄດ້ກຳນົດໄວ້, ໂດຍຈະສ້າງເປັນລາງດ່ຽວນຳໃຊ້ຄວບຄູ່ກັນ ລະຫວ່າງ ລົດໄຟຂົນສົ່ງສິນຄ້າທີ່ກຳນົດຄວາມໄວປະມານ 120 ກິໂລແມັດ/ຊົ່ວໂມງ ແລະ ຜູ້ໂດຍສານປະ ມານ 160 ກິໂລແມັດ/ຊົ່ວໂມງ. ໂຄງການນີ້ໄດ້ອອກແບບສໍາຮອງໄວ້ສໍາລັບຂົນສົ່ງໂດຍສານເຂດທົ່ງພຽງຢູ່ ເມືອງວັງວຽງ ແຂວງວຽງຈັນ ຫານະຄອນຫຼວງວຽງຈັນແມ່ນ 200 ກິໂລແມັດ/ຊົ່ວໂມງ; ເປັນລະບົບຂັບເຄື່ອນດ້ວຍໄຟຟ້າ, ປະກອບມີສະຖານີ 33 ແຫ່ງ;ໃນນັ້ນມີສະຖານີສໍາລັບຫຼີກລົດໄຟ 11 ແຫ່ງ ແລະ ສະຖານີສິນຄ້າ 1 ແຫ່ງ.

 

ແຫຼ່ງຂ້ໍມູນ:  ເວັບໄຊທ໌ ກະຊວງ ໂຍທາທິການ ແລະ ຂົນສົ່ງ:​ http://www.mpwt.gov.la ແລະ  ເວັບໄຊທ໌ www.targetlaos.com

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.