ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງພະລັງງານ ແລະ ບໍ່ແຮ່
ກົມຄຸມຄອງບໍ່ແຮ່             ເລກທີິ 0011/ກຄຮ3
ນະຄອນຫຼວງວຽງຈັນ, ວັນທີ 04 ມັງກອນ 2019

ແຈ້ງການ

ເຖິງ: ທ່ານ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ ແລະ ນະຄອນຫຼວງ.

ເລື່ອງ: ຂັ້ນຕອນການສະເໜີແຜນການຈຳໜ່າຍ ແລະ ການຈຳໜ່າຍຜະລິດຕະພັນແຮ່ທາດ.

- ອີງຕາມກົດໝາຍວ່າດ້ວຍແຮ່ທາດ ສະບັບເລກທີ 31/ສພຊ, ລົງວັນທີ 03/11/2017.
- ອີງຕາມຄຳສ່ັງວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ສະບັບເລກທີ 02/ນຍ, ລົງວັນທີ 01/02/2018.

ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ຂໍແຈ້ງມາຍັງທ່ານຊາບວ່າ: ເພື່ອຜັນຂະຫຍາຍຄຳສັ່ງວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ສະບັບເລກທີ 02/ນຍ, ລົງວັນທີ 01/02/2018 ໂດຍສະເພາະການອຳນວຍຄວາມສະດວກໃຫ້ແກ່ວຽກງານຈຳໜ່າຍຜະລິດຕະພັນແຮ່ທາດຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ ໃຫ້ໄດ້ຮັບປະສິດຕິຜົນສູງ, ຈຶ່ງໄດ້ກຳນົດຂັ້ນຕອນການສະເໜີ ແລະ ການພິຈາລະນາແຜນການຈຳໜ່າຍຜະລິດຕະພັນແຮ່ທາດປະຈຳປີ ແລະ ການຈຳໜ່າຍແຕ່ລະຄັ້ງດັ່ງນີ້:

I. ການສະເໜີ ແລະ ການພິຈາລະນາແຜນການຈຳໜ່າຍ.

1. ການສະເໜີ.
ບໍລິສັດ ຫຼື ຫົວໜ່ວຍທຸລະກິດ ທີ່ສາມາດສະເໜີແຜນຈຳໜ່າຍຜະລິດຕະພັນແຮ່ທາດຕ້ອງແມ່ນຜູ້ທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດກ່ຽວກັບບໍ່ແຮ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ປະຕິບັດພັນທະທາງດ້ານການເງິນຕາມສັນຍາສຳປະທານ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງຄົບຖ້ວນ, ຊຶ່ງຕ້ອງໄດ້ປະກອບເອກະສານດັ່ງນີ້:
1) ໜັງສືສະເໜີ (ຕາມແບບຟອມ);
2) ແຜນການຈຳໜ່າຍ (ຕາມແບບຟອມ);
3)ບົດສະຫຼຸບການປະຕິບັດວຽກງານໃນໄລຍະຜ່ານມາ ເປັນຕົ້ນ: ການຜະລິດ, ຈຳໜ່າຍ, ມູນຄ່າຈຳໜ່າຍ, ການປະຕິບັດພັນທະທາງດ້ານການເງິນຕໍ່ລັດຖະບານ (ພ້ອມເອກະສານຢັ້ງຢືນ) ແລະ ຂໍ້ສະດວກ-ຫຍຸ້ງຍາກ (ຕາມແບບຟອມ).

2. ການພິຈາລະນາອະນຸມັດ.
1) ບໍລິສັດ ຫຼື ຫົວໜ່ວຍທຸລະກິດ ປະກອບເອກະສານຄົບຖ້ວນຕາມ I ຂໍ້ 1, ກົມຄຸ້ມຄອງບໍ່ແຮ່/ພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫຼວງ ຈະພິຈາລະນາເຊັນອະນຸມັດແຜນດັ່ງກ່າວພາຍໃນ 1 ວັນ ລັດຖະການ.
2) ການຈໍລະຈອນເອກະສານ: ຢື່ນເອກະສານຫາຂາເຂົ້າ --> ຄະນະກົມ/ຄະນະພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫຼວງ --> ພະແນກ/ຫ້ອງການກ່ຽວຂ້ອງ --> ຄະນະກົມ/ຄະນະພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫຼວງ ເຊັນອະນຸມັດ --> ຂາອອກ.

