ອີງຕາມແຈ້ງການ ເລກທີ 3323/ຫອຄ.ກທຄວ, ລົງວັນທີ 25 ທັນວາ 2018, ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງມາຍັງພາກສ່ວນທີ່ກ່ຽວຂ້ອງຊາບໃນການເລື່ອນການເລີ່ມປະຕິບັດການຂຶ້ນທະບຽນສ້າງຕັ້ງວິສາຫະກິດ, ການອອກອະນຸຍາດລົງທຶນ ຫຼື ອະນຸຍາດດຳເນີນທຸລະກິດ ຈາກວັນທີ 01 ມັງກອນ 2019 ຕາມທີ່ບົ່ງໄວ້ໃນ ແຈ້ງການ ເລກທີ 2009/ຫອຄ.ກທຄວ, ລົງວັນທີ 22 ສິງຫາ 2018 ມາເປັນວັນທີ 01 ກຸມພາ 2019.

ໃນໄລຍະແຕ່ນີ້ ຫາ ວັນທີ 01 ກຸມພາ 2019 ໃຫ້ແຕ່ລະພາກສ່ວນຈັດຕັ້ງປະຕິບັດວຽກງານການໃຫ້ບໍລິການ ທີ່ຕິດພັນກັບການເລີ່ມຕົ້ນທຸລະກິດ ຕາມລະບົບທີ່ເຄີຍປະຕິບັດມາ.

ສຳລັບຂໍ້ມູນເພີ່ມເຕີມ, ທ່ານສາມາດພົວພັນໄດ້ທີ່

ກະຊວງອຸດສາຫະກຳ ແລະ ການຄ້າ
ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ 
ຖະໝົນ: ໂພນໄຊ, 
ບ້ານ ໂພນໄຊ 
ເມືອງ: ໄຊເສດຖາ, ນະຄອນຫລວງວຽງຈັນ.
ໂທລະສັບ: 021: 412011, ແຟັກ: 021 45386

ຄລິກທີ່ນີ້ເພື່ອເບິ່ງລາຍລະອຽດ ແລະ ແຈ້ງການສະບັບເຕັມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.