ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ        ເລກທີ 01 /ຄລທ.ສ

ນະຄອນຫຼວງວຽງຈັນ, ລົງວັນທີ 02 ມັງກອນ 2019

ບົດແນະນຳ
ວ່າດ້ວຍ ການໃຫ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນມູນຄ່າເພີ່ມ ສໍາລັບ
ແຜນນໍາເຂົ້າ ຂອງວິສາຫະກິດ

- ອີງຕາມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016;
- ອີງຕາມ ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ ສະບັບເລກທີ 52/ສພຊ, ລົງວັນທີ 23 ກໍລະກົດ 2014;
- ອີງຕາມ ກົດໝາຍວ່າດ້ວຍ ພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011;
- ອີງຕາມ ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018, ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກປະສານງານ ໃນການດຳເນີນທຸລະກິດຢູ່ ສປປ ລາວ;
- ອີງຕາມບົດບັນທຶກການມອບ-ຮັບວຽກງານການຈັດຕັ້ງປະຕິບັດນະໂຍບາຍດ້ານພາສີ ແລະ ອາກອນ ໃຫ້ແກ່ບັນດາວິສາຫະກິດລົງທຶນພາຍໃນ ແລະ ຕ່າງປະເທດ ຢູ່ ສປປ ລາວລະຫວ່າງກະຊວງການເງິນ ແລະ ກະຊວງແຜນການແລະການລົງທຶນສະບັບຄັ້ງວັນທີ 18 ທັນວາ 2017.

ລັດຖະມົນຕີກະຊວງແຜນການແລະການລົງທຶນ ອອກຄຳແນະນຳ ດັ່ງນີ້:

1. ຈຸດປະສົງ

ຈຸດປະສົງຂອງຄໍາແນະນຳສະບັບນີ້ແມ່ນເພື່ອຈັດຕັ້ງຜັນຂະຫຍາຍບາງມາດຕາຂອງ ກົດໝາຍວ່າດ້ວຍ ການ ສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016 ແລະ ຜັນຂະຫຍາຍຄຳສັ່ງຊີ້ນໍາ ຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ກ່ຽວກັບການປັບປຸງລະບຽບການແລະ ກົນໄກປະສານງານ ໃນການດຳເນີນທຸລະກິດຢູ່ ສປປ ລາວ, ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ ທີ່ພົວພັນກັບຕົວຊີ້ວັດຄວາມສະດວກຂອງການດໍາເນີນທຸລະກິດ ຢູ່ ສປປ ລາວ ແລະ ເຮັດໃຫ້ການຈັດຕັ້ງປະຕິບັດ ການໃຫ້ນະໂຍບາຍດ້ານພາສີ ແລະ ອາກອນມູນຄ່າເພີ່ມ, ຖືກຕ້ອງຕາມຂັ້ນຕອນ ແລະ ວິທີການດຳເນີນງານໃນການອະນຸ ມັດຮັບຮອງແຜນນໍາເຂົ້າ ເພື່ອມາຮັບໃຊ້ວຽກງານກິດຈະການລົງທຶນ ແລະ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກແກ່ຜູ້ລົງທຶນຢູ່ ສປປ ລາວ.

2. ການໃຫ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນມູນຄ່າເພີ່ມ.

ການໃຫ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນມູນຄ່າເພີ່ມ ໝາຍເຖິງ ການໃຫ້ນະໂຍບາຍ ດ້ວຍການກຳນົດລາຍການສິນຄ້າທີ່ຈະນໍາເຂົ້າຖາວອນ ແລະ ຊົ່ວຄາວ ທີ່ກຳນົດໃນແຜນນໍາເຂົ້າ (Master List) ເພື່ອມາຮັບໃຊ້ວຽກງານການຜະລິດ ແລະ ພັດທະນາກິດຈະການລົງທຶນຂອງບັນດາວິສາຫະກິດ ທີ່ນອນໃນກິດຈະການສົ່ງເສີມການລົງທຶນ ຕາມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ແລະ ກິດຈະການລົງທຶນທີ່ມີສັນຍາກັບລັດຖະບານ.

3. ການອະທິບາຍຄໍາສັບ

- ວັດຖຸດິບ ໝາຍເຖິງ ວັດຖຸທີ່ໄດ້ມາຈາກຊັບພະຍາກອນແຮ່ທາດທຳມະຊາດ (ເຊັ່ນ: ໂລຫະ, ອະໂລຫະ), ມາຈາກແຫຼງກະສິກຳ ແລະ ປ່າໄມ້ (ເຊັ່ນ: ພືດ ແລະ ສັດລ້ຽງປະເພດຕ່າງໆ), ມາຈາກແຫຼ່ງການຜະລິດຢູ່ຕ່າງປະເທດ (ເຊັ່ນ: ຜະລິດຕະພັນເຄິ່ງສຳເລັດຮູບ) ແລະ ມາຈາກສິ່ງເສດເຫຼືອ (ເຊັ່ນ: ເສດເຈ້ຍ, ເສດໄມ້, ເສດເຫຼັກ, ເສດຢາງປລາສະຕິກ) ຍົກເວັ້ນສິ່ງເສດເຫຼືອທີ່ເປັນອັນຕະລາຍຕໍ່ສິ່ງແວດລ້ອມ;

- ຊິ້ນສ່ວນປະກອບ ໝາຍເຖິງ ວັດຖຸໃດໜຶ່ງທີ່ນໍາໃຊ້ເປັນສ່ວນປະກອບ ໃນການຜະລິດ ໃຫ້ກາຍເປັນຜະລິດຕະພັນສຳເລັດຮູບອື່ນ;

- ວັດຖຸປະກອນ ໝາຍເຖິງ ຜະລິດຕະພັນສຳເລັດຮູບ ຫຼື ເຄິ່ງສໍາເລັດຮູບ ທີ່ນໍາໃຊ້ເຂົ້າໃນການຜະລິດ ຫຼື ປະກອບ ເປັນຜະລິດຕະພັນສຳເລັດຮູບອື່ນ;

