ອີງຕາມຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ສະບັບເລກທີ 67/ນຍ, ລົງວັນທີ 04 ຕຸລາ 2018. ນາຍົກລັດຖະມົນຕີຕົກລົງແຕ່ງຕັ້ງ ຄຂທ ໂດຍແຕ່ງຕັ້ງໃຫ້ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນປະທານ ຄຂທ ແລະ ແຕ່ງຕັ້ງໃຫ້ ທ່ານ ຫົວໜ້າກົມຄຸມຄອງ, ພັດທະນາວິສາຫະກິດ ແລະ ປະກັນໄພ, ກະຊວງການເງິນ, ທ່ານ ຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ເປັນຮອງປະທານ ຄຂທ.

ຂໍ້ມູນພາບ:https://www.millionaireacts.com

 

ຄຂທ ປະຕິບັດສິດ ແລະ ໜ້າທີ່ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 50 ຂອງກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ສະບັບເລກທີ 60/ສພຊ, ລົງວັນທີ 14 ກໍລະກົດ 2015 ດັ່ງນີ້:

  • ພິຈາລະນາຮັບຮອງເອົາແຜນການ, ແຜນງານ ແລະ ໂຄງການກ່ຽວກັບການແຂ່ງຂັນທາງທຸລະກິດ ຕາມການສະເໜີຂອງກອງເລຂາຕົນ; 
  • ຄົ້ນຄວ້າ, ສະເໜີ ອອກນິຕິກຳກ່ຽວກັບການແຂ່ງຂັນທາງທຸລະກິດ ລວມທັງໂຄສະນາ, ເຜີຍແຜ່ນິຕິກຳດັ່ງກ່າວ; 
  • ພິຈາລະນາກ່ຽວກັບການລວມຕົວທາງທຸລະກິດ; 
  • ນຳໃຊ້ມາດຕະການທາງບໍລິຫານຕໍ່ບຸກຄົນ ແລະ ນິຕິບຸກຄົນທີ່ລະເມີດກົດໝາຍສະບັບນີ້ ແລະ ລະບຽບການທີ່ກ່ຽວຂ້ອງ; 
  • ອອກຄຳສັ່ງ, ຂໍ້ຕົກລົງກວດກາ ແລະ ນຳໃຊ້ມາດຕະການຕໍ່ຜູ່ລະເມີດ ຕາມການຕົກລົງເຫັນດີຂອງອົງການທີ່ມີສິດອຳນາດກ່ຽວຂ້ອງຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍວ່າດ້ວຍການດຳເນີນຄະດີອາຍາ; 
  • ສົ່ງສຳນວນຄະດີ ໃຫ້ອົງການໄອຍະການປະຊາຊົນ ເພື່ອດຳເນີນຄະດີຕາມຂະບວນການຍຸຕິທຳ; 
  • ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ; 
  • ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ລັດຖະມົນຕີວ່າການ ກະຊວງອຸດຫາສະກຳ ແລະ ການຄ້າ; 
  • ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ. 
ຂໍ້ມູນພາບ: Lao Economic News Channel

 

ນອກຈາກນັ້ນ, ມອບໃຫ້ ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ນະຄອນຫຼວງ ແລະ ແຂວງ ແຕ່ງຕັ້ງຜູ້ຕາງໜ້າຂອງຕົນທີ່ຮັບຜິດຊອບວຽກງານທີ່ກ່ຽວຂ້ອງດັ່ງກ່າວ ເພື່ອປະກອບເຂົ້າໃນຄະນະ ຕາມທີ່ໄດ້ກຳນົດໃນມາດຕາ 1 ຂອງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ສະບັບເລກທີ 67/ນຍ, ລົງວັນທີ 04 ຕຸລາ 2018.
 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.