II. ການສະເໜີ ແລະ ການພິຈາລະນາການຈຳໜ່າຍແຕ່ລະຄັ້ງ.

1. ເອກະສານທີ່ບໍລິສັດ ຫຼື ຫົວໜ່ວຍທຸລະກິດ ຕ້ອງໄດ້ປະກອບ:
1) ໜັງສືສະເໜີ (ຕາມແບບຟອມ)
2) ເອກະສານຢັ້ງຢືນການປະຕິບັດພັນທະທາງດ້ານການເງິນຄັ້ງຈຳໜ່າຍຜ່ານມາ ເຊັ່ນ: ຄ່າຊັບພະຍາກອນແຮ່ທາດ, ພາສີ, ອາກອນ ແລະ ຄ່າທຳນຽມອື່ນໆ (ກໍລະນີເຄີຍຈຳໜ່າຍຜ່ານມາ);
3) ສັນຍາຊື້-ຂາຍກັບລູກຄ້າ ແລະ ຜົນວິໄຈແຮ່ທາດ.

2. ການພິຈາລະນາອະນຸມັດ
1) ເມື່ອບໍລິສັດ ຫຼື ຫົວໜ່ວຍທຸລະກິດ ປະກອບເອກະສານຄົບຖ້ວນຕາມ II ຂໍ້ 1, ກົມຄຸ້ມຄອງບໍ່ແຮ່/ພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫຼວງ ຈະພິຈາລະນາເຊັນອະນຸມັດການສະເໜີດັ່ງກ່າວພາຍໃນ 1ວັນລັດຖະການ.
2) ການຈໍລະຈອນເອກະສານ: ຢື່ນເອກະສານຫາຂາເຂົ້າ --> ພະແນກ/ຫ້ອງການກ່ຽວຂ້ອງ --> ຄະນະກົມ/ຄະນະພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫຼວງ ເຊັນອະນຸມັດ --> ຂາອອກ.

III. ການອະນຸຍາດນຳເຂົ້າ-ສົ່ງອອກຜະລິດຕະພັນແຮ່ທາດ, ການຕິດຕາມກວດກາ ແລະ ການລາຍງານ.

1. ການອະນຸຍາດນຳເຂົ້າ-ສົ່ງອອກຜະລິດຕະພັນແຮ່ທາດ.
ການນຳເຂົ້າ ແລະ ສົ່ງອອກຜະລິດຕະພັນແຮ່ທາດ ຕ້ອງໄດ້ຮັບອະນຸຍາດຈາກກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່. ສຳລັບພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫຼວງ ມີສິດອະນຸຍາດໃຫ້ບໍລິສັດ ຫຼື ຫົວໜ່ວຍທຸລະກິດຈຳໜ່າຍຜະລິດຕະພັນແຮ່ທາດທີ່ຂັ້ນແຂວງ/ນະຄອນຫຼວງອອກອະນຸຍາດ ເພື່ອຈຳໜ່າຍຢູ່ພາຍໃນປະເທດ.

2. ການຕິດຕາມກວດກາ.
ມອບໃຫ້ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ/ນະຄອນຫຼວງ ແລະ ຂະແໜງການກ່ຽວຂ້ອງຂອງແຂວງ ເປັນຜູ້ຕິດຕາມກວດກາປະລິມານຜະລິດຕະພັຮແຮ່ທາດທີ່ບໍລິສັດສະເໜີເຄື່ອນຍ້າຍ ຫຼື ຈຳໜ່າຍ (ລວມທັງໂຄງການຂັ້ນສູນກາງອອກອະນຸຍາດ) ດ້ວຍການຕິດຊັ່ງນ້ຳໜັກ ແລະ ນຳໃຊ້ໃບຢັ້ງຢືນການເຄື່ອນຍ້າຍແຮ່ທາດ. ການຈັດຕັ້ງປະຕິບັດ ຕ້ອງໃຫ້ມີຄວາມວ່ອງໄວ, ກະທັດຮັດ, ມີຄວາມເປັນເອກະພາບ ແລະ ຮັບປະກັນຄວາມຖືກຕ້ອງ ໂດຍສອດຄ່ອງຕາມລະບຽບການ.

3. ການລາຍງານ
ພາຍຫຼັງສຳເລັດການຕິດຕາມການກວດກາການເຄື່ອນຍ້າຍ ຫຼື ຈຳໜ່າຍ, ພະແນກພະລັງງານ ແລະ ບໍ່ແຮ່ປະຈຳແຂວງ/ນະຄອນຫຼວງ ຕ້ອງລາຍງານກົມຄຸ້ມຄອງບໍ່ແຮ່ເພື່ອຮັບຊາບໃນແຕ່ລະຄັ້ງ; ຖ້າມີເຫດການບໍ່ປົກກະຕິຕ້ອງຮີບຮ້ອນລາຍງານຫາກົມຄຸ້ມຄອງບໍ່ແຮ່ ແລະ ການນຳແຂວງຮັບຊາບໂດຍດ່ວນ.