- ອາໄຫຼ່ ໝາຍເຖິງ ວັດຖຸໃຊ້ສຳລັບປ່ຽນຖ່າຍໃນເຄື່ອງຈັກ, ອຸປະກອນ ແລະ ເຄື່ອງມືຕ່າງໆ;

- ເຄື່ອງຈັັກ ໝາຍເຖິງ ສິ່ງທີ່ປະກອບດ້ວຍຫຼາຍຊິ້ນສ່ວນ ທີ່ນໍາໃຊ້ເພື່ອການຜະລິດ, ນໍາສົ່ງພະລັງງານ, ປ່ຽນ ຫຼື ສັບປ່ຽນທີ່ ຂອງພະລັງງານໃດໜຶ່ງ ເປັນພະລັງງານອື່ນ ເພື່ອສ້າງເປັນຊັບສົມບັດຄົງທີ່ຂອງວິສາຫະກິດ;

- ພາຫະນະກົນຈັກຮັບໃຊ້ການຜະລິດທາງກົງ ໝາຍເຖິງ ຍານພາຫະນະກົນຈັກທີ່ຮັບໃຊ້ກໍ່ສ້າງ, ການຂຸດຄົ້ນບໍ່ແຮ່, ການຍົກຍໍ ແລະ ຄ່ຽນຖ່າຍ, ການບົດໂມ້, ການຜະລິດເບຕົງ, ການຜະລິດກະສິກຳ ແລະ ອຸດສາຫະກໍາປຸງແຕ່ງ, ການບໍລິການສາທາລະນະ ເປັນຕົ້ນ ລົດບັດ 25 ບ່ອນນັ່ງຂຶ້ນໄປ ສຳລັບວຽກງານຂົນສົ່ງ ແລະ ທ່ອງທ່ຽວ, ການອະນາໄມຕົວເມືອງ, ອຸດສາຫະກຳການຂົນສົ່ງສະເພາະ ເປັນຕົ້ນ ປະເພດຫົວລາກ-ຫາງລາກ, ລົດນໍ້າ, ລົດຕູ້ແຊ່ເຢັນ ແລະ ລົດຂົນສົ່ງວັດຖຸອັນຕະລາຍ (ລົດບັນທຸກນໍ້າມັນ, ລົດອາຍແກັສ, ລົດຂົນສົ່ງສານຄມີ) ແລະ ລົດອື່ນທີ່ຄ້າຍຄຽງ, ລົດຕັກ, ລົດຈົກ-ຕັກ, ລົດກວາດ, ລົດດຸດ,  ລົດເຄຣນ, ລົດໂລ, ລົດຍົກຍໍ (ຟອກລິບ);

- ຊັບສົມບັດຄົງທີ່ ໝາຍເຖິງ ຊັບສິນຂອງບໍລິສັດ ທີ່ຖືກບັນຈຸເຂົ້າໃນບັນຊີຊັບສິນຄົງທີ່ ແລະ ຕ້ອງຖືກຫັກຄ່າຫຼຸ້ຍຫ້ຽນແຕ່ລະປີຕາມກົດໝາຍ.

4. ຂອບເຂດການນໍາໃຊ້

ຄຳແນະນໍາສະບັບນີ້ ນໍາໃຊ້ສຳລັບວິສາຫະກິດພາກເອກະຊົນ ຢູ່ ສປປ ລາວ ທີ່ນອນໃນກິດຈະການສົ່ງເສີມການລົງທຶນ ທີ່ໄດ້ຮັບອະນຸຍາດລົງທຶນ ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບກ່ອນ ຫຼື ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016.

5. ຮູບແບບຂອງການໃຫ້ນະໂຍບາຍດ້ານພາສີ ແລະ ອາກອນມູນຄ່າເພີ່ມ.
5.1 ແຜນນໍາເຂົ້າປະຈໍາປີ

ການສ້າງແຜນນໍາເຂົ້າປະຈໍາປີ ແມ່ນຄວາມຮັບຜິດຊອບຂອງວິສາຫະກິດ ແລະ ໂຄງການຕ່າງໆ ເພື່ອນໍາສະເໜີແຜນນໍາເຂົ້າປະຈໍາປີ ໂດຍສອດຄ່ອງກັບບົດວິພາກເສດຖະກິດ-ເຕັກນິກ, ຕາມແບບແຜນຜັງ (Devise), ໃບຄິດໄລ່ບໍລິມາດວຽກຄວາມຕ້ອງການຕົວຈິງ ທີ່ມີການຮັບຮອງເປັນທາງການຈາກຂະແໜງການກ່ຽວຂ້ອງ ແລະ ຖືກຕ້ອງຕາມກົດໝາຍ.

ແຜນນໍາເຂົ້າປະຈໍາປີ ມີອາຍຸການນໍາໃຊ້ ພາຍໃນ 01 ປີ ນັບແຕ່ມື້ລົງລາຍເຊັນຮັບຮອງແຜນນໍາເຂົ້າ ເປັນຕົ້ນໄປ. ພາຍຫຼັງໝົດອາຍຸການນຳໃຊ້ ບັນດາສິນຄ້າທີ່ກຳນົດໃນແຜນນຳເຂົ້າ ຊຶ່ງຍັງບໍ່ທັນນຳເຂົ້າຕ້ອງຖືກລົບລ້າງໃນທັນທີ.

5.2 ແຜນນຳເຂົ້າເພີ່ມເຕີມ ຫຼື ສຸກເສີນ

ແຜນນຳເຂົ້າເພີ່ມເຕີມ ຫຼື ສຸກເສີນ ແມ່ນແຜນນໍາເຂົ້າ ທີ່ມີຄວາມຈໍາເປັນຕ້ອງການນໍາເຂົ້າເພີ່ມເຕີ່ມ ຫຼື ສຸກເສີນ ເພື່ອມາຮັບໃຊ້ວຽກງານການຜະລິດຂອງວິສາຫະກິດ ຊຶ່ງມີມູນຄ່າ ແລະ ບໍລິມາດຕາມຄວາມຕ້ອງການເພີ່ມເຕີມຕົວຈິງຂອງວິສາຫະກິດ.

