ກະຊວງ ອຸດສາຫະກຳ ແລະ ການຄ້າ ອອກ ຄຳສັ່ງ ກ່ຽວກັບ ການຄວບຄຸມຜະລິດຕະພັນຢາສູບດ້ວຍການກຳນົດລາຄາຂາຍຍ່ອຍ ແລະ ຂາຍຍົກຕ່ຳສຸດ ເລກທີ 1791/ອຄ.ກຄພນ, ລົງວັນທີ 18 ທັນວາ 2018 ເຊິ່ງບັນດາ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ບັນດາຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງ ຕ້ອງໄດ້ເຜີຍແຜ່ ພ້ອມທັງແນະນຳ ບັນດາໂຮງງານຜະລິດຢາສູບ, ຕະຫຼາດ ແລະ ຫ້າງຮ້ານ ທັງຫຼາຍໃນຂອບເຂດທົ່ວປະເທດ.

ຂໍ້ມູນພາບ: http://www.flyingdutchman.com

 

ໃຫ້ຄຸ້ມຄອງລາຄາຂາຍຍ່ອຍ ແລະ ຂາຍຍົກ ຜະລິດຕະພັນຢາສູບທຸກຍີ່ຫໍ້ທີ່ນຳເຂົ້າ ແລະ ຜະລິດຢູ່ພາຍໃນ ໂດຍໃຫ້ກຳນົດລາຄາຂາຍຍ່ອຍຕໍ່າສຸດບໍ່ໃຫ້ຫຼຸດ 4,000 ກີບຕໍ່ຊອງ ແລະ ຂາຍຍົກບໍ່ໃຫ້ຫຼຸດ 30,000 ກີບຕໍ່ຕຸດ ພ້ອມທັງຕິດສະແຕມອາກອນ.

ຄລິກທີ່ນີ້ເພື່ອເບິ່ງລາຍລະອຽດເພີ່ມເຕີມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.