IV. ອາຍຸຂອງແຜນການຈຳໜ່າຍ ແລະ ໜັງສືອະນຸຍາດຈຳໜ່າຍຜະລິດຕະພັນແຮ່ທາດ.

1. ອາຍຸແຜນການຈຳໜ່າຍ: ບໍ່ເກີນ 1 ປີ ໂດຍຖືເອົາຕາມປີປະຕິທິນ ຫຼື ບໍ່ເກິນວັນທີ 31 ເດືອນ 12 ຂອງແຕ່ລະປີ.

2. ອາຍຸໜັງສືອະນຸຍາດຈຳໜ່າຍຜະລິດຕະພັນແຮ່ທາດ: ພາຍຫຼັງໜັງສືອະນຸຍາດຈຳໜ່າຍຜະລິດຕະພັນແຮ່ທາດຖືກເຊັນອະນຸມັດ ບໍລິສັດຕ້ອງຊຳລະຄ່າຊັບພະຍາກອນແຮ່ທາດພາຍໃນ 7 ວັນລັດຖະການ. ສຳລັບອາຍຸໜັງສືອະນຸຍາດຈຳໜ່າຍຜະລິດຕະພັນແຮ່ທາດ ກຳນົດດັ່ງນີ້:

  • ກໍລະນີ ໜັງສືອະນຸຍາດຈຳໜ່າຍຜະລິດຕະພັນແຮ່ທາດເຊັນອະນຸມັດ ໃນເດືອນ 1-8 ໜັງສືອະນຸຍາດດັ່ງກ່າວ ແມ່ນສາມາດນຳໃຊ້ໄດ້ 6 ເດືອນ.
  • ກໍລະນີ ໜັງສືອະນຸຍາດຈຳໜ່າຍຜະລິດຕະພັນແຮ່ທາດເຊັນອະນຸມັດ ໃນເດືອນ 9-12 ໜັງສືອະນຸຍາດດັ່ງກ່າວ ແມ່ນສາມາດນຳໃຊ້ໄດ້ບໍ່ເກີນເດືອນ 2 ຂອງປີທັດໄປ.
  • ການຕໍ່ອາຍຸໜັງສືອະນຸຍາດຈຳໜ່າຍຜະລິດຕະພັນແຮ່ທາດ: ກໍລະນີ ບໍລິສັດ ຫຼື ຫົວໜ່ວຍທຸລະກິດ ບໍ່ຈຳໜ່າຍໄດ້ສຳເລັດ ຈຶ່ງສະເໜີຕໍ່ອາຍຸໜັງສືດັ່ງກ່າວຕື່ມອີກ (ກ່ອນໜັງສືດັ່ງກ່າວຈະໝົດອາຍຸພາຍໃນ 7 ວັນລັດຖະການ), ແຕ່ສາມາດຕໍ່ໄດ້ເທື່ອລະບໍ່ເກີນ 2 ເດືອນ ຕາມການພິຈາລະນາຂອງຂະແໜງພະລັງງານ ແລະ ບໍ່ແຮ່. ຖ້າບໍລິສັດ ຫຼື ຫົວໜ່ວຍທຸລະກິດ ຍັງບໍ່ໄດ້ດຳເນີນການເຄື່ອນຍ້າຍ ຫຼື ຈຳໜ່າຍຜະລິດຕະພັນແຮ່ທາດ, ຂະແໜງພະລັງງານ ແລະ ບໍ່ແຮ່ ຈະພິຈາລະນາ, ໄລ່ລຽງລາຄາທີ່ໄດ້ກຳນົດໃນການຄິດໄລ່ຄ່າຊັບພະຍາກອນແຮ່ທາດ ແລະ ອາກອນອື່ນໆທີ່ຕິດພັນນັ້ນຄືນໃໝ່; ແຕ່ຖ້າໄດ້ດຳເນີນການໄປແລ້ວ ແຕ່ຍັງບໍ່ສຳເລັດ ແມ່ນຖືເອົາຕາມໜັງສືອະນຸຍາດຈຳໜ່າຍຄັ້ງດັ່ງກ່າວ.

ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມແຈ້ງການນີ້ດ້ວຍ.

ຮັກສາການຫົວໜ້າກົມ
ຄຳຕັນ ວົງພັນສີປະເສີດ

 

# ຫົວຂໍ້ ດາວໂຫຼດ
1 Notification on the Procedure to request Plan and Mineral Product for Distribution No. 0011/DOM3, dated 04 January 2019 PDF
2 ແຈ້ງການ ກ່ຽວກັບ ຂັ້ນຕອນການສະເໜີແຜນການຈຳໜ່າຍ ແລະ ການຈຳໜ່າຍຜະລິດຕະພັນແຮ່ທາດ ເລກທີ 0011/ກຄຮ3, ລົງວັນທີ 04 ມັງກອນ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.