ແຜນນໍາເຂົ້າເພີ່ມເຕີມ ຫຼື ສຸກເສີນ ມີອາຍຸການນໍາໃຊ້ຕາມກຳນົດເວລາຂອງແຜນນໍາເຂົ້າປະຈໍາປີ ທີ່ໄດ້ຖືກຮັບຮອງ.

ໃນໄລຍະທີ່ຍັງດຳເນີນຂັ້ນຕອນສະເໜີຂໍແຜນນໍາເຂົ້າປະຈໍາປີ, ບໍ່ທັນໄດ້ຖືກຮັບຮອງ ແຕ່ວິສາຫະກິດ ຫາກມີຄວາມຈໍາເປັນຕ້ອງການນໍາເຂົ້າວັດຖຸດິບ ເພື່ອມາທຳການຜະລິດ ແມ່ນຕ້ອງໄດ້ຮັບການຢັ້ງຢືນຂໍ້ມູນ ຕາມແຜນນໍາເຂົ້າປະຈໍາປີ ຈາກຂະແໜງແຜນການ ແລະ ການລົງທຶນ, ເພື່ອນໍາໄປຂໍຄໍ້າປະກັນເອົາສິນຄ້າອອກຈາກສາງ ຫຼື ດ່ານ ກ່ອນການແຈ້ງພາສີເປັນລາຍລະອຽດ ຕາມກົດໝາຍວ່າດ້ວຍ ພາສີ, ພາຍຫຼັງທີ່ມີການຮັບຮອງແຜນນໍາເຂົ້າປະຈໍາປີ ແລ້ວ ຈຶ່ງນໍາໄປສະສາງການຄໍ້າປະກັນ ຕາມກົດໝາຍວ່າດ້ວຍ ພາສີ ແລະ ລະບຽບການ ຢ່າງເຂັ້ມງວດ.

6. ປະເພດຂອງການໃຫ້ນະໂຍບາຍດ້ານພາສີ ແລະ ອາກອນມູນຄ່າເພີ່ມ
6.1 ນະໂຍບາຍ ງົດເກັບພາສີ ແລະ ພັນທະອື່ນ:

- ການນໍາເຂົ້າ ວັດຖຸດິບ, ວັດຖຸປະກອນ ແລະ ຊິ້ນສ່ວນປະກອບ ແລະ ເຄື່ອງຈັກ ຮັບໃຊ້ເພື່ອການຜະລິດແລ້ວສົ່ງອອກ 100%.

6.2 ນະໂຍບາຍ ຍົກເວັ້ນພາສີ ແລະ ເສຍອາກອນມູນຄ່າເພີ່ມ ໃນອັດຕາ 0%:

- ການນໍາເຂົ້າ ວັດສະດຸກໍ່ສ້າງ ແລະ ອຸປະກອນ ທີ່ບໍ່ມີຢູ່ພາຍໃນປະເທດ ຫຼື ບໍ່ສາມາດຈັດຊື້ໄດ້ພາຍໃນປະເທດ ຫຼື ມີແຕ່ບໍ່ພຽງພໍກັບຄວາມຕ້ອງການ ແມ່ນຈະໄດ້ຮັບອະນຸຍາດໄດ້ພຽງຄັ້ງດຽວ ໂດຍອີງໃສ່ໄລຍະເວລາໃນການກໍ່ສ້າງ ເພື່ອການກໍ່ສ້າງໂຮງງານ, ຕຶກອາຄານ ແລະ ສິ່ງປຸກສ້າງ ທີ່ເປັນຊັບສົມບັດຄົງທີ່ ຂອງວິສາຫະກິດເທົ່ານັ້ນ ໂດຍອີງໃສ່ແບບ, ແຜນຜັງ, ໃບຄິດໄລ່ບໍລິມາດວຽກ ຂອງການກໍ່ສ້າງ ທີ່ຮັບຮອງຈາກຂະແໜງໂຍທາທິການ ແລະ ຂົນສົ່ງ;

- ການນໍາເຂົ້າ ວັດສະດຸກໍ່ສ້າງ ແລະ ອຸປະກອນ ທີ່ບໍ່ມີຢູ່ພາຍໃນປະເທດ ຫຼື ບໍ່ສາມາດຈັດຊື້ໄດ້ພາຍໃນປະເທດ ຫຼື ມີແຕ່ບໍ່ພຽງພໍກັບຄວາມຕ້ອງການ ແມ່ນຈະໄດ້ຮັບອະນຸຍາດໄດ້ພຽງຄັ້ງດຽວ ໂດຍອີງໃສ່ໄລຍະເວລາໃນການກໍ່ສ້າງ ເພື່ອການກໍ່ສ້າງໂຮງງານ, ຕຶກອາຄານ ແລະ ສິ່ງປຸກສ້າງ ທີ່ເປັນຊັບສົມບັດຄົງທີ່ ຂອງວິສາຫະກິດເທົ່ານັ້ນ ໂດຍອີງໃສ່ແບບ, ແຜນຜັງ, ໃບຄິດໄລ່ບໍລິມາດວຽກ ຂອງການກໍ່ສ້າງ ທີ່ຮັບຮອງຈາກຂະແໜງໂຍທາທິການ ແລະ ຂົນສົ່ງ;

- ການນໍາເຂົ້າ ວັດຖຸດິບ, ວັດຖຸປະກອນ, ຊິ້ນສ່ວນປະກອບ ແລະ ເຄື່ອງຈັກ ທີ່ບໍ່ສາມາດສະໜອງ ຫຼື ຜະລິດໄດ້ໃນ ສປປ ລາວ ເພື່ອຮັບໃຊ້ການຜະລິດໂດຍກົງ; ສ່ວນການນໍາເຂົ້າ ອຸປະກອນ ທີ່ບໍ່ຮັບໃຊ້ການຜະລິດໂດຍກົງ ແລະ ອາໄຫຼ່ເພື່ອມາປ່ຽນແທນ ແມ່ນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍພາສີ ແລະ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ;

- ການຳເຂົ້າ ພາຫະນະກົນຈັກຮັບໃຊ້ການຜະລິດທາງກົງ ເພື່ອເປັນຊັບສົມບັດຄົງທີ່;

ສຳລັບ ລົດບັດ (Bus) ທີ່ຮັບໃຊ້ວຽກງານ ບໍລິການທ່ອງທ່ຽວ ແລະ ຂົນສົ່ງ ຕ້ອງແມ່ນລົດໃໝ່ ສະພາບ 100%. ແຕ່ສຳລັບ ພາຫະນະກົນຈັກໜັກ ແມ່ນລົດໃໝ່ ຫຼື ລົດທີ່ນຳໃຊ້ແລ້ວຕ້ອງມີອາຍຸການນຳໃຊ້ບໍ່ເກີນ 08 ປີ ຫຼື ຊົ່ວໂມງນຳໃຊ້ມາແລ້ວ ບໍ່ໃຫ້ເກີນ 20.000 ຊົ່ວໂມງ. ພາຫະນະທີ່ໄດ້ຮັບນະໂຍບາຍນຳເຂົ້າຕາມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ຕ້ອງໄດ້ນຳໃຊ້ເຂົ້າໃນວິສາຫະກິດ ຢ່າງຕຳ່ສຸດ 5 ປີ ຈຶ່ງສາມາດໃຫ້ມີການນຳເຂົ້າມາທົດແທນ ຫຼື ໂອນກຳມະສິດ, ແຕ່ກ່ອນຈະນຳເຂົ້າມາທົດແທນ ຫຼື ໂອນກຳມະສິດໄດ້ ພາຫະນະຄັນເກົ່າ ຕ້ອງໄດ້ເສຍພາສີ ແລະ ອາກອນ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ.

ສ່ວນການນຳເຂົ້າ ນ້ຳມັນເຊື້ອໄຟ, ອາຍແກັສ, ນ້ຳມັນຫຼໍ່ລື່ນ, ລົດຈິບ, ລົດກະບະ, ລົດຕູ້ 25 ບ່ອນນັ່ງ ລົງມາ ແມ່ນຈະບໍ່ໄດ້ຮັບນະໂຍບາຍສົ່ງເສີມ ແລະ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ສຳລັບ ຜະລິດຕະພັນ ທີ່ພາຍໃນສາມາດຜະລິດໄດ້ ໃຫ້ນໍາໃຊ້ຜະລິດຕະພັນພາຍໃນ, ຖ້າວິສາຫະກິດຕ້ອງການນໍາເຂົ້າ  ແມ່ນຈະບໍ່ໄດ້ຮັບນະໂຍບາຍສົ່ງເສີມ ແລະ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ກໍລະນີ ຜະລິດຕະພັນທີ່ພາຍໃນຜະລິດໄດ້ ແຕ່ບໍ່ໄດ້ມາດຕະຖານເຕັກນິກການກໍ່ສ້າງ ຫຼື ການຜະລິດໄດ້ນັ້ນ ແມ່ນໃຫ້ພິຈາລະນາ ແລະ ໃຫ້ນຳສະເໜີຂໍອະນຸມັດຈາກກອງປະຊຸມຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ຕາມແຕ່ລະກໍລະນີ.

6.3 ນະໂຍບາຍ ການນໍາເຂົ້າຊົ່ວຄາວ

ວິສາຫະກິດພາຍໃນ ແລະ ຕ່າງປະເທດ ທີ່ມີສັນຍາກັບລັດຖະບານ ເຊັ່ນ: ບົດບັນທຶກຄວາມເຂົ້າໃຈ, ສັນຍາພັດທະນາໂຄງການ, ສັນຍາສຳປະທານ, ສັນຍາສຳຫຼວດ ແລະ ສັນຍາຂຸດຄົ້ນ ສາມາດສ້າງແຜນນໍາເຂົ້າຊົ່ວຄາວ, ການຕໍ່ການນໍາເຂົ້າຊົ່ວຄາວ ຈາກຂະແໜງແຜນການ ແລະ ການລົງທຶນ, ສໍາລັບ ວັດຖຸປະກອນ ແລະ ພາຫະນະກົນຈັກຮັບໃຊ້ການຜະລິດທາງກົງ ທີ່ມີອາຍຸການໃຊ້ງານຍາວນານ ເພື່ອປະຕິບັດຕາມກົດໝາຍວ່າດ້ວຍ ພາສີ ແລະ ລະບຽບການ.

7. ເງື່ອນໄຂການໃຫ້ນະໂຍບາຍ ດ້ານພາສີ ແລະ ອາກອນມູນຄ່າເພີ່ມ

ວິສາຫະກິດ ທີ່ລົງທຶນຢູ່ ສປປ ລາວ ທີ່ມີຈຸດປະສົງສະເໜີຂໍນະໂຍບາຍ ຕ້ອງມີເງື່ອນໄຂ ດັ່ງນີ້:

1. ຕ້ອງເປັນນິຕິບຸກຄົນ.

2. ວິສາຫະກິດນັ້ນ ຕ້ອງນອນໃນກິດຈະການສົ່ງເສີມການລົງທຶນ ຕາມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ.

3. ຕ້ອງມີການລົງທຶນຢ່າງໜ້ອຍ 1,2 ຕື້ກີບ ຫຼື ມີການນຳໃຊ້ວິຊາການລາວ ແຕ່ 30 ຄົນ ຫຼື ມີການນຳໃຊ້ແຮງງານລາວ ທີ່ມີສັນຍາແຮງງານ ຢ່າງຕໍ່າ 1 ປີ ແຕ່ 50 ຄົນຂຶ້ນໄປ.

4. ຕ້ອງດຳເນີນທຸລະກິດປົກກະຕິ ແລະ ປະຕິບັດພັນທະພາສີ-ອາກອນ ຕາມກົດໝາຍ ແລະ ລະບຽບການ ໂດຍມີໃບຢັ້ງຢືນການເສຍພັນທະອາກອນປະຈໍາປີ.

8. ການສະເໜີຂໍນະໂຍບາຍແຜນນໍາເຂົ້າ ແລະ ການແບ່ງຂັ້ນພິຈາລະນາ

ວິສາຫະກິດທີ່ຂັ້ນສູນກາງ ເປັນຜູ້ອະນຸມັດການລົງທຶນ, ການສະເໜີຂໍຮັບຮອງແຜນນໍາເຂົ້າປະຈໍາປີແມ່ນໃຫ້ສະເໜີຕໍ່ ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ (ຫ້ອງການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ) ເພື່ອຄົ້ນຄວ້າຮ່ວມກັບຂະແໜງການກ່ຽວຂ້ອງ. ພາຍຫຼັງທີ່ມີການເອກະພາບເຫັນດີແລ້ວ ສະເໜີຕໍ່ ທ່ານຫົວໜ້າຫ້ອງການ, ກະຊວງແຜນການ ແລະ  ການລົງທຶນ ເປັນຜູ້ເຊັນໃບຮັບຮອງແຜນນຳເຂົ້າ. ສ່ວນໂຄງການໃຫຍ່ທີ່ມີສັນຍາສຳປະທານກັບລັດຖະບານ ແລະ ມີມະຕິຮັບຮອງຈາກສະພາແຫ່ງຊາດ ທີ່ມີມູນຄ່າການລົງທຶນ 1 ຕື້ ໂດລາສະຫະລັດ ຂຶ້ນໄປ ແມ່ນລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນໃບຮັບຮອງແຜນນຳເຂົ້າ, ແລ້ວສົ່ງຕໍ່ໃຫ້ກົມພາສີ, ກະຊວງການເງິນ ເພື່ອແຈ້ງໃຫ້ບັນດາດ່ານສາກົນ ທີ່ໂຄງການຈະນຳສິນຄ້າຜ່ານ ຕາມລຳດັບ.

ວິສາຫະກິດທີ່ຂັ້ນແຂວງ, ນະຄອງນຫຼວ ເປັນຜູ້ອະນຸມັດການລົງທຶນ, ການສະເໜີຂໍຮັບຮອງແຜນນໍາເຂົ້າປະຈໍາປີແມ່ນໃຫ້ສະເໜີຕໍ່ ພະແນກແຜນການ ແລະ ການລົງທຶນ ແຂວງ, ນະຄອນຫຼວງ (ຫ້ອງການບໍລິການ ການລົງທຶນປະຕູດຽວ ຂັ້ນແຂວງ, ນະຄອນຫຼວງວຽງຈັນ) ເພື່ອຄົ້ນຄວ້າຮ່ວມກັບຂະແໜງການກ່ຽວຂ້ອງ. ພາຍຫຼັງທີ່ມີການເອກະພາບເຫັນດີແລ້ວ ສະເໜີຕໍ່ ຫົວໜ້າພະແນກພະແນກແຜນການ ແລະ ການລົງທຶນ ຂັ້ນແຂວງ, ນະຄອນຫຼວງວຽງຈັນ ເປັນຜູ້ເຊັນໃບຮັບຮອງແຜນນໍາເຂົ້າ, ແລ້ວສົ່ງຕໍ່ໃຫ້ພະແນກການເງິນ ແຂວງ, ນະຄອນຫຼວງວຽງຈັນ ເພື່ອແຈ້ງໃຫ້ບັນດາດ່ານສາກົນ ທີ່ໂຄງການຈະນຳສິນຄ້າຜ່ານ ຕາມລຳດັບ. ກໍລະນິທີ່ບໍລິິສັດ ຂໍນະໂຍບາຍແຜນນຳເຂົ້າຢູ່ແຂວງບ່ອນໂຄງການຕັ້ງຢູ່ ແຕ່ເວລາຈະນຳເຂົ້າສິນຄ້າຜ່ານດ່ານ ຢູ່ອີກແຂວງໜຶ່ງ ແມ່ນໃຫ້ພະແນກແຜນການ ແລະ ການລົງທຶນແຂວງ ຂອງໂຄງການທີ່ຕັ້ງຢູ່ ສົມທົບກັບພະແນກການເງິນແຂວງ ຂອງດ່ານທີ່ຈະນຳເຂົ້າ ເພື່ອອຳນວຍຄວາມສະດວກໃຫ້ແກ່ບໍລິສັດ. ພ້ອມດຽວກັນນັ້ນ, ໃຫ້ພະແນກການເງິນແຂວງ ນຳສົ່ງເອກະສານທ່ຍັງສູນກາງ (ກົມພາສີ) ເພື່ອສາມາດຕິດຕາມໄດ້.

ສຳລັບ ໂຄງການໄຟຟ້າ ແລະ ບໍ່ແຮ່ ທີ່ມີສັນຍາສຳປະທານກັບລັດຖະບານ ແມ່ນໃຫ້ຍື່ນສະເໜີຕໍ່ຂະແໜງ ພະລັງງານ ແລະ ບໍ່ແຮ່ ເພື່ອຈັດກອງປະຊຸມຜ່ານແຜນນໍາເຂົ້າ ຊຶ່ງມີການເຂົ້າຮ່ວມຂອງຂະແໜງການທີ່ກ່ຽວຂ້ອງແລ້ວເຮັດສະໂນດນໍາສົ່ງແຜນນໍໍາເຂົ້າດັ່ງກ່າວ ໃຫ້ຂະແໜງແຜນການ ແລະ ການລົງທຶນ ເພື່ອອະນຸມັດຮັບຮອງແຜນ ນໍາເຂົ້າ ດັ່ງກ່າວ. ສຳລັບໂຄງການໄຟຟ້າຂະໜາດນ້ອຍ ທີ່ຂັ້ນແຂວງອະນຸມັດການລົງທຶນ ແມ່ນຍື່ນຕໍ່ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເປັນຜູ້ຄົ້ນຄວ້າ ແລະ ຈັດກອງປະຊຸມຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ແລ້ວເຮັດສະໂນດນຳສົ່ງແຜນນຳເຂົ້າ ໃຫ້ພະແນກແຜນການ ແລະ ການລົງທຶນແຂວງ ເປັນຜູ້ເຊັນໃບຮັບຮອງແຜນນຳເຂົ້າ.

ສຳລັບ ວິສາຫະກິດໂຮງງານຕັດຫຍິບ, ລະບົບໂຮງງານການຜະລິດ ທີ່ທໍາການຜະລິດປຸງແຕ່ງເພື່ອສົ່ງອອກຕ່າງປະເທດ, ທີ່ຈະມີການຢັ້ງຢືນແຫຼ່ງກຳເນີດສິນຄ້າ (Certificate of Origin ຫຼື CO), ພາຍຫຼັງທີ່ຂະແໜງ ອຸດສາຫະກຳ ແລະ ການຄ້າ ຮັບຮອງແຜນນໍາເຂົ້າປະຈໍາປີແລ້ວ ແມ່ນໃຫ້ນໍາສະເໜີຕໍ່ຂະແໜງການເງິນ (ພາສີ) ເປັນຜູ້ຄຸ້ມຄອງການນໍາເຂົ້າຕົວຈິງ ຕາມລະບຽບການ. ສ່ວນລະບົບໂຮງງານທີ່ທຳການຜະລິດປຸງແຕ່ງເພື່ອຈຳໜ່າຍພາຍໃນ ແມ່ນສະເໜີຕໍ່ຂະແໜງອຸດສາຫະກຳ ແລະ ການຄ້າ, ຄົ້ນຄວ້າແຜນການປະຈຳປີ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ ແລ້ວນຳສົ່ງແຜນການປະຈຳປີ ໃຫ້ຂະແໜງແຜນການ ແລະ ການລົງທຶນ ເພື່ອອະນຸມັດຮັບຮອງແຜນນຳເຂົ້າປະຈຳປີ ຕາມກົດໝາຍ ແລະ ລະບຽບການ.

9. ການປະກອບເອກະສານ ຂໍນະໂຍບາຍ ແຜນນໍາເຂົ້າ

ການຂໍນະໂຍບາຍດ້ານພາສີ ແລະ ອາກອນມູນຄ່າເພີ່ມ ຕ້ອງປະກອບມີບັນດາເອກະສານ ດັ່ງນີ້:

1. ໃບສະເໜີຂໍນະໂຍບາຍດ້ານພາສີ ແລະ ອາກອນມູນຄ່າເພີ່ມ ສຳລັບ ແຜນນໍາເຂົ້າ ຂອງບໍລິສັດ;

2. ໃບມອບສິດ ໃຫ້ຜູ້ດຳເນີນແລ່ນເອກະສານ ໂດຍການຢັ້ງຢືນ ແລະ ຮັບຮອງຈາກຜູ້ອຳນວຍການຂອງວິສາຫະກິດນັ້ນ;

3. ບົດລາຍງານສະພາບການດຳເນີນທຸລະກິດໂດຍຫຍໍ້ ໂດຍປະກອບມີເນື້ອໃນດ້ານການນໍາເຂົ້າຕົວຈິງຂອງປີຜ່ານມາ, ດ້ານແຮງງານ ແລະ ອື່ນໆ;

4. ຮ່າງແຜນນໍາເຂົ້າ ປະຈໍາປີ  (ຕາມແບບພິມ/ຕາຕະລາງ ທີ່ ຂະແໜງການແຜນການ ແລະ ການລົງທຶນ ກຳນົດ) ແລະ ແບບ Soft File;

5. ສຳເນົາ ໃບອະນຸຍາດລົງທຶນ (ຖ້າມີ); ໃບທະບຽນວິສາຫະກິດ; ໃບອະນຸຍາດດໍາເນີນກິດຈະການຈາກຂະແໜງການກ່ຽວຂ້ອງ; ໃບຢັ້ງຢືນການມອບພັນທະອາກອນ ປະຈໍາປີ ໃນປີຜ່ານມາ; ສັນຍາທີ່ເຊັນກັບລັດຖະບານ (ໃນກໍລະນີ ໂຄງການລົງທຶນສຳປະທານ) ແລະ ໃບອະນຸຍາດປຸກສ້າງ (ກໍລະນີ ບໍລີສັດ/ໂຮງງານ ຂໍປຸກສ້າງໃໝ່)

6. ສຳເນົາ ແຜນນໍາເຂົ້າ ໃນປີຜ່ານມາ;

7. ສຳເນົາ ແຜນການ ປະຈໍາປີ ຂອງວິສາຫະກິດ ທີ່ຜ່ານການຮັບຮອງຈາກ ຂະແໜງອຸດສາຫະກໍາ ແລະ ການຄ້າ (ໃນກໍລະນີ ບັນດາວິສາຫະກິດ ຫຼື ໂຮງງານທີ່ທໍາການຜະລິດ). ສໍາລັບ ການນໍາເຂົ້າ ທາດເຄມີ ຕ້ອງມີໃບຢັ້ງຢືນທາດເຄມີ ຈາກກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ກ່ອນ.

10. ຂັ້ນຕອນການພິຈາລະນາ ແຜນນໍາເຂົ້າ

ແຜນນໍາເຂົ້າປະຈໍາປີ: ພາຍຫຼັງໄດ້ຮັບເອກະສານຄໍາຮ້ອງຂໍຮັບຮອງແຜນນໍາເຂົ້າປະຈໍາປີຄົບຖ້ວນ, ຖືກຕ້ອງ ແລະ ສອດຄ່ອງແລ້ວ ຂະແໜງແຜນການ ແລະ ການລົງທຶນ ຄົ້ນຄວ້ານໍາສະເໜີຕໍ່ກອງປະຊຸມພິຈາລະນາຜ່ານແຜນນໍາເຂົ້າປະຈໍາປີ ທີ່ຈັດຂຶ້ນໂດຍ ຂະແໜງແຜນການ ແລະ ການລົງທຶນ ຊຶ່ງມີການເຂົ້າຮ່ວມຂອງຂະແໜງການທີ່ກ່ຽວຂ້ອງ ພາຍໃນ 07 ວັນລັດຖະການ. ຫຼັງຈາກນັ້ນ, ວິສາຫະກິດ ຕ້ອງປັບປຸງແຜນນໍາເຂົ້າ ຕາມມະຕິກອງປະຊຸມ ພາຍໃນ 15 ວັນລັດຖະການ; ກໍລະນີ ວິສາຫະກິດ ຫາກບໍ່ປັບປຸງແຜນ ພາຍໃນກໍານົດເວລາດັ່ງກ່າວ ຖືວ່າວິສາຫະກິດນັ້ນ ໄດ້ສະຫຼະສິດໃນການຮັບນະໂຍບາຍ, ຖ້າວິສາຫະກິດຕ້ອງການສືບຕໍ່ຂໍນະໂຍບາຍ ແມ່ນໃຫ້ຢື່ນເອກະສານຄືນໃໝ່. ພາຍຫຼັງວິສາຫະກິດປັບປຸງແຜນນໍາເຂົ້າຕາມມະຕິກອງປະຊຸມແລ້ວ, ຂະແໜງແຜນການ ແລະ ການລົງທຶນ ຄົ້ນຄວ້າ ແລະ ພິຈາລະນາ ຕາມການແບ່ງຂັ້ນຄຸ້ມຄອງ ພາຍໃນ 07 ວັນລັດຖະການ.

ສຳລັບໂຄງການໄຟຟ້າ ແລະ ບໍ່ແຮ່ ທີ່ມີສັນຍາສຳປະທານກັບລັດຖະບານ: ພາຍຫຼັງໄດ້ຮັບເອກະສານຄໍາຮ້ອງຂໍຮັບຮອງແຜນນໍາເຂົ້າຄົບຖ້ວນຖືກຕ້ອງ ແລະ ສອດຄ່ອງແລ້ວ, ຂະແໜງພະລັງງານ ແລະ ບໍ່ແຮ່ ຄົ້ນຄວ້ານໍາສະເໜີຕໍ່ກອງປະຊຸມພິຈາລະນາຜ່ານແຜນນໍາເຂົ້າ ທີ່ຈັດຂຶ້ນໂດຍ ຂະແໜງພະລັງງານ ແລະ ບໍ່ແຮ່ ຊຶ່ງມີການເຂົ້າຮ່ວມຂອງຂະແໜງການທີ່ກ່ຽວຂ້ອງ ພາຍໃນ 07 ວັນລັດຖະການ. ຫຼັງຈາກນັ້ນ, ວິສາຫະກິດ ຕ້ອງປັບປຸງແຜນນໍາເຂົ້າ ຕາມມະຕິກອງປະຊຸມ ພາຍໃນ 15 ວັນລັດຖະການ; ກໍລະນີ ວິສາຫະກິດ ຫາກບໍ່ປັບປຸງແຜນ ພາຍໃນກໍານົດເວລາດັ່ງກ່າວ ຖືວ່າວິສາຫະກິດນັ້ນ ໄດ້ສະຫຼະສິດໃນການຮັບນະໂຍບາຍ, ຖ້າວິສາຫະກິດຕ້ອງການສືບຕໍ່ຂໍນະໂຍບາຍ ແມ່ນໃຫ້ຢື່ນເອກະສານຄືນໃໝ່. ພາຍຫຼັງວິສາຫະກິດປັບປຸງແຜນນໍາເຂົ້າຕາມມະຕິກອງປະຊຸມແລ້ວ, ຂະແໜງພະລັງງານ ແລະ ບໍ່ແຮ່ ຕ້ອງນໍາສົ່ງແຜນນໍໍາເຂົ້າດັ່ງກ່າວ ໃຫ້ຂະແໜງແຜນການ ແລະ ການລົງທຶນ ຕາມການແບ່ງຂັ້ນຄຸ້ມຄອງ ຄົ້ນຄວ້າ ແລະ ພິຈາລະນາ ອອກໃບຮັບຮອງແຜນນໍາເຂົ້າ ພາຍໃນ 07 ວັນລັດຖະການ.

ແຜນນຳເຂົ້າເພີ່ມເຕີມ ຫຼື ສຸກເສີນ: ພາຍຫຼັງໄດ້ຮັບເອກະສານຄໍາຮ້ອງຂໍຮັບຮອງແຜນນຳເຂົ້າເພີ່ມເຕີມຄົບຖ້ວນ, ຖືກຕ້ອງ ແລະ ສອດຄ່ອງແລ້ວ ຂະແໜງແຜນການ ແລະ ການລົງທຶນ ຕາມການແບ່ງຂັ້ນຄຸ້ມຄອງ ຄົ້ນຄວ້າ ແລະ ພິຈາລະນາ ພາຍໃນ 07 ວັນລັດຖະການ.

ພາຍຫຼັງແຜນນໍາເຂົ້າ ຖືກຮັບຮອງແລ້ວ, ຂະແໜງແຜນການ ແລະ ການລົງທຶນ ຕ້ອງນໍາສົ່ງແຜນການນໍາເຂົ້າ ໃຫ້ຂະແໜງການທີ່ກ່ຽວຂ້ອງ ພາຍໃນ 02 ວັນລັດຖະການ.

11. ການຄຸ້ມຄອງ ແລະ ຕິດຕາມ ກວດກາວຽກງານການໃຫ້ນະໂຍບາຍ ດ້ານພາສີ ແລະ ອາກອນມູນຄ່າເພີ່ມ

- ຂະແໜງການແຜນການ ແລະ ການລົງທຶນ ເປັນຜູ້ອະນຸຍາດ ແລະ ຄຸ້ມຄອງວຽກງານການໃຫ້ນະໂຍບາຍ ດ້ານພາສີ ແລະ ອາກອນມູນຄ່າເພີ່ມໃຫ້ແກ່ບັນດາວິສາຫະກິດທີ່ລົງທຶນຢູ່ ສປປ ລາວ ແລະ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບຂະແໜງການການເງິນ ແລະ ຂະແໜງການອື່ນ; ພ້ອມທັງ, ກຳນົດມາດຕະການໃນການຄຸ້ມຄອງ ເພື່ອຈໍາກັດຊ່ອງຫວ່າງການສວຍໃຊ້ວັດຖຸປະກອນທີ່ນໍາເຂົ້າ ຕາມນະໂຍບາຍສົ່ງເສີມການລົງທຶນ ໃຫ້ມີຄວາມຮັດກຸມ ເພື່ອຈັດຕັ້ງຄຸ້ມຄອງການນໍາໃຊ້ ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ລະບຽບການ;

- ຂະແໜງການ ການເງິນ ເປັນຜູ້ຄຸ້ມຄອງການນໍາເຂົ້າຕົວຈິງ ພາຍຫຼັງທີ່ມີແຜນນໍາເຂົ້າ ຕາມການອະນຸມັດຂອງຂະແໜງແຜນການ ແລະ ການລົງທຶນ ເພື່ອຫັກລົບບັນຊີການນໍາເຂົ້າແຕ່ລະຄັ້ງຕາມແຜນນໍາເຂົ້າ. ພ້ອມທັງ ສະຫຼຸບລາຍງານ ປະຈໍາໄຕມາດ ແລະ ປະຈໍາປີ ສົ່ງໃຫ້ແຜນການ ແລະ ການລົງທຶນ ແລະ ຂະແໜງ ການກ່ຽວຂ້ອງ ຢ່າງເປັນປົກກະຕິ;

12. ການສ້າງແຜນນໍາເຂົ້າຂອງໂຄງການຕ່າງໆ ນອກຈາກນະໂຍບາຍສົ່ງເສີມການລົງທຶນ

- ການສ້າງແຜນນໍາເຂົ້າຂອງໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມ ເພື່ອພັດທະນາ ແມ່ນສະເໜີຫາກະຊວງການເງິນ ເພື່ອຄົ້ນພິຈາລະນາ ຕາມດຳລັດນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ການຊ່ວຍເຫຼືອລ້າທາງການເພື່ອການພັດທະນາ ສະບັບເລກທີ 75/ນຍ, ລົງວັນທີ 20 ມີນາ 2009;

- ການສ້າງແຜນການນໍາເຂົ້າໂຄງການລົງທຶນຂອງລັດ ແມ່ນສະເໜີຫາ ກະຊວງການເງິນ ເປັນຜູ້ຄົ້ນຄວ້າພິຈາລະນາ ຕາມກົດໝາຍວ່າດ້ວຍ ການລົງທຶນຂອງລັດ ສະບັບເລກທີ 72/ສພຊ, ລົງວັນທີ 15 ທັນວາ 2015.

- ການສ້າງແຜນນໍາເຂົ້າຂອງຜູ້ພັດທະນາ ຫຼື ຜູ້ລົງທຶນ ຢູ່ເຂດເສດຖະກິດພິເສດ ແມ່ນສະເໜີຫາ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ຕາມດຳລັດວ່າດ້ວຍ ເຂດເສດຖະກິດພິເສດ ສະບັບເລກທີ 188/ລບ, ລົງວັນທີ 07 ມິຖຸນາ 2018.

13. ມາດຕະການຕໍ່ຜູ້ລະເມີດ

  ພາຍຫຼັງ ວິສະຫະກິດ ໄດ້ຮັບໃບຮັບຮອງແຜນນຳເຂົ້າ ຈາກຂະແໜງແຜນການ ແລະ ການລົງທຶນ ເປັນທີ່ຮຽບຮ້ອຍແລ້ວ ຕ້ອງນຳໃຊ້ເຂົ້າໃນເປົ້າໝາຍໂຄງການ, ຖ້າຫາກນໍາໃຊ້ສິດບໍ່ຖືກຕ້ອງຕາມເປົ້າໝາຍ, ນໍາໄປຈໍາໜ່າຍຂາຍພາຍໃນ, ໂອນກຳມະສິດ ຫຼື ຮູບແບບການກະທໍາອື່ນໆທີ່ຜິດກົດໝາຍ ຈາກການນໍາເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນດ້ວຍການຍົກເວັ້ນ, ຫຼຸດຜ່ອນ ຫຼື ນໍາເຂົ້າຊົ່ວຄາວ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງແຜນການ ແລະ ການລົງທຶນ ແລະ ຂະແໜງການເງິນ (ພາສີ) ຕ້ອງຖືກດຳເນີນຄະດີເສຍພາສີ-ອາກອນ ພ້ອມປັບໄໝ ຕາມສະຖານເບົາ ຫຼື ໜັກ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ພາສີ ຢ່າງເຂັ້ມງວດ.

14. ການຈັດຕັ້ງປະຕິບັດ

   ມອບໃຫ້ ຂະແໜງແຜນການ ແລະ ການລົງທຶນ, ຂະແໜງການເງິນ, ຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງພະລັງງານ ແລະ ບໍ່ແຮ່ ໂດຍສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ ຢ່າງເຂັ້ມງວດ.

15. ຜົນສັກສິດ

ຄໍາແນະນຳສະບັບນີ້ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ຫຼັງຈາກ 15 ວັນ ນັບແຕ່ວັນລົງໃນຈົດໝາຍເຫດທາງລັດຖະການເປັນຕົ້ນໄປ.

ປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ
ສອນໄຊ ສີພັນດອນ

 

# ຫົວຂໍ້ ດາວໂຫຼດ
1 Instruction on Duty and Value-Added Tax Incentives for Master List of Enterprise No.01/CIPSC, dated 02 January 2019 PDF
2 ບົດແນະນຳ ວ່າດ້ວຍ ການໃຫ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນມູນຄ່າເພີ່ມ ສຳລັບແຜນນຳເຂົ້າຂອງວິສາຫະກິດ ເລກທີ 01/ຄລທ.ສ, ລົງວັນທີ 02 ມັງກອນ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.